Breaking News

Home

ອາຍຸ 94 ແລ້ວຍັງແຂງແຮງຢູ່!

ແມ່ຕູ້ ສຸດແຂງແຮງ ຝຶກກັງຟູ ມາເປັນເວລາ 90 ປີ ມາຮຽນຮູ້ກັບສູດອາຍຸຍືນຍາວ ແລະ ສຸຂະພາບທີ່ແຂງແຮງຂອງແມ່ຕູ້ຄົນຈີນຜູ້ນີ້. ແມ່ຕູ້ທວດຜູ້ນີ້ຊື່ວ່າ: ຈາງ ເຫີສຽນ ອາໄສຢູ່ໃນເຂດໜິງໄຫ່ ມົນທົນເຈີຈຽງ ລາວໄດ້ເປີດເຜີຍວ່າ: ຝຶກສິລິປະກັງຟູຕັ້ງແຕ່ອາຍຸ 4 ປີໂດຍການແນະນໍາຂອງພໍ່ ແລະ ຝຶກມາເລື້ອຍໆຈົນຮອດອາຍຸ 90 ປີ ຈົນທຸກມື້ນີ ລາວໄດ້ກາຍເປັນທີຮູ້ຈັກ ໃນສາຍາວ່າ “ແມ່ຕູ້ທວດກັງຟູ” ຊຶ່ງລາວຍັງໄດ້ບອກອີກວ່າ: ບ້ານທີ່ລາວອາໄສຢູ່ຕັ້ງແຕ່ຍັງນ້ອຍຖືກເອີ້ນວ່າ: “ບ້ານແຫ່ງສິລະປະການຕໍ່ສູ່” ເພາະຄົນໃນບ້ານຮຽນຝຶກວິຊາກັງຟູກັນໝົດທຸກຄົນ ແລະ ລາວກໍໄດ້ຮຽນສິລະປະການຕໍ່ສູ່ຂັ້ນພື້ນຖານແຕ່ຍັງນ້ອຍໆ. ລູກຊາຍລາວບອກວ່າ: ແມ່ຂອງລາວນັ້ນຕື່ນແຕ່ເຊົ້າໆເພື່ອບໍລິຫານຮ່າງກາຍ ແລະ ແລ່ນອ້ອມຮອບບ້ານເປັນປະຈໍາ ແຖມຍັງເປັນຄົນດີນໍາອີກ ມັກຊ່ວຍເຫຼືອຜູ້ອຶ່ນແຖມແມ່ຄູ້ທວດຜູ້ນີ້ຍັງເປັນຄົນທີ່ມີອາລົມດີ, ຄິດບວກຕະຫຼອດເວລາ ຈຶ່ງເຮັດສຸຂະພາບທາງກາຍ ແລະ ຈິດໃຈແມ່ຂອງລາວແຂງແຮງເຖິງວ່າ ອາຍຸຈະຮອດ 94 ປີແລ້ວ.

Read More »

ເມ ວາລິສະລາ ຕັງສຸວັນ ມີຄວາມຮ້ອນແຮງ!

