Breaking News

Kuanjai Life Stlye

ຮູ້ສຶກອືດ ຮູ້ສຶກຄ້ານແມ່ນບໍ່? (ແຊຣກັບໄວ້ເລີຍ) ວິທີປຸກໂຕເອງໃຫ້ລຸກມາອອກກຳລັງກາຍແບບໄດ້ຜົນແທ້!!!

ຮູ້ຫຼືບໍ່ວ່າການຕື່ນຂຶ້ນມາອອກກຳລັງກາຍໃນຍາມເຊົ້າມີປະໂຫຍດຢ່າງຫຼວງຫຼາຍ ນອກຈາກຈະຊ່ວຍໃນເລື່ອງສຸຂະພາບທີ່ແຂງແຮງແລ້ວ ມັນຍັງຊ່ວຍໃຫ້ຈະເລີນອາຫານ, ດັ່ງນັ້ນຖ້າກຳລັງຫາວິທີໃຫ້ຕົນເອງລຸກຂື້ນມາອອກກຳລັງກາຍໃນຕອນເຊົ້າ ມື້ນີ້ທາງ Kuanjai Magazine ເຮົາຈຶ່ງຊອກເອົາເຄັດລັບດີໆມາຝາກທຸກຄົນດັ່ງຕໍ່ໄປນີ້: ຈັດກຽມເສື້ອຜ້າອອກກຳລັງກາຍໄວ້: ເພື່ອຕື່ນມາຈະບໍ່ໄດ້ເສີຍເວລາ ຢ່ານອນເດິກ: ເພາະຈະເຮັດໃຫ້ຮູ້ສຶກບໍ່ມີແຮງ ທາງທີ່ດີຄວນປັບປ່ຽນພຶດຕິກໍາການນອນ ພະຍາຍາມນອນໃຫ້ຄົບ 8 ຊົ່ວໂມງ ຕັ້ງເປົ້າໝາຍ: ເພື່ອເປັນການສ້າງແຮງຈູງໃຈໃຫ້ກັບໂຕເອງໃນການລຸກມາອອກກຳລັງກາຍແຕ່ເຊົ້າ ແນະນຳໃຫ້ຂຽນເປົ້າໝາຍໄວ້ເຊັ່ນ: ເພື່ອສຸຂະພາບທີ່ແຂງແຮງປາສະຈາກພະຍາດມາບຽດບຽນ ຫຼື ຫຼຸດຄວາມຕຸ້ຍ ຫຼື ເພື່ອຄວາມຝັນທີ່ຢາກມີຮູບຮ່າງທີ່ງາມ ໃສ່ເສື້ອຜ້າກໍດູດີ ຕັ້ງເປົ້າເລີຍແລ້ວເຮັດໃຫ້ໄດ້ ໂມງປຸກ: ແນະນຳໃຫ້ວາງໄວ້ໄກໆຈາກໂຕແດ່ ເພາະຈະບໍ່ສາມາດເອື້ອມມືໄປປິດໂມງປຸກໄດ້ ແຕ່ກໍຕ້ອງຢູ່ໃນໄລຍະທີ່ໄດ້ຍິນດີ ລ້າງໜ້າ: ຕອນເຊົ້າດ້ວຍນ້ຳເຢັນເພື່ອຄວາມສົດຊື່ນ ກາແຟ: ແນະນໍາໃຫ້ດື່ມກ່ອນອອກກໍາລັງເຄິ່ງຊົ່ວໂມງ ເພາະຈະຊ່ວຍເພີ່ມພະລັງໃຫ້ອອກກຳລັງກາຍໄດ້ດີຂຶ້ນ ແລະ ກາເຟຍັງຊ່ວຍກະຕຸ້ນລະບົບເຜົາຜານໄດ້ດີອີກດ້ວຍ ເພງ: ການສ້າງບັນຍາກາດໃຫ້ກັບເຮົາເອງ ເປັນໂຕກະຕຸ້ນທີ່ເຮັດໃຫ້ອອກກຳລັງກາຍໄດ້ ດົນຂຶ້ນ ແລະ ບໍ່ຮູ້ສຶກເບື່ອໜ່າຍ ຄ່ອຍໆອອກກຳລັງກາຍແບບຄ່ອຍເປັນຄ່ອຍໄປ: ສໍາລັບຄົນໃດທີ່ບໍ່ເຄີຍຕື່ນມາອອກກໍາລັງກາຍໃນຍາມເຊົ້າ ແນະນຳໃຫ້ອອກກຳລັງກາຍແບບຄ່ອຍໆເທື່ອລະໜ້ອຍໄປກ່ອນ ຈາກນັ້ນ ເມື່ອຮ່າງກາຍເຮົາລື້ງເຄີຍແລ້ວຄ່ອຍໆເພີ່ມຂຶ້ນເລື້ອຍໆກໍໄດ້ເດີ້ ປັບໂປແກຼມການອອກກຳລັງກາຍທຸກ 2-3 ອາທິດ: …

