ສະບາຍດີສາວໆແຟນຂວັນໃຈທຸກຄົນ! ມື້ນີ້ BeautyGuru ມີ Idea ຊົງສີຜົມ ແລະ ຊົງຜົມງາມໆທີ່ເໝາະກັບສາວອາຊີ ກໍຄືສາວລາວມາຕ້ອນສາວໆກັນ! ເຊິ່ງນັ້ນກໍຄື ສີຜົມນໍ້າຕານທັ່ງບ່າ ແບບ Roasted Cocoa ແນ່ນອນວ່າຊົງຜົມແບບບໍ່ສັ້ນບໍ່ຍາວເກີນໄປພໍດີທັ່ງບ່ານັ້ນເປັນຊົງຜົມສຸດ Hit ໃນກຸ່ມຂອງສາວລາວໃນຕອນນີ້! ເຊິ່ງບາງຄົນສົງໄສວ່າ ສີຜົມ Roasted Cocoa ນັ້ນເປັນແນວໃດ? ຄໍາຕອບກໍຄື ເປັນໂທນສີນໍ້າຕານແບບ Soft ນັ້ນເອງ ເຊິ່ງຈະເປັນໂທນສິີນໍ້າຕານໂທນແກ່ຈັກໜ້ອຍ ຈະເຮັດໃຫ້ໜ້າເຮົາສະຫວ່າງຂຶ້ນ ແຖມຍັງເບິ່ງສົດໃສອີກ ວາແລ້ວເຮົາໄປເບິ່ງກັນເລີຍດີກວ່າ!! By: beautyGuru Cr: Sprice
Read More »Home
ນູ່ນີ່ ອອກມາເວົ້າແລ້ວກ່ຽວກັບຮູບຄູ່ກັບຜູ້ຊາຍ ແລະ ແຄັບຊັ້ນສຸດຫວານທີ່ເຮັດເອົາແຟນຄລັບງົງ!!! (ມີຄລິບ)
ກາຍເປັນກະແສຮືຮາໃນຊ່ວງທ້າຍອາທິດທີ່ຜ່ານມາ ເປັນເລື່ອງລາວຂອງສາວ ນູ່ນີ່ ກຸມພົນພັກດີ ສາວໂຕນ້ອຍໜ້າຮັກຂວັນໃຈຂອງຫຼາຍໆຄົນ ທີ່ຢູ່ໆນາງກໍໄດ້ອອກມາໂພສຮູບຄູ່ພ້ອມແຄັບຊັ່ນສຸດຫວານ…ຈົນກາຍເປັນກະແສ ດຣ່າມ່າ ພາຍໃນຂ້າມຄືນ ເພາະເປັນໃຜກໍຄົງຈະຄິດວ່າຜູ້ຊາຍທີ່ຢູ່ໃນຮູບພາບເປັນຫວານໃຈຂອງນາງ, ຈົນຫຼ້າສຸດ ນູ່ນີ່ ແລະ ຜູ້ຊາຍຢູ່ໃນຮູບພາບກໍໄດ້ອອກມາຂໍໂທດແຟນຄລັບທີ່ເຮັດໃຫ້ເຂົ້າໃຈຜິດ ເພາະທັງສອງເປັນພຽງແຕ່ໜູ່ຮ່ວມງານທີ່ມີຄວາມຮູ້ສຶກດີໆໃຫ້ກັນເທົ່ານັ້ນ ບໍ່ໄດ້ເປັນແຟນແຕ່ຢ່າງໃດ!!! https://www.facebook.com/noony.koumphonphakdee/videos/1883473171907691/ ໂອ້ຍ!!! ໃຄແດ່…ເຮັດເອົາ ຊະນີIndy ແລະ ແຟນໆງົງ ແລະ ໃຈຫາຍໃຈຄວໍ້າໄປຕາມໆກັນ ມື້ໜ້າຖ້າຈະໂພສລັກສະນະແບບນີ້ຝາກສາວ ນູ່ນີ່ ຄົນງາມບອກເປັນໄນໆໃຫ້ທຸກໆຄົນໄດ້ຮູ້ກັນກ່ອນແດ່ເດີ້ ອິອິ ເພື່ອຈະບໍ່ໄດ້ມານັ່ງງົງວ່າມັນເປັນແນວໃດກັນແທ້ຫັ້ນນ່າ (555) ຂໍຂອບໃຈຮູບພາບ: Noony Koumphonphakdee
Read More »ຕະລຶງ! ນູ່ນີ່ ໂຊຄວາມຫວານຜ່ານສື່ ເປີດໂຕແຟນຕົວຈິງສຽງຈິງ!!!
