ສິລະປິນລາວຜູ້ໃຈກ້າສາມທ່ານຄື ທ້າວ ດາວວີ, ທ້າວ ເອກະລິນ ຖິ່ນເມືອງງາ, ທ້າວ ເອອັອດ ສາຍນ້ຳຍາມ ນັກຮ້ອງແນວເພງລູກທົ່ງບ້ານນາ ພ້ອມກັບທີມງານແລ່ນຜ່ານແປວໄຟອັນໃຫຍ່ຫຼວງໄປຊ່ວຍເດັກນ້ອຍທີ່ຕິດຢູ່ກອງໄຟອອກມາໄດ້ຢ່າງປອດໄພ, ສ່ວນສາເຫດການເກີດອັກຄີໄພໃນເທື່ອນີ້ຍັງບໍ່ຮູ້ສາເຫດ, ເຫດການດັ່ງກ່າວເກີດຢູ່ທາງເຂົ້າບ້ານນາລ້ອມ ເມືອງ ໄຊທານີ ໃນວັນທີ 28 ພຶດສະພາ 2017 ຜ່ານມາ. ຢ່າງໃດກໍຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ປະສົບເຫດອັກຄີໄພໃນເທື່ອນີ້ດ້ວຍ ແລະ ກໍຂໍຍົກຍ້ອງ 3 ໜຸ່ມສິລະປິນທັງ 3 ທ່ານ ແລະ ທີມງານທີ່ມີນໍ້າໃຈຊ່ວຍເຫຼືອຄົນອື່ນໂດຍບໍ່ຫວັງຜົນ ຄົນແບບນີ້ຕ້ອງຊົມເຊີຍ ແລະ ຍົກຍ້ອງ… #ຢ່າລືມແຊຣເພື່ອໃຫ້ກຳລັງໃຈHeroຕົວຈິງ ມີຄລິບ… 28/5/17.ເກີດເຫດລົດເມລະເບີດ.ແລ້ວລາມໄປໄໜ້ເຮືອນພ້ອມກັນ.ເຊິ່ງແມ່ນພີ່ນ້ອງຫວຽດນາມມາເຊົ່າຢູ່.ທາງເຂົ້າບ້ານນາລ້ອມ.ມ ໄຊທານີ.ນ/ຫຼ.ຢູ່ໃນບ້ານລວມມີ6ຄົນ.ລອດຕາຍອອກມາໄດ້ເວລານີ້ສີ່ຄົນຜູ້ໃຫຍ່ສາມຄົນເດັກໜື່ງຄົນ.ຍັງຕິດຢູ່ໃນເຮືອນຄົນ.ສອງຄົນໃຍ່ໜື່ງເດັກໜຶ່ງ.ເມື່ອຮູ້ແນວນັ້ນ.ນັກສິສິລະປິ່ນລາວຜູ້ໃຈກ້າສາມທ່ານຄື.ສ /ຫ ດາວ.ເອກະລິນຖີ່ນເມືອງງາ.ເອອັອດສາຍນ້ຳຍາມໄດ້ແລ່ນຜ່າແປວໄຟອັນໃຫຍ່ຫຼວງໄປຊ່ວຍເດັກ.ທີ່ຕິດຢູ່ໃນເຮືອນອອກມາໄດ້ຢ່າງປອດໄພ.ສ່ວນຜູ້ໃຫຍ່ອີກຜູ້ໜື່ງແມ່ນບໍ່ສາມາດຊ່ວຍອອກມາໄດ້.ສ່ວນສາເຫດຍັງບໍ່ວ່າເກີດຍ້ອນຫຍັງ. โพสต์โดย ຂວັນໃຈ ສາຍນ້ຳລີກ บน 28 พฤษภาคม 2017 ທີ່ມາ: ຂວັນໃຈ ສາຍນ້ຳລີກ
Read More »Home
ຄະນະນັກສະແດງຊື່ດັງຈາກປະເທດໄທ ຮ່ວມເຂົ້າຖວາຍສັກກະລະ ຍາທ່ານໃຫຍ່ ປອ ມະຫາງອນ ດຳລົງບຸນ
ໃນວັນທີ 27 ພຶດສະພາ 2017 ທີ່ຜ່ານມາ ຍາທ່ານໃຫຍ່ ປອ ມະຫາງອນ ດຳລົງບຸນ ປະທານ ສູນກາງ ອົງການພຸດທະສາດສະຫນາສຳພັນລາວ, ເມດຕາ ອານຸຍາດໃຫ້ ຄະນະນັກສະແດງຊື່ດັງຈາກປະເທດໄທນຳທີມໂດຍ ແພນເຄັກ ເຂັມມະນິດ, ເກຣດ ການເກົ້າ, ຢາດ ຢາດທິບ ແລະ ແຫວນແຫວນ ເຊິ່ງທັງໝົດນີ້ເປັນນັກສະແດງ-ພິທີກອນທີ່ມີຊື່ສຽງຂອງປະເທດເພື່ອນບ້ານ ໄດ້ເຂົ້ານ້ອມຖວາຍສັກກະລະ ພ້ອມຖວາຍໄຊຍະທານ ໃນໂອກາດນີ້ ຍາທ່ານໃຫຍ່ ປອ ມະຫາງອນ ດຳລົງບຸນ ຍັງໄດ້ມອບໂອວາດທຳມະ ໃນການດຳເນີນຊີວິດທີ່ດີງາມຕາມວິຖີທາງ ແຫ່ງຊາວພຸດ ໃຫ້ຖືຄວາມ ເມດຕາ ແລະຄວາມເສຍສະຫຼະນຳຫນ້າສ້າງສັງຄົມ ແລະຊ່ວຍເຫຼືອມວນມະນຸດ ພ້ອມທັງເຮັດຕົວເປັນແບບຢ່າງທີດີຕໍ່ສັງຄົມ. #ແຊຣໄປໃຫ້ໂລກຮູ້ ທີ່ມາຈາກ: @gracekanklao , @yardthip, khemanito , ຫນ້າຂ່າວຊາວພຸດ๑
Read More »ຊົມເຊີຍ!!! ແມ່ຍິງລາວເກັ່ງບໍ່ແພ້ຊາດໃດໃນໂລກ ມາຮູ້ຈັກກັບນັກບິນສາວຄົນທຳອິດຂອງລາວ
ທ້າຍອາທິດແບບນີ້ ຊະນີIndy ກໍບໍ່ຄ່ອຍມັກຢູ່ລ້າໆປານໃດນະແຟນໆ ເພາະມີພາລະກິດຕ້ອງໄປຊອກເອົາບົດຄວາມດີໆມາໃຫ້ໝູ່ເພື່ອນທຸກຄົນໄດ້ອ່ານກັນ ເພື່ອຕ້ອງການປຸກພະລັງ ປຸກແຮງບັນດານໃຈ ທີ່ມີຢູ່ໃນຕົວໝູ່ເພື່ອນທຸກຄົນອອກມາ… ແລະໃນມື້ນີ້ກໍຈະມີອີກໜຶ່ງບົດຄວາມດີໆມາຝາກ ເປັນບົດຄວາມຈາກ ວາລະສານ ຂວັນໃຈ ສະບັບທີ 114 ທີ່ມີໂອກາດໄດ້ສຳພາດຢ່າງເຈາະເລິກແມ່ຍິງເກັ່ງຂອງລາວເຮົາອີກໜຶ່ງທ່ານນັ້ນກໍຄື ສຸດາພອນ ວິຊຸນນະຣາດ (ໝານ້ອຍ) ອາຍຸ 23 ປີ ເຊິ່ງສາວຄົນນີ້ມາໃນແນວທີ່ແຕກຕ່າງ ເພາະນາງເປັນຮອດນັກບິນສາວລາວຄົນເກັ່ງ ແລະ ສາວລາວເປັນຄົນທຳອິດ, ລອງມາອ່ານເບິ່ງເດີ້ ແລະ ເຊື່ອເລີຍວ່າທຸກຄົນຕ້ອງ ຕະລຶງ ໃນຄວາມສາມາດແມ່ຍິງລາວເຮົາແນ່ນອນ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ ໝານ້ອຍ ນັກບິນສາວຄົນທຳອິດ – ຜູ້ເລືອກຕິດປີກໃຫ້ຕົນເອງ “ເຮົາຕ້ອງຄິດແຕກຕ່າງ ເປີດໂອກາດໃຫ້ໂຕເອງ ລອງເຮັດສິ່ງໃໝ່ໆ ແລະຢ່າປ່ອຍໃຫ້ໂອກາດດີໆຜ່ານໜ້າໄປເດັດຂາດ!!” ວ້າວໆໆໆໆ!!!! ຖ້າຫາກເວົ້າເຖິງອາຊີບນັກບິນ ຂອບຄວາມຄິດຂອງຫຼາຍຄົນ ຄົງຈະນຶກເຖິງອາຊີບສຳລັບຜູ້ຊາຍຢ່າງແນ່ນອນ! ສ່ວນອາຊີບທີ່ແມ່ຍິງສ່ວນຫຼາຍໃຝ່ຝັນ ກໍຄື ແອໂຮສເຕດ ເພາະເປັນວຽກທີ່ໄດ້ແຕ່ງຕົວງາມໆ ໄດ້ພົບເຫັນ ແລະໃຫ້ບໍລິການຜູ້ໂດຍສານຈາກທົ່ວໂລກ ແລະ ສິ່ງສຳຄັນຄື …
Read More »ຊົມເຊີຍ!!! ເສີດ ພອນປະເສີດ ໜຸ່ມນ້ອຍອະນາຄົດໄກ ວ່າທີ່ນັກອອກແບບຊື່ດັງຂອງລາວ!!!
