Breaking News

ທ່ອງທ່ຽວ

ວີທີ ທີ່ຈະລືມແຟນເກົ່າໄດ້ໄວ ຄວນເຮັດແນວໃດ

ການ Move on ຫຼືການກ້າວຜ່ານເລື່ອງລາວຕ່າງໆ ບໍ່ແມ່ນເລື່ອງງ່າຍ ໂດຍສະເພາະເລື່ອງຄວາມຮັກ ເພາະທຸກສິ່ງເກີດຂຶຶ້ນມາຈາກທັງສອງຝ່າຍ ເມື່ອຝ່າຍໃດຝ່າຍໜຶ່ງຖອຍອອກຈາກທາງຮັກ ອີກຝ່າຍກໍຕ້ອງ Move on ຕໍ່ໄປ. ເຊິ່ງຫຼາຍຄົນທີ່ຍັງຄາໃຈ,​ ຍັງຮັກ ຫຼືຍັງຜູກພັນກັບຮັກເກົ່າທີ່ຢາກຈະລືມ ມື້ນີ້ ແອັດເລີຍນຳເອົາ 8 ວິທີ ການ Move on ທີ່ຈະລືມແຟນເກົ່າງ່າຍໆ ມາໃຫ້ທຸກຄົນລອງປະຕິບັດ. 1. ປ່ຽນໄປຄິດເລື່ອງອື່ນ ເມື່ອຄິດຮອດເຂົາ ຄວາມຄິດຮອດເປັນສິ່ງທີ່ຫ້າມບໍ່ໄດ້ ໂດຍສະເພາະຄົນທີ່ຍັງຮັກຫຼາຍ ຄວາມຄິດຮອດຍິ່ງຫຼາຍຢູ່ແລ້ວ ເພາະເວລາທີ່ຢູ່ນຳກັນມັນມີຄວາມຊົງຈຳຫຼວງຫຼາຍທີ່ດີ ເຊິ່ງເມື່ອເປັນແນວນັ້ນ ເຮົາຈະຕ້ອງບໍ່ຄິດເພາະຍິ່ງຄິດຮອດກໍຍິ່ງເຈັບ. ສະນັ້ນ, ເຮົາຄວນຄິດເລື່ອງອື່ນຕັດເມື່ອເວລາຄິດຮອດເຂົາ ບໍ່ດັ່ງນັ້ນ ເຮົາຈະບໍ່ມີມື້ລືມເຂົາເລີຍ. 2. ບໍ່ຄວນຢູ່ຄົນດຽວ ໃຜທີ່ຫາກໍເລີກກັບແຟນກໍຈະມີຄວາມຮູ້ສຶກເຫງົາໆເປັນປົກກະຕິ. ດັ່ງນັ້ນ, ການຢູ່ຄົນດຽວຈະເຮັດໃຫ້ເຮົາເສົ້າກວ່າເກົ່າ ຄວນຫາເວລາໄປຜັກຜ່ອນ ແລະ ໃຊ້ເວລາຢູ່ຮ່ວມກັບໝູ່ເພື່ອນ ຫຼືຄອບຄົວ ເຊັ່ນ: ການໄປເບິ່ງໜັງ, ຟັງເພງ, ໄປທ່ຽວ… …

Read More »

ຄືນຄວາມສຸກໃຫ້ຄອບຄົວ!!! ແມັດທິວ-ລີເດຍພາລູກໆ ນ້ອງດີແລນ-ນ້ອງເດມີ ໄປທ່ຽວທະເລຄັ້ງທໍາອິດ ຫຼັງຜ່ານພົ້ນຝັນຮ້າຍ…