Read More »

ພິທີຖະແຫຼງຂ່າວ ກິລາກ໊ອຟ ແດນສະຫວັນ ອາເມເຈີ້ ໂອເພັ້ນ 2018 ຊິງຂັນກຽດຕິຍົດຂອງທ່ານລັດຖະມົນຕີກະຊວງສຶກສາ ແລະ ກິລາ

ນະຄອນຫຼວງວຽງຈັນ, ວັນທີ 28 ທັນວາ 2017 ທີ່ຜ່ານມາ, ໄດ້ມີພິທີຖະແຫຼງຂ່າວການຈັດແຂ່ງຂັນ ກິລາກ໊ອຟ ແດນສະຫວັນ ອາເມເຈີ້ ໂອເພັ້ນ 2018 ໂດຍຕາງໜ້າກະຊວງສຶກສາທິການ ແລະ ກິລາ ຮ່ວມກັບສະຫະພັນ ກິລາກ໊ອຟແຫ່ງຊາດລາວ, ສະໝາມກ໊ອຟແດນສະຫວັນ ພ້ອມດ້ວຍແຂກທີ່ມີກຽດ ແລະ ສື່ມວນຊົນພາຍໃນງານຈຳນວນຫຼວງຫຼາຍ, ກິລາກ໊ອຟ ແດນສະຫວັນ ອາເມເຈີ້ ໂອເພັ້ນ 2018 ຈະຈັດຂຶ້ນໃນວັນທີ 13-14 ມັງກອນ 2018 ຢູ່ທີ່ ສະໝາມກ໊ອຟແດນສະຫວັນ ພູເຂົາຄວາຍ ແຂວງ ວຽງຈັນ ເພື່ອຊິງຂັນກຽດຕິຍົດຂອງທ່ານລັດຖະມົນຕີກະຊວງສຶກສາ ແລະ ກິລາ ແລະ ຍັງມີຂອງລາງວັນອື່ນໆຢ່າງຫຼວງຫຼາຍ ດັ່ງນັ້ນ ຈຶ່ງຂໍເຊີນຊວນ ນັກກິລາກ໊ອຟສະໝັກຫຼິ້ນ ບໍ່ຈຳກັດເພດ ບໍ່ຈຳກັດສັນຊາດ ເຂົ້າແຂ່ງຂັນພາຍໃນການແຂ່ງຂັນ ກິລາກ໊ອຟ ແດນສະຫວັນ ອາເມເຈີ້ ໂອເພັ້ນ …

Read More »

