Breaking News

Kuanjai Foodie

ກຽມສະຫຼະໂສດ!!! ສາວ ແຜັດ ເພັດດາວອນ ນັກຮ້ອງສຽງດີ ທີ່ຄວ້າເງິນລ້ານມາແລ້ວ!! ຈາກເວທີເພື່ອນບ້ານ ທີ່ປະເທດໄທ…

ຄົງຈະບໍ່ມີໃຜບໍ່ຮູ້ຈັກ ສາວຄົນນີ້ ແຜັດ ເພັດດາວອນ ນັກຮ້ອງສຽງດີ ແລະ ມີສຽງເປັນເອກະລັກ ທີ່ຄວ້າເງິນລ້ານມາແລ້ວ!! ຈາກເວທີເພື່ອນບ້ານ ທີ່ປະເທດໄທ…ເມື່ອ “ແຜັດ ເພັດດາວອນ” ນັກຮ້ອງສາວຊື່ດັງ ອອກມາປະກາດຂ່າວດີກຽມເຂົ້າປະຕູວິວາໃນໄວໆນີ້ ພ້ອມຖ່າຍພຣີເວດດິ້ງ ທີ່ແສນອົບອຸ່ນ ໜ້າຮັກ ງົດງາມໃນຊຸດລາວເຮົາໃຫ້ແຟນໆໄດ້ເບິ່ງ ທຸກຄົນພາກັນຮ່ວມຍິນດີຂອງຄອບຄົວ, ໝູ່ເພື່ອນ ແລະ ບອກເລີຍແຕ່ລະພາບຖ່າຍ ສວຍງາມອີຫຼີ!! ຂວັນໃຈຂໍສະແດງຄວາມຍິນດີກັບ ສາວ ແຜັດ ນໍາເດີ!!!

Read More »

ເຜີຍໂສມໜ້າ!!! ສາວງາມ Miss World 2021 ທີ່ຜ່ານເຂົ້າຮອບ 20 ຄົນສຸດທ້າຍ…

ເວທີນີ້ຕ້ອງລຸກເປັນໄຟເມື່ອສາວງາມໄດ້ມາປະຊັນຄວາມງາມ ແລະ ຄວາມສາມາດ ໄດ້ເລີ່ມຂຶ້ນແລ້ວ!!! ໃນວັນທີ 02 ມີນາ 2021 ທີ່ຜ່ານມາ ໄດ້ມີການຈັດງານປະກວດ Miss World 2021 ເພື່ອຄັດເລືອກເອົາສາວງາມຈາກຫຼາຍໆພາກສ່ວນທີ່ຈະມາເຂົ້າປະກວດໃນເວທີນີ້ ບອກໄດ້ເລີຍວ່າປີນີ້ມີແຕ່ຄົນງາມໆເກັ່ງໆທີ່ຜ່ານເຂົ້າຮອບ ປີນີ້ມົງຈະລົງໝາຍເລກໃດຖ້າຕິດຕາມໄປພ້ອມໆກັນເລີຍ… ຢ່າລືມເຊຍ ແລະ ໃຫ້ກໍາລັງໃຈກັບສາວງາມທັງ 20 ຄົນນີ້ແນ່ເດີ!!!

Read More »

ທີ່ຍັງໂສດ!!! ເພາະຄວາມຮັກບໍ່ແມ່ນໃຜກະໄດ້??? ຈຶ່ງເລືອກທີ່ຈະໂສດ!!!

