Breaking News

Chic Working Women

ເປີດເຜີຍ! ຊີວິດຈິງຂອງແມ່ລ້ຽງດ່ຽວສຸດ Strong!!! “ເຖິງເວລາແລ້ວທີ່ສັງຄົມຕ້ອງຍອມຮັບ Single Mom”

 “ຟ້າອຸ້ມລູກຕິດເອິກ ມືໜຶ່ງຂັບລົດ ໄປເຮັດວຽກ ໄປລົມລູກຄ້າ ໄປທຸກໆບ່ອນ ເອີ້ນໄດ້ວ່າ ບ່ອນໃດມີແມ່ຟ້າ ບ່ອນນັ້ນຕ້ອງເຫັນນ້ອງເອກ” ແມ່ລ້ຽງດ່ຽວຄົນຕໍ່ໄປ ທີ່ທີມງານ ຂວັນໃຈ ນຳເອົາເລື່ອງລາວມາແນະນຳ ຊື່ວ່າ ຟ້າລຸ້ງທິບ ໄຊສະຫວັດ (ຟ້າ) ອາຍຸ 32 ປີ ນາງບອກວ່າ ການມີລູກ (ນ້ອງ ເອກ) ເຮັດໃຫ້ ຟ້າ ຮູ້ຈັກຕົນເອງຫຼາຍຂຶ້ນ ມີຄວາມສຸກຂຶ້ນ ຮູ້ສຶກວ່າຊີວິດມີຄຸນຄ່າຂຶ້ນ ເຖິງວ່າຈະບໍ່ໄດ້ຜ່ານການແຕ່ງງານກໍຕາມ ເລື່ອງລາວຄວາມຮັກຂອງ ຟ້າ ກໍອາດຄ້າຍໆກັບແມ່ຍິງຫຼາຍຄົນໃນສັງຄົມ ເລີ່ມຕົ້ນດ້ວຍຄວາມຮັກທີ່ແສນຫວານ ແຕ່ເມື່ອມາຮອດຈຸດທີ່ນາງຖືພາ ກໍມີເຫດໃຫ້ຕ້ອງຈົບຄວາມສຳພັນກັບຄົນຮັກໄປ ເຫຼືອໄວ້ແຕ່ລູກໃນທ້ອງ ເຊິ່ງຕອນນັ້ນ ໃນຖານະແມ່ຍິງລາວ ຍອມຮັບວ່າ ຟ້າ ເຈັບປວດ ແລະສັບສົນທີ່ສຸດ ຄອບຄົວພໍ່ແມ່ກໍເສຍໃຈ ແຕ່ແທນທີ່ ຟ້າ ຈະຈົມຢູ່ກັບຄວາມໂສກເສົ້າ ນາງພັັດລຸກຂຶ້ນ ປະກາດຕົນວ່າ ນາງຂໍລ້ຽງລູກຜູ້ນີ້ໃຫ້ດີທີ່ສຸດ ເມື່ອຈຳເປັນຕ້ອງເປັນ “ແມ່” …

Read More »

ທີ່ມາຂອງຄໍາວ່າ “ນີ້ແຫຼະ! ຕົວແມ່” ວິຖີຊີວິດຕົວແມ່ເຂົາເຮັດແນວໃດ??? (ມີຄໍາຕອບ)

