Breaking News

Home

ຈະພາໄປເບິ່ງ… ຄົນທີ່ດີທັງໜ້າຕາ ແລະ ຈິດໃຈປະຈໍາໜ່ວຍກູ້ໄພນີ້ (ແຕ່ວ່າ… ບ່າວຫຼໍ່ ຫຼືສາວຫຼໍ່ ຊ່ວຍບອກແອດແດ່! ແຍກບໍ່ອອກ)

ມື້ນີ້ ຈະພາໄປສ່ອງຄົນຫຼໍ່ປະຈໍາໜ່ວຍກູ້ໄພ ມູນນິທິຊ່ວຍເຫຼືອຄົນທຸກຍາກປະຈໍາ ສປປ ລາວ ທີ່ Degree ຄວາມຫຼໍ່ ຄວາມເຈົ້າຊູ້ ມາເຕັມ ແຕ່ແອດກໍຍັງແຍກບໍ່ໄດ້ວ່າເປັນບ່າວຫຼໍ່ ຫຼືສາວຫຼໍ່ກັນແທ້ ແຕ່ຈາກເຊັ້ນທີ່ແອດມີ ແລະ ໄປສືບມາຈາກ Facebook ທີ່ມີຊື່ວ່າ Azaa Pmj ແອດເຊື່ອວ່າສຸດຫຼໍ່ຄົນນີ້ບໍ່ທໍາມະດາອີ່ຫຼີ ເພາະວັດແທກຈາກລະດັບຄວາມຫຼໍ່ຂອງໜ້າຕາ ແລະ ຈິດໃຈແລ້ວ ເຊື່ອວ່າທຸກຄົນຕ້ອງກົດ Like ແບບລົວໆໃຫ້ຄືກັນກັບແອດ ທີ່ບໍ່ແມ່ນແຕ່ດ້ວຍຄວາມທີ່ໜ້າຕາດີຢ່າງດຽວ ແຕ່ແອດຢາກຈະຊື່ນຊົມ ຍົກຍ້ອງໄປເຖິງຈິດໃຈອັນດີງາມທີ່ເປັນເສຍສະຫຼະຄວາມສຸກສ່ວຕົວ ເພື່ອເຂົ້າມາເປັນສ່ວນໜຶ່ງເຂົ້າໃນການຊ່ວຍເຫຼືອສັງຄົມນັ້ນເອງ! ຕົບມືລົວໆໆໆໃຫ້ເລີຍ!!! ແຕ່ວ່າຢ່າເສຍເວລາມາຟັງແອດຈົ່ມຫຼາຍໄປເບິ່ງກັນເລີຍວ່າ ແອດເວີ່ໄປເອງ ຫຼືແນວໃດກັນແທ້. ເດັ່ນກວ່າໃຜ ມັກແຮງ ພ້ອມດ້ວນທີມ ຫຼໍ່ໆໆໆໆໆໆ ດູດີ ໜ້າຮັກ ເທ່ໆ ແບບໜ້າໆໆໆໆຮັກກ ມີແຕ່ສາວຢາກຖ່າຍຮູບນໍາ ນີ້ກະສາວ ຄົນມີສະເໜ່ເຮັດແນວໃດໄດ້ເນາະ By: BeautyGuru ຂໍຂອບໃຈຮູບຈາກ: Facebook Azaa …

Read More »

ແອັບເປີ້ນ-ຟຸກ ບໍ່ພາດທີ່ຈະໄປຮ່ວມໃຫ້ກຳລັງໃຈຮູບເງົາລາວທີ່ໄປເປີດໂຕຮອບສື່ມວນຊົນທີ່ປະເທດໄທ!!!

