Breaking News

Kuanjai Life Stlye

ງາມໆທັງນັ້ນ! ສ່ອງ Idea ເລີດໆຂອງເຫຼົ່າຄົນບັນເທີງກັບການແຕ່ງຊຸດໄໝລາວອອກງານ

ງາມໆທັງນັ້ນ! ສ່ອງ Idea ການແຕ່ງຊຸດໄໝລາວອອກງານຂອງເຫຼົ່າຄົນບັນເທີງເຊັ່ນ: ລູກນໍ້າ ທິດາລັດ ວົງສິຣິ, ຫຼິງຫຼິງ ປິຍະດາ ອິນທະວົງ, ສຽວຜິງ ໄຊຍະລິນ, ນຸຖາ ລາດຊະວົງເລົາ, ບາບີ້ ປິຍະມາດ ແລະ ແອນນິຕ້າ ທິວາພອນທີ່ພວກເຂົານຸ່ງຊຸດໄໝລາວອອກງານໄດ້ງາມ ແລະ ມີສະຕາຍຂອງໃຜລາວ ລອງມາເບິ່ງກັນເບິ່ງເນາະ, ສຳລັບແຟນໆທ່ານໃດຖ້າຍັງບໍ່ມີ Idea ໃນການເລືອກຊຸດ, ສີ ຫຼື ຍັງຄິດບໍ່ອອກວ່າຈະໃສ່ຊຸດໄໝລາວແບບໃດອອກງານ ກໍລອງເບິ່ງແບບທີ່ຄົນບັນເທີງເຫຼົ່ານີ້ໄດ້ສວມໃສ່ລອງເບິ່ງເດີ້ ຮັບຮອງໄດ້ໄອເດຍໃໝ່ໆໃນການຕັດຊຸດ ແລະ ເຂົ້າກັບຕົນເອງແນ່ນອນ ລູກນໍ້າ ທິດາລັດ ວົງສິຣິ ດາລາ-ນັກສະແດງ A post shared by Louknum Thidalat Vongsili (@louknumthidalat) on Dec 4, 2017 at 10:34pm PST …

Read More »

ຄໍລໍາ: Travel ຈະມາຊວນສາວໆສາຍທໍາມະຊາດ ແພັກກະເປົາ ແບກເປ້ໄປນອນເຕັ້ນ ເຊວຟີ້ກັບສະຕໍເບີຣີ…

ຄໍລໍາ: Travel ຈະມາຊວນສາວໆສາຍທໍາມະຊາດ ແພັກກະເປົາ ແບກເປ້ໄປນອນເຕັ້ນ ເຊວຟີ້ກັບສະຕໍເບີຣີ… ໃນບັນຍາກາດປາຍຝົນຕົ້ນໜາວນີ້ ຂວັນໃຈມາຊວນສາວໆສາຍທໍາມະຊາດ ແພັກກະເປົາ ແບກເປ້ໄປນອນເຕັ້ນ ເຊວຟີ້ກັບສະຕໍເບີຣີ ດ້ວຍຄ່າໃຊ້ຈ່າຍຫຼັກແສນກີບ ແຕ່ມ່ວນສຸດຄຸ້ມເກີນລາຄາແນ່ນອນ ດ້ວຍວິວຫຼັກລ້ານທີ່ທ່ານບໍ່ຄວນພາດເລີຍ!   ຖ້າຢາກຮູ້ວ່າເຮົາຈະພາໄປໃສແດ່ ຄ່າໃຊ້ຈ່າຍເທົ່າໃດເພື່ອບໍ່ໃຫ້ໃຜຕົວະຊອກມາອ່ານ ແລະຮູ້ຈັກກ່ອນໄປໄດ້ໃນ ວາລະສານຂວັນໃຈ ສະບັບເດືອນທັນວາ 2017 ມີຈໍາໜ່າຍຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »

ປໍ1 ເອື້ອຍຍັງຮຽນເຕັ້ນຍາງຢູ່ (555)! ຊາວເນັດແຫ່ເບິ່ງຄລິບ ເດັກນ້ອຍ ປໍ1 ຕີກອງໄດ້ຂັ້ນເທບຫຼາຍ…(ຊົມເຊີຍເດີ້)