ເປັນອີກໜຶ່ງຄູ່ຮັກດາຣາ-ນັກຮ້ອງຊື່ດັງ (ປະເທດໄທ) ທີ່ໄດ້ຮັບຄວາມສົນໃຈຫຼາຍ ເພາະຖືໄດ້ວ່າເປັນຄອບຄົວຕົວຢ່າງອີກຄອບຄົວໜຶ່ງໃນວົງການບັນເທີງເລີຍກໍວ່າໄດ້… ໂດຍປົກກະຕິທັງສອງກໍມີຍອດຄົນຕິດຕາມຫຼາຍຢູ່ແລ້ວ ແຕ່ຫຼັງຈາກທີ່ມີລູກນ້ອຍທີ່ໜ້າຮັກທັງສອງມາເພີ່ມຄືນ້ອງດີແລນ ແລະ ນ້ອງເດມີ ຍອດຜູ້ຕິດຕາມ-ແຟນຄຣັບ ກໍເພີ່ມຂື້ນມາອີກເປັນເທົ່າຕົວ ແລະ ກໍເຮັດໃຫ້ເປັນຄອບຄົວທີ່ສົມບູນແບບຂຶ້ນມາອີກ… ແຕ່ເມື່ອບໍ່ດົນມານີ້ ໃນໄລຍະການລະບາດຂອງພະຍາດ ໂຄວິດ-19 ແຟນຄຣັບກໍໄດ້ຮັບຂ່າວທີ່ໜ້າເປັນຫ່ວງ ແລະ ເປັນຝັນຮ້າຍທີ່ສຸດຂອງຄອບຄົວ ນັ້ນກໍຄື ຜົນກວດເລືອດຂອງທັງສອງອອກມາເປັນ ບວກ ນັ້ນໝາຍຄວາມວ່າ ທັງສອງຕິດເຊື້ອ ໂຄວິດ-19 ຄືທີ່ຫຼາຍຄົນຮູ້!! ແຕ່ທັງສອງກໍບໍ່ທໍ້ຖອຍຕໍ່ສູ້ກັບພະຍາດຮ້າຍດັ່ງກ່າວ ເຖິງວ່າຈະຕ້ອງໄດ້ແຍກກັບຄອບຄົວ ແຍກກັບລູກໆເພື່ອປິ່ນປົວເປັນເວລາເດືອນປາຍ ເຊິ່ງໄລຍະນັ້ນ ຂວັນໃຈ ກໍຄອຍອັບເດດສະຖານະການໃຜ້ແຟນຄຣັບຊາວລາວເຮົາໄດ້ຕິດຕາມຢູ່ເປັນປະຈໍາ… ໃນທີ່ສຸດມື້ທີ່ລໍຄອຍກໍມາເຖິງ ຜົນກວດຂອງ ແມັດທິວ-ລີເດຍ ບໍ່ພົບເຊື້ອໂຄວິດ-19 ແລ້ວ ສາມາດອອກໂຮງໝໍກັບມາຢູ່ກັບຄອບຄົວທີ່ໜ້າຮັກໄດ້ຄືເກົ່າ… ຫຼັງຈາກກັບມາຢູ່ພ້ອມໜ້າພ້ອມຕາ ພໍ່-ແມ່-ລູກ ໄດ້ບໍ່ດົນ ສະຖານະການຄີ່ຄາຍລົງ ທັງສອງກໍບໍ່ໍຊ້າທີ່ຈະຄືນຄວາມສຸກໃຫ້ກັບຄອບຄົວ ໂດຍການຈັດທຣິບທ່ອງທ່ຽວທະເລ ແບບຄອບຄົວໃຫຍ່ ເຊິ່ງພາບບັນຍາກາດຈະໜ້າປະທັບໃຈແນວໃດນັ້ນ ມື້ນີ້ຂວັນໃຈກໍໄດ້ນໍາພາບຂອງຄອບຄົວນີ້ມາຕ້ອນທຸກຄົນນໍາ ພ້ອມແລ້ວໄປເບິ່ງເລີຍ…        …

Read More »

