Breaking News

Chic Working Women

ສາເຫດທີ່ເຮັດໃຫ້ຜົມລົ່ນ…

ອີກໜຶ່ງບັນຫາທີ່ຫຼາຍໆຄົນມັກພົບພໍ້ຢູ່ເປັນປະຈໍາບໍ່ວ່າຈະເປັນເພດຍິງ ຫຼືຊາຍ ນັ້ນແມ່ນຜົມລົ່ນ ແລະ ມື້ນີ້ຂວັນໃຈຈະພາທຸກຄົນໄປຮູ້ຈັກວິທີຫຼີກລ້ຽງຈາກຜົມລົ່ນນັ້ນກໍຄື… ຄວາມຮ້ອນ ແລະ ສານເຄມີ: ເປັນສາເຫດທໍາອິດ ເພາະການເຮັດຜົມ ຫຼືປ່ຽນສີຜົມຕະຫຼອດຈະເຮັດໃຫ້ເສັ້ນຜົມເກີດການແຫ້ງເສຍ, ຜົມຟູ ແລະ ແຕກປາຍ ເຮັດໃຫ້ເສັ້ນຜົມອ່ອນແອ ສ່ວນເລື່ອງຄວາມຮ້ອນກໍຕ້ອງໂຟກັສທີ່ໄດເປົ່າຜົມທີ່ເຮົາໃຊ້ເປັນປະຈໍາ ເພາະເຮັດໃຫ້ໜັງຫົວແຫ້ງ, ຂາດຄວາມຊຸ່ມຊື່ນ ຈົນເປັນທີ່ມາຂອງອາການຜົມລົ່ນທີ່ເຮົາມັກພົບຢູ່ເປັນປະຈໍາ. ສະຜົມຫຼາຍເກີນໄປ ເປັນເລື່ອງໃກ້ຕົວທີ່ສາວໆ ອາດຈະຄິດບໍ່ເຖິງ ຖ້າຫາກນັບສະຖິຕິກໍຈະຮູ້ເລີຍວ່າຜົມລົ່ນເກີດຈາກການສະຜົມຫຼາຍເກີນໄປ ໂດຍສະເພາະກຸ່ມຄົນທີ່ໜັງຫົວມັນ ເຫື່ອອອກງ່າຍ ແລະ ອອກກໍາລັງກາຍຕະຫຼອດ ການສະຜົມຕະຫຼອດຍັງມີຜົນເສຍ ໜັງຫົວແຫ້ງ, ອາການຄັນ, ລັງແຄ ແລະ ສຸດທ້າຍກໍຄືອາການຜົມລົ່ນທີ່ບໍ່ວ່າຈະຜົມຍາວ ຫຼືສັ້ນກໍ່ເປັນຄືກັນໝົດ. ຫວີຜົມໃນຂະນະທີ່ຜົມປຽກ ຫຼາຍຄົນຕ້ອງຕົກໃຈທຸກຄັ້ງໃນຊ່ວງທີ່ຫວີຜົມຕອນປຽກຈາກການສະຜົມ ເພາະຈະສັງເກດໄດ້ເລຍວ່າຈະມີຜົມທີ່ຕິດອອກມາຈາກຫວີ ແລະ ລົ່ນຢູ່ຕາມພື້ນ ສ່ວນສາເຫດທີ່ເຮັດໃຫ້ຜົມລົ່ນເນື່ອງມາຈາກການຫວີຜົມແຮງໆ ເຮັດໃຫ້ເສັ້ນຜົມອ່ອນແອ ເພາະຜົມທີ່ປຽກຈະອ່ອນກວ່າຜົມປົກກະຕິຫຼາຍເທົ່າ ຍັງເຮັດໃຫ້ສານເຄືອບຜົມ ແລະ ໂປຣຕີນເສັ້ນຜົມຖືກທໍາຮ້າຍໄປອີກດ້ວຍ. ກິນອາຫານທີ່ມີລົດຊາດເຜັດຫຼາຍ ຄົນລາວທຸກຄົນຕ້ອງຄູ່ກັບອາຫານທີ່ມີລົດຊາດເຜັດໆ ເປັນອາຫານທີ່ເຕີມພະລັງໃຫ້ຮ່າງກາຍ ສໍາລັບການກິນອາຫານທີ່ມີລົດຊາດເຜັດເກີນໄປນັ້ນເຮັດໃຫ້ຄວາມດັນເລືອດເພີ່ມຂຶ້ນສູງເປັນຜົນເຮັດໃຫ້ເສັ້ນເລືອດຫົດຕົວ ແລະ …

