Breaking News

Kuanjai Foodie

ປຸງແຕ່ງທຸກຈານດ້ວຍຄວາມຮັກ ເຊັ່ນດຽວກັບເຮັດໃຫ້ຄົນທີ່ເຮົາຮັກທີ່ສຸດກິນ

ຮ້ານອາຫານ ປິນໂຕ (Pintoh Restaurant) ໃນພາວະການແຂ່ງຂັນສູງ ແລະ ດຸເດືອດ ຂອງທຸລະກິດຮ້ານອາຫານໃນເຂດນະຄອນຫຼວງວຽງຈັນ ມີຮ້ານອາຫານນ້ອຍໆຮ້ານໜຶ່ງໄດ້ເປີດຕົວຂຶ້ນ ເມື່ອປະມານ 8 ເດືອນກ່ອນ ຊື່ວ່າ ຮ້ານປິນໂຕ ທ່າມກາງຈຸດທີ່ສັບສົນວຸ່ນວາຍທີ່ສຸດໃຈກາງເມືອງ ນັ້ນກໍ່ຄືແຖວສີຫອມຮ້ານນ້ອຍໆແຫ່ງນີ້ ເກີດຂຶ້ນຈາກແຮງບັນດານໃຈຂອງສອງເອື້ອຍນ້ອງ ເອື້ອຍເຟີຍ ແລະ ເອື້ອຍໝານ້ອຍ ທີ່ຢາກນຳເອົາເມນູທີ່ປຸງແຕ່ງດ້ວຍຄວາມຮັກ ສຳລັບສະມາຊິກຄອບຄົວຂອງຕົນເອງ ມາແບ່ງປັນໃຫ້ກັບລູກຄ້າໄດ້ລິ້ມລອງ ດ້ວຍສູດທີ່ບໍ່ຄືໃຜ ດ້ວຍການເລືອກວັດຖຸດິບທີ່ພີຖີພິຖັນ ທຸກຢ່າງຕ້ອງສົດໃໝ່ ຄຸນນະພາບດີ ແລະ ທີ່ສຳຄັນ ປາສະຈາກແປ້ງນົວ ເຮັດໃຫ້ທຸກໆເມນູບ້ານໆ ຫຼື ເມນູປະຈຳບ້ານຂອງເພິ່ນ ອອກມາມີລົດຊາດພິເສດ ເພາະແນວຄວາມຄິດຂອງເພິ່ນຄື “ປຸງແຕ່ງທຸກຈານດ້ວຍຄວາມຮັກ ເຊັ່ນດຽວກັບເຮັດໃຫ້ຄົນເຮົາຮັກທີ່ສຸດກິນ” ບັນຍາາດຂອງຮ້ານກໍແສນຈະເຂົ້າກັນກັບແນວຄິດຂອງອາຫານ ທີ່ເຕັມໄປດ້ວຍອາຍອຸ່ນແບບຄອບຄົວອີ່ຫລີ ຈາກອຸປະກອນຕົບແຕ່ງແນວຢ້ອນອາດີດ ບໍ່ວ່າຈະເປັນ ປິນໂຕເຫຼັກ, ພາຖາດເຫຼັກລາຍດອກ ຫ້ອຍຢູ່ເທິງຝາ ພ້ອມທັງລວດລາຍຮູບແຕ້ມ ວິຖີຊິວິດຂອງຄົນລາວສະ ໄໝກ່ອນ ເຊິ່ງຖ້າໃຜຢູ່ໃນໄວກາງຄົນ ກໍພາໃຫ້ຄິດຮອດພາເຂົ້າທີ່ອີ່ແມ່ເຮັດໃຫ້ກິນສະໄໝຍັງນ້ອຍ (ເວົ້າລະນໍ້າຕາຊຶມ) …

Read More »

