Breaking News

Chic Working Women

Amanda Gorman ແມ່ຍິງ!!!ທີ່ມີຄວາມຝັນຢາກເປັນປະທານນາທິບໍດີ ໃນປີ 2036…

ມາຮູ້ຈັກ ອະແມນດ້າ ກໍແມນ ກະວີສາວ ຜູ້ທີ່ຢູ່ເທິງເວທີອັນຊົງກຽດລະດັບປະເທດ ຫຼັງຈາກພິທີການກ່າວປະຕິຫານຕົນເພື່ອເຂົ້າຮັບຕໍາແໜ່ງ ປະທານນາທິບໍດີສະຫະລັດຄົນທີ່ 46 ຢ່າງເປັນທາງການຂອງ Jo Baiden. ແລ້ວແມ່ນຫຍັງ? ທີ່ເຮັດໃຫ້ສາວຄົນນີ້ກ້າວຂຶ້ນມາຢູ່ເທິງເວທີອັນຊົງກຽດ ມື້ນີ້ຂວັນໃຈຈະພາທຸກຄົນໄປຮູ້ຈັກກັບສາວຄົນນີ້ກັນເລີຍ… ອາແມນດ້າ ກໍແມນ ເກີດເມື່ອວັນທີ 7 ມີນາ 1998 ປັດຈຸບັນອາຍຸພຽງ 22 ປີ ເຕິບໂຕໃນຄອບຄົວ ທີ່ມີແມ່ເປັນແມ່ລ້ຽງດ່ຽວ ເຊິ່ງແມ່ເຮັດວຽກເປັນຄູສອນ ຊ່ວງຍັງນ້ອຍ ອາແມນດ້າ ເປັນເດັກທີ່ເວົ້າຕິດອ່າງ ເຮັດໃຫ້ມີປັນຫາດ້ານການສື່ສານເຊິ່ງເລື່ອງນີ້ເຮັດໃຫ້ເປັນບົມຂອງສາວອາແມນດ້າ ແຕ່ກໍບໍ່ແມ່ນເລື່ອງທີ່ເຮັດໃຫ້ລາວທໍ້ ລາວກັບໃຊ້ເລື່ອງນີ້ເປັນແຮງພັກດັນ ແລະ ເຮັດໃຫ້ຕົນເອງກ້າວເຂົ້າສູ່ໂລກແຫ່ງບົດກະວີ ດ້ວຍນິໄສສ່ວນຕົວເປັນຄົນມັກອ່ານ ແລະ ຫຼົງໄຫຼໃນການຂຽນ ໂດຍແມ່ກໍໄດ້ສັງເກດເຫັນທັກສະໃນດ້ານນີ້ ຈຶ່ງຄອຍສະໜັບສະໜູນມາໂດຍຕະຫຼອດ ແລະ ອີກໜຶ່ງບຸກຄົນທີ່ເປັນຕົ້ນແບບຜູ້ເປັນແຮງບັນດານໃຈໃຫ້ສາວ ອະແມນດ້າ ເດີນຕາມເສັ້ນທາງສາຍກະວີ ກໍຄື ມະລາລະ ຢູຊາບໄຊ ເປັນແມ່ຍິງທີ່ຮຽກຮ້ອງສິດທິຄວາມເທົ່າທຽມ ຈົນໄດ້ຮັບລາງວັນ ໂນໂບລ ສັນຕິພາບ. …

Read More »

ສຸດສະເທືອນ!!! ເມື່ອນັກສະແດງສາວ ຊົງຢູຈອງ ໄດ້ເສຍຊີວິດແລ້ວ…

ຊ໋ອກທັງວົງການບັນເທີງທົ່ວໂລກ ນັກສະແດງສາວ ຊົງຢູຈອງ ເສຍຊີວິດ ກະທັນຫັນ ໃນອາຍຸພຽງ 26 ປີ ເຊິ່ງຕົ້ນສັງກັດ Sublime Artist ອອກມາຢືນຢັນຂ່າວຮ້າຍນີ້ວ່າ: ຊົງຢູຈອງ ໄດ້ເສຍຊີວິດໃນວັນທີ 23 ມັງກອນ 2021 ທີ່ຜ່ານມາ ແຕ່ບໍ່ໄດ້ເປີດເຜີຍສາເຫດການເສຍຊີວິດ ເຊິ່ງໃນວັນທີ 25 ມັງກອນ 2021 ໄດ້ມີພິທີໄວ້ອາໄລ ຈັດຂຶ້ນທີ່ ສູນແພດກັງນໍາ ໃນກຸງໂຊ. ຊົງຢູຈອງ ເລີ່ມຕົ້ນເປັນທີ່ຮູ້ຈັກໃນຖານະນາງແບບເຄື່ອງສໍາອາງ ກ່ອນທີ່ຈະມາເປັນນັກສະແດງ ທີ່ມີຜົນງານ ຊີລີ Golden Rainbow ໃນປີ 2013 ແລະ ຕາມດ້ວຍຜົນງານອີກຫຼາກຫຼາຍເຊັ່ນ: ຊີລີ Make Your Wish , School 2017 , MV ເພງ Goodbye Road …

