Breaking News

Kuanjai Life Stlye

ຕ້ອນຮັບປີທ່ອງທ່ຽວລາວ 2018 “ພາທ່ຽວ ແລະ ສຳຜັດມົນສະເໜ່ເມືອງເກົ່າ ແຂວງ ສະຫວັນນະເຂດ”

“ສຳຜັດມົນສະເໜ່ເມືອງເກົ່າ ວິຖີຊີວິດຕາມລ້ອງແມ່ນໍ້າຂອງ ທີ່ເມືອງ ໄກສອນ ພົມວິຫານ” ການທ່ອງທ່ຽວຖືວ່າເປັນອີກທາງເລືອກໜຶ່ງໃນການພັກຜ່ອນສຳລັບຄົນໃນຍຸກປັດຈຸບັນ ໃນຍຸກທີ່ການນຳໃຊ້ໂລກໂຊຊ້ຽວເປັນສື່ກາງອັນດັບຕົ້ນໆ ແລະ ສິ່ງທີ່ຂາດບໍ່ໄດ້ຄືການຖ່າຍຮູບເພື່ອອັບຂື້ນໂລກໂຊຊ້ຽວບໍ່ວ່າເປັນ Facebook ແລະ Instagram ແລະອື່ນໆ ສະແດງເຖິງ life style ຂອງແຕ່ລະຄົນເພື່ອຖ່າຍທອດເລື່ອງລາວຜ່ານຮູບຖ່າຍ. ຂວັນໃຈ ຈະພາທຸກຄົນໄປຄົ້ນພົບມຸມມອງໃໝ່ໆທີ່ແປກຕາ ແລະ ມົນສະເໜ່ຂອງເມືອງເກົ່າ, ອາຫານທ້ອງຖິ່ນຕາມລ່ອງແມ່ນ້ຳຂອງທີ່ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ. ຄວາມຮຸ່ງເຮືອງໃນອະດີດ “ຖ້າຢາກຮູ້ເລື່ອງລາວໃນອະດີດຂອງແຕ່ລະຍຸກ ແຕ່ລະສະໄໝ ໃຫ້ເບິ່ງຈາກເຮືອນຊານບ້ານຊ່ອງ ເຄື່ອງໃຊ້ຂອງຊ້ອຍ” ຄວາມໂດດເດັ່ນຂອງຕົວເມືອງໄກສອນພົມວິຫານ ໃນອີກມຸມໜຶ່ງທີ່ຫຼາຍໆຄົນອາດຈະຍັງບໍ່ຄ່ອຍຮູ້ແມ່ນຄວາມງົດງາມທາງດ້ານສະຖາປັດຕະຍະກຳແບບຕາເວັນຕົກແບບ “Colonial” ໃນສະໃໝທີ່ຝຮັ່ງປົກຄອງ ເຊິ່ງອາຄານຕ່າງໆເຫຼົ່ານີ້ບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງວັນເວລາທີ່ລ່ວງເລີຍມາເທົ່ານັ້ນ ຫາກແຕ່ຍັງໃຫ້ເຫັນເຖິງຄວາມສີວິໄລ ແລະ ຈະເລີນຮຸ່ງເຮືອງໃນອະດີດອີກດ້ວຍ. ສຳລັບເຮືອນເກົ່າທີ່ເບິ່ງແລ້ວສະດຸຕາສຸດໆກໍ່ຄົງຈະເປັນຮ້ານ Souksavan cafe & Brito ເປັນຮ້ານນ້ອຍໆ ໜ້າຮັກຕົກແຕ່ງດ້ວຍເຄື່ອງໃຊ້ຂອງສອຍໃນອາດີດເຂົ້າກັບບັນຍາກາດຕຶກເກົ່າຂອງຮ້ານ ທີ່ໂດດເດັ່ນເລີຍຄືຝາພະຫນັງຂອງຮ້ານທີ່ເປັນກຳແພງປູກແຕກລະແຫງຈົນເຫັນດິນຈີ່ທາງໃນ ຖືວ່າເປັນຈຸດແລນມາກເລີຍກໍ່ວ່າໄດ້ທີ່ໃຜມາກໍ່ຕ້ອງມາຖ່າຍຮູບຫີບສະເຕີຢູ່ຝານີ້ ຕະຫຼາດລາຕີ ຈຸດນັດພົບຍາມຄ່ຳຄືນ ຫຼັງຈາກຂັບລົດເລາະເບິ່ງຕາເວັນຕົກແຄມຂອງແລ້ວກິດຈະກຳຍອດຮິດ ຂອງຄົນເມືອງໄກສອນອີກໜຶ່ງຢ່າງກໍ່ຄືການນັດພົບກັນທີ່ຕະຫລາດລາຕີ …

