Breaking News

Kuanjai Life Stlye

8 ອຸປະສັກໃນການເຮັດວຽກ ຂອງນັກສຶກສາຈົບໃໝ່ທີ່ເຮັດໃຫ້ບໍ່ກ້າວໜ້າໃນອາຊີບ!!!

ເມື່ອຮຽນຈົບແລ້ວ ເຂົ້າສູ່ໂໝດເຮັດວຽກ ຫຼາຍຄົນໂຊກດີພົບສິ່ງແວດລ້ອມດີໆ ໃຫ້ພ້ອມຮຽນຮູ້ ແລະ ພັດທະນາຕົນເອງ ແຕ່ກໍມີຫຼາຍຄົນເຊັ່ນກັນທີ່ໜ້າຕາໝົ່ນໝອງເປັນທຸກ ເຊິ່ງກໍຖືວ່າເປັນເລື່ອງປົກກະຕິທີ່ຈະຕ້ອງພົບບັນຫາ ແລະ ອຸປະສັກຢູ່ແດ່ ທັງນີ້ ຄົນທີ່ຮູ້ສຶກຕົວເອງບໍ່ມີຄວາມສຸກໃນການເຮັດວຽກ ລອງພິຈາກລະນາປັດໃຈເຫຼົ່ານີ້ເບິ່ງ!!! ປັນຫາ ຫຼືອຸປະສັກທີ່ຈະເຮັດໃຫ້ພະນັກງານໃໝ່ ນັກສຶກສາຈົບໃໝ່ບໍ່ມີຄວາມກ້າວໜ້າ ຈະມີຫຍັງແດ່ ແລ້ວຈະແກ້ໄຂບັນຫາແນວໃດແດ່? ຂາດຄວາມພ້ອມໃນການເຮັດວຽກ ເດັກຈົບໃໝ່ບາງຄົນ ບໍ່ເຄີຍເຮັດວຽກໃນອົງກອນມາກ່ອນ ເຖິງວ່າຈະເຄີຍເຝິກງານໃນໄລຍະເວລາສັ້ນໆ ແຕ່ກໍຍັງບໍ່ທັນໄດ້ຮຽນຮູ້ຢ່າງດີພໍ ແລະ ອົງກອນທີ່ໄປເຝິກງານ ອາດຈະມີຄວາມແຕກຕ່າງຈາກອົງກອນທີ່ເຮັດວຽກແທ້ ໃນມື້ທີ່ເຈົ້າເລີ່ມເປັນພະນັກງານເງິນເດືອນ ຫຼືກ້າວເຂົ້າສູ່ໂລກຂອງການເຮັດວຽກແລ້ວ ເຈົ້າຕ້ອງບອກຕົວເອງວ່າ ເຮົາເປັນຜູ້ໃຫຍ່ໄປອີກຂັ້ນໜຶ່ງ ບໍ່ແມ່ນເດັກນ້ອຍແລ້ວ ທີ່ຈະບໍ່ມີຄວາມຮັບຜິດຊອບວຽກທີ່ໄດ້ຮັບມອບໝາຍ ຕ້ອງເຮັດໃຫ້ເຕັມຄວາມສາມາດ ພິສູດໃຫ້ຫົວໜ້າເຫັນວ່າ ເຈົ້າມີຄວາມສາມາດ ແລະ ຈະຜ່ານການທົດລອງວຽກນີ້ໄດ້ ບໍ່ມີຄວາມສາມາດ ເຖິງວ່າຈະຜ່ານການຄັດເລືອກມາຫຼາຍດ່ານ ແຕ່ເມື່ອເຖິງເວລາເຮັດວຽກແທ້ ຫຼາຍຄົນບໍ່ມີຄວາມສາມາດຕາມທີ່ບອກໃນໃບສະໝັກ ວຽກທຸກຢ່າງມີການປັບປ່ຽນໄປ ຫຼາຍຄົນບໍ່ເຄີຍພົບໂຈດແບບນັ້ນ ບໍ່ຄືກັບທີ່ຮຽນມາ ວຽກບາງຢ່າງຕ້ອງການຄວາມຊໍານານ ຄວາມເຂົ້າໃຈ ເມື່ອຂາດຄວາມສາມາດທີ່ຕ້ອງການເບື້ອງຕົ້ນໄປແລ້ວ ຍິ່ງເຮັດໃຫ້ຊີວິດການເຮັດວຽກນັ້ນໜັກເຂົ້າໄປອີກ ບໍ່ມີຄວາມຊໍານານໃນວຽກທີ່ເຮັດ ເນື່ອງຈາກເຈົ້າຫາກໍຮຽນຈົບມາ ແລະ …