ຊົມເຊີຍ!!! ໄວໜຸ່ມລາວເກັ່ງບໍ່ແພ້ຊາດໄດໃນໂລກ ທ້າວ ພອນປະເສີດ ແສງມະນີວົງ ອາຍຸ 18 ປີ ຈາກນະຄອນຫລວງວຽງຈັນ ນັກສຶກສາຈາກຄະນະສະຖາປັດຕະຍະກຳ ມະຫາວິທະຍາໄລແຫ່ງຊາດລາວ, ຜູ້ພິຊິດທຶນຈາກປະເທດ ສິງກະໂປ ຜູ້ເຂົ້າແຂ່ງຂັນໃນ ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ 2017 (Lao Young Designers Project), ເຊິ່ງຜົນງານຂອງເສີດກໍເຂົ້າຕາກຳມະການຈົນຄວ້າລາງວັນຮອງອັນດັບທີ 1 ແລະ ຈະໄດ້ຮັບທຶນໄປສຶກສາເປັນເວລາ 6 ເດືອນ ທີ່ໂຮງຮຽນສິລະປະ ແລະ ການອອກແບບ ແຫ່ງ ສະຖາບັນວິຈິດສິນ ນານຢາງ, ປະເທດສິງກະໂປ ໂດຍການຮ່ວມມືຢ່າງໃກ້ຊິດ ກັບ ສະຖາບັນວິຈິດສິນ ນານຢາງ, ປະເທດສິງກະໂປ ແລະ ສະຖານທູດສິງກະໂປປະຈຳລາວ. #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງໄວໜຸ່ມລາວ ນີ້ແມ່ນຜົນງານທີ່ ເສີດ ພອນປະເສີດ ທີ່ສົ່ງເຂົ້າປະກວດຈົນໄດ້ລາງວັນ ຮອງອັນດັບ1 ໃນໂຄງການ Lao Young Designers …
Read More »ຂໍເປັນກຳລັງໃຈໃຫ້ ເມ ວະລິສະລາ ສາວງາມທີ່ໄປເປັນຕົວແທນປະເທດລາວໃນການປະກວດ “Miss Chinese world 2017”
ໃນວັນທີ 25 ພຶດສະພາ ທີ່ຜ່ານມາເຟັກບຸກຂອງ ເມ ວະລິສະລາ ຕັງສຸວັນ ສາວງາມທີ່ໄປເປັນຕົວແທນປະເທດລາວໃນການປະກວດ “Miss Chinese world 2017” ກໍໄດ້ໂພສຂໍ້ຄວາມເພື່ອຂໍກຳລັງໃຈຈາກແຟນໆຊາວລາວວ່າ: “ Final day ແລ້ວເດີ້ ຝາກກົດໄລກົດແຊກັນຫຼາຍໆແນ່ເດີ້ ❤️??? ເມສັນຍາວ່າຈະເຮັດໃຫ້ເຕັມທີ່ ແລະ ເຕັມຄວາມສາມາດ” ວະລິສະລາ ຕັງສຸວັນ (ເມ) ໄດ້ເປັນຕົວແທນຈາກປະເທດລາວເຮົາໄປແຂ່ງຂັນປະກວດນາງງາມໃນເວທີ “Miss Chinese world 2017” ຢູ່່ທີ່ປະເທດ ມາເລເຊຍ ແລະ ໃນວັນທີ 26 ພຶດສະພາ 2017 ນີ້ແລ້ວທີ່ເຮົາຈະໄດ້ຮູ້ຜົນການແຂ່ງຂັນໃນການປະກວດໃນເວທີລະດັບໂລກໃນຄັ້ງນີ້ ຂໍເປັນກຳລັງໃຈໃຫ້ ເມ ວະລິສະລາ ຈົ່ງເຮັດໃຫ້ດີທີ່ສຸດ…ສູ້ໆ ເດີ້…ແຟນໆສາມາດຕິດຕາມການປະກວດໄດ້ທີ່ເພສ “Miss Chinese World” ສຳລັບ ເມ ວະລິສະລາ ຕັງສຸວັນ ອາຍຸ …
Read More »