ຮ້ານອາຫານ 3434 ຟັງແຕ່ຊື່ຮ້ານ ກໍຢາກໄປລອງນັ່ງ ຊິວໆ!! ແລ້ວ

ສະບາຍດີມື້ນີ້ ຂວັນໃຈ Food ຂໍມາແນະນຳຮ້ານອາຫານ ທີ່ໄດ້ຮັບຄວາມນິຍົມ ຂອງຊາວນະຄອນຫຼວງວຽງຈັນ ຊື່ວ່າ ຮ້ານ 3434 ເຊິ່ງເພິ່ນຫາກໍຂະຫຍາຍສາຂາທີ 2 ຫວ່າງບໍ່ດົນມານີ້. ສ່ວນສາຂາທີໜຶ່ງແມ່ນຕັ້ງຢູ່ບ້ານດອນກອຍ ເປີດໃຫ້ບໍລິການໄດ້ປະມານ 2 ປີແລ້ວ ລູກຄ້າຂອງເພິ່ນກໍເພີ່ມຂຶ້ນຢ່າງຕໍ່ເນື່ອງ. ດັ່ງນັ້ນ ເພື່ອເອົາໃຈລູກຄ້າທີ່ໜ້າຮັກ ຈຶ່ງເປີດສາຂາ 2 ເຊິ່ງຕັ້ງຢູ່ບ້ານວັງຊາຍ ນີ້ເອງ ໃຜຢູ່ໃກ້ກໍລອງແວ່ໄປຊິມເບິ່ງເດີ້ ຮ້ານສາຂາ 2 ແມ່ນເລີ່ມເປີດບໍລິການແຕ່ວັນທີ  19 ກັນຍາ 2016 ເປັນຕົ້ນມາ. ກ່ອນຈະໄດ້ຊື່ຮ້ານວ່າ 3434 ເຈົ້າຂອງຮ້ານຄົນງາມ ມະນີຕາວັນ ບຸນນະວົງ ຫຼື ອາລິ່ງ ໄດ້ເລົ່າໃຫ້ຟັງວ່າ: ໄດ້ຈາກເລກປ້າຍລົດສະປອດຄັນທຳອິດ ຂອງຄອບຄົວ ຕໍ່ມາຊື້ຄັນທີສອງ ກໍຍັງໄດ້ປ້າຍຄືເກົ່າ 3434 ອີກ ກໍເລີຍຄິດວ່າເລກນີ້ ເປັນເລກນໍາໂຊກລາບໃຫ້ຄອບຄົວ ແລະ ທຸລະກິດ. ຈຸດເລີ່ມຕົ້ນຂອງການເປີດຮ້ານອາຫານ …

Read More »

ຮ້ານອາຫານ 3 ສາວ (3 Sao Hotpot) ບໍລິການດີເລີດ ສຸດແສນປະທັບໃຈ

ອາຫານ ແຊບຈົນຕ້ອງບອກຕໍ່! ການບໍລິການດີເລີດ ສຸດແສນປະທັບໃຈ ບັນຍາກາດດີ ແອເຢັນສະບາຍ ສະອາດສົດໃຫມ່ ມີໃຫ້ເລືອກຫລາກຫລາຍເມນູ. ວາລະສານຂວັນໃຈ ສະບັບນີ້ ຂໍແນະນຳ ຮ້ານອາຫານ 3 ສາວ Hotpot ຮ້ານອາຫານປະເພດຈຸ່ມ ສຸກີ້ ເປັນຮ້ານອາຫານໃໝ່ ສຳລັບໃຜທີ່ຕ້ອງການກິນຈຸ່ມຮ້ອນໆແຊບໆ ຕ້ອງໄປກິນໃຫ້ໄດ້!  ບອກໄດ້ເລີຍວ່າ ຈຸດພິເສດແມ່ນຢູ່ທີ່ ນໍ້າຊຸບ 3 ຣົດຊາດຄື: ນໍ້າຊຸບມາລ້າ (ນໍ້າຊຸບເຄື່ອງເທດຈີນ), ນໍ້າຊຸບສາມສາວ (ນໍ້າຊຸບໃສ, ນໍ້າຕົ້ມຜັກ), ນໍ້າຊຸບປາແຫ້ງ ນອກຈາກຈະຂື້ນຊື່ເລື່ອງນໍ້າຊຸບແລ້ວ ນໍ້າແຈ່ວກະບໍ່ໄດ້ນ້ອຍໜ້າມີ 3 ຣົດຊາດໃຫ້ເລືອກ ຖືວ່າມາຮ້ານດຽວມີທັງອາຫານເພື່ອສຸຂະພາບ ແບບກິນເຈ ຫຼື ສຳລັບໃຜທີ່ມັກຣົດຊາດເດັດເຜັດຮ້ອນ ເຊິ່ງມີຄົບໝົດທຸກຣົດຊາດໃຫ້ທ່ານສາມາດເລືອກກິນໄດ້ຕາມຄວາມມັກ. ຈຸດພິເສດອີກຢ່າງໜຶ່ງຂອງຮ້ານແມ່ນການຕົກແຕ່ງ, ບັນຍາກາດພາຍໃນຮ້ານ ແມ່ນອີງໃສ່ໃຫ້ເປັນບັນຍາກາດຂອງຮ້ານຈຸ່ມສຸກີ້ ຮູບແບບລັກສະນະໃຫ້ມັນແທດເໝາະ ບໍ່ວ່າຈະເປັນອຸປະກອນ, ໂຕະຕັ່ງ ທີ່ມີຄວາມສະດວກສະບາຍໃຫ້ກັບລູກຄ້າທີ່ມາກິນ. ໂລໂກ້, ສີສັນຂອງຮ້ານເຂົ້າກັນໄດ້ຢ່າງລົງຕົວເບິິ່ງແລ້ວສົດໃສສະບາຍໆຕາ ສົດຊື່ນ …

