Breaking News

Kuanjai Life Stlye

ຕາມຄຳຮຽກຮ້ອງຂອງແຟນໆ! ການກັບມາຂອງຄູ່ຂວັນສອງຝັ່ງຂອງ ອາເລັກຊຼານດ້າ ແລະ ເວຍ ກັບຜົນງານໃໝ່!!!

ກັບມາອີກຄັ້ງສຳລັບຄູ່ຂວັນສອງຝັ່ງຂອງ  ອາເລັກຊຼານດ້າ ທິດາວັນ ບຸນຊ່ວຍ ນັກສະແດງສາວຊື່ດັງຂອງລາວ ແລະ ເວຍ ສຸກົນລະວັດ ຄະນາຣົດ ນັກສະແດງໝຸ່ມສຸດຫຼໍ່ຈາກປະເທດເພື່ອນບ້ານ, ແຟນໆຈື່ໄດ້ບໍ່ເມື່ອເກືອບ 10 ປີກ່ອນທັງສອງໂດ່ງດັງສຸດໆຈາກຜົນງານການຫຼິ້ນລະຄອນຮ່ວມກັນນັ້ນກໍຄື “ເພງຮັກຣິມຝັ່ງຂອງ” ແລະ ບົດເພງປະກອບລະຄອນດັ່ງກ່າວກໍຍັງຮິດ ແລະ ໂດ່ງດັງມາຈົນເຖິງປັດຈຸບັນເລີຍກໍວ່າໄດ້ ແຕ່ຫຼ້າສຸດ ແຟນຄລັບກໍມີເຮອີກຄັ້ງເພາະທັງສອງໄດ້ມີໂອກາດກັບມາໂຄຈອນຮ່ວມງານກັນອີກ ເຊິ່ງການກັບມາໃນຄັ້ງນີ້ແມ່ນ  ອາເລັກຊຼານດ້າ ໄດ້ມີໂອກາດເປັນແຂກຮັບເຊີນໃນລາຍການ ຊຸບເປີເວຍ (superweir) ເຊິ່ງເປັນລາຍການຂອງ ໜຸ່ມ ເວຍ ແລະ ໄດ້ມີໂອກາດກັບໄປຖ່າຍທຳທີ່ ນະຄອນພະນົມ ສະຖານທີ່ຖ່າຍທຳລະຄອນເລື່ອງ “ເພງຮັກຣິມຝັ່ງຂອງ” ແລະ ນອກຈາກນັ້ນທັງສອງຍັງໄດ້ສະແດງເອັມວີເພງ ເຊິ່ງເປັນເພງທີ່ ອາເລັກຊຼານດ້າ ຊື່ເພງວ່າ ສາຍລົມເຢັນ ໂດຍເປັນເພງທີ່ ອາເລັກຊຼານດ້າ ໄດ້ຂັບຮ້ອງ ແລະ ຍັງເປັນຜົນງານການກຳກັບຂອງ ເວຍ ສຸກົນລະວັດ ຄັ້ງທຳອິດອີກດ້ວຍ, ສຳລັບລາຍການ ຊຸບເປີເວຍ (superweir) ແມ່ນອອກອາກາດແລ້ວຕັ້ງແຕ່ວັນທີ 11 ທັນວາ 2017 ທາງໂທລະພາບຊ່ອງ 7 (ປະເທດໄທ). …

Read More »

ອ້າຍ ຈ່ອຍ ອະນັນດາ ນັກສະແດງໄທເຊື້ອສາຍລາວ ເດີນທາງຮ່ວມງານ ແລະ ພັກຜ່ອນທີ່ລາວແບບ Slow life!!!

ອະນັນດາ ເອເວີ່ລິ່ງແຮັມ ຫຼື (ອ້າຍ ຈ່ອຍ) ນັກສະແດງໝຸ່ມສຸດເຊີ ຊື່ດັງຈາກປະເທດເພື່ອນບ້ານ ແຕ່ມີເຊື້ອສາຍລາວ ເດີນທາງຮ່ວມງານ ບຸນມະໂຫລານຮູບເງົາ ຫຼວງພະບາງ 2017 (Luangprabang Film Festival) ທີ່ ແຂວງ ຫຼວງພະບາງ ແລະ ຍັງຖືໂອກາດພັກຜ່ອນຢ່ອນອາລົມທີ່ ແຂວງ ຫຼວງພະບາງ ດ້ວຍອາລົມແບບ ແບບ Slow life ສະບາຍໆສຸດໆ. LPQ Fall/Winter 2017 resort look #sarongitsright #waecation #belmondpostcards ????????☀️ A post shared by ananda everingham (@ananda_everingham) on Dec 11, 2017 at 5:04am PST ສຳລັບ ອະນັນດາ ເອເວີ່ລິ່ງແຮັມ …

Read More »

ໜ້າຮັກອີ່ຫລີ! ນ້ອງ ຟ້າໃສ ຈິນນາລີ ແລະ ອ້າຍ ອະນັນດາ (ຈ່ອຍ) ຖ່າຍຮູບຮ່ວມກັນທີ່ ຫຼວງພະບາງ!!!