ອ໊າຍໆໆໆ ໜ້າຮັກໄປອີກສຳລັບວ່າທີ່ຄູ່ເຈົ້າສາວ-ເຈົ້າບ່າວ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຸກ ຈິຣະ ຄູ່ຮັກສິລະປິນ ສາວລາວ-ບ່າວໄທ ທີ່ໄປຮ່ວມໃນງານເປີດໂຕຮູບເງົາ “ຫົງຫາມເຕົ່າ ຂ້ອຍຕວົະເຈົ້າ ເຮົາຮັກກັນ” ທີ່ບິນລັດຟ້າໂກອີນເຕີໄປສາຍຮອດປະເທດເພື່ອນບ້ານ, ແຖມຍັງຖ່າຍຮູບຮ່ວມກັບສິລະປິນລາວເຊັ່ນ: ອ້າຍ ສັກ ວົງເຊວ ສິລະປິນ-ນັກແຕ່ງເພງຊື່ດັງ, ອ້າຍ ເຈ້ຍ ປາຊີຟິກ ຜູ້ກຳກັບ-ນັກສະແດງນຳຮູບເງົາຫົງຫາມເຕົ່າ ແລະ ໜຸ່ມ ອະເລັກ LOG ຢ່າງເປັນກັນເອງ ແລະ ຍັງໂພສໃຫ້ກຳລັງໃຈສິລະປິນລາວນຳກັນອີກດ້ວຍ. เย้ๆ มาให้กำลังใจ ดนทอได กายังคือเก่า อยากให้ปะสบความสำเลดทุกคน ❤️❤️❤️❤️ หงหามเต่า คนลาวคนอุดรคนอยู่ใสกาไปเบิ่งกันเดี้ #ลักรูปมาจากอ้ายสัก 5555 แทงยู โพสต์โดย Appleple Sihalath บน 21 มิถุนายน 2017 ຂໍຂອບໃຈຮູບພາບ.

Read More »

ບໍລິສັດ ປັນຍາທິບແອັດເວີທາຍຊິງ ຈັບມືກັບ ແພຼນບີ ມີເດຍ ຮ່ວມລົງທຶນເພື່ອພັດທະນາເປັນອັນດັບ 1 ໃນຕະຫຼາດສື່ໂຄສະນາ.

ປັນຍາທິບແອັດເວີທາຍຊິງ ຈັບມືກັບແພຼນບີ ມີເດຍ ຮ່ວມລົງທຶນເພື່ອການພັດທະນາເປັນອັນດັບ 1 ໃນຕະຫຼາດສື່ໂຄສະນານອກສະຖານທີ່ໃນ ສປປ ລາວ ໃຫ້ໄດ້ມາດຕະຖານສາກົນ. ນະຄອນຫຼວງວຽງຈັນ ວັນທີ 22 ມິຖຸນາ 2017 ທີ່ໂຮງແຮມ ລາວ-ພຣາຊ່າ ໄດ້ມີພີທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ບໍລິສັດ ປັນຍາທິບ ແອັດເວີທາຍຊິງ ເຊິ່ງເປັນບໍລິສັດການລົງທຶນທາງດ້ານໂຄສະນາຄົບວົງຈອນອັນດັບຕົ້ນໆຂອງ ສປປ ລາວ ແລະ ບໍລິສັດ ແພຼນບີ ມີເດຍ (ຈາກປະເທດໄທ) ໄດ້ຮ່ວມເຊັນສັນຍາລົງນາມຮ່ວມທຸລະກິດດ້ານສື່ໂຄສະນາ, ເປັນກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ກິດສະໜາ ວົງໄຊ ປະທານກຸ່ມ ບໍລິສັດ ເຄແອນຊີ, ທ່ານ ນາງ ຢານີ ສີວິໄຊ ອັກຄະຣາຊະທູດທີ່ປຶກສາຝ່າຍການຄ້າປະຈຳສະຖານທູດໄທ ປະຈຳນະຄອນຫຼວງວຽງຈັນ, ພ້ອມດ້ວຍແຂກຜູ້ທີ່ມີກຽດ ແລະ ສື່ມວນຊົນຈຳນວນຫຼວງຫຼາຍທີ່ເຂົ້າຮ່ວມເປັນສັກຂີພະຍານໃນພິທີເຊັນສັນຍາໃນຄັ້ງນີ້. ບໍລິສັດ …

Read More »

ໃຊ້ຊີວິດຢ່າງມີເປົ້າໝາຍ ແລະ ການທີ່ຈະພາຕົວເອງໄປເຖິງເປົ້າໝາຍດັ່ງກ່າວ ເຮົາຕ້ອງລົງມືເຮັດ ແລະ ມີຄວາມກະຕືລືລົ້ນ ບໍ່ເຮັດຕົວເອງໃຫ້ເປັນນໍ້າເຕັມແກ້ວ

ຄໍລໍາ: Chic Working Women ສາວໆ! ເຄີຍບໍ່ທີ່ມີຄວາມຝັນ ແລະ ມັກຫຍັງຈັກຢ່າງມາແຕ່ນ້ອຍ ແຕ່ບັງເອີນບໍ່ໄດ້ຮຽນສາຍທີ່ຕົວເອງຝັນໄວ້ ເລີຍບໍ່ໄດ້ເຮັດຫຍັງທີ່ຝັນໄວ້ເລີຍ! ເມື່ອຍບໍ່? ທໍ້ບໍ່? ທີ່ນອກຈາກຈະບໍ່ໄດ້ເຮັດຕາມຄວາມຝັນແລ້ວ ຍັງຕ້ອງໄດ້ບັງຄັບຕົວເອງເຮັດໃນສິ່ງທີ່ຕົວເອງບໍ່ມັກອີກ! ທັ້ງທີ່ຮູ້ວ່າຕົວເອງບໍ່ມັກແຕ່ກໍຕ້ອງເຮັດ ເພາະເຮົາຮຽນຈົບມາດ້ານນີ້ມາ ຖ້າຈະເຮັດອັນອື່ນກໍຢ້ານເຮັດບໍ່ໄດ້! ສາວໆຄວນຢຸດຄວາມຄິດນັ້ນໄດ້ແລ້ວ ແລ້ວມາອ່ານເລື່ອງລາວຂອງສາວຄົນນີ້ ສາວ ສຸດສະດາ ພໍລະສິມ (ຕຸກຕາ) ທີ່ຮຽນຈົບສາຂາ ວິທະຍາສາດຄອມພິວເຕີ ແຕ່ມາເປັນຄູສອນ ເນື່ອງຈາກເປັນຄວາມໄຟ່ຝັນທີ່ຢາກເປັນມາແຕ່ນ້ອຍ ເຖິງຈະຮຽນຈົບສາຍໃດມາກໍຕາມ ແຕ່ນາງກໍຍັງຊອກຫາວິທີທີ່ຈະເຮັດມັນໃຫ້ໄດ້ ເພາະນາງເຊື່ອວ່າ: “ການທີ່ຈະພາຕົວເອງໄປເຖິງເປົ້າໝາຍດັ່ງກ່າວ ເຮົາຕ້ອງລົງມືເຮັດ ແລະ ມີຄວາມກະຕືລືລົ້ນ ບໍ່ເຮັດຕົວເອງໃຫ້ເປັນນໍ້າເຕັມແກ້ວ” ສໍາລັບເລື່ອງລາວຂອງສາວຄູ ຕຸກຕາ ແບບເຕັມໆນັ້ນສາມາດຊອກອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ມີຖຸນາ 2017 ນີ້ ຕາມ U Express M Point Mart ແລະ …

Read More »

ເກີດຫຍັງຂຶ້ນເມື່ອສາວແກ້ວຕາໂພສແບບນີ້ໃນເຟສບຸກຈົນເຮັດໃຫ້ສິນລະປິນເພື່ອນບ້ານເຂົ້າມາ…

ອຸ້ຍໆໆໆ…ເນັດໄອດໍ້ຄົນດັງຂອງລາວເຮົາບໍ່ທໍາມະດາ ນ້ອງແກ້ວຕາ ພອນປະເສີດ ຫຼັງຈາກທີ່ນາງໄດ້ໂພສຮູບ ຕອນທີ່ນາງກໍາລັງໃຫ້ໝູ່ເພື່ອນແຈກລາຍເຊັນໃສ່ເສື້ອຫຼັງຈາກທີ່ເສັງມໍ 7 ແລ້ວ ລົງໃນເຟສບຸກສ່ວນຂອງນາງ ແຕ່ສິ່ງທີ່ຄິດບໍ່ເຖິງກໍ່ເກີດຂຶ້ນ ເມື່ອມີສິນລະປິນໜຸ່ມຫຼໍ່ຄົນດັງຜູ້ມີຄວາມສາມາດຫຼາຍໆດ້ານ ຂອງປະເທດເພື່ອນບ້ານເຂົ້າມາກົດໄລ໌ໃຫ້ ເຊິ່ງເຮັດໃຫ້ເປັນທີ່ຮືຮາຂອງບັນດາແຟນຄັບທັງປະເທດເຮົາ ແລະ ປະເທດເພື່ອນບ້ານອີກ ເຊິ່ງໜຸ່ມຫຼໍ່ໜ້າຕາດີ ທີ່ແອດເວົ້າເຖິງນີ້ເປັນເຈົ້າຂອງເພງດັງທີ່ໃຜກໍຮ້ອງໄດ້ ນັ້ນກໍຄື ໜຸ່ມເບີ້ນ ປະທຸມຣາດ ເຈົ້າຂອງບົດເພງ ອ້າຍມີເຫດຜົນ ນັ້ນເອງ ວ້າວໆໆ…ດັງຂ້າມປະເທດເລີຍ ແລະ ໄດ້ມີເພສດັງຂອງປະເທດເພື່ອນບ້ານເຮົາກໍ່ໄດ້ເວົ້າເຖິງສາວແກ້ວຕາແບບນີ້ອີກ.

Read More »