Breaking News

Home

ວັນແຫ່ງຄວາມຮັກໄປທ່ຽວໃສດີ? ຖ້າຄິດບໍ່ອອກໄປທ່ຽວນີ້ເລີຍ…

ໃນວັນແຫ່ງຄວາມຮັກແບບນີ້ ແລະ ໃນໄລຍະລະດູໜາວແບບນີ້ ທາງທີມງານ ຂວັນໃຈ ຈະຂໍແນະນໍາສະຖານທີ່ທ່ອງທ່ຽວໃຫ້ທ່ານຜູ້ອ່ານທີ່ໜ້າຮັກໄດ້ໄປທ່ຽວຊົມ ຫຼື ໄປພັກຜ່ອນແບບຄອບຄົວ ແລະ ສະຖານທີ່ທີ່ເຮົາຈະມາແນະນໍາໃຫ້ທຸກທ່ານກໍຄື ສວນ “ສະຕໍເບີຣີ່” ພູຄູນ ນັ້ນເອງ ເມື່ອເອີ່ຍເຖິງສວນ “ສະຕໍເບີຣີ່” ພູຄູນແລ້ວ ຫຼາຍໆທ່ານກໍຄົງຈະເຄີຍໄດ້ຍິນ ຫຼື ບາງທ່ານກໍອາດໄດ້ໄປທ່ຽວຊົມມາແລ້ວສາມແຍກພູຄູນ ຫຼື ເມືອງພູຄູນ ເປັນເມືອງໜຶ່ງທີ່ເປັນທາງສາມແຍກໄປວຽງຈັນ – ຫຼວງບາງ – ຊຽງຂວາງ ແລະ ເປັນເມືອງທີ່ມີສາມລະດູ ໃນມື້ໜຶ່ງໆຈະມີທັງລະດູຝົນ, ລະໜາວ ແລະ ລະດູຮ້ອນ ຈົນຫຼາຍຄົນທີ່ມາທ່ຽວຊົມໃນສະຖານທີ່ແຫ່ງນີ້ບໍ່ສາມາດປັບຕົວໄດ້ທັນເລີຍ ສວນພູຄູນ ”ສະຕໍເບີຣີ່” ຕັ້ງຢູ່ບ້ານ ສາມແຍກພູຄູນ ທາງເຂົ້າຕິດກັບປໍ້ານໍ້າມັນພູຄູນ ຫ່າງຈາກເສັ້ນທາງ 13 ເໝືອ ພຽງ 300 m ເຊິ່ງຫ່າງຈາກນະຄອນຫຼວງວຽງຈັນ 250 km, ຈາກຫຼວງພະບາງ 135 …

Read More »

ເມນູ ສຸດພິເສດຕ້ອງຮັບວັນແຫ່ງຄວາມຮັກ

ເມນູ ສຸດພິເສດຕ້ອງຮັບວັນແຫ່ງຄວາມຮັກ ມາຮູ້ຈັກກັບເມນູສຸດພິເສດ ແລະ ສຸດແປກຕ້ອນຮັບ “Valentine’s day” ບາແຫ່ງໜຶ່ງໃນໃຈກາງເມືອງໂຕກຽວ ຈັດກິດຈະກໍາແບບພິເສດໆ ສະຫຼອງວັນແຫ່ງຄວາມຮັກດ້ວຍເມນູຂອງຫວານ ຄີມເຄັກ ແລະ cocktail ທີ່ເສີບມາພ້ອມກັບແມງໄມ້ ໂດຍຜູ້ຈັດກິດຈະກໍາບອກວ່າ: ເມນູດັ່ງກ່າວດຶງດູດລູກຄ້າເຂົ້າຮ້ານໄດ້ເກືອບຮ້ອຍຄົນ ແລະ ລູກຄ້າຍັງບອກອີກວ່າ: ກິດຈະກໍານີ້ຊ່ວຍໃຫ້ຜູ້ທີ່ຍ້ານແມງໄມ້ ບໍ່ຍ້ານອີກຕໍ່ໄປ.   ສ່ວນເມນູທີ່ໄດ້ຮັບຄວາມນິຍົມຄື: Cocktail Cranberry ທີ່ປະສົມແມງດາ ແລະ ເພີ່ມລົດຊາດຄ້າຍຄືກັບ ຄາຣາເມວດ້ວຍດ້ວງກັບ Walnuts ຊຶ່ງມີລາຄາ 800-1.000 ເຍນ ຫຼື ປະມານ 75.000 ກີບຕໍ່ແກ້ວ .

Read More »

ບ໋ອບ ຟີແມນ ປ່ອຍຄຣິບສຸດຮາຕ້ອນຮັບວັນ “ວາເລັນທາຍ”

  ຕ້ອນຮັບວັນທີ 14 ກຸມພາ 2017  ວັນແຫ່ງຄວາມຮັກ (Valentine’s Day) ບ໋ອບ ຟີແມນ ໄດ້ປ່ອຍຄຣິບສຸດຮາເຖິງ 2 ຄຣິບ ແຕ່ລະຄຣິບໄດ້ສ້າງຄວາມຮືຮາໃຫ້ແຟນໆຈົນເຮັດໃຫ້ມີຍອດໄລ້ ຍອດແຊຣກັນຢ່າງຫຼວງຫຼາຍ ຈະຮາຊໍ່າໃດມາເບິ່ງກັນເລີຍ: Happy ວາເລັນທາຍ #ສາຍສຽບ #ສາຍhurt #ສາຍເຫງົາ #ສາຍໂສດ   Happy ວາເລນທາຍ #ສາຍສຽບ #ສາຍhurt #ສາຍເຫງົາ #ສາຍໂສດ โพสต์โดย Bob Freeman บน 13 กุมภาพันธ์ 2017   Catty doggy ວາເລັນທາຍນີ້ .. ເເຫງຫີ້ #ສຸກສັນວັນເເຫ່ງຄວາມຮັກ #ເບິ່ງຄັກໆ #ເເມ່ນວັນເສຍໂຕ   Catty doggy ວາເລັນທາຍນີ້ .. …