Read More »

ຮູ້ຈັກກັບ!!! ຈູລ່າ ສາວໝັ້ນຄົນເກັ່ງ… “ຕົ້ນທຶນຊີວິດທີ່ດີກໍມີສ່ວນຊຸກຍູ້ໃຫ້ເຮົາກ້າວໜ້າໄດ້ໄວກວ່າຄົນອື່ນ ແຕ່ການຮຽນຮູ້ ແລະຄວາມພະຍາຍາມຕ່າງຫາກທີ່ຊຸກຍູ້ໃຫ້ເຮົາກ້າວໄປຂ້າງໜ້າ”

ຄໍລໍາ: Chic Working Women “ຕົ້ນທຶນຊີວິດທີ່ດີກໍມີສ່ວນຊຸກຍູ້ໃຫ້ເຮົາກ້າວໜ້າໄດ້ໄວກວ່າຄົນອື່ນ ແຕ່ການຮຽນຮູ້ ແລະຄວາມພະຍາຍາມຕ່າງຫາກທີ່ຊຸກຍູ້ໃຫ້ເຮົາກ້າວໄປຂ້າງໜ້າ” ສາວ Chic Working Women ຄົນສຸດທ້າຍຂອງປີ 2017 ໄດ້ບອກໄວ້… ສໍາລັບສາວໆຄົນໃດທີ່ກໍາລັງທໍ້ກັບບັນຫາຕ່າງໆທີ່ພົບຢູ່ບໍ່ວ່າຈະເປັນເລື່ອງຂອງການໃຊ້ຊີວິດ, ເລື່ອງວຽກ ຫຼືເລື່ອງຄວາມຮັກຕ່າງໆກໍຕາມແຕ່… ຢາກບອກສາວໆວ່າເມື່ອທໍ້ຢ່າຟ້າວຖອຍພະຍາຍາມຊອກຫາຫົນທາງລຸກຂຶ້ນມາຕໍ່ສູ້ກັບມັນໃຫ້ໄດ້ ແຕ່ຖ້າຍັງຊອກບໍ່ເຫັນຢາກໃຫ້ມາຟັງຂໍ້ຄິດຈາກສາວໝັ້ນຄົນເກັ່ງຄົນນີ້ ຈູລ່າ ວັນເພັງ ນໍຣະສິງ ຜູ້ບໍລິຫານ, ຜູ້ຈັດການ ບໍລິສັດ ອີຊຸຊຸລາວ ວີເອສເອ ເຊິ່ງກ່ອນຈະມາເປັນລະດັບຜູ້ບໍລິຫານແບບນີ້ ຈູລ່າເອງກໍຕ້ອງໄດ້ເລີ່ມຕົ້ນເຮັດວຽກຈາກສູນ ເລີ່ມຈາກການເປັນພະນັກງານຫ້ອງການທົ່ວໄປມາກ່ອນ ເຖິງວ່າມີ Degree ເປັນລູກສາວຫຼ້າເຈົ້າຂອງບໍລິສັດກໍຕາມ ເພາະຈູລ່າເຊື່ອສະເໝີວ່າ “ກ່ອນຈະເປັນຫົວໜ້າຄົນໄດ້ ເຮົາຕ້ອງຮຽນຮູ້ການເປັນລູກນ້ອງກ່ອນ” ສະນັ້ນແລ້ວສາວໆ ບໍ່ມີໃຜທີ່ຈະປະສົບຄວາມສໍາເລັດຖ້າບໍ່ຮູ້ຈັກການເລີ່ມຕົ້ນ ທຸກຢ່າງລ້ວນແຕ່ຕ້ອງມາການລອງຜິດລອງຖືກທັງໝົດ ຄົນທີ່ບໍ່ຮູ້ຈັກກັນການນັບສູນ ຫຼືບໍ່ຮູ້ຈັກການເລີ່ມຕົ້ນຈະບໍ່ສາມາດປະສົບຄວາມສໍາເລັດໄດ້ເລີຍ… ສໍາລັບແຮງໃຈດີໆສະບັບເຕັມຈາກ ຈູລ່າ ແມ່ນສາມາດຊອກອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ທັນວາ 2017 (125) ຕາມ …