ເປັນອີກໜຶ່ງຄລິບທີ່ເອີ້ນຮອຍຍິ້ມ ສຽງຫົວໄດ້ເປັນຢ່າງດີ ເດັກນ້ອຍຍຸກໃໝ່ມັນກໍຈະເກັ່ງເກີນອາຍຸແບບນີ້ແລະເນາະ… ຊາວເນັດແຫ່ເບິ່ງຄລິບ ເດັກນ້ອຍ ປໍ1 ຕີກອງໄດ້ຂັ້ນເທບຫຼາຍ… ເຊິ່ງເດັກນ້ອຍເກັ່ງ ແລະ ໜ້າຮັກຄົນນີ້ມີນາມວ່າ ນ້ອງ ເບເນ່ ອາຍຸປະມານ 5-6 ປີ ຈາກປະເທດເພື່ອນບ້ານ ເຊິ່ງໄດ້ຕີກອງໃນເພງ That’s what I like ຂອງ ນັກຮ້ອງຊື່ດັງ ບູຣໂນ ມາສ, ໂດຍການໂພສຂອງຜູ້ໃຊ້ເຟສບຸກທີ່ມີຊື່ວ່າ Phongphanu Soisahwat‎  ຈົນເຮັດໃຫ້ມີຄົນເຂົ້າໄປກົດໄລ້ ແຊຣ ແລະ ຄອມເມັ້ນຍ້ອງເຖິງຄວາມເກັ່ງ ຄວາມມີພອນສະຫວັນ ຂອງ ນ້ອງ ເບເນ່ ເປັນຈຳນວນຫຼວງຫຼາຍ ຢ່າງໃດກໍຕາມຊາວເນັດຕ່າງສະແດງຄວາມຄິດເຫັນກ່ຽວກັບ ນ້ອງ ເບເນ່ ກັນຢ່າງຫຼວງຫາຍ ແລະ ຍັງຍ້ອງນ້ອງວ່າ ສ່ວນຫຼາຍເດັກນ້ອຍທີ່ກຳລັງຮຽນຕີກອງຈະມັກຕີລົວ ບໍ່ຖືກຈັງຫວະ ແຕ່ ນ້ອງ ເບເນ່ ຄົນນີ້ພັດຕີໄດ້ດີ ແລະ ຖືກກັບຈັງຫວະ ບາງຄົນກໍຍ້ອງວ່າເດັກຄົນນີ້ເກັ່ງເກີນໄວອາຍຸ …

Read More »

ເປີດໃຈໜຸ່ມຫຼໍ່! ໂບຣີສ ຫຼວງໂຄດ Bakery Chef (ເປັນຫຍັງຫຼາຍຄົນມັກຄິດວ່າ ຜູ້ຊາຍທີ່ມັກເຮັດອາຫານອາດບໍ່ແມ່ນຜູ້ຊາຍແທ້?)