ຄົນໂສດຕ່າງກໍສະແຫວງຫາຄວາມສໍາພັນທີ່ມີຄວາມຮັກແບບຍືນຍາວ ບໍ່ແມ່ນຈະຟ້າວທີ່ຈະມີຄວາມຮັກໃນຄັ້ງໃໝ່ຢູ່ເລື້ອຍໆ ເພາະກວ່າຈະເຊົາເຈັບຈາກຄວາມຮັກມັນບໍ່ແມ່ນເລື່ອງງ່າຍ ແລະ ການເລີ່ມຕົ້ນໃໝ່ກັບໃຜຈັກຄົນເມື່ອໄດ້ຮັກແລ້ວກໍທຸ່ມເທ ແລະ ຢາກໃຫ້ເປັນຮັກຄັ້ງສຸດທ້າຍໃນຊີວິດ.​ ມື້ນີ້ແອັດຈະມາເອົາໃຈສາວໂສດກັນແນ່ຈັກໜ້ອຍໜຶ່ງ… ຄົນເຮົາແຕ່ລະຄົນກໍມີເອກະລັກ ແລະ ນິໄສເປັນຂອງຕົວເອງທີ່ແຕກຕ່າງກັນໄປ ການທີ່ເຮົາຈະຮຽນຮູ້ ຫຼືຮູ້ຈັກໃຜຈັກຄົນໃຫ້ຫຼາຍຂຶ້ນ ເລີ່ມແລກກໍຍັງບໍ່ກ້າສະແດງຕົວຕົນຂອງຕົວເອງອອກມາ ຫຼືເອີ້ນວ່າ ຊ່ວງໂປໂມຊັ່ນ ແຕ່ກໍບໍ່ໄດ້ເປັນໝົດທຸກຄົນ. “ຄົນເຮົາບໍ່ມີໃຜ Perfcet ໄປທຸກເລື່ອງດອກ” ແລະ ກໍບໍ່ມີໃຜບອກຈຸດດ້ອຍຂອງຕົວເອງໃຫ້ໃຜຮູ້ ເມື່ອຮອດເວລາເຮົາຈະຮຽນຮູ້ໄດ້ເອງ ຄ່ອຍໆປັບຕົວເຂົ້າຫາກັນ ຍອມຮັບໃນຄວາມແຕກຕ່າງ ແລະ ສ້າງຈຸດທີ່ຄືກັນໄດ້ ຫຼືສຸດທ້າຍແລ້ວຄົ້ນພົບວ່າ ບໍ່ສາມາດຮ່ວມທາງກັນໄດ້ ກໍຕ້ອງຍອມຮັບ ແລະ ເລີກລາກັນໄປມັນກໍເປັນເລື່ອງທໍາມະດາ “ໂລກບໍ່ໄດ້ສົ່ງຄົນຮັກມາໃຫ້ພຽງແຕ່ຄົນດຽວ” ເຮົາກໍຕ່າງມີຫົວໃຈຄົນລະດວງທີ່ເຕີບໃຫຍ່ມາພ້ອມກັບຕົວເຮົາເອງ ສະນັ້ນ, ມຸມມອງໃນຄວາມຮັກທີ່ເຮົາມີຕໍ່ການພົບກັນໃນທຸກຄວາມສໍາພັນນັ້ນ ຈະແຕກຕ່າງຕາມອາຍຸ ແລະ ປະສົບການຄວາມຮັກທີ່ຜ່ານມາ ເມື່ອເຮົາພົບກັບຄວາມຮັກທີ່ບໍ່ສວຍງາມ ແນ່ນອນວ່າຈະຕ້ອງມີການເລີກລາ ມັນຈະມີໂອກາດໃໝ່ເຂົ້າມາສະເໜີ ພຽງແຕ່ເຮົາຈະພົບໃຜທີ່ເຮັດໃຫ້ເຮົາຮູ້ສຶກດີ ແລະ ພິເສດສໍາລັບເຮົາ ແລະ ເຮົາຈະເລືອກຄົນທີ່ດີກວ່າເກົ່າ ເພາະວ່າປະສົບການຮັກຄັ້ງເກົ່າຈະສອນໃຫ້ເຮົາຮູ້ວ່າ ແມ່ນຫຍັງທີ່ເຮົາເບິ່ງຂ້າມ ຫຼືເຮັດໃຫ້ເຮົາບໍ່ສົມຫວັງກັບຄົນຮັກ …

Read More »

ນິສສັນທີ່ມາພ້ອມກັບຄວາມທົນທານ ແລະ ໃຊ້ງານໄດ້ຢ່າງສະດວກສະບາຍ…ມາເບິ່ງ!!! ທີ່ມາຂອງລົດກະບະນິສສັນ Nissan

