ທ່ານຜູ້ອ່ານທີ່ຮັກແພງໃນມື້ນີ້ ທີມງານ ຂວັນໃຈ ຂໍນໍາເອົາເລື່ອງຂອງປະຕູໄຊມາເລົ່າສູ່ຟັງ ມີຫຼາຍຄົນທີ່ອາໄສຢູ່ນະຄອນຫຼວງວຽງຈັນທີ່ໄດ້ຂີ່ລົດກາຍໄປ-ມາ ແລະ ໄດ້ເຂົ້າໄປທ່ຽວຊົມໃນປະຕູໄຊ ແຕ່ກໍ່ເຫັນວ່າມີຫຼາຍຄົນທີ່ຍັງບໍ່ໄດ້ມີໂອກາດທີ່ຈະເຂົ້າໄປເບິ່ງຢ່າງລະອຽດລະອໍ ແລະ ສຶກສາປະຫວັດວ່າປະຕູໄຊມີທີ່ມາຄືແນວໃດ ເຊິ່ງມື້ນີ້ພວກເຮົາຈະມາເລົ່າໂດຍຫຍໍ້ສູ່ທ່ານຟັງ ປະຕູໄຊ ເຊິ່ງຊື່ເດີມເອີ້ນວ່າ “ ອະນຸສາວະລີໄຊຊະນະ ”ເຊິ່ງນັກທ່ອງທ່ຽວມັກປຽບທຽບວ່າເປັນ “ ອາກເດີ ທຣີອົມ ” (ຢູ່ໃນນະຄອນປາຣີ ປະເທດຝຣັ່ງ) ອະນຸສາວະລີ ປະຕູໄຊມີລັກໂດດເດັ່ນທີ່ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ບໍລິເວນຕອນປາຍຂອງຖະໜົນລ້ານຊ້າງ (ຄົນສະໄໝກ່ອນມັກເອີ້ນກັນວ່າ “ຊ້ອງ ເອລິເຊ້” ເຊິ່ງເປັນຖະໜົນຢູ່ໃນປາຣີເຊັ່ນກັນ) ປະຕູໄຊຖືກສ້າງຂຶ້ນນັບແຕ່ປີ ຄສ 1957 ແລະ ສໍາເລັດການກໍ່ສ້າງໃນປີ 1968 ອະນຸສາວະລີ ປະຕູໄຊ ຖືກສ້າງເພື່ອເປັນອະນຸສອນໃຫ້ແກ່ການປະກາດເອກະລາດຂອງ ສປປ ລາວ ອອກຈາກແອກປົກຄອງຂອງລ່າເມືອງຂຶ້ນຝຣັ່ງ ແລະ ເປັນອະນຸສອນແກ່ທະຫານທີ່ຕາຍໃນສົງຄາມໂລກຄັ້ງທີສອງ ແລະ ສົງຄາມກັບຈັກກະພັດຝຣັ່ງ ໃນປີ 1949 ໂດຍນຳໃຊ້ທຶນຈາກອາເມລິກາ ທີ່ເບື້ອງຕົ້ນຈະເອົາໄປສ້າງເດີ່ນບິນ …
Read More »Home
ງານປະກວດໝາແສນຮູ້!
ຄົນຮັກໝາພາກັນນໍາໝາທີ່ລ້ຽງ ແລະ ໜ້າຮັກ, ແສນຮູ້ຂອງຕົນເກືອບ 3.000 ໂຕເຂົ້າຮ່ວມງານສະແດງ ໃນຄັ້ງທີ 141 ທີ່ມະຫານະຄອນນິວຍອກ. ຊຶ່ງງານນີ້ຈັດຂຶ້ນໃນວັນທີ 13-14 ກຸມພາ ໂດຍມື້ທໍາອິດຂອງງານແມ່ນການປະກວດໂຕໝາທີ່ແຕ່ງຕົວສວຍງາມ ຊຶ່ງຂະນະກໍາມະການຕ້ອງເລືອກໝາພັນລະ 1 ໂຕ ຈາກທັງໝົດເກືອບ 200 ພັນເພື່ອໄປປະກວດຕໍ່ທີ່ ເມດີສັນ ສະແຄ ກາເດັ່ນ. ແລະ ງານໃນປີນີ້ມີໝາເຂົ້າຮ່ວມເກືອບ 2.800 ໂຕ ມາຈາກ 49 ລັດ ແລະ ອີກ 16 ປະເທດ.