Read More »

(ເຖິງເວລາທີ່ສັງຄົມຕ້ອງຍອມຮັບ Single Mom ແລ້ວ) ເປີດເຜີຍຊີວິດຈິງຂອງແມ່ລ້ຽງດ່ຽວສຸດ Strong!!!

 “ຟ້າອຸ້ມລູກຕິດເອິກ ມືໜຶ່ງຂັບລົດ ໄປເຮັດວຽກ ໄປລົມລູກຄ້າ ໄປທຸກໆບ່ອນ ເອີ້ນໄດ້ວ່າ ບ່ອນໃດມີແມ່ຟ້າ ບ່ອນນັ້ນຕ້ອງເຫັນນ້ອງເອກ” ແມ່ລ້ຽງດ່ຽວຄົນຕໍ່ໄປ ທີ່ທີມງານ ຂວັນໃຈ ນຳເອົາເລື່ອງລາວມາແນະນຳ ຊື່ວ່າ ຟ້າລຸ້ງທິບ ໄຊສະຫວັດ (ຟ້າ) ອາຍຸ 32 ປີ ນາງບອກວ່າ ການມີລູກ (ນ້ອງ ເອກ) ເຮັດໃຫ້ ຟ້າ ຮູ້ຈັກຕົນເອງຫຼາຍຂຶ້ນ ມີຄວາມສຸກຂຶ້ນ ຮູ້ສຶກວ່າຊີວິດມີຄຸນຄ່າຂຶ້ນ ເຖິງວ່າຈະບໍ່ໄດ້ຜ່ານການແຕ່ງງານກໍຕາມ ເລື່ອງລາວຄວາມຮັກຂອງ ຟ້າ ກໍອາດຄ້າຍໆກັບແມ່ຍິງຫຼາຍຄົນໃນສັງຄົມ ເລີ່ມຕົ້ນດ້ວຍຄວາມຮັກທີ່ແສນຫວານ ແຕ່ເມື່ອມາຮອດຈຸດທີ່ນາງຖືພາ ກໍມີເຫດໃຫ້ຕ້ອງຈົບຄວາມສຳພັນກັບຄົນຮັກໄປ ເຫຼືອໄວ້ແຕ່ລູກໃນທ້ອງ ເຊິ່ງຕອນນັ້ນ ໃນຖານະແມ່ຍິງລາວ ຍອມຮັບວ່າ ຟ້າ ເຈັບປວດ ແລະສັບສົນທີ່ສຸດ ຄອບຄົວພໍ່ແມ່ກໍເສຍໃຈ ແຕ່ແທນທີ່ ຟ້າ ຈະຈົມຢູ່ກັບຄວາມໂສກເສົ້າ ນາງພັັດລຸກຂຶ້ນ ປະກາດຕົນວ່າ ນາງຂໍລ້ຽງລູກຜູ້ນີ້ໃຫ້ດີທີ່ສຸດ ເມື່ອຈຳເປັນຕ້ອງເປັນ “ແມ່” …

Read More »

ໝົດຍຸກເຊວຟີ່! 2018 ຄົນດັງແຫ່ໂພສຮູບແນວ “Plandids” ອາດໆ ບັງເອີນໆ ແບບບໍ່ໄດ້ຕັ້ງໃຈ ແຕ່ໄດ້ອາລົມສຸດໆ!!!