ຖ້າການໄປຮັກຄົນອື່ນເຮັດໃຫ້ທໍລະມານ ກໍຄວນຈະກັບມາຮັກຕົວເອງໄດ້ແລ້ວ…

ສາວໆເລື່ອງຂອງການອົກຫັກ, ຄວາມໝົດຫວັງ, ຄວາມຜິດພາດ ທຸກຄົນລ້ວນແລ້ວແຕ່ເຄີຍປະສົບພົບພໍ້ກັນມາໝົດ ເພາະຊີວິດຄົນເຮົາທຸກຄົນ ບໍ່ມີໃຜທີ່ຈະປະສົບກັບຄວາມສົມຫວັງໄດ້ 100% ແຕ່ເຮົາຈະສາມາດຮັບມືກັບສິ່ງເຫຼົ່ານັ້ນໄດ້ແບບໃດ ຖ້າສະໝອງຂອງເຮົາຍັງຈົດຈຳ ແຕ່ເລື່ອງທີ່ ເຂົາເຮັດໃຫ້ຈິດໃຈເຮົາມີແຕ່ຄວາມເຈັບປວດ. ເຖິງຢ່າງໃດກໍຕາມ, ເຮົາກໍຕ້ອງດຳເນີນຊີວິດຕໍ່ໄປໃຫ້ໄດ້ເພື່ອຄົນທີ່ຮັກເຮົາ ເຊັ່ນໝູ່ເພື່ອນ ແລະ ຄອບຄົວ ຈົ່ງໃຫ້ໂອກາດຕົວເອງ ປົດປ່ອຍເລື່ອງລາວ ແລະ ເລີ່ມຕົ້ນໃໝ່ອີກຄັ້ງ ໂດຍການອອກໄປທ່ອງທ່ຽວ ກັບຄອບຄົວ ແລະ ໝູ່ເພື່ອນ ເພື່ອຮຽນຮູ້ສິ່ງໃໝ່ໆ ເລືອກຫຼີ້ນກິດຈະກໍາ ທີ່ມີການເຄື່ອນໄຫວຕໍ່ຮ່າງກາຍ ເມື່ອໄດ້ມີໂອກາດອອກໄປທ່ອງທ່ຽວແລ້ວ ກໍຕ້ອງໄປບ່ອນທີ່ ບໍ່ເຄີຍໄປ ເພື່ອລອງໄປສໍາພັດຜູ້ຄົນທີ່ບໍ່ເຄີຍພົບມາກ່ອນ ເມື່ອຕ້ອງການລະບາຍ ກໍໄຫ້ອອກມາຫຼາຍເທົ່າທີ່ຈະຫຼາຍໄດ້ ເພາະການໄຫ້ອອກມານັ້ນ ສາມາດປົດປ່ອຍຄວາມທຸກໃຈອອກມາພ້ອມກັບນໍ້າຕາ ເພື່ອເຮັດໃຫ້ສະບາຍໃຈຂຶ້ນໄດ້ ໃນເວລາຕໍ່ໄປ ຫຼັງຈາກນັ້ນ, ກໍໃຫ້ອະໄພຕົນເອງ ທີ່ເຄີຍເສຍນໍ້າຕາ-ເສຍໃຈ ໃຫ້ກັບຄົນໆນັ້ນ ແລ້ວກັບມາຢູ່ກັບຕົວເອງ ເລືອກເຮັດວຽກທີ່ ເຮັດເພື່ອສັງຄົມດີກວ່າ ຫາກມີເວລາວາງກໍໃຫ້ນັ່ງສຳມາທິ ສູດມົນຂໍພອນ ພະລັງແຫ່ງສໍາມາທິ ຈະສາມາດຊ່ວຍໃຫ້ສະບາຍທັງກາຍ ແລະ ຈິດໃຈ …

Read More »

ຊົມເຊີຍ! ສປປ ລາວ ໄດ້ຮັບລາງວັນຊະນະເລີດອັນດັບທີ 3 ປະເທດຍອດນິຍົມແຫ່ງການທ່ອງທ່ຽວ ປະຈຳປີ 2020…