ກາລຸນ ຫຼວງໂຄດ ຫຼື ເອີ້ນງ່າຍໆວ່າ: ໂບຣີສ ໜຸ່ມມາດເຂັ້ມ, ສຸຂຸມ, ສຸດໃຈເຢັນໆ ແຕ່ມີຄວາມຮັກທີ່ສຸດແສນຈະ Romantic ເຊື່ອວ່າ ສາວໆ ຂວັນໃຈເຮົາ ຖ້າໄດ້ຮູ້ຈັກແລ້ວ ກໍຢາກຈະເປັນຄົນຮູ້ໃຈຂອງເພິ່ນແນ່ນອນ. ໃຫ້ໜຸ່ມຄົນນີ້ແນະນໍາຕົນເອງໃຫ້ພວກເຮົາຮູ້ຈັກກັນເລີຍ: ສະບາຍດີ! ຊື່ ກາລຸນ ຫຼວງໂຄດ ຫຼື ເອີ້ນງ່າຍໆວ່າ: ໂບຣີສ ເຈົ້າຂອງຮ້ານ Bakery by Boris ຊື່ຈະອອກແນວ Inter ໜ້ອຍໜຶ່ງເນາະ ເພາະເກີດຢູ່ປະເທດຝຣັ່ງແຕ່ພໍ່ກັບແມ່ ກະເປັນຄົນລາວນີ້ແຫຼະ! ເພິ່ນໄດ້ໄປເຮັດວຽກຢູ່ຫັ້ນ. ຫຼັງຈາກ ໂບຣີສ ໄດ້ອາຍຸ 3 ປີ ກໍໄດ້ກັບຄືນມາຢູ່ລາວ ຈົນຮອດອາຍຸ 17 ປີ ກໍເລີ່ມຮຽນເຮັດຂະໜົມ, ເຮັດເຄັກເອງຢູ່ບ້ານເບິ່ງຕາມປື້ມຄູ່ມື, Youtube ແລະ ໄລຍະພັກຮຽນກໍໄດ້ໄປຝຶກງານ ຢູ່ໂຮງແຮມລາວພລາຊາ ໄປຮຽນເຮັດອາຫານຈີນ, ຝຣັ່ງ ແລະ …

Read More »

ໃຜທີ່ເປັນສາຍກິນ ສາຍແອັບ ສາຍ Selfie ບໍ່ມີໃຜຈະບໍ່ຮູ້ຈັກ “ຮ້ານອາຫານ Day 2 Night”

  ຮ້ານອາຫານທີ່ກຳລັງມາແຮງສຸດໆໃນຕອນນີ້ ເພາະບໍ່ວ່າຈະເປັນ ດາລາ, ນັກສະແດງ, ເຫຼົ່າເຊເລັບ (Celebrities) ຄົນດັງໃນລາວ ໃຜໆກໍພາກັນໄປເຊັກອິນ (Check-in) ນັ່ງຫຼິ້ນຢູ່ຮ້ານນີ້ເປັນປະຈຳນັ້ນກໍຄື: ຮ້ານອາຫານເດທູໄນ້ (Day 2 Night) ໃຜທີ່ເປັນສາຍກິນ ສາຍແອັບ ສາຍເຊວຟີ້ (Selfie) ໃນນະຄອນຫຼວງວຽງຈັນ ບໍ່ມີໃຜຈະບໍ່ຮູ້ຈັກ ເຖິງແມ້ວ່າຮ້ານເພິ່ນຫາກໍເປີດບໍລິການບໍ່ຮອດປີ ຍັງມີຄົນຮູ້ຈັກຫຼາຍຂະໜາດນີ້ ບໍ່ທຳມະດາເລີຍແມ່ນບໍ່? ຂວັນໃຈ ເຮົາຈະພາດໄດ້ແນວໃດ ກໍຕ້ອງຮີບເກາະກະແສ ຊອກເຊາະແຊະໄປສອດສ່ອງມາແນະນຳໃຫ້ແຟນໆໄດ້ຮູ້ກ່ອນໃຜແນ່ນອນ!!! ກ່ອນອື່ນມາຮູ້ຈັກກັບເຈົ້າຂອງຮ້ານຄົນງາມ ອາດີດ ສາວແອໂຮສເຕສ (Air hostess) ສາຍການບິນເອວາ (EVA Airways) ຂອງປະເທດໄຕ້ຫວັນ ນາງຊື່ວ່າສາວ “ການ” ຖືສັນຊາດໄທ ເຊື້ອສາຍລາວ-ຫວຽດນາມ ໄດ້ມາເລົ່າເຖິງແຮງບັນດານໃຈ ແລະ ຈຸດເລີ່ມຕົ້ນຂອງຮ້ານເດທູໄນ້ (Day 2 Night) ໃຫ້ຟັງວ່າ: ສາວການ ເລີ່ມຈາກຄວາມມັກຮັກການໃຊ້ຊີວິດຢູ່ ນະຄອນຫຼວງວຽງຈັນ …

Read More »