ກາຍເປັນ ຂວັນໃຈ ຄົນໃໝ່ຂອງປະຊາຊົນລາວເຮົາໄປແລ້ວສຳລັບ ອຸງ ທົດສະພອນ ສິດພະໄຊ ທີ່ກ່ອນໜ້ານີ້ເພິ່ນໄດ້ໄປສ້າງຊື່ສຽງໃຫ້ປະເທດລາວຂອງເຮົາໂດຍການໄປປະກວດ “Mister national universe 2017” ແລະ ແຖມຍັງບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງເພາະຄວ້າລາງວັນຂວັນໃຈສື່ມວນຊົນ “Media’s Choice Awards” ມາຝາກຄົນລາວເຮົາຈົນສ້າງສຽງຮືຮາມາແລ້ວ, ແລະ ຫຼ້າສຸດເລື່ອງລາວຂອງໜຸ່ມຮ໋ອດຄົນນີ້ກໍຍັງບໍ່ໝົດໄປເພາະ ອຸງ ໄດ້ກັບໄປຮັບໃບປະກາດໃນລະດັບປະລິນຍາຕີ ສາຂາ “Accounting – Marketing” ທີ່ປະເທດ ອົດສະຕຣາລີ ຈາກ University of New South Wales ເຊິ່ງກໍຖືວ່າເປັນມະຫາວິທະຍາໄລທີ່ມີຄຸນນະພາບ ແລະ ຕິດອັນດັບໂລກ ແຖມບໍ່ແມ່ນເລື່ອງງ່າຍທີ່ຈະເຂົ້າໄປສຶກສາຖ້າບໍ່ເກັ່ງແທ້ໆ, ເອົ້າ ຢ່າງໃດກໍຂໍສະແດງຄວາມຍິນດີ ແລະ ຊົມເຊີຍໝຸ່ມ ອຸງ ໜຸ່ມລາວເຮົາຄົນນີ້ທີ່ທັງເຈົ້າຊູ້ ມີຄວາມສາມາດແຖມຮຽນເກັ່ງ ຂໍຕົບມືໃຫ້ເລີຍ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ຮູບພາບຈາກ: Oung Thotsaphone Sitphaxay
Read More »Home
ໄປເບິ່ງ! ເຄື່ອງປະດັບທີ່ທີ່ມີຂາຍໃນລາວ ແຖມຍັງສາມາດ Match ກັບຊຸດໄໝລາວໃຫ້ງາມແບບລໍ້າຄ່າທີ່ສຸດ
ສະບາຍດີສາວໆແຟນໆຂວັນໃຈທຸກຄົນ ມື້ນີ້ BeautyGuru ຈະພາສາວໆໄປໃຈລະລາຍກັບເຄື່ອງປະດັບງາມໆ ຄືລາຍສາຍແຂນຄໍາງາມໆ ທີ່ມີຂາຍຢູ່ໃນລາວເຮົາ ທີ່ສາມາດ Match ກັບຫຼາກຫຼາຍຊຸດ ແຕ່ງໄດ້ຫຼາກຫຼາຍ Style ບໍ່ວ່າຈະເປັນຊຸດລາຕຼີ, ຊຸດໄໝລາວ, ຊຸດປາຕີ່… ອອກງານໃດໆກໍງາມເລີ໋ດ ແລະ ລໍ້າຄ່າກວ່າໃຜໆຢ່າງແນ່ນອນແອດຂໍຮັບປະກັນໄດ້ເລີຍ ແຕ່ກ່ອນຈະໄປເບິ່ງ ແອດກໍຂໍເຕືອນສາວໆວ່າໃຫ້ເຮັດໃຈແຂງແດ່ ບໍ່ຊັ້ນອາດຈະຕ້ອງໃຈລະລາຍໄປນໍາບັນດາເຄື່ອງປະດັບລາຍສາຍແຂນຄໍາງາມໆ ພວກນີ້ກໍອາດຈະເປັນໄດ້ ຖ້າໃຈແຂງພໍແລ້ວເຮົາກໍໄປເບິ່ງພ້ອມກັນເລີຍ ຄູ່ກັບຊຸດລາຕຼີ ງາມລໍ້າຄ່າ ໃສ່ຄູ່ກັບຊຸດໄໝລາວທໍາມະດາ ແບບນາງສາວນະຄອນຫຼວງກໍງາມສຸດໆໄປເລີຍ ໃສ່ຄູ່ກັບຊຸດເຈົ້າສາວແບບນີ້ແຫ່ງງາມບໍ່ໃຫ້ວ່າ ມີເພີ່ມມາໃຫ້ໃຈລະລາຍກັນຕຶ່ມ ສາວໆຖ້າໃຈຍັງບໍ່ລະລາຍກັນກ່ອນຢ່າລືມ Comment ມາບອກກັນແດ່ເດີ້ ສ່ວນ ແອດຂໍໂຕໄປທໍາໃຈກ່ອນ ເພາະ ມັກທຸກແບບເລີຍ555 By: BeautyGuru ຂໍຂອບໃຈຮູບພາບຈາກ: ຮ້ານຄໍາສີດາລາດຊະວົງ, ຮ້ານຄໍາ ຄໍາພູວົງ, ຮ້ານຄໍາພອນທິບ ແລະ ຮ້ານຄໍາທອງຄູນ
Read More »ມ່ວນຫຼາຍ! “ປ່ຽນ” ເພງໃໝ່ຊຶ້ງກິນໃຈຈາກ 4 ໜຸ່ມວົງ GB2
ມາເດີ້ໆໆ ມາຟັງເພງລາວສະໜັບສະໜູນເພງລາວນຳກັນ!!! ມື້ນີ້ ຊະນີIndy ກໍມີເພງລາວໃໝ່ໆ ມ່ວນໆ ມາຝາກທຸກໆຄົນເປັນເພງຈາກ 4 ໜຸ່ມສຸດເຈົ້າຊູ້ແຫ່ງວົງ GB2 ເຊິ່ງເມື່ອບໍ່ດົນມານີ້ເພິ່ນກໍໄດ້ເປີດຕົວເພງໃໝ່ຊື່ວ່າເພງ “ປ່ຽນ” ເປັນບົດເພງທີ່ມ່ວນກິນໃຈ ຖືກໃຈໄວໜຸ່ມບ້ານເຮົາກັນສຸດໆ, ປົກກະຕິ ເວົ້າແທ້ໄດ໋ວ່າແຕ່ກ່ອນ ຊະນີIndy ເປັນຄົນທີ່ບໍ່ມັກຟັງເພງລາວປານໄດ໋ ສ່ວນຫຼາຍຈະເປັນສາຍເພງ Inter ຫັ້ນນ່າ… ແນະໆ ແຕ່ບໍ່ໄດ້ໝາຍຄວາມວ່າເພງລາວເຮົາບໍ່ມ່ວນເດີ້ ເປັນບົດເພງທີ່ມ່ວນ ແລະ ໜ້າສະໜັບສະໜູນຫຼາຍ ແຕ່ມັນກໍຂຶ້ນກັບຄວາມມັກຂອງໃຜມັນຫັ້ນເດ ແຮ່ໆ… ແຕ່ມາດຽວນີ້ມີເພງລາວມ່ວນໆ ຊຶ້້ງໆ ມາໃຫ້ເຮົາໄດ້ຟັງກັນເລື້ອຍໆ ຈົນເຮັດໃຫ້ ຊະນີIndy ເອງມີຄວາມຄິດປ່ຽນ ແລະ ຫັນມາຟັງເພງລາວຈົນຮ້ອງໄດ້ເກືອບໝົດທຸກເພງ (ເອົາຈົນ…ໝູ່ທາງຂ້າງລຳຄານພຸ້ນລະ ຮະຮ່າ) ແລະ ກໍຢາກມາຊວນໝູ່ເພື່ອນທຸກຄົນຫັນມາຟັງເພງລາວ ເພື່ອເປັນການສະໜັບສະໜູນສິລະປິນລາວ ຜູ້ສ້າງສັນເພງລາວເຮົາໃຫ້ກ້າວໄກລະດັບໂລກ. ໂອ້ຍ…ຝອຍສະຍືດຍາວເລີຍແມ່ນບໍ່? ບໍ່ວ່າກັນເນາະ ແນວຄົນມັກຝອຍເຮັດແນວໄດ໋ໄດ້ 555, ເອົາເປັນວ່າລອງມາຟັງບົດເພງ “ປ່ຽນ” ເພງໃໝ່ຊຶ້ງກິນໃຈຈາກວົງ GB2 ກັນເລີຍ!!! #ແຊຣໄປເພື່ອໃຫ້ກຳລັງໃຈສິລະປິນລາວ ຄລິບຈາກ: Indee Laos
Read More »ໄປເບິ່ງກັນວ່າ! ງາມສົມກັບຄໍາເຂົາຊ່າລືກັນແທ້ບໍ່? (ຢ່າລືມບອກໃຫ້ຮູ້ນໍາແດ່ເດີ້)
