Breaking News

Kuanjai Life Stlye

Star Wars: The Last Jedi ຖະຫຼົ່ມລາຍໄດ້ ເຂົ້າສາຍທິດທຳອິດກວດລາຍໄດ້ມະຫາສານ ບຽດ Coco ຕົກອັນດັບ!!!

ຫຼັງຈາກ Box Ofiice ໃນ ອາເມລິກາ ບໍ່ເຄື່ອນໄຫວມາເປັນສອງອາທິດ ຫຼ້າສຸດກໍກັບມາຄຶກຄື້ນອີກຄັ້ງ ເມື່ອໄດ້ສອງຮູບເງົາເຂົ້າໃໝ່ມາໂກຍລາຍໄດ້, ເລີ່ມຕົ້ນດ້ວຍຮູບເງົາຈາກຄ້າຍດິສນີ່ພິກຊາຣ (disney pixar) Coco ວັນອົນລະວົນ ວິນຍານອົນລະເອງ ທີ່ຕົກຈາກອັນດັບທີ່ 1 ເປັນທີ່ຮຽບຮ້ອຍ… ເລື່ອງລາວຂອງເດັກໜຸ່ມທີ່ໄຝ່ຝັນຢາກເປັນນັກດົນຕີ ຈົນມີມື້ໜຶ່ງໄດ້ຫຼຸດເຂົ້າໄປໃນດິນແດນແຫ່ງຄວາມຕາຍ ແລະໄດ້ຮູ້ຈັກຄວາມໝາຍຂອງຊີວິດແລະຄອບຄົວ ຮູບເງົາເຮັດລາຍໄດ້ໄປອີກ 10 ລ້ານໂດລ້າ ແລະ ເຮັດລາຍໄດ້ຈາກທົ່ວໂລກໄປກວ່າ 448.2 ລ້ານໂດລ້າ ຕໍ່ດ້ວຍຮູຍເງົາແນວອະນິເມຊັ່ນເຂົ້າໃໝ່ເອົາໃຈນ້ອງໆ ຈາກຄ່າຍດຣີມເວີກ Ferdinand ເປັນອະນິເມຊັ່ນທີ່ຖ່າຍທອດເລື່ອງລາວຂອງ ເຟີນິນານ ກະທິງຍັກໃຈດີ ທີ່ດັນຖືກມະນຸດເຂົ້າໃຈຜິດວ່າເປັນສັດອັນຕະລາຍ ຈົນຖືກຈັບຕົວໄປ ເຮັດໃຫ້ມັນພັດພາກຈາກຄອບຄົວ ການຜະຈົນໄພເພື່ອເດີນທາງກັບບ້ານພ້ອມບັນດາໝູ່ເພື່ອນໃນລະຫວ່າງທາງຈຶ່ງເລີ່ມຕົ້ນຂຶ້ນ ຮູບເງົາເຂົ້າສາຍໃນອາທິດທຳອິດໄປໄດ້ 13.3 ລ້ານໂດລ້າ ແລະ ກວດລາຍໄດ້ຈາກທົ່ວໂລກໄປແລ້ວກວ່າ 19.5 ລ້ານໂດລ້າ ປິດທ້າຍດ້ວຍຮູບເງົາທີ່ແຟນໆ ທົ່ວໂລກລໍຖ້າເບິ່ງ ການກັບມາອີກເທື່ອຂອງສົງຄາມແຫ່ງດວງດາວ Star Wars: The Last Jedi ປັດສິມມະບົດແຫ່ງເຈໄດ ກຳລັງເດີນທາງມາເຖິງພາກຕໍ່ທີ …

Read More »

ເຊັກຊີ່ຂຶ້ນຫຼາຍ! ວັນໃໝ່ ທຳມະວົງ ສາວປະເພດສອງ!!!

