Breaking News

Kuanjai Foodie

ໝາກໄມ້ ແລະ ອາຫານດຳ 3 ຊະນິດເພື່ອສຸຂະພາບ

  ໝາກໄມ້ ແລະ ອາຫານດຳ 3 ຊະນິດເພື່ອສຸຂະພາບ ມື້ນີ້ Kuanjai Foodie ຂໍແນະນໍາກ່ຽວກັບເຄັດລັບໃນການກິນອານຫານເພື່ອສຸຂະພາບ ອາຫານ ຫຼື ໝາກໄມ້ທີ່ມີສີດໍາ ໝາກໄມ້ສີດຳ ຫຼື ອາຫານສີດຳນີ້ຈະມີຄຸນປະໂຫຍດທີ່ດີຕໍ່ສຸຂະພາບຢ່າງຫຼວງຫຼາຍເຊັ່ນ: ໝາກຣາແຊ່ງ: ຊ່ວຍປ້ອງກັນພະຍາດຫົວໃຈ, ຊ່ວຍຫຼຸດຄວາມດັນໃນເລືອດ ແລະ ຊ່ວຍຄວບຄຸມລະດັບຄໍເລດເຕີລອນ(cholesterol)ໃນຮ່າງກາຍ ແລະ ຍັງມີສານຕ້ານອະນຸມູນອິດສະລະທີ່ມີປະສິດທິພາບທີ່ດີ, ຊ່ວຍເຮັດໃຫ້ນານເຖົ້າ. ຖົ່ວດຳ: ໃນບັນດາຖົ່ວດໍາຖືໄດ້ວ່າເປັນຖົ່ວທີ່ມີສານຕ້ານອະນຸມູນອິດສະລະຫຼາຍທີ່ສຸດເປັນແຫຼ່ງໂປຣຕີນເສັ້ນໃຍອາຫານ ແລະ ແຮ່ທາດຕ່າງໆ ຖົ່ວດຳຊ່ວຍໃຫ້ລະບົບທາງເດີນອາຫານໄດ້ດີ, ຊ່ວຍສ້າງສານປ້ອງກັນນ້ຳຕານໃນເລືອດບໍ່ໃຫ້ເພິ່ມຂື້ນ ຫຼື ຫຼຸດລົງຢ່າງໄວວາ. ງາດຳ: ເຕັມໄປດ້ວຍວິຕາມິນB ທີ່ຊ່ວຍບຳລຸງປະສາດ ດັ່ງນັ້ນການກິນງາດຳເປັນປະຈຳຈະເຮັດໃຫ້ນອນຫຼັບສະບາຍບໍ່ອິດເມື່ອຍ ບໍ່ມີອາການປວດເສັ້ນຕາມແຂນຂາ ຊ່ວຍໃຫ້ກິນອາຫານແຊບ ແລະ ບໍ່ຖ່າຍຍາກ.

Read More »

7 ວິທີສັງເກດ ຄົນທີ່ເຮົາມັກ ລາວມີແຟນແລ້ວຫຼືຍັງ ??

ລອງເຂົ້າໄປຈອບເບິ່ງຢູ່ໃນ Facebook ຄົນໆນັ້ນກ່ອນ ຍຸກນີ້ກໍເປັນຍຸກໄອທີແລ້ວ ໃຜໆກໍມັກຫຼິ້ນ Facebook ມັນເປັນເປັນສິ່ງທີ່ດີຫຼາຍຖ້າເຮົາ ສາມາດໄປຮູ້ຊື່ Facebook ຂອງຄົນທີ່ເຮົາຫຼົງມັກ ແລ້ວເຂົ້າໄປຊ່ອງເບິ່ງວ່າ ລາວແມ່ນໃຜ ເປັນແນວໃດ ແລະ ໝູ່ໆລາວມີໃຜແດ່ ເພາະບາງເທື່ອເຮົາອາດຈະຮູ້ຂໍ້ມູນອື່ນໆຕື່ມອີກ. ຮູບທີ່ເຮົາເຫັນ ບໍ່ສາມາດບອກທຸກສິ່ງ ເຮົາບໍ່ສາມາດຮູ້ໄດ້ວ່າຮູບທີ່ເຮົາເຫັນ ບໍ່ວ່າໃນ Facebook ຫຼື ທີ່ຄົນໆນັ້ນສົ່ງມາໃຫ້ແມ່ນສິ່ງທີ່ລາວກຳລັງເຮັດຢູ່ ເພາະບາງຄັ້ງລາວອາດຈະຖ່າຍເອົາໄວ້ດົນແລ້ວກໍເປັນໄດ້, ສະນັ້ນ ໂທຫາລາວເລີຍຈະດີກວ່າ ພະຍາຍາມຮູ້ຈັກສັງຄົມ ຂອງຄົນໆນັ້ນຢູ່ ຢ່າງໃດກໍຕາມ ຖ້າວ່າໄດ້ລົມກັນແລ້ວ ເຮົາຈຳເປັນຕ້ອງໄດ້ຮູ້ຈັກສັງຄົມ ແລະ ຄົນອ້ອມຂ້າງລາວໃຫ້ໄດ້ ເພາະມັນອາດຈະມີບາງສິ່ງບາງຢ່າງສະກິດໃຈໃຫ້ເຮົາຮູ້ວ່າ ຄົນໆນັ້ນມີແຟນແລ້ວຫຼືຍັງ? ຢ່າເຊື່ອໃຈຈົນເກີນໄປ ຍ້ອນວ່າບາງຄົນ ຮັກໃຜຮັກແທ້ ແລະ ຈິງຈັງທີ່ສຸດ, ເພາະສະນັ້ນ ແບ່ງໃຈໄວ້ກ່ອນກໍດີ ເພື່ອບາງທີມັນບໍ່ໄດ້ເປັນແບບທີ່ເຮົາຄິດ ຈິ່ງຈະບໍ່ຕ້ອງມານັ່ງເສຍໃຈພາຍຫຼັງ ໂທຫາມັກບໍ່ຮັບສາຍ ຄົນບາງຄົນບໍ່ມັກຮັບສາຍຕອນກາງຄືນ ໃຫ້ລະວັງໄວ້ໃຫ້ດີ ເພາະບາງທີ ລາວອາດຈະຢູ່ນຳແຟນຕົວຈິງກໍອາດຈະເປັນໄດ້ ລະວັງຄຳຫວານໆ ທີ່ຄົນໆນັ້ນຢອດມາ ຖ້າວ່າເຈິຄົນປາກຫວານ …