ມີຄວາມໜ້າຮັກອີ່ຫລີສຳລັບ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ມິສແກຼນລາວ 2017 ແລະ ອ້າຍ ອະນັນດາ ເອເວີລິ່ງແຮັມ ຫຼື ( ອ້າຍ ຈ່ອຍ) ນັກສະແດງຊື່ດັງຂອງປະເທດເພື່ອນບ້ານ ແຕ່ມີເຊື້ອສາຍລາວ, ທັງສອງມີໂອກາດໄດ້ພົບກັນ ແລະ ຖ່າຍຮູບຄູ່ກັນທີ່ ແຂວງ ຫຼວງພະບາງ, ໂດຍຮູບພາບດັ່ງກ່າວຖືກເຜີຍແຜ່ຈາກ ເຟສບຸກ ແລະ ອິນສະຕາແກຼມຂອງ ນ້ອງ ຟ້າໃສ ຈິນນາລີ ແລະ ພໍແຕ່ໂພສເຮັດໃຫ້ມີເລົ່າບັນດາແຟນຄລັບຂອງທັງສອງເຂົ້າມາກົດໄລ້ ກົດແຊຣ ກົດຄອມເມັ້ນກັນຢ່າງສະໜັ່ນ ໃຜໆກໍຕ່າງກໍພາກັນສະແດງຄວາມຄິດເຫັນວ່າທັງສອງອ້າຍນ້ອງຄົນດັງຈາກ ລາວ ແລະ ໄທ ມີຄວາມໜ້າຮັກຫຼາຍໆ. ສຳລັບການມີໂອກາດໄດ້ພົບກັນຂອງ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ແລະ ອ້າຍ ອະນັນດາ ຫຼື (ອ້າຍ ຈ່ອຍ)  ໃນຄັ້ງນີ້ ແມ່ນທັງສອງໄດ້ເດີນທາງໄປຮ່ວມເປັນແຂກໃນງານ ບຸນມະໂຫລານຮູບເງົາ …

Read More »

“ການຂົ່ມຂືນ” ອາຊະຍາກໍາຮ້າຍແຮງທີ່ສຸດຂອງແມ່ຍິງ

 “ຜູ້ຂົ່ມຂືນ (Rapist) ແມ່ນເດັກທີ່ເກີດມາຈາກຄອບຄົວທີ່ບໍ່ອົບອຸ່ນ ຫຼືຄອບຄົວທີ່ແຕກແຍກ ຂາດຄວາມຮັກ ຫຼືເຕີບໃຫຍ່ໃນສະຖານະການຄວາມຮຸນແຮງ”  “ການຂົ່ມຂືນ” ຄວາມຮຸນແຮງທາງເພດ ທີ່ເປັນອາຊະຍາກຳຮ້າຍແຮງທີ່ສຸດໃນປະຫວັດສາດມະນຸດ ທີ່ເພດຊາຍກະທຳຕໍ່ເພດຍິງ ແລະຍັງຄົງເກີດຂຶ້ນຊ້ຳໆມາຮອດປະຈຸບັນ ຫຼາຍໆຄົນອາດຈະເຂົ້າໃຈວ່າ ສາຍເຫດຂອງການຂົ່ມຂືນ ແມ່ນມາຈາກ “ຄວາມຕ້ອງການທາງເພດ” ຂອງຜູ້ຊາຍທີ່ມັນຫຼວງຫຼາຍຈົນບໍ່ສາມາດຄວບຄຸມໄດ້ ໂດຍສະເພາະເມື່ອ ພົບກັບປັດໄຈກະຕຸ້ນເຊັ່ນ: ເຫັນແມ່ຍິງທີ່ແຕ່ງຕົວໂປ້, ດື່ມສິ່ງມຶນເມົາ ຫຼືໃຊ້ຢາເສບຕິດ ເຮັດໃຫ້ຊາຍຄົນດັ່ງກ່າວກາຍເປັນປີສາດຮ້າຍ ລົງມືລ່ວງລະເມີດທາງເພດບຸກຄົນອື່ນໄດ້ ແຕ່ຈາກການສຶກສາພັດບໍ່ໄດ້ເປັນດັ່ງຫຼາຍຄົນຄິດເດີ້ ຄວາມຈິງແລ້ວ ຜູ້ຂົ່ມຂືນ (Rapist) ແມ່ນເດັກທີ່ເກີດມາຈາກຄອບຄົວທີ່ບໍ່ອົບອຸ່ນ ຫຼືຄອບຄົວທີ່ແຕກແຍກ ຂາດຄວາມຮັກ ຫຼືເຕີບໃຫຍ່ໃນສະຖານະການຄວາມຮຸນແຮງ ເຫັນພໍ່ແມ່ຕີກັນ ຫຼືຖືກໃຊ້ຄວາມຮຸນແຮງມາແຕ່ນ້ອຍ ມີປົມດ້ອຍ ຮູ້ສຶກບໍ່ມີຄຸນຄ່າ ຫຼືມີບັນຫາສຸຂະພາບຈິດ ຊາຍຄົນດັ່ງກ່າວຈຶ່ງຕ້ອງການສະແດງ “ອຳນາດ” ທີ່ເໜືອກວ່າແມ່ຍິງ ຜ່ານພຶດຕິກຳ “ຂົ່ມຂືນ” ຢາກເຫັນແມ່ຍິງຢ້ານກົວ ແຄ້ນໃຈ ຫຼືເຈັບປວດ ເພື່ອໃຫ້ຮູ້ສຶກວ່າຕົນເອງເປັນ “ຜູ້ຊະນະ” (ທີ່ຈິງກໍສາມາດເອົາຊະນະໄດ້ດ້ວຍວິທີອື່ນ ແຕ່ຜູ້ຊາຍແບບນີ້ຄຶດບໍ່ອອກ) ຜູ້ຂົ່ມຂືນ (Rapist) …