ຂໍຍອມ (ໂຕ ມ ລ້ານໂຕ) ຈະບໍ່ໃຫ້ ຊະນີIndy ຍອມໄດ້ແນວໃດ ເນື່ອງຈາກວ່າສາວ ເມ ວາລິສະລາ ຕັງສຸວັນ ນາງງາມຄົນທຳອິດຂອງລາວເຮົາທີ່ສາມາດຄວ້າລາງວັນຈາກເວທີລະດັບສາກົນ  MISS TOURISM QUEEN OF THE YEAR INTERNATIONAL 2016 ເຊິ່ງສາວເມນາງກໍໄດ້ລາງວັນ “ສາວງາມມິດຕະພາບ” ມາຝາກຄົນລາວເຮົາທຸກຄົນຈົນເປັນກະແສດັງທົ່ວບ້ານທົ່ວເມືອງມາແລ້ວໃນຊ່ວງທ້າຍປີກ່ອນ ແລະ ທີ່ວ່າ ຂໍຍອມ ກໍເພາະວ່າສາວເມໄດ້ມີໂອກາດມາຮ່ວມງານກັບ ວາລະສານ ຂວັນໃຈ ເຮົາ ແລະ ໄດ້ຖ່າຍແບບຂຶ້ນປົກໃນເດືອນ ກຸມພາ 2017 ນີ້ ເຊິ່ງໃນເດືອນນີ້ຈະມາໃນຄອນເຊັບ ວາເລັນທາຍ ແລະ ເປັນສາວໝັ້ນທີ່ລຶກລັບ ໜ້າຄົ້ນຫາ ເບິ່ງຢ່າງໃດກໍຮ້ອນແຮງ ແບບວ່າ Hot ເວີ້ທຸກອົງສາກັນເລີຍ! ບໍ່ເຊື່ອແມ່ນບໍ່? ດັ່ງນັ້ນໝູ່ເພື່ອນລອງມາເບິ່ງຮູບພາບທີ່ສາວເມໄດ້ຖ່າຍເບິ່ງເດີ້ຮັບຮອງຕ້ອງຍອມຮັບວ່າຮ້ອນແຮງອີ່ຫຼີ! ສຸດຍອດເລີຍແມ່ນບໍ່? ແບບວ່າຮ້ອນແຮງອີຫຼີ ຖ້າໝູ່ເພື່ອນທ່ານໃດທີ່ຍາກຕິດຕາມສາວເມໃນ Look …

Read More »

ຮູ້ບໍ່!!! ນີ້ແມ່ນຊູດເຜົ່າໃດຂອງລາວ (ມີຄໍາຕອບ)

ຮູ້ບໍ່!! ນີ້ແມ່ນຊຸດຂອງເຜົ່າໃດ (ມີຄໍາຕອບ) ມາພົບກັນໃນມື້ສຸດທ້າຍຂອງການເຮັດວຽກໃນອາທິດນີ້ (ບາງຄົນເອີ້ນວັນເສົານ້ອຍ) ມາພົບກັບ BeautyGuru ຄົນຜູ້ຮ້າຍໃຫຍ່ຄົນເກົ່າຄົນເດີມ ເຊິ່ງວ່າມື້ນີ້ກໍມາພ້ອມກັບເລຶ່ອງລາວດີໆເຊັ່ນເກົ່າເຊັ່ນເຄີຍ ແລະ ຖ້າສາວໆຄົນໃດຢາກຮູ້ວ່າມື້ນີ້ມີຫັຍງມາຕ້ອນນັ້ນມາຕິດຕາມກັນເລີຍ!! ມື້ນີ້ມາພ້ອມກັບຊຸດສາວລາວທີ່ແປກຕາ ບາງຄົນອາດຈະບໍ່ເຄີຍເຫັນ ຫຼືເຄີຍເຫັນແຕ່ຍັງບໍ່ຮູ້ວ່ານີ້ແມ່ນຊຸດຂອງຊົນເຜົ່າໃດນັ້ນມື້ນີ້ BeautyGuru ມີຄໍາຕອບມາໃຫ້     ຊຸດທີ່ທ່ານເຫັນນັ້ນມັນແມ່ນຊຸດທີ່ເປັນເອກະລັກຂອງຊົນເຜົ່າໄຕເໝີ້ຍນັ້ນເອງ, ເຜົ່າໄຕເໝີ້ຍແມ່ນຊົນເຜົ່າໜຶ່ງທີ່ຂຶ້ນກັບຊົນເຜົ່າລາວໄຕ-ລາວລຸ່ມໜຶ່ງໃນສາມຊົນເຜົ່າໃຫຍ່ຂອງລາວທີ່ປະກອບດ້ວຍ ຊົນເຜົ່າລາວລຸ່ມ, ລາວສູງ ແລະ ລາວເທິງນັ້ນເອງ ເຜົ່າໄຕເໝີ້ຍນີ້ສ່ວນຫຼາຍຈະອາໄສຢູ່ທາງແຂວງບໍລິຄໍາໄຊ ເມຶອງຄໍາເກີດ (ຫຼັກຊາວ) ເປັນຕົ້ນ. ເປັນແນວໃດສາວໆແຕ່ລະຊຸດນັ້ນງາມແມ່ນບໍ່? ຖ້າສາວໆຢາກລອງໃສ່ເບິ່ງກໍບໍ່ຍາກເດີ້ພຽງແຕ່ສາວໆລອງໄປທ່ອງທ່ຽວທາງຫຼັກຊາວ ເມຶອງຄໍາເກີດເບິ່ງຊົນເຜົ່າໄຕເໝີ້ຍເຂົາຈະມີເຮຶອນບູຮານທີ່ເປັນເອກະລັກຂອງຊົນເຜົ່າໃຫ້ຊົມ ແຖມຍັງມີຊຸດເໝີ້ຍງາມໆໃຫ້ສາວໆໄດ້ລອງໃສ່ນໍາອີກ. ວ້າວ! ມັນດີຫຼາຍເລີຍລະມື້ໜ້າ BeautyGuru ກະຊິໄດ້ໄປລອງເບິ່ງຄືກັນລະ! By: BeautyGrru ເຄຼດິດຮູບຈາກ: Kid Studio Lao

