Breaking News

Kuanjai Foodie

ຮ້ານເຂົ້າຈີ່-ກາເຟ ​ມົນສະ​ເໜ່​ແຫ່ງ​​ລົດ​ຊາດ ​ກັບບັນ​ຍາ​ກ​າດ​ແບບປະ​ທັບ​ໃຈ

ໄລຍະແຫ່ງການຜັນປ່ຽນລະດູການ ຈາກລະດູຝົນເລີ່ມເຂົ້າສູ່ລະດູໜາວ ອາກາດກໍເລີ່ມເຢັນໆມາໜ້ອຍໜຶ່ງແລ້ວ ຖ້າໄດ້ກາເຟຮ້ອນຈັກຈອກ ແລະ ເຂົ້າຈີ່ແຊບໆຈັກອັນ ມານັ່ງຊຸມກັນເພື່ອຜ່ອນຄາຍບັນຍາກາດໜາວໆເຢັນໆແບບນີ້ຄົງຈະດີຂຶ້ນຢ່າງແນ່ນອນ. ຊັ້ນຈະຊັກຊ້າໄປເຮັດຫຍັງ ມາຮູ້ຈັກກັບ ຮ້ານເຂົ້າຈີ່-ກາເຟ ກັນດີກວ່າ ຂວັນໃຈ ຂໍແນະນໍາຮ້ານກາເຟ ທີ່ກຳລັງໄດ້ຮັບຄວາມນິຍົມຫລາຍທີ່ສຸດໃນກຸ່ມຄົນຍຸກໃໝ່ ທີ່ຕ້ອງແລ່ນນຳເວລາ ເພື່ອຮັບປະທານອາຫານທີ່ສະດວກສະບາຍ, ລົດຊາດແຊບ, ບໍລິການປະທັບໃຈ ແລະ ວ່ອງໄວທັນໃຈກັນດີກວ່າ. ຮ້ານດັ່ງກ່າວມີຊື່ວ່າ: ຮ້ານເຂົ້າຈີ່-ກາເຟ ຕັ້ງຢູ່ຂ້າງສໍານັກງານນາຍົກ ລັດຖະມົນຕີ ແລະ ຢູ່ດ້ານຫຼັງໂຮງຮຽນອຸດົມສຶກສາວຽງຈັນ ໃນຕຶກບໍລິສັດ ເຄ&ຊີ ເຊິ່ງບໍລິການອາຫານປະເພດເຂົ້າຈີ່ທຸກຊະນິດ, ກາເຟທີ່ເປັນແບບລາວແທ້ ແລະ ເຄື່ອງດື່ມທົ່ວໄປ ທີ່ໃຫ້ລົດຊາດຖືກໃຈແກ່ບັນດານັກຊິມທັງຫຼາຍໄດ້ເປັນຢ່າງດີ. ເມື່ອເວົ້າເຖິງເຂົ້າຈີ່ ແລະ ກາເຟ ຫຼາຍທ່ານອາດຈະຮູ້ດີວ່າ: ເປັນອາຫານທີ່ຊອກຫາກິນງ່າຍ ທັງໃຫ້ຄວາມສະດວກສະບາຍຫລາຍທີ່ສຸດໃນຍາມຫິວທີ່ຟ້າວຟັ່ງ ແລະ ຮີບດ່ວນ ເໝາະສົມສໍາລັບຄົນເຮັດວຽກໃນຍຸກປັດຈຸບັນ ທີ່ຕ້ອງປະຕິບັດໂມງເວລາຢ່າງເຂັ້ມງວດ ເຂົ້າຈີ່ຍັງສາມາດຕອບໂຈດໃນຝັນຂອງການກິນອາຫານໃນຕອນເຊົ້າ ຊື້ອອກໄປກິນເອງໄດ້ ຫຼື ບາງທ່ານທີ່ຕ້ອງການນັ່ງກິນຢູ່ພາຍໃນຮ້ານ ທາງຮ້ານກໍມີບ່ອນນັດພົບປະສັງສັນທີ່ມີບັນຍາກາດແບບເປັນກັນເອງ, ອົບອຸ່ນ, ມີມູມໂລແມນຕິກ, …

Read More »