Read More »

ຍິນດີນໍາ!!!ກະແຕ ພັນລະຍາຂອງ ເຕິ້ນ ຕະວັນ ຖືກຫວຍລາງວັນທີ່1

ດວງເຮັງສຸດໆ!!! ກະແຕ ພັນລະຍາຂອງໝູຸ່ມ ເຕິ້ນ ຕະວັນ ນັກສະແດງໄທ ຖືກຫວຍລາງວັນທີ່1 ຮັບຊັບແຕ່ຕົ້ນປີເລີຍ ກະແຕໄດ້ໂພສຂ່າວດີໂດຍເຜີຍພາບລູກສາວ ນ້ອງມີຍາ ພ້ອມຈັບໃບຫວຍເລກທີ 384395 ຊິ່ງຕົງກັບເລກລາວງວັນທີ1 ງວດທີ 17 ມັງກອນ 2021 ທີ່ຜ່ານມາ ເວົ້າໄດ້ເລີຍວ່າເຮັງຕັ້ງແຕ່ຕົ້ນປິເລີຍ…ແນວຄົນມັນເຮັງ… ແນວໃດຂວັນໃຈກໍຂໍສະແດງຄວາມຍິນດີນໍາເດີ.

Read More »

ຍິນດີນໍາ!!! ໝຸ່ມບູຣາຕິໂນ້ ເຂົ້າປະຕູວິວາເປັນທີ່ຮຽບຮ້ອຍແລ້ວ…

ຖືວ່າເປັນຂ່າວດີ!!! ໃນວົງການບັນເທີງ ໝຸ່ມ ບູຣາຕິໂນ້ທີ່ໄດ້ເຂົ້າປະຕູວິວາແລ້ວ ຄົງຈະບໍ່ມີໃຜທີ່ບໍ່ຮູ້ຈັກໝຸ່ມຄົນນີ້ທີ່ສ້າງສັນຜົນງານເພລງຫຼາກຫຼາຍຜົນງານ ບໍ່ວ່າຈະເປັນ ເພລງ ເຊົາຫຼາຍໃຈໄດ້ບໍ່, ຂໍເວລາພິສູດຕົວເອງໄດ້ບໍ່ ແລະ ອີກຫຼາຍໆຜົນງານເພລງ ມາຮອດປັດຈຸບັນນີ້ຫຼາຍຄົນອາດຈະສົງໄສວ່າເປັນຫຍັງໝຸ່ມຄົນນີ້ຫາງຫາຍຈາກວົງການບັນເທີງໄປດົນ ນັ້ນກໍຍ້ອນວ່າໝຸ່ມ ບູຣາຕິໂນ້ໄດ້ຫັນປ່ຽນໄປເປັນນັກທຸລະກິດ. ມື້ນີ້ແອັດຈະພາແຟນໆໄປເບິ່ງພາບບັນຍາກາດງານແຕ່ງຂອງໝຸ່ມຄົນນີ້ກັນເລີຍ… ເຫຼົ່າດາລາຄົນດັງ ມີແຕ່ຄົນໜ້າຕາດີທັງນັ້ນເລີຍ… ສຸດທ້າຍນີ້ ຂວັນໃຈຂໍອວຍພອນໃຫ້ທັງສອງຄົນຈົ່ງຮັກກັນຍືນຍາວໝັ້ນບໍ່ຜັນປ່ຽນ…

Read More »

ດ່ວນ!!! ບໍ່ແກ້ວສັ່ງປິດເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດສາມຫຼ່ຽມຄໍາ ຊົ່ວຄາວ

ອີງຕາມ ການປຶກສາຫາລື ແລະ ເຫັນດີເປັນເອກະພາບ ຂອງຄະນະສະເພາະກິດຂັ້ນແຂວງ ໃນຕອນເຊົ້າ ຂອງວັນທີ 12 ມັງກອນ 2021.ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ຂໍຖືເປັນກຽດຢ່າງສູງ ແຈ້ງມາຍັງບັນດາທ່ານ ຊາບດັ່ງນີ້:ເຫັນດີປີດເທດສະບານເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ (ເປັນເວລາ14ວັນ)ເລີ່ມແຕ່ວັນທີ່ 12 ມັງກອນ ເຖິງ ວັນທີ 25 ມັງກອນ 2021 ມອບໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຕັ້ງຈຸດກວດກາຢູ່ປ້ອມກວດກາໃກ້ກັບ 3 ແຍກປະຕູໂຂງທາງເຂົ້າເມືອງຕົ້ນເຜິ້ງ ແລະ 4 ແຍກບ້ານໂພນໂຮມ. ໃຫ້ເມືອງຕົ້ນເຜິ້ງ ນຳໃຊ້ກຳລັງທະຫານ, ປກສ ແລະ ແພດໝໍ ປະຈໍາຈຸດກວດກາດັ່ງກ່າວ ເພື່ອປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານຊາບ ແລະ ຈັດຕັ້ງປະຕິບັດ …

Read More »