Read More »

ຄຸນປະໂຫຍດທີ່ຫຼາຍໆຄົນຍັງບໍຮູ້…

ຫຼາຍໆຄົນອາດຈະຍັງບໍ່ຮູ້ວ່າຂີງສາມາດຫຼຸດນໍ້າໜັກ ຫຼືບັນເທົາອາການຕ່າງໆຂອງຮ່າງກາຍໄດ້ ມື້ນີ້ຂວັນໃຈຈະພາແຟນໆໄປຮູ້ຈັກກັບຄຸນປະໂຫຍດຂອງຂີງ ໄປເບິ່ງນໍາກັນເລີຍວ່າຈະມີຫຍັງແນ່… ຂີງຊ່ວຍຫຼຸດນໍ້າໜັກ ເປັນສັບພະຄຸນທີ່ສາວໆຫຼາຍຄົນໃຫ້ຄວາມສົນໃຈ ພຽງແຕ່ດື່ມນໍ້າຂີງເປັນປະຈໍາມື້ລະ 1-3 ຈອກ ກໍຈະຊ່ວຍໃຫ້ນໍ້າໜັກເຮົາຫຼຸດລົງໄດ້ຢ່າງບໍ່ໜ້າເຊື່ອ ເພາະວ່ານໍ້າຂີງມີຄວາມຮ້ອນ ເມື່ອດື່ມເຂົ້າໄປແລ້ວຄວາມຮ້ອນຈະເຂົ້າໄປຊ່ວຍເຜົາຜານພະລັງງານໃນຮ່າງກາຍ ຊ່ວຍໃຫ້ຮ່າງກາຍເຜົາຜານ Glycogen ໄດ້ດີ ເມື່ອເຜົາຜານດີຈຶ່ງມີສ່ວນຊ່ວຍຫຼຸດຄວາມອ້ວນໄດ້ດີ. ຂີງຊ່ວຍຫຼຸດນໍ້າຕານໃນເລືອດ ຕ້ານໂລກເບົາຫວານ ຂີງມີສານທີ່ມີຄຸນນະສົມບັດກະຕຸ້ນການເຮັດວຽກຂອງອິນຊູລີນໃນຮ່າງກາຍເຮົາ ຊ່ວຍເພີ່ມອັດຕາຂອງນໍ້າຕານໃນຮ່າງກາຍໄປໃຊ້ໄດ້ດີ ຈຶ່ງມີຜົນເຮັດໃຫ້ລະດັບນໍ້າຕານໃນເລືອດຫຼຸດລົງ ແລະ ປອດໄພຫຼາຍກວ່າການໃຊ້ຍາຫຼຸດລະດັບນໍ້າຕານໃນເລືອດ ເພາະສາມາດກິນໄດ້ເປັນປະຈໍາຢ່າງຕໍ່ເນື່ອງ ໂດຍສາມາດກິນໄດ້ໃນຫຼາກຫຼາຍຮູບແບບ ແຕ່ແນະນໍາວ່າບໍ່ຄວນກິນກັບຂອງຫວານ ເພາະຈະຍິ່ງເພີ່ມລະດັບນໍ້າຕານເຂົ້າໄປອີກ. ຂີງຊ່ວຍໃຫ້ປະສິດທິພາບຂອງສະໝອງດີຂຶ້ນ ຜູ້ຊ່ຽວຊານດ້ານສຸຂະພາບຂອງອອສເຕເລີຍ Kathleen McFarlane ຄົ້ນພົບວ່າ ຜູ້ຍິງທີ່ມີອາຍຸຫຼາຍໃນຊ່ວງ 50-60 ປີ ທີ່ກິນນໍ້າຂີງເປັນປະຈໍາເຮັດໃຫ້ປະສິດທິພາບຂອງສະໝອງດີຂຶ້ນ ເພາະວ່າ ຂີງມີສ່ວນຊ່ວຍໃຫ້ລະບົບການປ້ອງກັນເຊວປະສາດ (Neuroprotective function) ດີຂຶ້ນ ໝາຍຄວາມວ່າ ຂີງມີສ່ວນຊ່ວຍໃນການຫຼຸດໂອກາດເປັນໂລກເອົ໋າໄຊເມີໄດ້. ຂີງເປັນຢາແກ້ປວດອາການອັກເສບ ນອກຈາກຈະຊ່ວຍບໍາລຸງສະໝອງແລ້ວ ຂີງຍັງເປັນຢາແກ້ປວດໄດ້ດີ ເຊິ່ງຂີງມີປະສິດທິພາບໃນການຢັບຢັ້ງອາການອັກເສບຂອງຂໍ້ຕໍ່ ແລະ ກ້າມເນື້ອ ການກິນອາຫານທີ່ປະກອບດ້ວຍຂີງຄວບຄູ່ກັບການກິນຢາຕ້ານເຊື້ອ …