ປະໂທະ! ວັນໃໝ່ ທຳມະວົງ ໃຈກ້າໂພສທ່າຖ່າຍຮູບເລີດໆກັບ ນ້ອງ ໄທເກີ້

ມີໃຜກ້າແດ່ຍົກມືຂຶ້ນ! ວັນໃໝ່ ທຳມະວົງ ສາວປະເພດສອງຄົນດັງ ຫຼ້າສຸດໄດ້ໂພສຮູບຜ່ານເຟສບຸກ ແລະ ອິນສະຕາແກຼມສ່ວນຕົວ ໂດຍນາງໄດ້ໂພສທ່າກັບ ເສືອໂຄ່ງ ຫຼື ເອີ້ນໃຫ້ໜ້າຮັກແດ່ເປັນ ນ້ອງ ໄທເກີ້ ສະເນາະ (ອິອິ), ເຊິ່ງຂໍຍອມຮັບໃນຄວາມໝັ້ນ ແລະ ໃຈກ້າຂອງນາງອີ່ຫລີ ທີ່ມີຄວາມກ້າຫານໄປໃກ້ ນ້ອງ ໄທເກີ້ ປານນັ້ນ ເຖິງຢ່າງໃດກໍຕາມເພື່ອບໍ່ເປັນອັນຕະລາຍ ບໍ່ແນະນຳໃຫ້ຮຽນແບບເດີ້ ນ້ອງໆ ໝູ່ໆ ເພາະ ວັນໃໝ່ ນາງມີຜູ້ຊ່ຽວຊານເບິ່ງຢ່າງໃກ້ຊິດ ຈຶ່ງໂພສທ່າໄດ້ອອກມາເລີດໆໆໆ ປົນຄວາມສຽວແດ່ໜ້ອຍໜຶ່ງແມ່ນບໍ່ ວັນໃໝ່ (555). ຮູບພາບ: Elizabeth Wanmai Thammavong

Read More »

ວ້າວວວວ! ເຊັກຊີ່ແທ້ນໍ້ຜູ້ສາວ ຈັດໄປກັບຄວາມເຊັກຊີ່ທ້າລົມໜາວຂອງສາວໆເນັດໄອດໍ້ລາວ!!!

ໃສໆມີໃຜວ່າໜາວແດ່? ຈັດໄປກັບຄວາມເຊັກຊີ່ທ້າລົມໜາວຂອງສາວ  ເບລານ ສຸນິສາ ພັນທາວະດີ (ນາງແບບ-ນັກສະແດງ) ທີ່ເດີນທາງທ່ອງທ່ຽວ ປະເທດ ສິງກະໂປ ກັບກຸ່ມໝູ່ສະໜິດ ແຖມຍັງຈັດທິບທ່ອງທ່ຽວທະເລ ເພາະໃນຊ່ວງນີ້ຖືວ່າອາກາດທີ່ກຳລັງດີ ແລະ ຍັງໄດ້ໂຊຄວາມເຊັກຊີ່ແບບເບົາໆກັບຊຸດລອຍນໍ້າ ແຖມຍັງໂພສທາງເຟສບຸກ ແລະ ອິນສະຕາແກຼມ ເຮັດໃຫ້ມີບັນດາແຟນຄລັບຂອງນາງເຂົ້າມາກົດໄລ້ ແລະ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ… ແລະ ຍັງມີອີກຫຼາຍໆຮູບພາບຂອງສາວໆກຸ່ມນີ້ມາຝາກນໍາເດີ້… ຮູບພາບ: Em Larn , Leena Misavath

Read More »

ອົກຫັກບໍ່ຕາຍດອກ… ເສົ້າດົນໄປເຮັດຫຍັງ? ມາເບິ່ງເລື່ອງລາວດີໆທີ່ເຈົ້າຈະໄດ້ພົບຫຼັງຈາກ “ອົກຫັກ”