ນັບຕັ້ງແຕ່ນິສສັນ Nissan ໄດ້ຖືກສ້າງຕັ້ງຂຶ້ນມາໃນຫຼາຍປີທີ່ຜ່ານມາ, ທາງບໍລິສັດໄດ້ພະຍາຍາມສ້າງແຮງບັນດານໃຈໃຫ້ແກ່ຜູ້ຂັບຂີ່, ບໍ່ວ່າຈະເປັນການສະໜອງຄວາມພຶ່ງພໍໃຈ ແລະ ຄວາມສະດວກໃນດ້ານການຂັບຂີ່ໃຫ້ແກ່ຜູ້ຊົມໃຊ້ລົດຍົນ. ນັບແຕ່ປີ 1933, ບໍລິສັດນິສສັນ Nissan ໄດ້ຜະລິດປະເພດລົດຍົນທີ່ຕອບສະໜອງຄວາມພຶ່ງພໍໃຈແກ່ຜູ້ຂັບຂີ່. ປະຫວັດການຜະລິດລົດຍົນຂອງພວກເຮົາຄືການສ້າງຄວາມທ້າທ້າຍໃນການຂັບຂີ່ລົດຍົນຂອງພວກເຮົາຢ່າງບໍ່ມີທີ່ສີ້ນສຸດ. ທາງນິສສັນ Nissan ໄດ້ເລີ່ມຜະລິດລົດກະບະນັບແຕ່ຕົ້ນປີ 1933 ພ້ອມກັບການຜະລິດລົດເກັງແດທ໌ຊັນ Datsun ລຸ້ນທີ່ 12. ໂດຍອີງໃສ່ມາດຕະຖານລົດກະບະແດທ໌ຊັນ Datsun ລຸ້ນທີ່ 12, ທີ່ມີເຄື່ອງຈັກ 788cc DAT  ແລະ ມີກໍາລັງການເຜົ່າຜານຢູ່ທີ່ 12 ແຮງມ້າ. ນັບແຕ່ນັ້ນມາ, ລົດກະບະທີ່ບໍລິສັດໄດ້ຜະລິດອອກມາຖືວ່າເປັນລົດຍົນທີ່ໃຫ້ຄວາມສະດວກ ແລະ ອະເນກປະສົງທີ່ຍັງບໍ່ຫຼາຍເທົ່າທີ່ຄວນ. ດັ່ງນັ້ນ, ຜູ້ຜະລີດລົດກະບະຈຶ່ງໄດ້ຢຸດຜະລິດລົດຍົນ, ບໍ່ວ່າຈະເປັນອຸປະກອນ ແລະ ອາໄລ່ລົດຍົນຈາກຖານການຜະລິດ ເນື່ອງຈາກລົດຍົນເຮັດໃຫ້ຜູ້ຂັບຂີ່ມີການຂັບຂີ່ທີ່ລໍາບາກ ເວລາທີ່ຂັບຂີ່ໃນໄລຍະທາງໄກ. ໃນປີ 1955, ລົດກະບະລຸ້ນ 120 ໄດ້ຖືກຜະລິດອອກມາດ້ວຍຮູບຊົງທັນສະໄໝເປັນລຸ້ນທຳອິດ. ແລ້ວໄດ້ມີການພັດທະນາມາເປັນກະບະລຸ້ນ 220 …

Read More »

ມາເບິ່ງ!!! ກຸ່ມສາວໂສດ 7 ຄົນ ສ້າງບ້ານເພື່ອເປັນທີ່ຢູ່ອາໄສໃນຍາມບໍານານ

ຕາມການລາຍງານຂອງເວບໄຊ shanghai.ist ໄດ້ແຈ້າງວ່າມີກຸ່ມສາວໂສດທີ່ເປັນໆໝູ່ສະນິດກັນ 7 ຄົນ ຮູ້ຈັກກັນມາຫຼາຍກວ່າ 10 ປີ ໂດຍມີການໂອ້ລົມກັນວ່າມື້ໜຶ່ງຈະໃຊ້ຊີວິດຮ່ວມກັນໃນຊ່ວງປັ້ນປາຍຂອງຊີວິດ ແລະ ຕອນນີ້ສາວໂສດທັງ 7 ຄົນກໍໄດ້ພາກັນສ້າງບ້ານສໍາເລັດເປັນທີ່ຮຽບຮ້ອຍແລ້ວ ໃນແຖວຊານເມືອງ ກວາງໂຈ ໃນປີ 2018 ທີ່ຜ່ານມາ ຫ່າງຈາກຕົວເມືອງ 70 ກິໂລແມັດ ໂດຍທັງ 7 ສາວ ໄດ້ລວມເງິນກັນສ້າງບ້ານຫຼັງນີ້ ປະມານ 4 ລ້ານຢວນ ($580,000) ຫຼື ປະມານ 17.8 ລ້ານບາດ ໃນການ Renovate ບ້ານຫຼັງນີ້ ທີ່ຈະໃຊ້ຢູ່ໃນຍາມບໍານານ ແຕ່ລະຄົນກໍຕ້ອງຝຶກທັກສະການທີ່ແຕກຕ່າງກັນໃນການໃຊ້ຊີວິດຍາມບໍານານ ຮຽບຮຽງໂດຍ: KuanjaiMagazine ຂໍ້ມູນຈາກ: YOUNGSOAD

Read More »