Hi! ສາວໆ ແລະ ແຟນໆຂວັນໃຈທຸກໆຄົນ ມື້ນີ້ BeautyGuru ຢາກຈະມາຖາມທຸກຄົນວ່າເຄີຍໄດ້ຍິນປະໂຫຍກນີ້ບໍ່: ຢາກໄດ້ເມຍຫາເງິນເກັ່ງໃຫ້ເອົາເມຍແມ່ຄ້າ, ຢາກໄດ້ເມຍເກັ່ງກ້າໃຫ້ເອົາສາວທະຫານ ແຕ່ຖ້າຢາກໄດ້ເມຍງາມໃຫ້ເອົາສາວທະນາຄານ ຮີ້ວວວວ ແລະ ມີຄົນບອກ BeuatyGuru ມາວ່າ ຢາກໄດ້ຄົນງາມວ່າຊັ້ນ ວ່າແຕ່ວ່າສາວທະນາຄານຈະງາມສົມກັບຄໍາກອນເພີ່ນວ່າບໍ່ນັ້ນ ມື້ນີ້ແອດເລີຍຈະມາຢັ້ງຢືນໃຫ້ໄດ້ເຫັນກັນ ກັບສາວທະນາຄານ JDB ກັນກ່ອນ ສ່ວນສາວທະນາຄານອື່ນນັ້ນຈະເອົາມາໃຫ້ໄດ້ເບິ່ງກັນຕາມຫຼັງເດີ້!! ເອົາເປັນວ່າເຮົາໄປເບິ່ງກັນກ່ອນເລີຍດີກວ່າ! By: BeautyGuru ຂໍຂອບໃຈຮູບຈາກ: FB: ສາວທະນາຄານ JDB
Read More »HUAWEI P10 ນໍາສະເໜີສີໃໝ່ ສີຂຽວ ( Greenery ) ຂໍ້ສະເໜີສຸດພິເສດຮ່ວມກັບ ລາວໂທລະຄົມ ແລະ ອິອອນ
ໃນວັນທີ 17 ມິຖຸນາ 2017 ທີ່ຜ່ານມາ ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້ ບໍລິສັດຫົວເຫວີຍ ໄດ້ມີການນໍາສະເໜີ HUAWEI P10 PLUS ສີຂຽວ(Greenery) ສີສັນຂອງປີ 2017 ທີ່ຈະເປັນຕົວແທນແຟຊັ້ນຂອງປີນີ້ ພ້ອມກັບຂໍ້ສະເໜີສຸດພິເສດໃໝ່ລ່າສຸດທີ່ຮ່ວມມືກັບ ບໍລິສັດລາວໂທລະຄົມ ແລະ ອິອອນ%. ພາຍໃນງານ ທ່ານນາງ ຊັດຊະນີ ສຸມາເນດ ຮອງຜູ້ອຳນວຍການຝ່າຍອຸປະກອນສື່ສານຫົວເຫວີຍລາວໄດ້ໃຫ້ກຽດຂຶ້ນສະເໜີວ່າ: ຫົວເຫວີຍ P10 Plus ສີຂຽວ ສີແຫ່ງປີ 2017 ເຊິ່ງບໍລິສັດຫົວເຫວີຍໄດ້ຮ່ວມມືກັບສະຖາບັນແຫ່ງສີ Pantone ເຊິ່ງເປັນຜູ້ຊ່ຽວຊານກ່ຽວກັບສີລະດັບໂລກ ທີ່ຈະເຮັດໃຫ້ສະມາດໂຟນມີສີສັນໃໝ່ໆ ທີ່ບໍ່ເຄີຍມີມາກ່ອນ ກໍ່ເຊັ່ນດຽວກັນກັບສີຂຽວ (Greenery) ທີ່ໂຕເຄື່ອງມີການອອກແບບທີ່ໃຫ້ຄວາມຫຼູຫຼາຫຼາຍຂຶ້ນ ດ້ວຍພື້ນຜິວ Diamond-cut ພາໃຫ້ເກີດຄວາມແວວວາວເມື່ອກະທົບກັບແສງ ເຊິ່ງພາໃຫ້ໂທນສີນີ້ກາຍເປັນສີຍອດນິຍົມ ແລະ ບໍ່ຄ່ອຍເຫັນມາກ່ອນ, ນອກຈາກນີ້ກໍ່ຍັງມີອີກຫຼາກຫຼາຍສີສັນໃຫ້ທ່ານໄດ້ເລືອກເຊັ່ນ: Greenery, Dazzling Blue, Dazzling Gold, …
Read More »