Breaking News

Home

ໂຕ່ໂນ່ ອອກມາໂພສແບບນີ້ກ່ຽວກັບປະເທດລາວ…(ມີຄຣິບ)

  ໂຕ່ໂນ່ ພາຄິນ ນັກຮ້ອງ-ນັກສະແດງ ຊື່ດັງຂອງປະເທດເພື່ອນບ້ານ ໄດ້ມາຫຼິ້ນຄອນເສີດທີ່ ສູນການຄ້າວຽງຈັນເຊັນເຕີ້ ໃນວັນອາທິດ ວັນທີ 19 ກຸມພາ ທີ່ຜ່ານມາ ແລະ ໃນອິນສະຕາແກມສ່ວນຕົວຂອງນັກຮ້ອງໜຸ່ມສຸດເຈົ້າຊູ້ຄົນນີ້ກໍໄດ້ໂພສຮູບກຳລັງຈະຂ້າມທາງແຖວແຄມຂອງພ້ອມຂຽນຄໍາອະທີບາຍກ້ອງຮູບວ່າ: “ລໍຖ້າຫຼິ້ນຄອນເສີດທີ່ວຽງຈັນ…ສິ່ງທີ່ສັງເກດ ແລະ ໜ້າເອົາໄປພັດທະນາປະເທດເຮົາຄື ຖະໜົນຫົນທາງທີ່ນີ້ອາດຈະບໍ່ໃຫ່ຍເທົ່າກັບບ້ານເຮົາ ແຕ່ພື້ນຫົນທາງລຽບຫຼາຍ”. ຈັ່ງໃດ ຊະນີIndy ແລະ ຄົນລາວທຸກຄົນກໍຍິນດີຕ້ອນຮັບເດີ້ ມື້ໜ້າຢ່າລືມມາຢາມກັນອີກແດ່ເດີ້ ອ້າຍ ໂຕ່ໂນ່… #ແຊຣໄປໃຫ້ໂລກຮູ້ວ່າປະເທດລາວເຮົາມີດີ ຂໍຂອບໃຈຮູບພາບຈາກ: mootono29 ຊະນີIndy ມີຄຣິບຕອນທີ່ໜຸ່ມ ໂຕໂນ່ ມາຫຼິ້ນຄອນເສີດມາຝາກນໍາເດີ້ ສາມາດເບິ່ງໄດ້ເລີຍ…      

Read More »

ສາວທະຫານ VS ສາວຕໍາຫຼວດ ໃຜງາມກວ່າກັນ?

ມາແລ້ວ BeautyGuru ຄົນຜູ້ຮ້າຍໃຫຍ່ມາພົບກັບສາວໆຕາມໂມງເກົ່າເວລາເດີມ ມາເພີ່ມຄືເລື່ອງລາວດີໆວ່າຊັ້ນສາ ແລະ ມື້ນີ້ຖ້າສາວຄົນໃດຢາກຮູ້ວ່າ BeautyGuru ມີຫຍັງມາຕ້ອນນັ້ນກໍຢ່າລືມຕິດຕາມກັນເດີ້ ແລະ ສິ່ງທີ່ເອົາມາຕ້ອນມາຝາກສາວໆໃນມື້ນີ້ກໍຄື ບັນດາສາວງາມໆໃນຊຸເຄື່ອງແບບຮົ້ວຂອງຊາດ ຄົງຈະເປັນໃຜໄປບໍ່ໄດ້ນອກຈາກສາວ ທະຫານນັ້ນເອງ ແລະ ຍັງບໍ່ໝົດພຽງແຕ່ສາວທະຫານງາມໆ ມື້ນີ້ຍັງມີມາໃຫ້ສາວໆປຽບທຽບກັນກໍຄືວ່າ ສາວທະຫານ VS ສາວຕໍາຫຼວດໃຜຈະງາມກວ່າກັນ ຖ້າທຽບເລື່ອງອື່ນກໍຄົງຈະທຽບບໍ່ໄດ້ເພາະຕ່າງຝ່າຍຕ່າງມີບົດບາດ ແລະ ໜ້າທີ່ສໍາຄັນ ທັງເກັ່ງອີກ ສະນັ້ນແອດເລີຍໃຫ້ສາວໆສົມທຽບກັນທີ່ຄວາມສາມັນຈຶ່ງສົມເຫດສົມຜົນເນາະສາວໆ ວ່າແລ້ວເຮົາກະໄປເບີ່ງກັນເລີຍວ່າ ລະຫວ່າງສາວທະຫານ VS ສາວຕໍາຫຼວດໃຜຈະງາມກວ່າກັນແທ້ ໄປເລີຍ!!! ສາວທະຫານລາວ ສາວຕໍາຫຼວດລາວ ໃຜງາມກວ່າກັນ ຢ່າລືມໄລ & ແຊຣກັນແນ່ເດີ້ By: BeautyGuru ເຄຼດິດຮູບຈາກ: ຂ້ອຍຮັກປະເທດລາວ ຂ້ອຍຮັກເມືອງລາວ