ທີ່ມາຂອງຄໍາວ່າ “ນີ້ແຫຼະ! ຕົວແມ່” ແລະ ວິຖີຊີວິດຕົວແມ່ເຂົາເຮັດແນວໃດ??? ມາເບິ່ງ! ນິໄສທີ່ບົ່ງບອກວ່າ ຜູ້ນີ້ແຫຼະ ສະຫຼາດຕົວແມ່ ເຮົາຮັກແມ່ຍິງຕົວແມ່ທຸກຄົນ ເປັນຫຍັງນັ້ນຫວາ? ກໍເພາະວ່ານາງ Powerful ຕົວແມ່ແນວໃດລະ ໄປໃສກັບນາງ ຊີວິດແສນຈະງ່າຍ ແລະ ອອກຈະໄດ້ຮັບສິດທິພິເສດຫຼາກຫຼາຍ ບອກເລີຍວ່າຖ້າເຈົ້າມີໝູ່, ນ້ອງ, ແຟນ, ຫົວໜ້າ ຫຼືຄົນໃນຄອບຄົວເຂົ້າຂ່າຍ 11 ນິໄສທີ່ ຂັວນໃຈ ຈະມານໍາສະເໜີຕໍ່ໄປນີ້ ຂໍໃຫ້ຮັກສາມິດຕະພາບກັບນາງໄວ້ໃຫ້ໝັ້ນ ຖ້າຂາດນາງໄປເຈົ້າຈະຂາດຊີວິດຊີວາໃນຊີວິດໄປເລີຍ ບໍ່ມີດອກທີ່ນາງຈະຈົກເງິນໃບ 5000 ກີບໃຫ້ Tip ພະນັກງານເສີບ: Concept ເລື່ອງໃຫ້ Tip ຂອງສາວຕົວແມ່ເລີຍຄື: Tip ໜັກ Tip ຂັ້ນເທບ ນາງຈະບໍ່ຄິດແຄ່ມື້ນີ້ ແຕ່ຄິດເຜື່ອໄວ້ເລີຍວ່າ ຖ້າມື້ນີ້ນາງໃຫ້ Tip ພະນັກງານເສີບໄປ 100.000 ກີບ ມື້ໜ້າຖ້ານາງມາບ່ອນນີ້ກັບໝູ່ອີກ …

Read More »

ໝູ່ເພື່ອນລອງເຮັດ 5 ຂໍ້ຕໍ່ໄປນີ້ເລີຍ ແລ້ວເຈົ້່າຈະມີຄວາມສຸກໃນຊີວິດ ໂດຍທີ່ບໍ່ຕ້ອງເພິ່ງຄົນອື່ນ

ຖ້າຕອນນີ້ໝູ່ເພື່ອນຄົນໃດທີ່ກຳລັງທຸກ ເສົ້າ ບໍ່ມີຄວາມສຸກກັບຊີວິດ ຫຼື ບາງຄົນກໍມີຄວາມສຸກແລ້ວ ແຕ່ຍັງຮູ້ສຶກຂາດໆຫຍັງຈັກຢ່າງ, ດັ່ງນັ້ນໃນມື້ນີ້ເຮົາມີເຄັດບໍ່ລັບມາບອກເລົ່າ ເປັນວິທີເພີ່ມຄວາມສຸກ ສ້າງຄວາມສຸກໃຫ້ກັບຕົວເອງງ່າຍໆ ເຊິ່ງຮັບຮອງເລີຍວ່າຖ້າໝູ່ເພື່ອນຄົນໃດເຮັດໄດ້ຊີວິດກໍຈະມີຄວາມສຸກ ມີຊີວິດຊີວາຂຶ້ນເປັນກອງຮ້ອຍເລີຍເດີ້ ຢ່າລືມເຮັດສິ່ງດີໆ ໃຫ້ກັບຕົວເອງໃນທຸກໆມື້ ເຄີຍສັງເກດຫຼືບໍ່ວ່າເວລາມີຄົນມາເຮັດດີກັັບເຮົາ ໝູ່ເພື່ອນກໍຈະມີຄວາມຮູ້ສຶກທີ່ດີ ມີຄວາມສຸກກັບສິ່ງເຫຼົ່ານັ້ນທີ່ພວກເຂົາເຮັດໃຫ້ ແຕ່!! ຈະລໍຖ້າໃຫ້ແຕ່ຄົນອື່ນມາເຮັດໃຫ້ເຮົາເລື້ອຍໆກໍຄົງຈະເປັນໄປບໍ່ໄດ້ ທາງທີ່ດີເຮົາເອງຕ້ອງມີຄວາມສຸກໃນແບບຂອງເຮົາ ຮູ້ຈັກເຮັດສິ່ງດີໆໃຫ້ຕົວເອງໃນທຸກໆມື້ ບໍ່ວ່າຈະເປັນການຊື້ຂອງຂວັນ ດອກໄມ້ ຫຼືໄປກິນຂອງກິນແຊບໆ ເປັນການໃຫ້ລາງວັນຕົວເອງ ຫຼືແມ້ແຕ່ການຍິ້ມໃຫ້ຕົວເອງໃນແວ່ນທຸກໆເຊົ້າ ຫຼືເວົ້າຊົມເຊີຍ ແລະ ໃຫ້ກຳລັງໃຈຕົວເອງໃຈທຸກໆເລື່ອງ ກໍຖືເປັນການສ້າງຄວາມສຸກໃຫ້ຕົວເອງແບບງ່າຍໆບໍ່ຕ້ອງໄປເພິ່ງໃຜ ເພາະຢ່າລືມວ່າບໍ່ມີໃຜຢູ່ກັບເຮົາໄປຕະຫຼອດໄປ ນອກຈາກຕົວເຮົາເອງເດີ້ທຸກໆຄົນ 2. ຮູ້ຈັກດ້ານດີທີ່ຕົວເອງມີ  ເຄີຍເອົາຕົວເອງໄປປຽບທຽບກັບຄົນອື່ນແມ່ນບໍ່? ຍັງເຫັນໝູ່ເພື່ອນຫຼາຍຄົນມາປຶກສາ ແລະ ມັກເວົ້າປຽບທຽບຕົວເອງ ແລະ ຄົນອື່ນ ຍ້ອງຍໍວ່າຄົນອື່ນເກັ່ງກວ່າ ດີກວ່າ ໂດຍທີ່ບໍ່ໄດ້ເບິ່ງເຫັນຄຸນຄ່າໃນຕົວເອງເລີຍ (ໂນ ໂນ ໂນ) ແບບນີ້ບໍ່ໄດ້ເດີ້ເພື່ອນໆ ເຖິງແມ່ນວ່າເຮົາອາດຈະບໍ່ໄດ້ດີ ຫຼື ໂດດເດັ່ນຄືຄົນອື່ນ ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າເຮົາເອງບໍ່ດີ …

