ໃຜທີ່ມັກໃນການທ່ອງທ່ຽວທຳມະຊາດ ຮັກໃນຄວາມຂຽວງາມ ພວກເຮົາຈະຂໍແນະນຳ ປ່າໄມ້ໄຜ່ “ຊາກາໂນະ” ຂອງປະເທດຍີ່ປຸ່ນທີ່ຕັ້ງຢູ່ເມືອງ ກຽວໂຕ ໃນເຂດ “ອາຣາຊິມາຍະ” ຂອງປະເທດຍີ່ປຸ່ນ. ປ່າໄມ້ໄຜ່ “ຊາກາໂນະ” ນີ້ແມ່ນປ່າໄຜ່ທີ່ໃຫຍ່ທີ່ສຸດໃນເມືອງ ກຽວໂຕ ທັງມີທິວທັດທີ່ສວຍງາມ ແລະ ດ້ວຍຄວາມແປກຕາຂອງປ່າໄຜ່ “ຊາກາໂນະ” ເຮັດໃຫ້ມີນັກທ່ອງທ່ຽວມາຢ້ຽມຢາມທີ່ນີ້ຢ່າງບໍ່ຂາດໄລຍະ. ທ່ານສາມາດຍ່າງຊົມປ່າໄມ້ໄຜ່ຕາມທາງຍ່າງທີ່ໄດ້ຈັດໄວ້ໃຫ້ເປັນໄລຍະທາງ 500 ແມັດ ຕະຫຼອດສອງຂ້າງທາງຍ່າງ ປະກອບໄປດ້ວຍຕົ້ນໄມ້ໄຜ່ສູງທີ່ມີລຳຊື່ ແລະ ໃນລະຫວ່າງທາງນັກທ່ອງທ່ຽວຈະໄດ້ເພີດເພີນໄປກັບສຽງລຳໄມ້ໄຜ່ສຽດສີກັນຍາມລົມພັດ ຖືວ່າເປັນສຽງທຳມະຊາດທີ່ແສນຈະມ່ວນສຸດທີ່ຈະບັນລະຍາຍໄດ້ເລີຍ ນັບວ່າເປັນສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງ ທີ່ເຮັດໃຫ້ຊາວຕ່າງຊາດ ຫຼົງໄຫຼໃນມົນສະເໜ ຂອງໂລກຕາເວັນອອກ. ນອກຈາກນີ້ທົ່ວໂລກຕ່າງກໍຮູ້ກັນວ່າ: ຄົນຍີ່ປຸ່ນມີຄວາມຜູກພັນຍາວນາກກັບໄມ້ໄຜ່ ງານເທສະການ “ທະນະບາຕະ” ແລະ ລວມເຖິງການໃຊ້ສອຍປະໂຫຍດຈາກໄມ້ໄຜ່ໃນດ້ານຕ່າງໆອີກຫຼາຍຢ່າງ ເຮັດໃຫ້ທາງລັດຖະບານຍີ່ປຸ່ນຈັດປ່າໄມ້ໄຜ່ “ຊາກາໂນະ” ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວ ທີ່ຕ້ອງມາໃຫ້ໄດ້ຈັກຄັ້ງໜຶ່ງໃນຍີ່ປຸ່ນອີກດ້ວຍ. ສໍາລັບການເດີນທາງໄປປ່າໄຜ່ “ຊາກາໂນະ” ນັ້ນສະດວກສະບາຍຫຼາຍ ພຽງແຕ່ມຸ່ງໜ້າອອກໄປທີ່ຊານເມືອງກຽວໂຕໃນເຂດອາຣາຊິຍາມະ ( Arashiyama ) ກໍຈະໄດ້ພົບກັບປ່າໄຜ່ສີຂຽວງາມອັນກວ້າງໃຫຍ່ໄພສານເຊິ່ງໃນທຸກໆມື້ຈະມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມຢ່າງບໍ່ຂາດ, ຖ້າທ່ານຍັງບໍ່ມີແຜນໄປທ່ຽວໃສ? ລອງຂຶ້ນແຜນໄປທ່ຽວປະເທດຍີ່ປຸ່ນຮັບຮອງວ່າບໍ່ຜິດຫວັງແນ່ນອນ. …
Read More »Home
ການແຂ່ງຂັນກິລາເພາະກາຍ ປະຈຳປີ 2017