Read More »

ຫຼ້ານ້ອຍ ພໍໃຈ ເນັດໄອດໍ້ຝີປາກກ້າ ສາຍຮາ ສາຍແຮງ!

  ເວົ້າເລື່ອງເນັດໄອດໍ້ຂອງລາວເຮົາຄົງຈະບໍ່ມີໃຜບໍ່ຮູ້ຈັກກັບສາວງາມຈາກຖິ່ນໃຕ້ຄົນນີ້ ຫຼ້ານ້ອຍ ພໍໃຈ  ຫຼື ສາຍາຂອງນາງກໍຄື ຫຼ້າ ລູກສາວຜູ່ໄທ  ສາວຄົນນີ້ມີຖິ່ນຖານບ້ານເກີດຢູ່ທີ່ເມືອງ ເຊໂນ ແຂວງ ສະຫວັນນະເຂດ ແຕ່ໃນປັດຈຸບັນໄດ້ຂຶ້ນມາຢູ່ທີ່ ນະຄອນຫຼວງວຽງຈັນ, ເຊິ່ງຖ້າໝູ່ເພື່ອນຄົນໄດທີ່ໄດ້ຕິດຕາມນາງ ຫຼື ເຫັນນາງຜ່ານທາງໂຊຊ່ຽວ ກໍຈະຮູ້ເລີຍວ່ານາງມີເອກະລັກສະເພາະຕົວ ເພາະນາງຈະເຮັດຫຍັງ ເວົ້າຈາຫຍັງ ນາງກໍຈະເປັນຄົນກົງໄປກົງມາ ແບບວ່າດີມາດີຕອບ ແຮງມາກໍແຮງຕອບ ຕາມແບບຂອງນາງ ແລະ ເທົ່າທີ່ທີມງານຂອງເຮົາໄປແອບສ່ອງເບິ່ງ Profile ຂອງນາງມານາງຈະເປັນຄົນເປີດເຜີຍ ເຮັດສັນຍະກຳ ຢູ່ໃສບ່ອນໃດນາງບອກໝົດ ບໍ່ປິດບັງຄືເຊັ່ນຄົນອື່ນໆ ຈົນປັດຈຸບັນນາງມີຍອດຄົນຕິດຕາມສູງເຖິງ ສອງແສນກວ່າຄົນ ແຖມບໍ່ວ່ານາງຈະໂພສຮູບ ຫຼື ອັດຄຣິບຕ່າງໆກໍຈະມີຄົນມາຄອມເມັ້ນກົດໄລ້ກົດແຊຣຈົນສະໜັ່ນຫວັ່ນໄຫວ ເພາະຄຳອະທິບາຍຂອງຮູບພາບແຕ່ລະຮູບນັ້ນບອກເລີຍວ່າ ທັງຮາ ແລະ ແຮງ ບໍ່ເຊື່ອນຳມາເບິ່ງເລີຍ: ເວົ້າແທ້.. ຕອນຮຽນບໍ່ໄດ້ຕັ້ງໃຈຄືຕອນເສືອກເລື່ອງຊາວບ້ານເລີຍວູ..!! ເໜຶອຄວາມມຶນ..ຍັງມີຄວາມໂຄດມຶນ.. ?? ມີຄວາມສົກໝົກ ສົກກະປົກໂສໂຄກສະເຫຼຶອເກີນ.. ຕື່ນນອນແຕ່ເຈັດໂມງຍັງບໍ່ໄດ້ອາບນໍ້າປານນີ້ ຄືດີງາມ..?? ຖ້າມຶງຄືຄົນອື່ນ.. ແລ້ວຄົນອື່ນຊິຮູ້ໄດ້ຈັ່ງໃດ ວ່າໃຜແມ່ນມຶງ..!! …