Read More »

ເຊີນທ່ຽວໜອງຂຽວ ສະຖານທີ່ທ່ອງທ່ຽວທຳຊາດ

ມື້ນີ້ ທີມງານ ຂວັນໃຈ ຈະມາແນະນໍາໃຫ້ທຸກທ່ານ ໄດ້ຮູ້ຈັກກັບ ສະຖານທີ່ທ່ອງທ່ຽວແຫ່ງໜຶ່ງ ທີ່ຢູ່ແຂວງ ຫຼວງພຣະບາງ ນັ້ນກໍຄື: ໜອງຂຽວ ເຊິ່ງເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ ຕັ້ງຢູ່ແຄມແມ່ນໍ້າອູ ຂຶ້ນກັບເມືອງງອຍ ແລະ ຖືກອ້ອມຮອບດ້ວຍພູຜາຫີນປູນອັນງົດງາມ ແລະ ສູງຊັນ ບວກກັບປ່າໄມ້ຂຽວອຸ່ມທຸ່ມ ຈົນກາຍເປັນທິວທັດທໍາມະຊາດທີ່ງົດງາມ ແລະຈະກາຍເປັນມົນສະເໜອີກອັນແຫ່ງໜຶ່ງທີ່ສາມາດດຶງດູດໃຈໃຫ້ນັກທ່ອງທ່ຽວໄດ້ ໄປຢ້ຽມຢາມທ່ຽວຊົມ ບໍລິເວນໜອງຂຽວຍັງມີຂົວເກົ່າ ຂ້າມນໍ້າອູ ທີ່ຖືກສ້າງຂຶ້ນໃນປີ ຄສ 1973, ຮ້ານອາຫານ ແລະ ເຮືອນພັກຈໍານວນໜຶ່ງ ເຊິ່ງມີໄຟຟ້າ ແລະ ນໍ້າເຂົ້າເຖິງຢູ່ບາງບ່ອນເຖິງແມ່ນວ່າໜອງຂຽວຈະໄດ້ຮັບການພັດທະນາໃຫ້ມີຄວາມສະດວກສະບາຍ ແຕ່ກໍຍັງຮັກສາຄວາມເປັນທໍາມະຊາດແບບດັ້ງເດີມໄວ້ ແລະ ມີຄວາມງຽບສະຫງົບເໝາະສົມແກ່ການພັກຜ່ອນຢ່ອນໃຈທີ່ສຸດ ແລະເຊື່ອແນ່ນອນວ່າສະຖານທີ່ດັ່ງກ່າວນີ້ຈະກາຍເປັນແຫຼ່ງທ່ອງທ່ຽວທີ່ສໍາຄັນຂອງຊາວລາວ ທາງພາກເໜືອຢ່າງແນ່ນອນ   ເອົາລະທ່ານຜູ້ອ່ານທີ່ຮັກແພງ ເມື່ອໄດ້ຮູ້ແນວນີ້ແລ້ວຫຼາຍທ່ານຄົງຈະຄິດຢູ່ໃນໃຈວ່າ: ໜອງຂຽວ – ເມືອງງອຍນີ້ຕັ້ງຢູ່ໃສ ? ເພາະເນື່ອງຈາກວ່າ: ໜອງຂຽວ – ເມືອງງອຍ ເປັນເມືອງນ້ອຍໆ 2 …

Read More »