Read More »

ຢືມແລ້ວຕ້ອງໃຊ້ຄືນ ຫລືບໍ?

ຫຼາຍໆຄົນໃນສັງຄົມມັກພົບເຈີປັນຫາໃນເລື່ອງຂອງການຢືມເງິນ ແລ້ວບໍສົ່ງຄືນ!!!ມື້ນີ້ຂວັນໃຈມີຫົວຂໍ້ການຢືມເງິນມາຝາກ….ໃຫເແຟນໆໄດ້ອ່ານ ບາງເທື່ອກໍອາດຈະເປັນເລື່ອງປົກກະຕິທີ່ບາງຄົນຈະມີການກູ້ຢືມຊັບສິນ ທັງໃນ ແລະ ນອກລະບົບ ແຕ່ມີຫຼາຍກໍລະນີທີ່ຢືມມາແລ້ວບໍ່ຍອມໃຊ້ຄືນ ຖ້າເຈີເຈົ້າໜີ້ໃຈບຸນກໍແຫ່ງໄດ້ໃຈ ບໍ່ຍອມຄືນມັກອ້າງເຫດຜົນຕ່າງໆ ບໍ່ມີເງິນແນ່ ຂໍໂອກາດແນ່ ບໍ່ໄດ້ລວຍຈະໃຫ້ເອົາເງິນໃສມາໃຊ້ໜີ້ ເຊິ່ງແທ້ໆແລ້ວເຖິງຈະບໍ່ລວຍກໍຄວນໃຊ້ຄືນຢ່າໃຫ້ເຈົ້າໜີ້ຕ້ອງມາທວງ ເຈົ້າຄວນຈະມີຈິດສໍານຶກ ແລະ ມາລະຍາດ. ເຈົ້າເຄີຍຢືມເງິນໃຜ ຫຼືບໍ ຢືມແລ້ວເຄີຍໃຊ້ຄືນບໍ? ອາດຈະເປັນຄໍາຖາມທີ່ເບິ່ງຄືດູຖູກ  ແຕ່ເຊື່ອບໍ່ວ່າເຮົາບໍ່ໄດ້ມີເຈດຕະນາແບບນັ້ນແຕ່ຢ່າງໃດ ແຕ່ຂ້ອຍຢາກໃຫ້ເຈົ້າຄິດໄຕ່ຕອງເບິ່ງຈັກໜ້ອຍຖ້າເຈົ້າຢືມເງິນໃຜແລ້ວບໍ່ຍອມຄືນ. ທີ່ຈິງເຈົ້າໜີ້ບາງຄົນບໍ່ໄດ້ທວງຖາມ ບໍ່ໄດ້ໂຫດຮ້າຍຄືກັບເຈົ້າໜີ້ບາງຄົນ ແຕ່ເຈົ້າຄວນຈະມີຈິດສໍານຶກວ່າເຂົາຊ່ວຍເຈົ້າໃນຕອນທີ່ເຈົ້າລໍາບາກ ການຄືນເງິນ ຫຼືສິ່ງຂອງທີ່ເອົາຂອງເຂົາມາໄປຄືນເຂົາ ອີກກໍລະນີໜຶ່ງ ທີ່ເຂົາມັກຈະທວງ ບໍ່ໄດ້ໝາຍຄວາມວ່າເຂົາບໍ່ໄດ້ລວຍແທ້ ຖ້າຄົນເຮົາຈະໃຫ້ໃຜຢືມເງິນບໍ່ຈໍາເປັນຕ້ອງລວຍກໍ່ໃຫ້ຢືມໄດ້. ສິ່ງສໍາຄັນແມ່ນຢູ່ທີ່ເຂົາມີຄວາມເມດຕາ ຫຼືຄວາມອີ່ຕົນກໍເລີຍໃຫ້ຢືມ ເຊັ່ນກັບຄົນທີ່ຢືມກໍຄວນຄິດໄດ້ວ່າເຖິງເຂົາຈະບໍ່ລວຍກໍຄວນໃຊ້ຄືນ ຢ່າໃຫ້ເຂົາຕ້ອງມາທວງ ແຕ່ແປກທີ່ກົດໝາຍເລືອກທີ່ຈະຄຸ້ມຄອງລູກໜີ້ຫຼາຍກວ່າເຈົ້າໜີ້ ໂດຍຖ້າຫາກລູກໜີ້ລວມຕົວກັນແຈ້ງຄວາມສິບຄົນຂຶ້ນໄປ ກໍຈະບໍ່ຕ້ອງໃຊ້ໜີ້. ເຊິ່ງກໍບໍ່ແນ່ໃຈວ່າແທ້ຊໍາໃດ ແຕ່ຖ້າວ່າແທ້ກໍຄົງຈະບໍ່ເໝາະສົມປານໃດ ເນື່ອງຈາກເຈົ້າໜີ້ຈະຕ້ອງເປັນຝ່າຍເສຍຫາຍແທ້ ແລ້ວປັນຫາມັນຢູ່ທີ່ຄົນຢືມ ຖ້າບໍ່ຢືມກໍບໍ່ເປັນໜີ້ ເຊິ່ງບາງຄົນກໍບໍ່ຍອມຄືນໜີ້ເກົ່າ ຍັງບໍພໍຂໍຢືມເພີ່ມອີກ ເຮັດຄືຄົນອື່ນຜະລິດເງິນເອງໄດ້ ຄົນແບບນີ້ບໍຄວນຈະຍຸ້ງກ່ຽວ ຍິ່ງເປັນຄົນຮູ້ຈັກທີ່ສະນິດ ຫຼືຍາດຕິພີ່ນ້ອງແຫ່ງໄດ້ໃຈ ມັກອ້າງນັ້ນອ້າງນີ້ເພື່ອຫຼີກລ້ຽງໃນການໃຊ້ໜີ້. …

Read More »

ກິດຈະກຳຫຼັງຈາກເລິກວຽກທີ່ຫຼາຍຄົນຄວນຮູ້!!!