Read More »

ກິນແບບໃດໃຫ້ສຸຂະພາບດີ

ສຸຂະພາບຮ່າງກາຍຖ້າຫາກມີຄວາມແຂງແຮງຈະບໍ່ເຮັດໃຫ້ມີພະຍາດມາໃກ້ ການມີສຸຂະພາບທີ່ດີເປັນທີ່ປາຖະໜາຂອງທຸກຄົນແຕ່ຈະເຮັດແນວໃດໃຫ້ມີສຸຂະພາບດີ ມື້ນີ້ ວາລະສານຂັວນໃຈ ນໍາເອົາເຄັດລັບໃນການກິນ ແລະ ກິນແນວໃດໃຫ້ມີສຸຂະພາບດີມາບອກດັ່ງນີ້: ພຶດຕິກໍາ ແລະ ວິໄນການບໍລິໂພກແບບຜິດໆ. – ການຢໍ້າອາຫານບໍ່ລະອຽດ ເພາະຈະເຮັດໃຫ້ລໍາໄສ້ ແລະ ກະເພາະອາຫານເຮັດວຽກໜັກຂຶ້ນ. – ຕິດນິໄສການກິນອາຫານແບບຈຸບຈິບເປັນນິໄສການກິນທີ່ຈະເຮັດໃຫ້ເກີດພະຍາດຕຸ້ຍໄດ້. – ບໍ່ກິນອາຫານເຊົ້າ ເມື່ອບໍ່ຮັບປະທານອາຫານເຊົ້າກໍຈະເຮັດໃຫ້ຫງຸດຫງິດງ່າຍ, ໃຈບໍ່ດີ, ຄວາມຮູ້ສຶກເສີຍຊາ ແລະ ບໍ່ວ່ອງໄວ. – ກິນອາຫານບໍ່ເປັນເວລາ ການທີ່ກິນອາຫານບໍ່ຖືກເວລານັ້ນຈະເຮັດໃຫ້ເປັນພະຍາດກະເພາະອາຫານໄດ້. ປ່ຽນການກິນແນວໃດໃຫ້ສຸຂະພາບດີ. – ເລີ່ມມື້ໃໝ່ດ້ວຍອາຫານເຊົ້າ ຖ້າຫາກທ່ານໃດທີ່ບໍ່ມີເວລາໃນການຮັບປະອາຫານເຊົ້າລອງມາມາຮັບປະທານອາຫານປະເພດໂຍ ເກີດ, ກ້ວຍນໍ້າວ້າສຸກ ເຊິ່ງກ້ວຍນໍ້າວ້າເປັນແຫຼ່ງໂປຕີນ ວິຕາມິA, C, B1, B2, B6 ນອກຈາກຈະໄດ້ປະໂຫຍດແລ້ວຍັງເນັດໃຫ້ບໍ່ຕຸ້ຍອີກດ້ວຍ. – ປ່ຽນຈາກການກິນຈຸບຈິບປະເພດເຂົ້າໜົມເປັນຂອງທີ່ບໍ່ມີປະໂຫຍດ ເຮົາກໍປ່ຽນມາກິນໝາກໄມ້ທີ່ມີວິຕາມິນແທນດີກວ່າ ເພາະການວິໄຈບອກວ່າການກິນຫຼາຍນັ້ນບໍ່ເຮັດໃຫ້ຕຸ້ຍແລ້ວຍັງຈະເຮັດໃຫ້ມີສຸຂະພາບບ ດີອີກ. – ຢໍ້າອາຫານໃຫ້ຊ້າລົງ ຄວນຢໍ້າໃຫ້ລະອຽດຈະຊ່ວຍໃຫ້ອາຫານດູດຊຶມເຂົ້າສູ່ຮ່າງກາຍໄດ້ງ່າຍ, ກະເພາະບໍ່ຕ້ອງເຮັດວຽກໜັກ ແລະ …

Read More »