Read More »

ຊົມເຊີຍ! ກອງປະຊຸມພົບປະນັກທຸລະກິດແມ່ຍິງລາວທົ່ວປະເທດ  “ກອງປະຊຸມສ້າງແຮງຈູງໃຈ ໃນການດຳເນີນທຸລະກິດຂອງແມ່ຍິງລາວ ເພື່ອກ້າວໃຫ້ທັນຍຸກ Digital ແລະ ບໍ່ຖິ້ມຜູ້ໃດໄວ້ຂ້າງຫຼັງ”

ນະຄອນຫຼວງວຽງຈັນ, ຕອນເຊົ້າຂອງ ວັນທີ 26 ກໍລະກົດ 2019 ໄດ້ມີພິທີໄຂ “ກອງປະຊຸມສ້າງແຮງຈູງໃຈ ໃນການດຳເນີນທຸລະກິດຂອງແມ່ຍິງລາວ ເພື່ອກ້າວໃຫ້ທັນຍຸກດິຈິຕອລ (Digital) ແລະ ບໍ່ຖິ້ມຜູ້ໃດໄວ້ຂ້າງຫຼັງ” ຈັດຂຶ້ນໂດຍ ສະມາຄົມນັກທຸລະກິດແມ່ຍິງລາວ ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ, ປະທານສະມາຄົມນັກທຸລະກິດແມ່ຍິງລາວ, ພ້ອມດ້ວຍແຂກກິດຕິມະສັກ, ຄະນະປະທານສະມາຄົມນັກທຸລະກິດແມ່ຍິງລາວ, ສະມາຊິກ ສທຍລ ,ບັນດາຜູ້ປະກອບການ ແລະ ສື່ມວນຊົນຫຼາຍຂະແໜງການກໍໄດ້ເຂົ້າຮ່ວມໃນງານນີ້ຢ່າງໜາແໝ້ນ. ຈຸດປະສົງການຈັດກອງປະຊຸມ “ສ້າງແຮງຈູງໃຈໃນການດຳເນີນທຸລະກິດຂອງແມ່ຍິງລາວ ເພື່ອກ້າວໃຫ້ທັນຍຸກດິຈິຕອລ (Digital) ແລະ ບໍ່ຖິ້ມຜູ້ໃດໄວ້ຂ້າງຫຼັງ” ແມ່ນຖືເປັນກອງປະຊຸມຄັ້ງພິເສດ ແລະ ມີຄວາມໝາຍຄວາມສຳຄັນ ເພາະໄດ້ເປີດຂຶ້ນໃນທ່າມກາງທີ່ທົ່ວພັກ ທົ່ວລັດ  ແລະ ສັງຄົມລາວກຳລັງພ້ອມກັນຈັດຕັ້ງປະຕິບັດແນວທາງນະໂຍບາຍເສດຖະກິດໃໝ່ ໂດຍສະເພາະການນຳໃຊ້ເຕັກໂນໂລຊີ ດີຈິຕອສ ໃນຍຸກອຸສາຫະກຳ 4.0, ດັ່ງນັ້ນ ກອງປະຊຸມໃນຄັ້ງນີ້ ຖືເປັນຄັ້ງທຳອິດທີ່ທາງ ສະມາຄົມນັກທຸລະກິດແມ່ຍິງລາວ ໄດ້ເຊີນບັນດາຄະນະ ແລະ ສະມາຊິກ ສທຍລ ແລະ ຜູ້ປະກອບການແມ່ຍິງຈາກໃນຂອບເຂດທົ່ວປະເທດເຂົ້າຮ່ວມ …