ສະໄໝນີ້ເວົ້າບໍ່ໄດ້ອີກຕໍ່ໄປວ່າການຖ່າຍຮູບເປັນເລື່ອງໄຮ້ສາລະ ເພາະບໍ່ວ່າຈະໄປທາງໃດ ໄປທ່ຽວ ໄປກິນເຂົ້າ ຫຼື ເຮັດກິດຈະກຳຕ່າງໆກໍຈະຕ້ອງໄດ້ຖ່າຍຮູບອັບໂຊຊ່ຽວ ອັບເດດຄວາມເຄື່ອນໄຫວໃນໂລກອອນລາຍ ໃຫ້ໝູ່ເພື່ອນຄົນຮູ້ຈັກໄດ້ເຫັນກັນເປັນວ່າຫຼິ້ນ, ກ່ອນໜ້ານີ້ໝູ່ເພື່ອນຫຼາຍຄົນຄົງຄຸ້ນເຄີຍກັນດີກັບຄຳວ່າ ເຊວຟີ່ (selfie) ທີ່ເປັນການຢື່ນແຂນອອກໄປກວ້າງໆແລ້ວຖ່າຍຮູບຕົວເອງ ຖືວ່າຮິດເຖິງຂັ້ນຮິດສຸດ ເຖິງຂັ້ນມີໄມ້ເຊວຟີ່ອອກມາວາງຂາຍ ແຕ່ຕໍ່ມາໂລກເຮົາກໍມີການພັດທະນາໝູນວຽນປ່ຽນໄປເລື້ອຍໆ ເທຼນການຖ່າຍຮູບກໍເຊັ່ນດຽວກັນປີ 2018 ແລ້ວ ໄດ້ເລີ່ມປ່ຽນໄປຕອນນີ້ບັນດາຄົນທົ່ວໂລກລວມທັງຄົນດັງໃນບ້ານເຮົາກໍບໍ່ພາດທີ່ຈະຖ່າຍຮູບແນວ “Plandids” ຫຼື ຈະເວົ້າງ່າຍໆວ່າເປັນການຖ່າຍຮູບແນວບັງເອີນ ແບບບໍ່ໄດ້ຕັ້ງໃຈ ມີຄວາມ Art  ແຕ່ເບິ່ງແລ້ວມີຄວາມເປັນທຳມະຊາດ ແລະ ເຂົ້າເຖິງອາລົມຂອງຮູບພາບສຸດໆ ມາໆ…ມາ ລອງມາເບິ່ງຕົວຢ່າງການຖ່າຍຮູບພາບຂອງເຫຼົ່າຄົນບັນເທີງບ້ານເຮົາບໍ່ວ່າຈະເປັນ ຫຼິງຫຼິງ ປິຍະດາ ອິນທະວົງ, ຈີ່ຈີ່ ພອຍໄພລິນ ສີວິໄລ, ບາບີ້ ປິຍະມາດ, ແກ້ວຕາ ພອນປະເສີດ, ຕ໋ອດ ລີນ່າ ແລະ ອີກຫຼາຍໆຄົນທີ່ພວກເຂົາຖ່າຍຮູບແນວ ແພຣນດິດ ໄດ້ອອກມາງາມ ແລະ ມີສະຕາຍຫຼາຍໆ ເພື່ອໃຫ້ແຟນໆໄດ້ເບິ່ງ ແລະ ເກັບໄປເປັນໄອເດຍຖ່າຍຮູບ ເພື່ອເວລາອັບຮູບພາບລົງໃນໂລກອອນລາຍຈະໄດ້ບໍ່ຕົກເທຼນ …

Read More »

LUANG PRABANG FILM FESTIVAL WRAPS UP, REDHA WINS AUDIENCE CHOICE AWARD

LuangPrabang, 15 December 2017–The LuangPrabang Film Festival (LPFF) concluded its eighth annual event this week in the UNESCO World Heritage town of LuangPrabang, Laos, with the Audience Choice Award going to the Malaysian film, Redha. The Audience Choice Award was decided by a 5-star online rating system, for which viewers …

Read More »