Read More »

ວ້າວວ!!! ໝຸ່ມ ປ໋ອກ ຄວ້າໂລ້ລາງວັນອັນທີ 2 ເພື່ອມອບໃຫ້ກັບພໍ່…

ບໍ່ມີໃຜທີ່ບໍ່ຮູ້ຈັກ ໝຸ່ມ ປ໋ອກ ທາຍາດເຈົ້າຂອງເຊັນທັນ ແລະ ຍັງເປັນສາມີຂອງນາງເອກຊື່ດັງ ສາວ ມາກີ້ ນັກສະແດງໄທທີ່ດັງລະດັບຕົ້ນໆຂອງປະເທດເລີຍກໍວ່າໄດ້!!! ນີ້ຄືໜຶ່ງຄວາມພາກພູມໃຈທີ່ໄດ້ມີໂອກາດເຮັດໃຫ້ພໍ່ເຫັນວ່າດົນຕີທີ່ຕົນເອງມັກມາແຕ່ຕອນຍັງນ້ອຍມັນສາມາດກາຍເປັນອາຊີບທີ່ສ້າງລາຍໄດ້ມາລ້ຽງຄອບຄົວ ແລະ ໝຸ່ມ ປ໋ອກກໍໄດ້ມອບໂລ້ລາງວັນໃຫ້ພໍ່ເປັນຄົນເປີດຄົນທໍາອິດ. ຂອບໃຈແຟນໆທຸກຄົນທີ່ຄອຍຕິດຕາມ ແລະ ຊັບພອສກັນມາຕະຫຼອດ ຈົນເຮັດໃຫ້ຊ່ອງ MINDSET MOB ມີຄົນຕິດຕາມເກີນ 1 ລ້ານກວ່າຄົນ ແລະ ກໍຂອບໃຈສະມາຊິກ MINDSET MOB ທີ່ສູ້ມານໍາກັນຕະຫຼອດ… ແລະ ສຸດທ້າຍທີ່ຂາດບໍ່ໄດ້ກໍແມ່ນຄອບຄົວທີ່ໃຫ້ກໍາລັງໃຈ ຂອບໃຈທີ່ມີພັນລະຍາທີ່ແສນດີ ແລະ ຊັບພອສໃນທຸກໆເລື່ອງ!!!

Read More »

ຍິນດີນໍາ!!! ເຈົ້າຊາຍ Harry ແຫ່ງລາດຊະວົງອັງກິດໄດ້ປະກາດທາຍາດຄົນທີ່ສອງ ໃນວັນແຫ່ງຄວາມຮັກ ທີ່ຜ່ານມາ…

ຖືໄດ້ວ່າເປັນເລື່ອງທີ່ຫນ້າຍິນດີສຸດໆຕ້ອນຮັບເທດສະການແຫ່ງຄວາມຮັກເມື່ອ ເມເກນ ມາເຄິລ ແລະ ເຈົ້າຊາຍແຮ່ລີ້ ດຍຸກ ແລະ ດັສເຊສແຫ່ງຊັສເຊັກ ມີການປະກາດຜ່ານພາບຖ່າຍຂອງຊ່າງພາບມືອາຊີບ ໝູ່ຂອງເມແກນໂດຍບັນຍາກາດເປັນກັນເອງ ເຮົາຈະໄດ້ເຫັນ ເມແກນນອນຫນູນຕັກເຈົ້າຊາຍແຮ່ລີ້ໃນຊຸດເດຣສສີຂາວແລະ ທາງໂຄສົກຂອງພະຣາຊວັງກໍໄດ້ມີການຄອນເຟີມມາແລ້ວວ່າ “ອາຣ໌ຊີກຳລັງຈະໄດ້ເປັນອ້າຍໃຫຍ່ ດຍຸກ ແລະ ດັສເຊສ ແຫ່ງຊັສເຊັກຕື່ນເຕັ້ນທີ່ກຳລັງສິມີທາຍາດຄົນທີ່2 ແຕ່ທີ່ຫນ້າສົນໃຈທີ່ສຸດກໍຄື Daily Express ຂອງອັງກິດໄດ້ໄປຄົ້ນຂໍ້ມູນເກົ່າໆ ແລະ ຜົນປາກົດວ່າ ເຈົ້າຍິງ ໄດແອນນ່າ ແລະ ເຈົ້າຊາຍ ຊາວລ໌ກຊໍໄດ້ປະກາດຂ່າວການມີທາຍາດຄົນທີ່2 ກໍ່ຄືເຈົ້າຊາຍແຮ່ລີ້ໃນມື້ວາເລັນທາຍເຊັ່ນດຽວກັນໃນປີ 1984. ທຸກໆຄົນຕ່າງກໍ່ຕື່ນເຕັ້ນກັບທາຍາດອົງໃຫມ່ ວ່າທີ່ລາຊທາຍາດລຳດັບທີ່ 8 ຂອງລາຊວົງອັງກິດທີ່ຈະເກີດຂື້ນມາເພື່ອສືບທອດລາຊບັນລັງຂອງປະເທດອັງກິດຕໍ່ຈາກອ້າຍໃຫຍ່ ເຈົ້າຊາຍ ອາຊີ ແຮ່ລິສັນ ເມົາແບັຕ ເທນ- ວິເຊີທາຍາດຄົນທຳອິດຂອງເມແກນ ແລະ ເຈົ້າຊາຍແຮ່ລີ້ທີ່ປະສູດໃນເດືອນພຶດສະພາ ປີ 2019. ຂໍ້ມູນ: Talk to teen ໄວລຸ້ນລາວ

Read More »

ຍິນດີນໍາ!!! ຈິ໋ບ ແສງສິງແກ້ວ ຈູງມືແຟນສາວເຂົ້າປະຕູວິວາເປັນທີ່ຮຽບຮ້ອຍແລ້ວ…ເທິງເຮືອບິນສ່ວນຕົວ

ໝຸ່ມ ຈິ໋ບ ແສງສິງແກ້ວ ນັກສະແດງລະດັບແຖວໜ້າຂອງປະເທດໄທ ທີ່ມີຜົນງານຮູບເງົາ ຫຼາກຫຼາຍຜົນງານ ບໍ່ວ່າຈະເປັນຮູບເງົາ”ใบไม้ที่ปลิดปลิว”, “เลือดเจ้าพระยา” ແລະ ອີກຫຼາຍໆເລື່ອງ…ເປັນອີກຄູ່ທີ່ຮັກຕ່າງໄວແຕ່ກໍມີຄວາມໜ້າຮັກຫຼາຍ ຫຼ່າສຸດ ໝຸ່ມ ຈິ໋ບ ແສງສິງແກ້ວ ກໍໄດ້ຈູງມືແຟນສາວ ຈ໊ະຈ່າ ເຂົ້າປະຕູວິວາເປັນທີ່ຮຽບຮ້ອຍໃນວັນທີ 14 ກຸມພາ 2021 ຜ່ານມາ ເຊິ່ງເປັນວັນວາເລັນທາຍທີ່ສຸດແສນຈະພິເສດສໍາລັບຄູ່ນີ້…ເອີ້ນໄດ້ວ່າເປັນເຈົ້າພໍ່ສາຍເປເລີຍກໍວ່າໄດ້!!! ເຊິ່ງມື້ນີ້ຂວັນໃຈຈະພາທຸກຄົນໄປເບິ່ງພາບບັນຍາກາດງານແຕ່ງຂອງ ໜຸ່ມ ຈິ໋ບ ແລະ ແຟນສາວ ຈ໊ະຈ່າ ຈະຫວານຊໍ້າໃດນັ້ນເຮົາໄປເບິ່ງນໍາກັນເລີຍ!!! ຈົດທະບຽນສົມລົດເທິງເຮືອບິນສ່ວນຕົວ… ເປັນໂມເມັ້ນທີ່ຫາເບິ່ງຍາກທີ່ສຸດ… ເຫັນແລ້ວແອັດກໍອົດອິດສາບໍ່ໄດ້!!!

Read More »

ຈະກະຕຸ້ນໃຫ້ຄົນຮຸ່ນໃໝ່ ໃຫ້ເຮັດວຽກຢ່າງມີປະສິດທິພາບແນວໃດ?