ປະເທດລາວ ເປັນປະເທດໜື່ງທີ່ມີອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ເຊິ່ງເຕັມໄປດ້ວຍ ຕົ້ນໄມ້ ແມ່ນໍ້າ ສັດປ່ານາໆຊະນິດ ແລະ ປະເທດລາວຍັງມີສະຖານທີ່ແຫຼ່ງທ່ອງທ່ຽວຕ່າງໆທີ່ເປັນທັງປູຊະນີຍະສະຖານ ແລະ ອະລິຍະສະຖານ ທີ່ສວຍງາມ   ເປັນຈຸດທີ່ດຶງດູດຄົນທັງພາຍໃນ ແລະ ຕ່າງປະເທດເຂົ້າມາ ເມື່ອບໍ່ດົນຜ່ານມານີ້ ທ່ານ ພົງສະຫວັນ ສີສຸລາດ, ເອກອັກຄະລັດຖະທູດ ໄດ້ຕາງໜ້າ ສປປ ລາວ ເຂົ້າຮ່ວມງານປະກາດລາງວັນ  ວາລະສານການທ່ອງທ່ຽວ Wanderlust ຂອງປະເທດອັງກິດ ປະຈຳປີ 2020 (Wanderlust Reader Travel Award 2020). ຄັ້ງນີ້ ສປປ ລາວ ໄດ້ຮັບລາງວັນຊະນະເລີດອັນດັບທີ 3 ໂດຍໄດ້ຮັບຄະແນນສຽງ (96.25%) ປະເທດຍອດນິຍົມ ແຫ່ງການທ່ອງທ່ຽວຂອງໂລກ (Top Country) ຈາກຜົນການລົງຄະແນນສຽງຂອງຜູ້ອ່ານວາລະສານຜ່ານທາງອອນລາຍ 8,500 ກວ່າຄົນ. ສຳລັບຜົນການປະກາດລາງວັນອັນດັບທີ 1 ຂອງ …

Read More »

ຈາກການສໍາຫຼວດຂອງໜ່ວຍງານກວດຄົນເຂົ້າເມືອງຂອງ ປະເທດໄທ… ສປປ ລາວ  ຕິດອັນດັບ #Top 1 ! ທ່ອງທ່ຽວທີ່ ປະເທດໄທຫຼາຍທີ່ສຸດໃນໂລກ

ຊ່ວງຕົ້ນປີທີ່ຜ່ານມາ ຄົນລາວຫຼາຍໆຄົນໄດ້ພາກັນລັ່ງໄຫຼອອກໄປທ່ຽວຕ່າງປະເທດ ເຊິ່ງໜື່ງໃນປະເທດທີ່ຄົນລາວນິຍົມກັນໄປຫຼາຍທີ່ສຸດ ນັ້ນກໍແມ່ນ ປະເທດໄທ ປະເທດເພື່ອນບ້ານຂອງເຮົານັ້ນເອງ   ເຊິ່ງອີງຕາມສະຖິຕິ ນັກທ່ອງທ່ຽວຕ່າງປະເທດ ທີ່ເດີນທາງໄປທ່ອງທ່ຽວປະເທດໄທ ?? ຕົ້ນປີ 2020 ມາຮອດວັນທີ 10 ກຸມພາ 2020 ຈາກ ໜ່ວຍງານກວດຄົນເຂົ້າເມືອງ ປະເທດໄທ ປາກົດວ່າ ສະຖິຕິ ນັກທ່ອງທ່ຽວຈາກ ສປປ ລາວ ?? ຂຶ້ນອັນດັບຕົ້ນໆ ອັນດັບ#1 ດ້ວຍຈໍານວນ  7,971 ຄົນ ອັນດັບ #2 ຣັສເຊຍ  7,558 ຄົນ ອັນດັບ #3 ມາເລເຊຍ 6,357 ຄົນ ອັນດັບ #4 ຍີ່ປຸ່ນ  5,274 ຄົນ ອັນດັບ #5 ສປ ຈີນ  4,928 ຄົນ ອັນດັບ #6 ຝຣັ່ງ  4,368 ຄົນ ອັນດັບ #7 ອິນເດຍ  3,436 …

Read More »