10 ສິ່ງທີ່ຕ້ອງລອງເຮັດຫຼັງຈາກເລີກວຽກ… ເຊື່ອວ່າຊ່ວງເວລາຫຼັງເລີກວຽກຂອງໃຜຫຼາຍໆຄົນກໍ່ຈະມີກິດຈະກໍາ ແລະ ກິດຈະວັດທີ່ແຕກຕ່າງກັນອອກໄປ ຂຶ້ນຢູ່ກັບນິໄສ ແລະ ໄລ໌ສະຕຣາຍຂອງແຕ່ລະຄົນ ວ່າຈະມັກແບບໃດ ມາເບິ່ງກັນເລີຍ….ວ່າຈະມີແບບໃດແນ່… ໃຊ້ເວລາກັບການອອກກໍາລັງກາຍ ຄົນສ່ວນຫຼາຍຈະມັກໄດ້ຍິນກັບເລື່ອງນີ້ຫຼາຍເພາະເປັນການເບິ່ງແຍງສຸຂະພາບ ແຖມຍັງຊ່ວຍໃຫ້ຮ່າງກາຍໄດ້ຜ່ອນຄາຍຫຼັງຈາກນັ່ງເຮັດວຽກເປັນເວລາດົນ. ເບິ່ງຫາແຮງບັນດານໃຈ ແລະ ປະສົບການໃໝ່ໆ ພາໂຕເອງໄປຢູ່ໃນສະພາບແວດລ້ອມໃໝ່ໆ ໄປພົບປະກັບກຸ່ມຄົນໃໝ່ໆ ເພື່ອໃຫ້ສະໝອງ ແລະ ການຮັບຮູ້ຂອງເຮົາໄດ້ຮຽນຮູ້ສິ່ງໃໝ່ໆ ນອກເໜືອຈາກສິ່ງເກົ່າໆ ທີ່ເຈີຢູ່ທຸກໆມື້. ອອກໄປພົບປະກັບຄົນອື່ນ ໄອເດຍດີໆ ບາງທີກໍ່ມາຈາກການເວົ້າກັບຄົນແປກໜ້າຄືກັນ ອາດຈະບໍ່ເຖິງຂັ້ນໄປສ້າງສັນນໍາກັນກໍ່ໄດ້ຖ້າເຮົາບໍ່ແມ່ນສາຍທ່ຽວ ອາດຈະເປັນການໂທໄປລົມກັບໝູ່ສະໜິດ ຫຼັງຈາກທີ່ບໍ່ໄດ້ລົມກັນມາເປັນເວລາດົນ. ເວົ້າວ່າ “ບໍ່” ໃຫ້ຫຼາຍ ຄົນທີ່ປະສົບຜົນສໍາເລັດຫຼາຍຄົນຮຽນຮູ້ທີ່ຈະເວົ້າຄໍາວ່າ “ບໍ່” ໃນການເຮັດວຽກ ແລະ ການໃຊ້ຊີວິດຕ່າງໆ ເຮົາຕ້ອງຮູ້ຕົວເອງວ່າເຮົາບໍ່ແມ່ນຄົນທີ່ຈະສາມາດເຮັດທຸກຢ່າງ ແລະ ຊ່ວຍເຫຼືອທຸກຄົນໄດ້ຕະຫຼອດເວລາ ໂດຍສະເພາະຫຼັງເລີກວຽກທີ່ຕ້ອງລອງໃຫ້ເວລາຕົວເອງຫຼາຍຂຶ້ນ. ໃຊ້ເວລາກັບການຢູ່ກັບທໍາມະຊາດ ເມື່ອເຮົາຕ້ອງໃຊ້ຊີວິດຢູ່ກັບແສງສີຟ້າ ອາກາດຈາກແອຕະຫຼອດ ບໍ່ເປັນການດີກັບການໃຊ້ຊີວິດແບບນີ້ຕະຫຼອດ ສະນັ້ນ ເຮົາຕ້ອງອອກໄປສໍາຜັດອາກາດບໍລິສຸດ ແລະ ທໍາມະຊາດທີ່ຄົນລຸ້ນໃໝ່ດຽວນີ້ມັກຈະໜີໄປພັກໃຈຕາມພູເຂົາ ແລະ …

Read More »

ມາຮູ້ຈັກກັບ 11 ສິ່ງຕໍ່ໄປນີ້…ທີ່ທຸກຄົນໃນຊ່ວງອາຍຸ 30ປີ “ຄວນເລີ່ມເຮັດໄດ້ແລ້ວ”!!!