ຮ້ານອາຫານ ລາວ-ຫຼວງພະບາງ

ສຳລັບໃຜທີ່ຢາກກິນອາຫານທ້ອງຖິ່ນແຂວງຫຼວງພະບາງ ບໍ່ຈຳເປັນຕ້ອງໄປຮອດຫຼວງພະບາງກໍໄດ້ແລ້ວເດີ ເພາະຢູ່ໃນນະຄອນຫຼວງກໍສາມາດກິນໄດ້. ໃຜທີ່ເບື່ອອາຫານແບບອີຕາລີ, ຈີນ, ໄທ ອາຫານແບບສາກົນ ແນະນໍາໃຫ້ລອງມາຮ້ານນີ້ ຮັບຮອງຄວາມແຊບແບບທ້ອງຖິ່ນຕົ້ນຕຳລັບຣົດຊາດຈາກຫຼວງພະບາງແທ້ໆ ພ້ອມທັງວັດຖຸດິບ, ເຄື່ອງ ປຸງຕ່າງໆ ເຊັ່ນ: ປາແດກ, ໝາກກອກ, ໝາກເຂືອ… ແມ່ນສົ່ງມາຈາກຫຼວງພະບາງເມືອງມໍລະດົກໂລກ. ຮ້້ານອາຫານລາວ-ຫຼວງພະບາງ ທາງທີມງານຂວັນໃຈແມ່ນຢາກແນະນຳສຸດໆ ເພາະໄດ້ໄປທົດລອງຊີມມາແລ້ວຮັບຮອງຄວາມແຊບ, ສະອາດ ແລະ ການບໍລິການດີ ເປັນກັນເອງ ຕັ້ງຢູ່ຈຸດໃຈກາງເມືອງ ຫຼັງພະທາດຫຼວງວຽງຈັນ ສະຖານທີ່ສຳຄັນຂອງນະ ຄອນຫຼວງວຽງຈັນນີ້ເອງ. ຈຸດເດັ່ນທີ່ແຕກຕ່າງຈາກຮ້ານອາຫານອື່ນໆໃນນະຄອນຫຼວງແມ່ນ ມີແຕ່ສະເພາະອາຫານທາງພາກເໜືອແຂວງຫຼວງພະບາງເທົ່ານັ້ນ. ເມນູອາຫານກໍຫຼາກຫຼາຍຢ່າງ ເຊັ່ນ: ອາຫານປະເພດຕໍາ, ປະເພດໝົກ ຕາມລະດູການ ເຊັ່ນ: ໝົກໄຄ, ໝົກໝາກເຜັດ, ໝົກດອກແຄ, ໝົກປານໍ້າຂອງ, ເອາະຫລາມ, ໝ້ຽງປາແດກ….ສ່ວນເມນູພິເສດທີ່ຢາກແນະນຳ ເມືອມາຮອດຮ້ານອາຫານລາວ-ຫຼວງພະບາງແລ້ວຕ້ອງກິນແມ່ນ ຕໍາຫຼວງພະບາງ, ອົ່ວສີໄຄ, ອົ່ວຫຼວງພະບາງ, ໝົກປາຟອກ, ພິເສດສຸດແມ່ນ ເອາະຫລາມ, ເອາະບອນ, …

Read More »

