Breaking News

Home

ແຟນຄລັບກຣີດໆໆໆ! ລວມຕົວຊຸບເປີສະຕາດັງຂອງປະເທດເພື່ອນບ້ານ ທີ່ປະເທດລາວ!!!

ກຣີດໆໆໆ! ໃນວັນທີ 8/8/2018 ທີ່ຜ່ານມາ ເອີ້ນໄດ້ວ່າເປັນການລວມຕົວຂອງເຫຼົ່າຊຸບເປີສະຕາດັງຂອງປະເທດເພື່ອນບ້ານທີ່ເດີນທາງມາ ປະເທດລາວ ເລີຍກໍ່ວ່າໄດ້ ເພາະມີການເດີນທາງມາຂອງນັກສະແດງຊື່ດັງຫຼາຍທ່ານເຊັ່ນ: ເບີດ ທົງໄຊ ເມັກອິນໄຕ໋, ຢ່າຢ່າ ຫຍິງ, ແກ້ມ ວິສະຢານີ, ປາງ ກັນນະຣັນ, ອາ ເດິສະຕຣາ ແລະ ນິ້ງ ໂສພິຕາ Miss Universe Thailand 2018. ສຳລັບການມາຂອງພວກເຂົາໃນເທື່ອນີ້ແມ່ນໄດ້ມາທີ່ ນະຄອນປາກເຊ ແຂວງ ຈຳປະສັກ ປະເທດລາວ ເພື່ອເຮັດການສະແດງລະຄອນເພງນັ້ນເອງ. (ຢ່າງໃດກໍ່ຂໍຕ້ອນຮັບນັກສະແດງທຸກໆທ່ານເຂົ້າສູ່ປະເທດລາວ) ຮູບພາບ: IG/ningsophidaa, gamwichayanee, ladiiprang,realyingrhatha

Read More »

ລວມພາບ ໝໍ ແນ່ງ ໃນການລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພ (#ແມ່ຍິງລາວຄົນເກັ່ງ2018)

ເຊື່ອວ່າແຟນໆຄົງຈະໄດ້ຮູ້ກັນແດ່ແລ້ວ ກ່ຽວກັບຊື່ສຽງຮຽງນາມຂອງ ດຣ. ຈັນດາລີ ສິດພະໄຊ ຫຼື ທີ່ຮູ້ກັນໃນນາມ ໜໍ ແນ່ງ ເຊິ່ງບໍ່ພຽງແຕ່ໃນປະເທດລາວເຮົາທີ່ໃຫ້ຄວາມສົນໃຈກ່ຽວກັບ ໝໍ ແນ່ງ ຄົນນີ້ ເພາະຍັງມີສື່ມວນຊົນຕ່າງຊາດໃຫ້ຄວາມສົນໃຈ ແລະ ໃນເທີງໂລກອອນລາຍກໍ່ມີການ ກົດໄລ້ ກົດແຊຣຮູບພາບ ແລະ ມີການກ່າວເຖິງໝໍສາວຄົນນີ້ກັນຢ່າງຫຼວງຫຼາຍ. ໃນມື້ນີ້ ຂວັນໃຈ ເຮົາຈຶ່ງບໍ່ພາດທີ່ຈະລວບລວມເອົາຮູບພາບໃນຂະນະປະຕິບັດໜ້າທີ່ ລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພທາງພາກໃຕ້ຂອງ ໝໍ ແນ່ງ ມາຝາກ… ສຳລັບ ໝໍ ແນ່ງ ຈັນດາລີ ເປັນເນັດໄອດໍ້ລາວອີກໜຶ່ງຄົນ ເປັນແມ່ຍິງທີ່ມີຄວາມສາມາດຮອບດ້ານ ສາມາດເວົ້າໄດ້ຫຼາຍພາສາເຊັ່ນ: ອັງກິດ, ຈີນ, ໄທ ປັດຈຸບັນແມ່ນກຳລັງສຶກສາຕໍ່ຢູ່ທີ່ ປະເທດ ອັງກິດ ແລະ ສຳລັບວຽກງານໃນວົງການບັນເທີງ ໝໍ ແນ່ງ ເປັນເຈົ້າຂອງມົງກຸດ ມິສລັກ ປີ2004 ແລະ ມີຜົນງານທາງດ້ານວົງການບັນເທີງເຊັ່ນການສະແດງຮູບເງົາຫຼາຍເລື່ອງ ມີຜົນຖ່າຍແບບໃຫ້ວາລະສານດັງຫຼາຍສະບັບ …