ຍິ່ງອາຍຸຫຼາຍຂື້ນ ກໍຍິ່ງປ່ຽນແປງພຶດຕິກຳ ແລະ ນິໃສໄດ້ຍາກຂຶ້ນ ແຕ່ຍັງບໍ່ສາຍເກີນໄປສຳລັບຄົນໄວອາຍຸ 30ປີ ຍັງມີເວລາພຽງພໍທີ່ຈະສ້າງພຶດຕິກຳໃໝ່ໆ ທີ່ດີຕໍ່ຕົວເອງອີກຫຼາຍຢ່າງ, ເພື່ອໃຫ້ໄດ້ແນວຄິດທີ່ວ່າ “ແລ້ວຂ້ອຍຈະເຮັດແນວໃດ ຈະປ່ຽນແປງຕົວເອງແນວໃດດີ?” ດັ່ງນັ້ນໃນມື້ນີ້ມີ 11 ຄຳຕອບ ທີ່ພຽງແຕ່ອ່ານແລ້ວຈະເຮັດໃຫ້ມີກຳລັງໃຈ ແລະ ຢາກປ່ຽນແປງໄປໃນທາງທີ່ດີຂຶ້ນ ເຊິ່ງຄຳຕອບເຫຼົ່ານີ້ໄດ້ມາຈາກການສຳຫຼວດຂອງຄົນທົ່ວໂລກທີ່ໄດ້ມາແຊຣເລື່ອງລາວຂອງຕົວເອງຜ່ານເວັບໄຊ້ Quora ຍິ້ມ ແລະ ມ່ວນໄປກັບເລື່ອງຂອງຕົວເອງ ຈົ່ງຍິ້ມໃຫ້ກັບເລື່ອງຂອງຕົວເອງ ຫົວໃຫ້ກັບຊີວິດທີ່ຜ່ານມາ ຫົວໃຫ້ກັບທຸກເລື່ອງທັງດີ ແລະ ບໍ່ດີ, ເພາະການເຮັດໃຫ້ເລື່ອງທີ່ຍາກຂອງຕົວເອງກາຍເປັນເລື່ອງງ່າຍ ກາຍເປັນເລື່ອງທີ່ໜ້າຫົວຂວັນ ອາດເປັນສິ່ງສຳຄັນຕໍ່ສຸຂະພາບ ແລະ ຄວາມສຸກໂດຍລວມໃນຊີວິດ ໄດ້ມີການວິໄຈມາແລ້ວວ່າ ຄົນທີ່ສາມາດຍິ້ມ ແລະ ຫົວຂວັນຕົວເອງໄດ້ນັ້ນ ມັກຈະມີຄວາມສົດໃສກວ່າຄົນອື່ນໆ 2. ສົນໃຈຄຸນຄ່າຂອງຄອບຄົວ ແລະ ມິດຕະພາບ ໃນໄວອາຍຸຊ່ວງເລກຫຼັກ 2 ຍັງອາດຈະວຸ້ນໆກັບການຮຽນ ແລະ ການຕັ້ງໃຈເຮັດວຽກເພື່ອສ້າງເນື້ອສ້າງໂຕ ຈົນອາດເບິ່ງຂ້າມຄອບຄົວ ແລະ ໝູ່ເພື່ອນ ແຕ່ເຖິງຊ່ວງໄວ 30 ຈຶ່ງເປັນຊ່ວງເວລາອັນເໝາະສົມໃນການກັບໄປສານສຳພັນກັບພວກເຂົາ …

Read More »