Read More »

ຊົມເຊີຍ! ນັກກິລາລາວສາມາດຄວ້າຫຼຽນເງິນທຳອິດ ໃນມະຫະກຳ​ກິລາ​ນັກ​ຮຽນ​ອາ​ຊຽນຄັ້ງທີ11 ທີ່ອິ​​ນ​ໂດ​ເນ​ເຊຍ 

ຂ່າວດີສົ່ງທ້າຍເດືອນ ກໍລະກົດ  2019 ຫຼ້າສຸດ ທ້າວ ​ແຟ້ງ ວົງ​ພັກດີ ນັກ​ກິລາ​ປັນ​ຈັກ​ສີ​ລັດລາວ ​ສາມາດ​ສ້າງ​ຜົນງານ ໄດ້​ຢ່າງ​ໂດດ​​ເດັ່ນ​ ໂດຍ​​ຍາດ​ໄດ້ 1 ຫຼຽນ​ເງິນ​ ໃຫ້​ແກ່ ສປປ ລາວ ​ໃນ​ວັນ​ທີ 23 ກໍລະກົດ ທີ່ຜ່ານມາ ​​ເຊິ່ງເປັນຫຼຽນທຳອິດຂອງທັບນັກກິລາລາວໃນ​ກິລາ​ນັກ​ຮຽນ​ອາ​ຊຽນຄັ້ງ 11 ຢູ່ປະ​ເທດ​ອິນ​ໂດ​ເນ​ເຊຍ​.(ຂໍສະແດງຄວາມຍິນດີ) ທ້າວ ​ແຟ້ງ ວົງ​ພັກດີ ນັກ​ກິລາ​ປັນ​ຈັກ​ສີ​ລັດ​ລາວ ສາມາດ​ຜ່ານ​ເຂົ້າ​ຮອບ​ຊີງ​ຫຼຽນ​ຄໍາ​ກັບ​ເຈົ້າພາບ ​ໃນ​ວັນ​ທີ 23 ກໍລະກົດ​ນີ້ ​​ແລະ ຫຼັງ​ແຂ່ງຂັນ​ 1 ຊົ່ວ​ໂມງ ​ປາກົດ​ວ່າ​ບໍ່​ສາມາດ​ຕ້ານຄວາມ​ແຂ່ງ​ແກ່ນ​ຂອງນັກ​ກິລາ​ເຈົ້າ​ພາບ ​ຈຶ່ງໄດ້​ພຽງ​ແຕ່​ຫຼຽນ​ເງິນ​, ຂະນະ​ທີ່​ຫຼຽນ​ທອງ​ເປັນ​ຂອງນັກກິລາ​ຟີ​ລິບ​ປິນ ​ແລະ ​ມາ​ເລ​ເຊຍ ແລະ ສະຫລຸ​ບຫຼຽນ,ທັບ​ນັກ​ກິລາ​ລາວ​​ໄດ້ແລ້ວ 1 ຫຼຽນ​ເງິນ ແລະ 7 ຫຼຽນ​ທອງ. ມະຫະກຳ​ກິລາ​ນັກ​ຮຽນ​ອາ​ຊຽນຄັ້ງ​ທີ 11 ຢູ່ ​ປະ​ເທດ …

Read More »