Read More »

ບໍ່ນໍ້າຮ້ອນເມືອງຮ້ຽມ

ອາກາດໜາວແນວນີ້ ແອດຄິດເຫັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ມີຄວາມອົບອຸ່ນ ແລະ ສະຖານທີ່ນັ້ນກໍຄື ບໍ່ນໍ້າຮ້ອນເມືອງຮ້ຽມ ເຊິ່ງຫຼາຍທ່ານທີ່ຢູ່ໃກ້ ແລະ ໄກກໍອາດຈະເຄີຍໄປມາແລ້ວ ບໍ່ນໍ້າຮ້ອນ​ເມືອງ​ຮ້ຽມ ​ຢູ່ທາງທິດຕາເວັນຕົກຂອງແຂວງ​ຫົວພັນ ​ເຊິ່ງຕັ້ງຢູ່ຫ່າງຈາກເທສະບານ​ເມື​ອງຊໍາເໜືອປະມານ155 ກິໂລແມັດ ແລະມີເສັ້ນທາງເຂົ້າເຖິງສະດວກສະບາຍສິ່ງ​ທີ່​ສໍາຄັນ​ແມ່ນນອນຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າແອດ – ພູເລີຍເຊິ່ງເປັນຂົງເຂດທີ່ອ້ອມຮອບໄປດ້ວຍປ່າໄມ້ສີຂຽວສະອຸ້ມຕະຫຼອດປີພ້ອມທັງມີສັດສາວາສິ່ງຫຼາກຫຼາຍຊະນິດທີ່​ເພິ່ນໄດ້ອະນຸລັກຮັກສາໄວ້ໃຫ້ນັກທ່ອງທ່ຽວໄດ້ຊົມ ບໍ່ນໍ້າຮ້ອນແຫ່ງນີ້ເປັນບໍ່ນໍ້າຮ້ອນທີ່ມີອຸນຫະພູມສູງທີ່ສຸດໃນ ສປປ ລາວ ເຊິ່ງມີຄວາມຮ້ອນເຖິງ 100 ອົງສາ ແລະ ທ່ານໃດທີ່ມາທ່ຽວຊົມກໍສາມາດນໍາເອົາອາຫານບາງຢ່າງໄປຕົ້ມຫຼືລວກຈົນສຸກໄດ້ເຊັ່ນວ່າ: ໄຂ່, ໜໍ່, ຜັກຫຼືແມ່ນແຕ່ໄກ່ເປັນໂຕກໍສາມາດຕົ້ມຈົນສຸກໄດ້. ສຳລັບຄ່າບໍລິການ ຄົນທ່ອງຖິ່ນ 2,000 ກີບ, ນັກທ່ອງທ່ຽວພາຍໃນ 5,000 ກີບ ແລະ ນັກທ່ອງທ່ຽວຕ່າງປະເທດ 10,000 ກີບ ນອກຈາກນີ້ແລ້ວໃນລະດູຮ້ອນກໍຍັງເປັນສະຖານທີ່ສໍາລັບໄປກິນເຂົ້າປ່າຫຼືຫຼິ້ນກິດຈະກໍາຕ່າງໆໄດ້ຢ່າງ​ສະດວກ​ສະບາຍອີກດ້ວຍ ບໍ່ນໍ້າທັງສອງແຫ່ງນີ້ເປີດໃຫ້ບໍລິການຕັ້ງແຕ່ 7:00 – 19:00 ໂມງ. ໃກ້ໆຈະຮອດປີໃໝ່ແລ້ວທ່ານໃດທີ່ວາງແຜນໄວ້ວ່າຈະໄປທ່ຽວທາງພາກເໜືອກໍລອງໄປທ່ຽວສະຖານທີ່ສອງແຫ່ງນີ້ ຮັບຮອງວ່າທ່ານຈະບໍ່ຜິດຫວັງຢ່າງແນ່ນອນ

Read More »