ວ້າວວວ!!! ເຊັກຊີ່ຂຶ້ນເປັນກອງສຳລັບ ນ້ອງ ວັນໃໝ່ ທຳມະວົງ ສາວປະສອງແຖວໜ້າຂອງບ້ານເຮົາ ທີ່ດຽວນີ້ເຫັນໄດ້ຢ່າງຈະແຈ້ງເລີຍວ່າງາມ ໜ້າຮັກ ແລະ ທີ່ສຳຄັນມີຄວາມເຊັກຊີ່ເວີ້… ສາວແທ້ເປັນຕ້ອງຍອມໃຫ້ນາງໄປເລີຍພຸ້ນລະ, ຫຼ້າສຸດ ວັນໃໝ່ ນາງກໍຈັດເຕັມໃສ່ຊຸດລອຍນໍ້າໂຊຫຸ່ນດີໆ ຜິວຂາວໆນຽນໆມາໃຫ້ແຟນໆໄດ້ ວ້າວວວ ໄປຕາມໆກັນ… ງາມໆ…ເນາະວ່າບໍ່? ເກີດມາຂ້າແມ່ຍິງແທ້ໆ ຍອມໆ (555) ຮູບພາບ: Wanmai Thammavong

Read More »

ສ່ອງ! ຟ້າໃສ ຈິນນາລີ ໃນມື້ສະບາຍໆໄຮ້ Make up ທີ່ ຫຼວງພະບາງ!!!

ພາແຟນໆໄປສ່ອງສາວນ້ອຍ ຟ້າໃສ ຈິນນາລີ ນໍລະສິງ ມິສແກຼນລາວ 2017 ທີ່ຫຼ້າສຸດໄປຮ່ວມງານ ບຸນມະໂຫລານຮູບເງົາ ຫຼວງພະບາງ 2017 (Luangprabang Film Festival) ພໍຈົບງານກໍຖືໂອກາດທ່ອງທ່ຽວພັກຜ່ອນຢ່ອນອາລົມ ທີ່ ແຂວງ ຫຼວງພະບາງ, ນ້ອງ ຟ້າໃສ ກໍມີໂອກາດໄດ້ເລາະທ່ຽວຊົມໃນຕົວເມືອງ ຫຼວງພະບາງ, ລຸກແຕ່ເຊົ້າເພື່ອເຮັດບຸນໃສບາດ ແລະ ຍັງມີໂອກາດໄດ້ໄປທ່ອງທ່ຽວນໍ້າຕົກຕາດ ກວາງຊີ ແລະ ໄດ້ເກັບຮູບພາບມາຝາກແຟນໆ ແຖມນາງຍັງມາໃນລຸກ ທຳມະດາ ບໍ່ແຕ່ງໜ້າ ໃສໆຕາມໄວອາຍຸ ເບິ່ງແລ້ວໜ້າຮັກຫຼາຍໆ… ໜ້າຮັກອີ່ຫລີໄດ໋…ມາເບິ່ງຮູບພາບ ຟ້າໃສ ໃນ ຫຼວງພະບາງ ກັນເບິ່ງເດີ້!!! ຮູບພາບ: Fasai Chinnaly Norasing

Read More »

ອັບເດດ! ແຟຼຊັ່ນເທຣນສີຜົມປີ 2018 ບອກເລີຍປີນີຕ້ອງສີປະມານນີ້ເລີຍ!!!