ຮ້ານອາຫານ ມະລິ ຊີມ “ໝີ່ຈັກກະພັດ” ໃນບັນຍາກາດໂມເດິນທີ່ສຸດ

ສະບາຍດີ ! ເພື່ອນໆຜູ້ອ່ານ ວາລະສານຂວັນໃຈ ສຳລັບເດືອນນີ້ ຈະຂໍແນະນຳຮ້ານອາຫານໃໝ່ ໃຫ້ກັບນັກຊິມທັງຫຼາຍທີ່ຢາກລອງປ່ຽນບັນຍາກາດໄປນັ່ງກິນອາຫານຣົດຊາດແຊບແບບໃໝ່ ແລະ ລາຄາຖືກ. ພ້ອມທັງມີເມນູພິເສດທີ່ສຸດ ທີ່ທຸກທ່ານຕ້ອງມັກແນ່ນອນ “ຮ້ານອາຫານມະລິ” ເປັນຊື່ເອີ້ນແບບລາວໆຈື່ຈໍາກັນໄດ້ງ່າຍໆ, ເໝາະກັບທຸກໆໄວທີ່ຈະມາສ້າງສັນແບບໝູ່ເພື່ອນ, ພະນັກງານ ແລະ ຄອບຄົວ. ສິ່ງສຳຄັນແມ່ນ ຄວາມສະອາດ ແລະ ຮັບປະກັນອາຫານທຸກເມນູຈະບໍ່ໃສ່ແປ້ງນົວ. ຮ້ານອາຫານມະລິ ມີເມນູອາຫານຫຼາກຫຼາຍທີ່ທຸກໆທ່ານສາມາດເລືອກກິນໄດ້ ຫຼື ຈະເປັນແບບຕາມສັ່ງກໍມີ ແລ້ວແຕ່ລູກຄ້າສະດວກ. ແຕ່ທາງຮ້ານມະລິ ມີເມນູໃຫຍ່ທີ່ພິເສດສຸດຄຸ້ມ ຊຶ່ງຢາກແນະນຳໃຫ້ນັກຊິມໄດ້ທົດລອງກິນແລ້ວຈະຕິດໃຈນັ້ນກໍຄື: “ໝີ່ຈັກກະພັດ”  ທີ່ສາມາດກິນໄດ້ 4-6 ຄົນ ລາຄາພຽງ 150,000 ກີບເທົ່ານັ້ນ ຮັບຮອງວ່າກິນອິ່ມແບບຈຸໃຈ. ສ່ວນເມນູທີ່ເປັນອາຫານຈານດຽວຈານນ້ອຍກໍຂໍແມ່ນ ໝີ່ນໍ້າ ທີ່ມີນໍ້າແກງສູດສະເພາະຂອງຮ້ານ, ເຂົ້າຂົ້ວຂີ້ເມົາ, ຊີ້ນຕຸ່ນຮົງກົງ, ຢໍາເຊວມອນ…. ສຳລັບການຕົກແຕ່ງຂອງຮ້ານ ບອກໄດ້ເລີຍວ່າ ເນັ້ນໃຫ້ມີຄວາມແຕກຕ່າງຈາກຮ້ານອື່ນໆທົ່ວໄປທີ່ເຄີຍເຫັນ ເຊິ່ງຈະເນັ້ນລວດລາຍສິລະປະໃນການວາດແຕ້ມລົງໃສ່ກັບຝາ ໃຫ້ເຂົ້າກັບຊື່ຂອງຮ້ານ ເຊິ່ງເບິ່ງແລ້ວ ໂມເດິນສຸດໆ …

Read More »

ທ່ານເຄີຍຮູ້ບໍ່ວ່າການດີທ໋ອກ (Detox) ແມ່ນຫຍັງ?

    ມື້ນີ້ຂັວນໃຈ ຈະມາບອກໃຫ້ຮູ້ກ່ຽວກັບການດີທ໋ອກ (Detox) ມັນແມ່ນຫຍັງ ?? ການດີທ໋ອກ(Detox) ຄືການເຮັດຄວາມສະອາດທັງຮ່າງກາຍ, ຜິວພັນ ແລະ ຈິດໃຈ ເພາະທຸກມື້ນີ້ເຮົາຕ້ອງພົບກັບມົນລະພິດທີ່ຫຼາກຫຼາຍບໍ່ວ່າຈະເປັນແສງແດດ ຫຼື ຝຸ່ນ, ຄັວນ ແຕ່ຫຼາຍຄົນກໍ່ບໍ່ສົນໃຈ, ບໍ່ເບິ່ງແຍງຮ່າງກາຍ ແລະ ຜິວພັນ ຫຼືເວລາທີ່ເຮົາກິນສິ່ງຕ່າງໆທີ່ບໍ່ມີປະໂຫຍດເຂົ້າໄປລວມທັງສະພາບທາງຈິດໃຈທີ່ເຮົາຮູ້ສຶກຄຽດ, ໝົດຫວັງ, ໝົດກຳລັງໃຈມື້ລະຫຼາຍໆເທື່ອ. ສະນັ້ນການດີທ໋ອກ(Detox) ເປັນທາງເລືອກທີ່ສາມາດຊ່ວຍທ່ານໄດ້  ແລະ ວິທີເຮັດກໍ່ງ່າຍໆດັ່ງນີ້: ດີທ໋ອກ ລໍາໄສ້: ເຮັດງ່າຍໆພຽງແຕ່ດື່ມໃນຕອນເຊົ້າ. ທ່ານເຄີຍມີອາການແບບນີ້ບໍ? ຖ່າຍຍາກ, ສິວຂຶ້ນ, ມີກິ່ນປາກອາການແບບນີ້ເປັນຕົ້ນ ອາການເຫຼົ່ານີ້ເກີດຈາກອາຫານມັນໆ, ຍ່ອຍຍາກເຮັດໃຫ້ລະບົບຂັບຖ່າຍບໍ່ດີ ແລະ ສິ່ງຕົກຄ້າງເຫຼົ່ານັ້ນຈະສະສົມຢູ່ໃນລຳໄສ້. ສະນັ້ນວິທີງ່າຍໆພຽງແຕ່ດື່ມນໍ້າໝາກນາວຫຼັງຈາກຕື່ນນອກໃນຕອນເຊົ້າ ຖ້າກິນຕໍ່ເນື່ອງກັນຢ່າງນ້ອຍ 1 ອາທິດແລ້ວຈະເລີ່ມຄ່ອຍໆເຫັນຜົນ ສ່ວນປະກອບຈະມີ ໝາກນາວເຄິ່ງໜ່ວຍ ກັບ ນໍ້າອຸ່ນ1 ຈອກ. ດີທ໋ອກ ຫົວໃຈ: ມີຄວາມສຸກງ່າຍພຽງແຕ່ນັ່ງສະມາທິ. …