ສະຫະພັນກິລາເພາະກາຍແຫ່ງຊາດລາວ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດການແຂ່ງຂັນກິລາເພາະກາຍແຫ່ງຊາດ ປະຈຳປີ 2017 ເມື່ອວັນທີ 1 ເມສາ 2017, ທີ່ຫໍວັດທະນະທໍາແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ, ທ່ານ ບຸນມີ ບັນນາວົງ ປະທານກິລາເພາະກາຍແຫ່ງຊາດລາວ, ບັນດາບໍລິສັດ ແລະ ຫ້າງຮ້ານຜູ້ໃຫ້ການສະໜັບສະໜູນຜູ້ເຂົ້າຮ່ວມ. ການແຂ່ງຂັນເພາະກາຍຊາຍ ປະຈຳປີ 2017 ມີການແຂ່ງຂັນທັງໝົດ 4 ລຸ້ນຄື: ເພາະກາຍຊາຍລຸ້ນ 68-85 ກິໂລ ແລະ ລຸ້ນ 55-67 ກິໂລ, ຊາຍຫຸ່ນດີ ແລະ ຍິງຫຸ່ນດີ. ການແຂ່ງຂັນປະກອບມີ 7 ທ່າບັງຄັບຄື: ກ້າມແຂນດ້ານໜ້າ, ກ້າມປີກດ້ານໜ້າ, ກ້າມເອິກດ້ານຂ້າງ, ໜ້າແຂ່ງດ້ານຫຼັງ, ກ້າມປີກດ້ານຫຼັງ, ກ້າມຊີ້ນຫຼັງແຂນ, …
Read More »ເສດຖີໃໝ່ຂ້າມຄືນ! ໜຸ່ມລາວດວງເຮັງຖືກເລກລາງວັນທີ 1 ຢູ່ປະເທດໄທ ດີໃຈຫຼາຍກຽມພາເມຍກັບບ້ານ!!!
ໝຸ່ມລາວເຂົ້າໄປເຮັດວຽກທີ່ ຈັງຫວັດ ຊົນບຸລີ (ປະເທດໄທ) ກາຍເປັນເສດຖີໃໝ່ ເພາະດວງເຮັງຖືກເລກລາງວັນທີ 1 ໄດ້ຮັບເງິນມູນຄ່າ 6 ລ້ານບາດ ແລະ ກຽມພາເມຍກັບປະເທດລາວ ເພື່ອເຮັດອາຊີບກະເສດ ແລະ ໃຊ້ຊີວິດຢ່າງພໍພຽງທີ່ບ້ານເກີດ ວັນທີ 2 ເມສາ 2017 ຜູ້ສື່ຂ່າວຂອງປະເທດໄທລາຍງານວ່າ ຢູ່ທີ່ສະຖານນີຕຳຫຼວດພູທອນ ເມືອງ ຊົນບຸລີ ທ້າວ ບຸນທະວີ ຂຸ່ນວັນທອງ ອາຍຸ 41 ປີ ປະຊາຊົນເມືອງ ປາກເຊ ແຂວງ ຈຳປາສັກ ເຊິ່ງເດີນທາງໄປເຮັດວຽກຢູ່ທີ່ໂຮງງານຮັບອັດດອກຍາງລົດແຫ່ງໜຶ່ງ ມາດົນເກືອບ 10 ປີ, ໄດ້ເດີນທາງມາພ້ອມກັບໝູ່ ພ້ອມນຳພັດສະປອດ ແລະ ບິນເລກ ງວດປະຈຳວັນທີ 1 ເມສາ 2017 ເພາະຕົນເອງໄດ້ຖືກເລກລາງວັນທີ 1 ຈຳນວນ 1 …
Read More »ເວົ້າແທ້! ລູກນໍ້າ ສຸດເລີດ…ເບິ່ງແລ້ວລຽບຫຼູ ມີ Style