Read More »

ເຄັດບໍ່ລັບຈາກ ນັກລ່າທຶນການສຶກສາ ມາບອກແບບໝົດເປືອກ ໃຜທີ່ຄິດຈະຊິງທຶນແຊຣໄວ້ເບິ່ງເລີຍ!!!

ເຊື່ອວ່າຄວາມຝັນອັນສູງສຸດຂອງໝູ່ເພື່ອນຫຼາຍໆຄົນກໍ່ຄືການ ເສັງເອົາທຶນໄປຮຽນຕໍ່ ແລະ ແນ່ນອນວ່າການສອບເສັງເອົາທຶນກໍ່ບໍ່ແມ່ນເລື່ອງງ່າຍ, ບາງຄົນມີໂອກາດໄດ້ໄປເສັງເອົາທຶນ ເພື່ອໄປຮຽນຕໍ່ໃນຂະແໜງຕ່າງໆໃນວິຊາທີ່ຕົນເອງມັກ ແຕ່ກໍ່ຍັງມີຫຼາຍຄົນທີ່ຍັງຢູ່ໃນຊ່ວງທີ່ຍັງກ້າແດ່ບໍ່ກ້າແດ່ ມີຄວາມກັງວົນໃນຫຼາຍໆເລື່ອງ ເພາະແນ່ນອນຢູ່ແລ້ວວ່າຂູ່ແຂ່ງທີ່ໄປເສັງເອົາທຶນກໍ່ລ້ວນແຕ່ມີຄົນເກັ່ງ ພ້ອມກັບຄວາມສາມາດ. ແຕ່ບໍ່ຕ້ອງຄິດຫຼາຍ ແລະ ຕໍ່າຕ້ອຍນ້ອຍໃຈ, ໃນມື້ນີ້ ຂວັນໃຈ ເຮົາໄດ້ໄປຊອກຫາເຄັດລັບ ທີ່ ຈະບໍ່ລັບອີກຕໍ່ໄປ ເພາະມີການເປີດເຜີຍ ຈາກຜູ້ໃຊ້ເຟສບຸກລາຍໜຶ່ງເຊິ່ງເປັນນັກລ່າທຶນການສຶກສາຕົວຈິງສຽງຈິງ ໄດ້ມາເປີດເຜີຍແບບໝົດເປືອກ ເຖິງວິທີພິຊິດທຶນດັ່ງຕໍ່ໄປນີ້: ກ່ອນການສຳພາດ – ສຶກສາຂໍ້ມູນກ່ຽວກັບວິຊາທີ່ຕົນເອງຢາກໄປຮຽນ ແລະ ບ່ອນທີ່ຈະໄປ – ຂຽນຄຳຕອບໄວ້ ແລະ ຝຶກຊ້ອມຫລາຍໆຄັ້ງ – ຄຳຖາມທີ່ໜີບໍ່ພົ້ນ: ແນະນຳຕົນເອງ, ເປັນຫຍັງຈິ່ງຢາກໄປຮຽນວິຊານັ້ນໆ, ເປັນຫຍັງຈິ່ງຢາກໄປຮຽນຢູ່ປະເທດນັ້ນໆ, ກັບມາຊິນຳໃຊ້ປະໂຫຍດຫຍັງ (ຊິນຳໃຊ້ເຂົ້າໃນການພັດທະນາ ໜ່ວຍງານ ຫລື ປະເທດຊາດແນວໃດ), ເປົ້າໝາຍສູງສຸດໃນຊີວິດແມ່ນຫຍັງ, ເຫັນໂຕເອງໃນອີກ 5-10 ປີ ເປັນແນວໃດ… – ອ່ານໃບສະໝັກຂອງຕົນເອງຄືນລະອຽດ ແລະ ກຽມຄຳອະທິບາຍ …