Read More »

ການເມີນເສີຍກໍແມ່ນຮູບການໜຶ່ງຂອງຄວາມຮຸນແຮງຕໍ່ແມ່ຍິງ

ຫຼາຍໆຄົນອາດເຂົ້າໃຈວ່າ ການກະທຳໃດໜຶ່ງທີ່ກໍໃຫ້ເກີດຄວາມເສຍຫາຍ ຕໍ່ຮ່າງກາຍ ຈິດໃຈ ທາງເພດ ແລະເສດຖະກິດ ຂອງແມ່ຍິງ ແລະເດັກ ເປັນຄວາມຮຸນແຮງແມ່ນບໍ່? ແຕ່ຍັງບໍ່ໝົດເທົ່ານັ້ນເດີ້ ເພາະການບໍ່ກະທຳ ກໍຄື ການເມີນເສີຍ ຫຼືລະເລີຍ ອັນພາໃຫ້ເກີດຄວາມເສຍຫາຍໃນດ້ານຕ່າງໆ ກໍໍຖືວ່າແມ່ນ ຄວາມຮຸນແຮງ ແລະຜິດກົດໝາຍເຊັ່ນກັນໃດ ອີງຕາມກົດໝາຍວ່າດ້ວຍ ການຕ້ານແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງແລະເດັກ (ປີ 2015) ມາດຕາ 4 ການອະທິບາຍສັບ ຂໍ້ທີ 8 ໄດ້ເວົ້າເຖິງ ການເມີນເສີຍ ຫຼື ລະເລີຍ ວ່າໝາຍເຖິງ: “ການບໍ່ເຮັດໃນສິ່ງທີ່ກົດໝາຍບອກໃຫ້ເຮັດ ຫຼື ໃນສິ່ງທີ່ສະມາຊິກໃນຄອບຄົວ ຄວນປະຕິບັດຕໍ່ກັນ ເຊິ່ງສ້າງຄວາມເສຍຫາຍຕໍ່ຮ່າງກາຍ, ຈິດໃຈ ຫຼືສຸຂະພາບຂອງແມ່ຍິງ ແລະເດັ ເປັນຕົ້ນ ການບໍ່ປະຕິບັດພັນທະຂອງຕົນ ໃນການເບິ່ງແຍງລ້ຽງດູລູກ ຫຼືເດັກທີ່ຢູ່ໃນການຄຸ້ມຄອງຂອງຕົນ, ການບໍ່ເບິ່ງແຍງດູແລ ສະມາຊິກໃນຄຄອບຄົວ ເວລາເຈັບເປັນ ຫຼືເສຍອົງຄະ” ເຊັ່ນ: ຜົວບໍ່ເອົາໃຈໃສ່ເມຍ, …

Read More »