Read More »ງາມຫຼາຍ! ສາວລາວຄົນທີສອງໃນ “Take me out Thailand”
ຊະນີIndy ມາແລ້ວໆໆໆ ມື້ນີ້ຈະມາຊອ໋ກແຊກມາເວົ້າມາຝອຍເລື່ອງໃນວົງການບັນເທິງບ້ານເຮົາ ໃນວັນທີ 14 ກຸມພາ 2017 ທີ່ຜ່ານມາໄດ້ເກີດກະແສທີ່ບັນດາ ສາວລາວ-ບ່າວລາວ ໄປອອກລາຍການດັງເຖິງປະເທດເພື່ອນບ້ານລາຍການນັ້ນກໍຄື “ເລື່ອງເລົ່າເຊົ້ານີ້” ເຊິ່ງບ່າວລາວ-ສາວລາວ ທີ່ວ່ານີ້ພວກເຂົາກໍໄປໃນນາມລາຍການເລືອກຄູ່ຊື່ດັງ “Take me out Thailand” ນັ້ນເອງ ແລະ ມື້ນີ້ ຊະນີIndy ຈະບໍ່ຝອຍຍາວເດີ້ເພາະຈະນຳເອົາຮູບພາບງາມໆຂອງສາວລາວອີກໜຶ່ງທ່ານທີ່ສາມາດໄປຮ່ວມເລືອກຄູ່ໃນລາຍການດັ່ງກ່າວນັ້ນກໍຄື Noony Koumphonphakdee ເຊິ່ງທາງທີມງານເຮົາເອງກໍໄດ້ໄປຄົ້ນຫານາງແລ້ວກໍພົບວ່າສາວຄົນນີ້ມີດີກຼີເປັນເຖິງນາງແບບ ຜົນງານຂອງເພິ່ນກໍແມ່ນຖ່າຍແບບປະຕິທິນຕ່າງໆ ແຖມຈະເບິ່ງນາງມຸມໃດກໍງາມຫຼາຍ ແລະ ເຮົາກໍບໍ່ໄດ້ໄປເບິ່ງລ້າໆໃດ ແຕ່ຍັງໄດ້ນຳເອົາຮູບພາບງາມໆຂອງສາວ ນູ່ນີ່ ມາຝາກນຳ ຈະມີຄວາມງາມຢາດຍ້ອຍພຽງໃດມາເບິ່ງໃຫ້ເຫັນຢ່າງຈະແຈ້ງກັນເລີຍ! #ແຊຣໄປໃຫ້ໂລກຮູ້ວ່າສາວລາວງາມຫຼາຍ ຂໍຂອບໃຈຮູບພາບງາມໆຈາກ: Noony Koumphonphakdee
Read More »ຄຳພູວົງ ແຈກຄຳຫຼາຍລາງວັນ!