ກາຍເປັນກະແສສຸດຮ້ອນແຮງທາງສັງຄົມອອນລາຍ ເພາະວ່າສາວ ນູ່ນີ່ ກຸມພົນພັກດີ ຫຼື (ນູ່ນີ່ Take me out Thailand) ໄດ້ອອກມາໂພສຮູບຄູ່ກັບຫວານໃຈ ແຖມຍັງຂຽນຄຳອະທິບາຍສຸດແສນຈະໂລແມນຕິກວ່າ: “ຂອບໃຈຫຼາຍໆ ທີ່ຢູ່ນຳກັນຕະຫຼອດມາ ໃນເວລາທຸກ ແລະ ເວລາສຸກ ຂອບໃຈທີ່ຮັກກັນສະເໝີມາ” ພໍແຕ່ໂພສແບບນີ້ເຮັດໃຫ້ມີແຟນຄລັບເຂົ້າມາສະແດງຄວາມຍິນດີກັບສາວນູ່ນີກັນຢ່າງຫຼວງຫຼາຍ. ແຕ່ກໍເກີດມີກະແສ ດຣ່າມ່າ ເພາະເກີດຄວາມຕະລຶງຂອງແຟນໆວ່າ ໃນຂະນະນີ້ ນູ່ນີ່ ຍັງເປັນອີກໜຶ່ງສາວທີ່ໄປຮ່ວມໃນລາຍການເລືອກຄູ່ຊື່ດັງຂອງຝັ່ງປະເທດເພື່ອນບ້ານ ແຕ່ກັບເປີດໂຕແຟນຕົວຈິງສຽງຈິງ ເຮັດໃຫ້ເກີດມີຄົນເຂົ້າໄປສະແດງຄວາມຄິດເຫັນກັນຕ່າງໆນາໆ, ເຖິງຢ່າງໃດກໍຕາມກໍຂໍເປັນກຳລັງໃຈໃຫ້ກັບສາວ ນູ່ນີ່ ເພາະຄວາມຮັກງົດງາມສະເໝີເນາະ!!! ຂໍຂອບໃນຮູບພາບຈາກ: Noony Koumphonphakdee
Read More »ໝຸ່ມລາວຄົນນີ້ມີຄວາມບໍ່ທໍາມະດາ
ວ້າວໆໆ…ເຫັນແລ້ວຫົວໃຈຫວັ່ນໄຫວເລີຍ…555 ມື້ວັນສຸກມື້ທ້າຍອາທິດແບບນີ້ ແອດໄດ້ໄປສ່ອງ IG ຂອງສະຈວດໝຸ່ມຫຼໍ່ໆຂອງສາຍ ການບິນລາວ ( Lao Airlines ) ທີ່ມີຊື່: tanaphounsavath ແອດກໍ່ເລີຍເອົາຮູບມາຝາກໃຫ້ສາວໄດ້ເບິ່ງ ຖ້າສາວໆໄດ້ເບິ່ງແອດເຊື່ອເລີຍວ່າ ຫົວໃຈຂອງສາວໆຈະສົດຊື່ນຂຶ້ນຢ່າງແນ່ນອນ ໂອ້ຍໆໆໆ…ທັງຫຼໍ່, ທັງວຽກດີ ເປັນທີ່ໝາຍປອງຂອງສາວຫຼາຍໆຄົນ ( ໃນນັ້ນລວມທັງແອດນໍາ…555 ) ເອົາລະເວົ້າສໍານີ້ພໍແລ້ວຈັກໜ້ອຍເວົ້າຫຼາຍຊິວ່າແອດຂີ້ຕົວະອີກ ໄປເບິ່ງຮູບພ້ອມກັນເລີຍວ່າຈະຫຼໍ່ແທ້ບໍ!! ຮູບພາບຈາກ: IG : tanaphounsavath
Read More »ສິ່ງທີ່ທຸກຄົນຄວນຮູ້ໄວ້ ເອກະລັກຂອງແຕ່ລະແຂວງ
ແຟນໆຂວັນໃຈທີ່ໜ້າຮັກທັງຫຼາຍ ຮູ້ ຫຼື ຍັງຄໍາຂວັນປະຈໍາແຂວງຕົນເອງ ແລະ ຄໍາຂວັນຂອງແຕ່ລະແຂວງປະເທດລາວເຮົາ ຖ້າໃຜຍັງບໍ່ທັນຮູ້ມາອ່ານທາງນີ້ເລີຍ ມື້ນີ້ແອດໄດ້ນໍາເອົາຄວາມຮູ້ດີໆ, ຄວາມຮູ້ຮອບຕົວ ມາຝາກໃຫ້ແຟນຂວັນໃຈໄດ້ຮູ້ຈັກ ຖ້າໃຜຍັງບໍ່ທັນຮູ້ຄໍາຂວັນແຂວງໃດນັ້ນໄປເບິ່ງກັນເລີຍ. ນະຄອນຫຼວງວຽງຈັນ: “ ມາວຽງຈັນຊົມຂົວມິດຕະພາບ ກາບໄຫ້ວຫໍພຣະແກ້ວ ຊົມສວນປະຕູໄຊ ໄຫ້ວພຣະທາດຫຼວງມິ່ງຂວັນ ຊົມວິວທິວທັດແຄມຂອງ ຫາດຊາຍສີທອງດອນຈັນ ຊິມລົດອາຫານນາໆຊາດ ເທິງຫໍຜາສາດສີ່ສິບຊັ້ນ ພັກຜ່ອນເທິງວິມານສະຫວັນ ໂຮງແຮມດອນຈັນພາເລສ໌ ລືນາມ ”. 2. ແຂວງ ຜົ້ງສາລີ: “ ຜົ້ງສາລີ ປຽບຄືດັ່ງສະຫວັນສັ່ງ ວິມານດ່ານແດນພູດອຍ ເປັນດິນແດນວິລະຊົນ ຮັກຄອນພົງພັນເຊື້ອ ງາມເຫຼືອຫຼາຍພູຟ້າ ທະເລຫຼວງໝອກໃຫຍ່ ເຊີນຊິມປາພູຟ້າ ດື່ມເຫຼົ້າຂຽວເອ່ວສະຖານທີ່ ເບິ່ງຮີດຄອງປະເພນີ ເອກະລັກຫຼາຍເຜົ່າເຊື້ອ ເປັນຂອງຕ້ອນທ່ານຜູ້ຊົມ ”. 3. ແຂວງ ຫຼວງນໍ້າທາ: “ ບັ້ນຮົບຫຼວງນໍ້າທາ ພຣະທາດໃຫຍ່ຊຽງເປງ ຊາບຊຶ້ງກັບວັດທະນະທໍາຫຼາຍເຜົ່າ ເຂົ້າຊອຍແຊບເມືອງສິງ …
Read More »