ມາແລ້ວຈາ ຊະນີIndy ຂາເມົ້າຂາຝອຍ ຄົນເກົ່າກັບມາແລ້ວ ມື້ນີ້ຈະມາອັບເດດຄວາມເຄື່ອນໄຫວຂອງອະດີດ ນາງງາມ ແລະ ເປັນດາລາໃນປັດຈຸບັນ ຜູ້ມີຄວາມສາມາດຫຼາຍຢ່າງ ເປັນໃຜຄົນໃດບໍ່ໄດ້ເລີຍນັ້ນກໍຄື ລູກນໍ້າ ທິດາລັດ ວົງສິຣິ ນັ້ນເອງ ແລະ ສາວຄົນນີ້ກໍງາມຂຶ້ນຫຼາຍ ແບບວ່າໂດດເດັ່ນໃນວົງການບັນເທິງບ້ານເຮົາສຸດໆ ແລະ ຫຼ້າສຸດນາງກໍໄດ້ໂພສຮູບພາບງາມໆ ເບິ່ງແລ້ວດູດີມີ Style ໃນແບບຂອງຕົວເອງ ເບິ່ງແລ້ວກໍງາມລຽບຫຼູດີ ແລະ ຊະນີIndy ບໍ່ໄດ້ມາເວົ້າລ້າໆຊວນໃຫ້ແຟນໆເຊື່ອໄດ ແຕ່ຍັງມີຮູບພາບງາມໆຂອງສາວ ລູກນໍ້າ ຄົນນີ້ມາຝາກນໍາເດີ້…ຊ້າຫຍັງຢູ່ ມາເບິ່ງນຳກັນດ່ວນ!!! #ຢ່າລືມແຊຣໃຫ້ໂລກຮູ້ເຖິງຄວາມສາມາດແລະຄວາມງາມຂອງສາວລາວ ຍັງມີຮູບພາບງາມໆຂອງ ລູກນໍ້າ ມາຝາກຕື່ມ ມາຝາກເພີ່ມນຳນະຈະ ຂໍຂອບໃຈຮູບພາບ: Louknum Vongsili
Read More »ເມື່ອໜຶ່ງໃນຜູ້ເຂົ້າຮອບ ນາງສັງຂານ ຫຼວງພະບາງ ເຮັດແບບນີ້!! ຊາວເນັດວ່າແນວໃດ?
ເປັນຂ່າວ!!! ດຣາມ່າ ຫຼືບໍ່ເມື່ອໜຶ່ງໃນຜູ້ທີ່ເຂົ້າຮອບ ນາງສັງຂານ ຫຼວງພະບາງ ປີ 2017 ນີ້ໄດ້ເອົາ ເລີງເຄີ່ງ (ມຸງກຸດອັນສັກສິດ ຂອງລູກສາວ ພະຍາກະບິນລະພົມ) ມາໃສ່ເພື່ອຖ່າຍຮູບ ຄວາມຈິງແລ້ວ ເລິງເຄີ່ງ ຫຼືມຸງກຸດນີ້ ຈະໄດ້ຮັບການສວມໃສ່ໂດຍ ນາງສັງຂານຄົນທີ່ໄດ້ຮັບຕໍາແໜ່ງໃນປີກາຍນີ້ ມາໃສ່ໃຫ້ກັບນາງສັງຂານຄົນໃໝ່ ໝາຍຄວາມວ່າຜູ້ທີ່ສາມາດສວມມົງກຸດນີ້ໄດ້ຕ້ອງແມ່ນຄົນທີ່ ໄດ້ຮັບຕໍາແໜ່ງກໍຄື ໄດ້ເປັນນາງສັງຂານະປະຈໍາປີນັ້ນເອງ ແຕ່ເມື່ອສາວ ນາງສັງຂານ ໝາຍເລກ 4 ໜຶ່ງໃນຜູ້ເຂົ້າປະຮອບປີນີ້ໄດ້ນໍາເອົາມົງກຸດມາສວມໃສ່ແບບນີ້ ຫຼາຍຄົນເຫັນກໍໃຫ້ຄໍາເຫັນວ່າ ເປັນການບໍ່ສົມຄວນເປັນຢ່າງຍິ່ງ ແຕ່ອັນນີ້ເຮົາກໍຕັດສິນບໍ່ໄດ້ເນາະ!! ເອົາເປັນວ່າ ສາວໆແຟນໆຂວັນໃຈໃຜມີຄໍາເຫັນແນວໃດ ກໍສະແດງຄວາມຄິດເຫັນຊ່ວຍກັນເດີ້. By: BeautyGuru Cr: Newscocoo & page ນາງສັງຂານ ຫຼວງພະບາງ
Read More »