Read More »

ຮ້ານກາເຟທີ່ແຊບທີ່ຊຸດໃນນະຄອນຫຼວງ

ລະດູໜາວເລີ່ມເຂົ້າມາເຮັດໃຫ້ຮ່າງກາຍຂອງຫຼາຍຄົນຂາດຄວາມອົບອຸນ ຖ້າຫາກທ່ານຕ້ອງການຄວາມອົບອຸນໂດຍການດືື່ມນໍ້າກາເຟແຊບໆຮ້ອນໆຈັກຈອກ ເພື່ອບັນເທົາຄວາມໜາວເຢັນ ທ່ານຄິດວ່າຮ້ານໃດທີ່ເໝາະສົມລັບທ່ານ ຫຼື ຮ້ານໃດທີ່ທ່ານຄິດວ່າແຊບທີ່ສຸດສຳລັບທ່ານ ຈົ່ງບອກຄວາມຮູ້ສຶກຂອງທ່ານເພື່ອໃຫ້ຄົນອື່ນໄດ້ຮັບຮູ້ນໍາ

Read More »

ອາຫານຕ້ານພະຍາດມະເຮັງ

ອາຫານຕ້ານພະຍາດມະເຮັງ ການເລືອກກິນອາຫານກໍເປັນໜຶ່ງໃນທາງອອກສໍາລັບຄົນທີ່ບໍ່ຢາກເປັນພະຍາດມະເຮັງ ໂດຍສະຖາບັນວິໄຈມະເຮັງແຫ່ງສະຫະລັດອາເມລິກາໄດ້ອອກມາແນະນໍາສຸດຍອດອາຫານທີ່ມີສານຕ້ານມະເຮັງດັ່ງນີ້: ກຸ່ມອາຫານທີ່ມີສານຕ້ານມະເຮັງສູງສຸດເຊັ່ນ: ຫົວຜັກທຽມ, ຜັກກະຫຼໍ່າປີ, ຖົ່ວເຫຼືອງ, ຂີງ, ກະຣົດ ແລະ ຜັກເຊີນາລີ (Celery). ກຸ່ມອາຫານທີ່ມີສານຕ້ານມະເຮັງລະດັບກາງເຊັ່ນ: ເຕົາຮູ້, ໝາກກ້ຽງ, ເລມອນ, ໝາກເລັ່ນ. ກຸ່ມອາຫານທີ່ມີສານຕ້ານມະເຮັງລະດັບຕໍ່າເຊັ່ນ: ໝາກແຕງເມລອນ, ມັນຝຣັ່ງ, ໝາກໄມ້ຕະກຸນເບີຣີ່.          

Read More »