Read More »

5 ສຸດຍອດອາຫານທີ່ຄວນກິນທຸກມື້

5 ສຸດຍອດອາຫານທີ່ຄວນກິນທຸກມື້ ບໍ່ວ່າໃຜໆກໍ່ລ້ວນແຕ່ຢາກມີສຸຂະພາບທີ່ດີ ດັ່ງນັ້ນການເບິ່ງແຍງຕົວເອງດ້ວຍການອອກກໍາລັງກາຍ ແລະ ການກິນອາຫານທີ່ມີປະໂຫຍດຈຶ່ງເປັນວິທີງ່າຍໆທີ່ຫຼາຍໆຄົນເລືອກໃຊ້ ນອກຈາກຈະກິນອາຫານໃຫ້ຄົບ 5 ໝູ່ແລ້ວ ທາງວາລະສານຂັວນໃຈ ຍັງມີສຸດຍອດອາຫານທີ່ຄວນກິນທຸກມື້ມາແນະນຳດັ່ງນີ້: ໄຂ່ໄກ່: ໄຂ່ໄກ່ເປັນສຸດຍອດອາຫານທີ່ຫາໄດ້ງ່າຍ ແລະ ລາຄາຍັງຖືກອີກ ໄຂ່ໄກ່ນັ້ນເປັນແຫຼ່ງຂອງໂປຣຕິນທີ່ມີຄຸນນະພາບສູງ ທີ່ຈະເຮັດໃຫ້ທ່ານໄດ້ພະລັງງານແຕ່ບໍ່ຕຸ້ຍ ແລະ ຍັງມີປະໂຫຍດໃນການບຳລຸງສາຍຕາ, ຍັງມີລູທີນ(Lutein)ທີ່ຈະປ້ອງກັນຜິວຈາກການທຳລາຍຂອງແສງແດດອີກດ້ວຍ. ຖົ່ວ: ຖົ່ວເປັນແຫຼ່ງຂອງເຫຼັກ ເຊິ່ງເປັນສານອາຫານທີ່ຊ່ວຍໃນການສົ່ງຜ່ານ oxygen ຈາກປອດໄປຫາເຊວຕ່າງໆຂອງຮ່າງກາຍ ໃນຖົ່ວ 1 ຖ້ວຍ ຈະໃຫ້ທາດເຫຼັກປະມານ 16 ມິນລີກະກຼາມ ເຊິ່ງຖືວ່າເປັນປະລິມານທີ່ສູງ ນອກຈາກນີ້ຖົ່ວຍັງມີໄຟເບີຊ່ວຍໃຫ້ຮ່າງກາຍຂັບຖ່າຍໄດ້ງ່າຍອີກດ້ວຍ. ໝາກກ້ຽງ: ເປັນແຫຼ່ງວິຕາມິນ C ທີ່ມີປະໂຫຍດຕໍ່ການສ້າງເມັດເລືອດຂາວ, ຊ່ວຍສ້າງພູມຕ້ານທານພະຍາດ ແລະ ຍັງມີໄຟເບີສູງ ເປັນແຫຼ່ງຂອງແອນຕີ້ອ໋ອກຊີເດນ( anti oxidant )ທີ່ຈະຊ່ວຍປົກປ້ອງເຊວຜິວຈາກການຖືກທຳລາຍ ແລະ ເສີມສ້າງຄໍລາເຈນ(collagen)ໃນຜິວອີກດ້ວຍ. ຊາ: ແມ່ນວ່າຊາຈະເປັນເຄື່ອງດື່ມທີ່ບໍ່ໄດ້ໃຫ້ຜົນດີຕໍ່ສຸຂະພາບປານໃດແຕ່ຮູ້ບໍວ່າການດື່ມຊາໃນປະລິມານທີ່ພໍດີ ຈະຊ່ວຍຫຼຸດຄວາມສ່ຽງຕໍ່ການເປັນຄວາຈຳເຊື່ອມ, ມະເຮັງ, …

Read More »