ຕຸກກະຕາຂ້າມເພດ ໂຕທຳອິດຂອງໂລກ

ງານເປີດໂຕກະຕູນເພດຍິງຂ້າມເພດໂຕທໍາອິດຂອງໂລກ ໃນງານເທສະການຂອງຫຼິ້ນນິວຢອກ ທີ່ຈໍາລອງແບບມາຈາກ “ນາງສາວແຈັດ ເຈນນິ່ງ” ນັກກິດຈະກໍາຄົນດັງອາຍຸ 16 ປີ ຜູ້ລົນນະລົງເລື່ອງຄວາມຫຼາກຫຼາຍທາງເພດ ຫຼື LGBTQ ຊຶ່ງເປັນໄວໜຸ່ມຄົນທໍາອິດ ທີ່ໄດ້ຮັບເອກະສານຮັບຮອງຖານະ “ບຸກຄົນຂ້າມເພດ” ຢ່າງເປັນທາງການ. ຊຶ່ງລາວຍັງກ່າວອີກວ່າ: ໂຕກະຕູນໂຕນີ້ເປັນການບອກເລົ່າເລື່ອງດີໆຂອງການເປັນຄົນຂ້າມເພດ ແລະ ລາວເອງເປັນຄົນມັກຫຼິ້ນກະຕູນມາແຕ່ຕອນຍັງນ້ອຍແລ້ວ ເພາະມັນເປັນວິທີທີ່ດີໃນການບອກໃຫ້ພໍ່ແມ່ຮູ້ວ່າລາວເປັນຜູ້ຍິງ ເປັນການສະແດງຕົວຕົນທີ່ສະທ້ອນອອກມາ ຊຶ່ງມັນສໍາຄັນຕໍ່ການປ່ຽນແປງທາງຊີວິດ. ຊຶ່ງກະຕູນຂ້າມເພດຈະວາງຂາຍໃນຕົ້ນເດືອນ ມິຖຸນາ ໂດຍຂາຍທາງອອນໄລ໌ ແລະ ຮ້າຍຄ້າບາງຮ້ານເທົ່ານັ້ນ ໃນລາຄາ 90 ໂດລາ-100 ໂດລາ.

Read More »

ຈ່ອນນີ້ ໜຸ່ມໂສດທີ່ໄປລາຍການ “Take me out Thailand” ໄດ້ຄູ່ແລ້ວ…(ມີຄຣິີບ)

ຮິ້ວໆໆໆ ຊະນີIndy ມີຄວາມຟິນເວີ້ ເພາະວ່າໜຸ່ມໂສດຈາກລາວເຮົາ ຈ່ອນນີ້ ສິຣິວັນ ໄຊຍະສານ ທີ່ໄປລາຍການເລືອກຄູ່ຊື່ດັງ  “Take me out Thailand” ທ້າວໄດ້ຄູ່ເດດເປັນທີ່ຮຽບຮ້ອຍແລ້ວເດີ້ ສາວຄົນນີ້ເປັນສາວໂສດຈາກປະເທດເພື່ອນບ້ານທີ່ມີຊື່ວ່າ ປະນັດດາ ຫຼື ນະດາ, ໂອ່ຍ…ເບິ່ງແລ້ວມີຄວາມອິດສາຄູ່ນີ້ ເພາະທັງສອງມີຄວາມຫວານເວີ້ ໂພສຮູບຄູ່ໃນເຟັກບຸກແບບລົວໆ ແຖມແຟນໆຂອງທັງສອງກໍມີໄປຕາມກົດໄລ້ກົດແຊຣຈົນເປັນກະແສຮືຮາທີ່ສຸດໃນຕອນນີ້ ຈະມີຄວາມຫວານເວີ້ພຽງໄດມາເບິ່ງໄດ້ເລີຍ… ມີຄຣິບມາຝາກໝູ່ເພື່ອນທຸກຄົນນຳເດີ້ ສາມາດເບິ່ງຄຣິບ ໜຸ່ມຈ່ອນນີ້ ແລະ ສາວນະດາ ໄດ້ເລີຍ…         ຂໍຂອບໃຈຮູບພາບຈາກ:​ Johnny Xayyasan   ແລະ  Punnada Nada ຄຣິບຈາກ: Take Me Out Thailand

Read More »