ເກີດມາເປັນຄົນທັງທີເຊື່ອວ່າໝູ່ເພື່ອນກໍຄົງຈະເຄີຍມີຄວາມຮັກ ບາງຄົນກໍມີຄວາມຮັກທີ່ຫວານຊື່ນ ກໍຂໍສະແດງຄວາມຍິນດີນຳຫຼາຍໆ ແຕ່ວ່າບາງຄົນກໍເຈິຮັກທີ່ບໍ່ຄ່ອຍສົມຫວັງ ຮັກພັງຊໍ້າໆຊາກໆ ທັງໆທີ່ບໍ່ຢາກໃຫ້ເປັນແຕ່ມັນກໍເກີດຂຶ້ນເລື້ອຍໆ ແຕ່ຈະເຮັດແນວໃດໄດ້ນໍ້ແນວຄົນມັນບໍ່ແມ່ນກໍຄືບໍ່ແມ່ນ, ດັ່ງນັ້ນ ໃນມື້ນີ້ເອົາໃຈໝູ່ເພື່ອນທີ່ມັກ ອົກຫັກ ຕະຫຼອດ… ເຜີແປັບດຽວອົກຫັກເປັນວ່າຫຼິ້ນ ອາການຂອງຄົນອົກຫັກແນ່ນອນເລີຍວ່າ ຕ້ອງມີຄວາມເສຍໃຈ ເສົ້າໃຈ ຮູ້ສຶກໝົດອາໄລຕາຍຢາກ ບໍ່ເປັນອັນກິນອັນນອນ ຈະເຮັດຫຍັງກໍຄິດຫາແຕ່ຄົນຮັກທີ່ເຂົາບໍ່ມີແມ້ແຕ່ຈະຫຼຽວກັບມາສົນໃຈເຮົາ, ໂອ່ຍ!!! ບໍ່ຕ້ອງເສຍໃຈໄປເດີ້ ມັນກໍເປັນເລື່ອງທຳມະດາຂອງຊີວິດມະນຸດເຮົາ ໃຫ້ຄິດສະວ່າມັນເປັນເກມຊີວິດເດີ້ ຊີວິດເຮົາຈະໄດ້ມີລົດຊາດຂຶ້ນ ລອງປັບຄວາມຄິດ ແລະ ເປີດໃຈຮັບສິ່ງໃໝ່ເຂົ້າມາ ແລະ ເຈົ້າຈະໄດ້ຮູ້ວ່າແທ້ໆແລ້ວ ຄວາມສຸກທີ່ແທ້ຈິງຢູ່ບໍ່ໄກຈາກເຮົາ 1. ຮັກຕົວເອງໃຫ້ເຕັມທີ່ ໄດ້ເວລາປ່ຽນແປງຕົວເອງອີກຄັ້ງ ຄົນເຮົາຄວນມີພັດທະນາການທີ່ດີຂຶ້ນເລື້ອຍໆ ໃນທຸກໆມື້ ບໍ່ວ່າຈະເປັນເລື່ອງຫຍັງກໍແລ້ວແຕ່ ຍິ່ງເມື່ອທີ່ເຮົາອົກຫັກ ການປ່ອຍໃຫ້ຕົວເອງຈົມຢູ່ກັບອະດີດທີ່ເຈັບປວດ ບໍ່ໄດ້ເຮັດໃຫ້ຫຍັງດີຂຶ້ນມາເລີຍ ແຕ່ການລຸກຂຶ້ນມາພົບເຈິກັບຄວາມເປັນຈິງຕ່າງຫາກລະທີ່ເຮັດໃຫ້ເຮົາດີຂຶ້ນ ຊ່ວງເວລານີ້ເປັນຊ່ວງທີ່ເໝາະສົມທີ່ສຸດທີ່ເຮົາຄວນຫັນກັບມາຮັກຕົວເອງ ຫຼື ຈະຊອກຫາຄວາມຮູ້ເພີ່ມເຕີມເຊັ່ນໄປຊອກຮຽນພາສາ ຮຽນຄອສອອນລາຍເພື່ອຕໍ່ຍອດເຮັດທຸລະກິດ ຫຼຶຈະຫາກິດຈະກຳເຮັດເຊັ່ນ ອອກກຳລັງກາຍ ຮ້ອງເພງ ເຕັ້ນ ຫຼຶ ເຮັດສິ່ງທີ່ເຮົາມັກໃຫ້ເຕັມທີ່ໄປເລີຍ 2. …

Read More »