Read More »

ໃສ່ຊຸດຫຍັງດີມື້ນີ້…

Happy Valentine’s day ສາວຂວັນໃຈທັງຫຼາຍ ມື້ນີ້ເປັນມື້ແຫ່ງຄວາມຮັກ ເປັນມື້ທີ່ຄົນມີຄູ່ ມີແຟນທັງຫຼາຍບອກຮັກກັນ ແຕ່ບັນດາສາວໂສດທັງຫຼາຍເຖິງຈະບໍ່ມີແຟນແຕ່ເຮົາກໍສາມາດບອກຮັກໝູ່, ຮັກອ້າຍ, ເອຶ້ອຍ, ນ້ອງ, ພໍ່ແມ່, ບອກຮັກຕົວເອງເປັນສິ່ງທີ່ດີ, ແຕ່ມື້ນີ້ເນຶ່ອງຈາກເປັນມື້ແຫ່ງຄວາມຮັກ BeautyGuru ກໍເລີຍຢາກມາເອົາໃຈຄົນມີຄູ່ໜ້ອຍໜຶ່ງດ້ວຍການນໍາເອົາ…ເສຶ້ອຄູ່ງາມໆມາຕ້ອນບັນດາຄູ່ຮັກ ຫຼື ຄອບຄົວທັງຫຼາຍໃນມື້ແຫ່ງຄວາມຮັກນີ້. ຖ້າໃຜຍັງບໍ່ມີເສຶ້ອຄູ່ງາມໆແບບນີ້ໄປນຸ່ງມື້ແລງນີ້ກໍສາມາດເບິ່ງແບບແລ້ວຈູງມືຄູ່ ຫຼືຈະຊື້ມາເຊີໄພຼ້ແຟນກໍເຊຶ່ອວ່າຈະເຮັດໃຫ້ຄວາມຮັກຫວານຊື່ນຊື້ນຕຶ່ມແນ່ນອນລະຈ້າ ໄປເບິ່ງພ້ອມກັນເລີຍ   By: BeautyGuru ເຄຼດິດຮູບຈາກ: Google.com

Read More »

Valetine’day ແຊຣໄປໃຫ້ແຟນຮູ້ ວ່າຢາກໄດ້ຫຍັງເປັນຂອງຂວັນ

“Valentiane’day” ສາວໆຄົງຈື່ກັນໄດ້ດີສໍາລັບວັນແຫ່ງຄວາມຮັກນີ້ ແລະ ວັນນັ້ນກໍຄືມື້ອື່ນນັ້ນເອງ (ວ້າວ!!ເວລາຊ່າງໄວເຫຼຶອເກີນ) ເປັນວັນທີ່ວ່າກັນວ່າ: ຄູ່ຮັກທັງຫຼາຍສະແດງຄວາມຮັກຕໍ່ກັນ (ແຕ່ຄວາມຮັກສະແດງໄດ້ທຸກວັນຍິ່ງເປັນການດີ) ແຕ່ຄວາມຈິງແລ້ວ ການສະແດງຄວາມຮັກໃນມື້ນີ້ບໍ່ສະເພາະແຕ່ຄູ່ຮັກ ແຕ່ທຸກຄົນສາມາດສະແດງຄວາມຮັກກັບຄົນທີ່ຮັກໄດ້, ພວກເຮົາເຫຼົ່າສາວໂສດບໍ່ມີຄູ່, ບໍ່ມີແຟນກໍສາມາດສະແດງຄວາມຮັກນັ້ນໄດ້ເຊັ່ນກັນ ບໍ່ວ່າຈະສະແດງກັບຄອບຄົວ, ພໍ່ແມ່, ອ້າຍເອຶ້ອຍນ້ອງກໍຍິ່ງເປັນການດີ ແລະ ເນຶ່ອງໃນໂອກາດວັນແຫ່ງຄວາມຮັກນີ້ສໍາລັບສາວໆແລ້ວປາສະຈາກບໍ່ໄດ້ແມ່ນບໍ່ກັບຄໍາວ່າ “ຂອງຂວັນ” ເຖິງຈະບໍ່ເຄີຍໄດ້ແຕ່ກໍຍັງຝັນຢາກໄດ້ຢູ່ຫັ່ນລະຄິດໄວ້ວ່າອາດຈະມີຄົນມາເຊີໄພຼ້ກະຄິດກັນໄປ ແລະ ມື້ນີ້ BeautyGuru ກໍໄດ້ນໍາເອົາຂອງຂວັນສຸດພິເສດມາຕ້ອນສາວໆທີ່ອາດຈະບໍ່ມີໃຜໃຫ້ກັນໍາ ຫຼື ສາວໆຄົນໃດທີ່ມີແຟນກໍແຊຣໄປເລີຍໃຫ້ແຟນຮູ້ວ່າຢາກໄດ້ຫຍັງ? ເປັນຂອງຂວັນ ອາດຈະເປັຍນດອກໄມ້ຊໍ່ໃຫຍ່, ດອກໄມ້ຈັກດອກ, ຊໍ່ຊອ໋ອກໂກແລັດ, ຕຸກກະຕາໝີ ກໍວ່າກັນໄປເນາະ. ເຮົາລອງໄປເບິ່ງຂອງຂວັນ ແລະ ກໍຄິດເອົາໄວ້ເລີຍວ່າມື້ອື່ນນີ້ເຮົາຈະໄດ້ຫຍັງ?? By: BeautyGuru

Read More »