ປີໃໝ່ນີ້ສາວໆທີ່ຢາກປ່ຽນແປງຕົວເອງ ລອງເລີ່ມຈາກການປ່ຽນສີຜົມຮັບຮອງວ່າຕ້ອງງາມ ເດັ່ນ ຈົນໝູ່ຄູ່ທ້ວງພຸ້ນລະ ສຳລັບແຟຼຊັ່ນເທຣນສີຜົມໃນປີ 2018 ກໍຈັດວ່າຈະມີຫຼາກຫຼາຍໂທນສີທີ່ຮິດ ແລະ ຕິດກະແສ ມີໃຫ້ເລືອກຫຼາຍສີເລີຍເຊັ່ນ: ບອນ, ນໍ້າຕານ, ສີແດງ ແລະ ອື່ນໆ ດັ່ງນັ້ນລອງມາເບິ່ງເທຣນສີຜົມຂອງປີ 2018 ນີ້ ຮັບຮອງຖືກໃຈໝູ່ເພື່ອນແນ່ນອນ!!! 1.Golden Ombré ສີຜົມ Ombre (ອອມເບຣ) ເປັນການໄລ່ສີຜົມຈາກອ່ອນໄປເຂັ້ມ ເຊິ່ງໂທນສີທອງສາວໆກໍສາມາດໄລ່ຈາກໂຄນຜົມສີນໍ້າຕານເຂັ້ມໄປທີ່ປາຍຜົມສີທອງ ສາວໆຄົນໃດທີ່ເຮັດຜົມສີນີ້ກໍຈະຊ່ວຍໃຫ້ໜ້າຂອງເຮົາເບິ່ງສົດໃສຂຶ້ນ 2.Salt and Pepper ໂທນສີຂາວ ເທົາ ດຳ ພໍໄລ່ສີອອກມາກໍຈະກາຍເປັນໂທນສີໃໝ່ບໍ່ຊໍ້າກັບໃຜແນ່ນອນ 3.Burnt Orange ຜົມສີສົ້ມເຂັ້ມໆ ອົມສີແດງເລັກໜ້ອຍ ສີຜົມຄ້າຍກັບເຈົ້າຍິງ ເມີຣິດາ ໃນກາຕູນເລື່ອງ Brave  ເລີຍໄດ໋ ງາມໆເນາະ 4.Bleach-Toned ໂທນສີຂາວ ໃຜທີ່ຢາກເຮັດສີຜົມສີນີ້ບອກໄວ້ກ່ອນເລີຍວ່າມັນຂ້ອນຂ້າງເບິ່ງແຍງ ແລະ ຈັດຊົງຍາກແດ່ ແຕ່ກໍບໍ່ເປັນຫຍັງຖ້າສາວໆຄົນໃດມັກກໍຈັດເລີຍ… …

Read More »

ເປັນຕາມ່ວນ! ນາງເອກລາວ ພະເອກໄທ ກັບການປະຊັນບົດບາດໃນຮູບເງົາເລື່ອງ “ຄິດເຖິງທຸກປີ”

ເປັນຮູບເງົາທີ່ຫຼາຍຄົນຖ້າເບິ່ງມາດົນກັບຮູບເງົາເລື່ອງ ຄິດເຖິງທຸກປີ  (Memories of New Years) ທີ່ມີນັກສະແດງສາວລາວ ບາບີ້ ປິຍະມາດ ໄດ້ຮ່ວມສະແດງຮູບເງົາປະກົບຄູ່ກັບ ຊາຄຣິດ ແຍ້ມນາມ ພະເອກຫຼາກຫຼາຍຄວາມສາມາດຂອງປະເທດເພື່ອນບ້ານ, ຫຼ້າສຸດຂ່າວດີຂອງແຟນໆທີ່ຕິດຕາມຮູບເງົາເລື່ອງນີ້ກໍມີເຮ… ເພາະຮູບເງົາເລື່ອງ “ຄິດເຖິງທຸກປີ” ກຳລັງປ່ອຍຕົວຢ່າງມາໄຫ້ແຟນໆໄດ້ເບິ່ງ… ມາແລ້ວ ຕົວຢ່າງຮູບເງົາ ຄິດເຖິງທຸກປີ (คิดถึงทุกปี) ທີ່ ບາບີ້ B'B… ມາແລ້ວ ຕົວຢ່າງຮູບເງົາ ຄິດເຖິງທຸກປີ (คิดถึงทุกปี) ທີ່ ບາບີ້ B'Bie Piyamarth ສະແດງເປັນນາງເອກ ຄູ່ກັບ ຊາຄຣິດ ເປັນພະເອກ ຕິດຕາມກັນໄດ້ ທຸກໂຮງ ໃນວັນທີ 28 ທັນວາ 2017 ນີ້ພົບກັນເດີ ? ?? คิดถึงทุกปี Memories of New Years หนุ่มนักวาดภาพชาวไทย(ชาคริต แย้มนาม)ไปเที่ยวหลวงพะบาง เขาพบหญิงสาวนางหนึ่ง …

Read More »