Read More »

ເກີດແລ້ວ! ພະຍານຮັກ ເຈ້ຍ-ໄຊ “ນ້ອງ ເວຫາ” (ຂໍສະແດງຄວາມຍິນດີກັບພໍ່ແມ່ມືໃໝ່)

ຫຼັງຈາກທີ່ຄົບຫາເບິ່ງໃຈກັນມາເປັນເວລາຫຼາຍປີ ສຳລັບ ເຈ້ຍ ປາຊີຟິກ ແລະ ໄຊ ທະວີໄຊ ຫຼ້າສຸດ ກໍ່ມີພະຍານຮັກໂຕນ້ອຍໆອອກມາແລ້ວໃນວັນທີ 8 ສິງຫາ 2018 ເປັນລູກຊາຍ ນາມວ່າ “ເວຫາ” ນໍ້າໜັກແລກເກີດ 3.33 kg ແລະ ແມ່ກໍ່ແຂງແຮງດີ. ເຊິ່ງ ເຈ້ຍ ປາຊີຟິກ ກໍ່ຍັງໄດ້ໂພສຂ່າວດີໃຫ້ແຟນໆ ແລະ ໝູ່ເພື່ອນໃນວົງການໄດ້ຮູ້ວ່າ: “ທ້າວ ເວຫາ ເກີດແລ້ວ 8:13ໂມງ 08/08/18 ຂອບໃຈທຸກຄົນທີ່ໃຫ້ກໍາລັງໃຈ ຄວາມສຸກໃຈມື້ນີ້ ບໍ່ມີຄໍາໃດມາອະທິບາຍ ຮູ້ແຕ່ວ່າ ຄັກ ນະ ?”  ຢ່າງໃດ ຂວັນໃຈ ແລະ ແຟນໆ ກໍ່ຂໍສະແດງຄວາມຍິນດີກັບພໍ່ແມ່ມືໃໝ່ ອ້າຍ ເຈ້ຍ ແລະ ເອື້ອຍ ໄຊ ຂໍໃຫ້ມີສຸຂະພາບແຂງແຮງໄວໆທັງແມ່ທັງລູກ. (ນ້ອງ ເວຫາ …

Read More »

ແຈກແທ້ ແຈກຈິງ! ພິທີຈັບລາງວັນຜູ້ໂຊກດີ “ເລ ຈັດໃຫຍ່ໃຫ້ໂຊກ”

ບໍລິສັດ ເປັບໂຄລ່າ (ໄທ) ເທຼດດິ້ງ ຈຳກັດ ຮ່ວມກັບບໍລິສັດ ຊີໄອ ການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ໄດ້ຈັດພິທີຈັບລາງວັນຜູ້ໂຊກດີ ຈາກການສົ່ງຄູປອງລຸ້ນໂຊກກັບໂຄງການ ເລ ຈັດໃຫຍ່ໃຫ້ໂຊກປະຈຳປີ 2018. ໃນວັນທີ 3 ສິງຫາ 2018 ຢູ່ທີ່ ຫ້ອງການບໍລິສັດ ຊີໄອ ການຄ້າຂາອອກ-ຂາເຂົ້າ. ລາງວັນທີ 1 ປີ້ຍົນພ້ອມທີ່ພັກ 5 ດາວ ເກາະສະໝຸຍ 3 ມື້ 2 ຄືນ ຈຳນວນ 1 ລາງວັນ 4 ບ່ອນນັ່ງ (ພ້ອມເງິນແຮຖົງ 10.000 ບາດ). ຜູ້ໂຊກດີໄດ້ແກ່ ທ່ານ ນາງ ຝົນ ຢູ່ທີ່ນະຄອນປາກເຊ ເບີໂທ: 030 98297XX ລາງວັນທີ 2  …

Read More »