ໃນວັນທີ 14 ກຸມພາ 2017 ຜ່ານມາ ທີ່ຕະຫຼາດເຊົ້າມໍຊັ້ນ 1 ໄດ້ມີພິທີຖະແຫຼງຂ່າວເປີດ “ໂຄງການ ຄຳພູວົງ ລຸ້ນໂຊກຕະຫຼອດປີ 2017” ໃຫ້ກຽດເປີດພິທີໂດຍ ທ່ານ ພູວົງ ພະມີສິດ ແລະ ແຂກທີ່ມີກຽດ ພ້ອມກັບສື່ມວນຊົນເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ, ພາຍໃນງານນອກຈາກການຖະແຫຼງຂ່າວແລ້ວຍັງມີການຮ້ອງເພງຈາກສີລະປິນ ນວນ ນໍ້າເຕົ້າ ແລະ ການເຕັ້ນໂຊເພື່ອເປີດງານໃນເທື່ອນີ້ອີກດ້ວຍ. ເພື່ອເປັນການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ແລະ ທີ່ສະເຫຼີມສະຫຼອງ ຮ້ານຄໍາພູວົງ ຄົບຮອບ 33 ປີ, ບວກກັບຄວາມສໍາເລັດທີ່ຜ່ານມາ ຮ້ານ ຄໍາພູວົງ ຈຶ່ງໄດ້ສືບຕໍ່ຈັດກິດຈະກໍາ ຄໍາພູວົງລຸ້ນໂຊກປີ 2 ຂຶ້ນ ກັບກິດຈະກໍາທີ່ມີຊື່ວ່າ: “ຄໍາພູວົງ ລຸ້ນໂຊກຕະຫຼອດປີ 2017” ແລະ ຍັງເປັນປີທີ 34 ຂອງຮ້ານ ລາງວັນໃຫຍ່ປະຈໍາປີນີ້ ແມ່ນຊຸດຄໍາອອກງານຍິງ-ຊາຍ ນໍ້າໜັກ 34 ບາດ …
Read More »ສາວລາວຄົນທີສອງໄປເລືອກຄູ່ໃນລາຍການ “Take me out Thailand” (ມີຄຣິບ)
ຮືຮາຂ້າມປະເທດອີກແລ້ວໆໆ!!! ເມື່ອມີສາວລາວຄົນທີສອງໄປເລືອກຄູ່ໃນລາຍການ “Take me out Thailand” ວັນທີ 14 ກຸມພາ ທີ່ຜ່ານມາເຊິ່ງກົງກັບວັນແຫ່ງຄວາມຮັກຂອງຄົນທົ່ວໂລກ ລາຍການດັງໃນປະເທດເພື່ອນບ້ານ “ເລື່ອງເລົ່າເຊົ້ານີ້” ໄດ້ເຊີນ ສາວໂສດ-ໝຸ່ມໂສດ ຈາກລາຍການ “Take me out Thailand” ໄປເປັນແຂກຮັບເຊີນ ແລະ ໜຶ່ງໃນນັ້ນກໍມີສາວລາວໜຸ່ມລາວທີ່ໄປເລືອກຄູ່ແລ້ວກ່ອນໜ້ານີ້ ກິຕ້າ ພັດທະສອນ ມະນີດາລັດ,ຈ່ອນນີ່ ສິຣິວັນ ໄຊຍະສານ ແລະ ທີ່ Surprise ທີ່ສຸດກໍຄືຍັງມີສາວລາວອີກໜຶ່ງຄົນທີ່ສາມາດໄປຮ່ວມກັບລາຍການເລືອກຄູ່ດັງລາຍການນີ້ ເຊິ່ງສາວຄົນນີ້ເທົ່າທີ່ ຊະນີIndy ໄປສືບມານັ້ນມີນາມວ່າ ນູ່ນີ່ ແຕ່ສາວຄົນນີ້ຍັງບໍ່ໄດ້ອອກອາກ່າດໃນລາຍການ “Take me out Thailand” ເທື່ອເດີ້ ຄາດວ່າໜ້າຈະໄວໆນີ້, ແຕ່ນາງໄດ້ມີສ່ວນຮ່ວມໄປເປັນແຂກຮັບເຊີນຮ່ວມກັບ ສາວໂສດ-ໜຸ່ມໂສດ ເທົ່ານັ້ນ, ແຕ່ເທົ່າທີ່ເບິ່ງໃນຄຣິບທີ່ພິທີກອນດັງຈາກຝັ່ງໄທໄດ້ສຳພາດ ນູ່ນີ່ ນັ້ນນາງກໍເວົ້າຈາດີ ເວົ້າທັກທາຍໃນສຳນຽງແບບລາວ ແຖມຍັງນຸ່ງສິ້ນໄໝ ເບິ່ງແລ້ວງາມຫຼາຍ. ສ່ວນວ່າມື້ໃດທີ່ສາວ ນູ່ນີ່ …
Read More »