ຄົນຮຸ່ນໃໝ່ຄືບຸກຄະລາກອນໜຶ່ງທີ່ສຳຄັນ ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ຜ່ານປະສົບການຫຼາຍຮ້ອຍພັນເທົ່າຄືກັບຄົນທີ່ເຮັດວຽກມາດົນແລ້ວ ແຕ່ພວກເຂົາກໍມີໄຟ ແລະ ມີຄວາມຕັ້ງໃຈບໍ່ນ້ອຍ. ສະນັ້ນ, ເຮົາຈະກະຕຸ້ນແນວໃດໃຫ້ການເຮັດວຽກຂອງພວກເຂົາມີປະສິດທິພາບ ມາເບິ່ງນຳກັນ!!! 1. ຮຽນຮູ້ຈາກຄວາມຜິດພາດ ພະນັກງານໃໝ່ສ່ວນຫຼາຍ ບໍ່ໄດ້ຖືກກະຕຸ້ນໃຫ້ກ້າຄິດ, ກ້າຕັດສິນໃຈເລື່ອງສຳຄັນພໍປານໃດ ເພາະການເລືອກທີ່ຈະເຮັດຫຍັງອີງຕາມຜູ້ໃຫຍ່ໃນອົງກອນຈະປອດໄພກວ່າ ເຊິ່ງເຮົາຄວນເປີດໂອກາດໃຫ້ເຂົາເຈົ້າໄດ້ລອງຜິດລອງຖືກ ເພາະພວກເຂົາຈະຮຽນຮູ້ຈາກຄວາມຜິດພາດນັ້ນ ເຊິ່ງຈະເປັນປະສົບການທີ່ໃຊ້ໄດ້ໃນໄລຍະຍາວ ໂດຍທີ່ເຮົາເອງກໍຕ້ອງເບິ່ງ ແລະ ແນະນຳວ່າໂຕໃດຖືກໂຕໃດຜິດ ເພື່ອທີ່ພວກເຂົາຈະໄດ້ປັບປຸງໃຫ້ດີຂຶ້ນ. 2. ເຮັດໃຫ້ເຫັນເປັນຕົວຢ່າງ ຕົວຢ່າງຄືສິ່ງທີ່ໃຫ້ຄົນເຫັນແລ້ວເຮັດຕາມ ຖ້າຫາກວ່າເຮົາເຮັດຕົວຢ່າງທີ່ດີໃຫ້ພວກເຂົາເບິ່ງ ພວກເຂົາກໍຈະສາມາດເຮັດມັນໄດ້ເຖິງຈະບໍ່ 100% ກໍຕາມ ເພາະພຽງແຕ່ຄຳເວົ້າຢ່າງດຽວພວກເຂົາອາດຈະບໍ່ເຂົ້າໃຈ. 3. ໃຫ້ຄວາມຊ່ວຍເຫຼືອເພື່ອຍົກລະດັບຜົນງານ ຄົນເຮັດວຽກມັກຈະພົບກັບອຸປະສັກຕ່າງໆ ບໍ່ວ່າຈະເປັນ ອຸປະກອນການເຮັດວຽກເກົ່າ, ການເດີນທາງມາເຮັດວຽກມີຄວາມຍາກລຳບາກ ແລະ ອື່ນໆ ເຊິ່ງເຮັດໃຫ້ພະນັກງານສ່ວນໃຫຍ່ມີຜົນງານຢູ່ໃນລະດັບປານກາງທີ່ບໍ່ໂດດເດັ່ນ, ສິ່ງທີ່ສຳຄັນຄື ຕ້ອງຄົ້ນໃຫ້ພົບວ່າພະນັກງານຕ້ອງການຄວາມຊ່ວຍເຫຼືອໃນເລື່ອງໃດ ຖ້າເຮົາຕອບໂຈດສິ່ງເຫຼົ່ານັ້ນໄດ້ ຈະເຮັດໃຫ້ພວກເຂົາບໍ່ຕ້ອງກັງວົນ ແລະ ເຮັດວຽກໄດ້ຢ່າງເຕັມທີ່ຫຼາຍຂຶ້ນ. 4. ການແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ໄລຍະທຳອິດ ພະນັກງານໃໝ່ອາດຈະຍັງບໍ່ຮູ້ວ່າຕ້ອງສະແດງຄວາມຄິດເຫັນແນວໃດ ເຊິ່ງໜ້າທີ່ຂອງຜູ້ເປັນຫົວໜ້າກໍຄືການພະຍາຍາມສອບຖາມຄວາມຕ້ອງການ ແລະ …

Read More »