ເກດມະນີ ວົງຄໍາຈັນ ໜຶ່ງໃນຜູ້ເຂົ້າປະກວດ Miss Laos 2020 ເປັນອີກໜຶ່ງສາວທີ່ບໍ່ທໍາມະດາເລີຍ ທັງງາມ ແລະ ມີຄວາມສາມາດໃນການເປົ່າແຄນ ເຊິ່ງມັນເປັນເອກະລັກ ແລະ ສະເຫນ່ອັນໂດດເດັ່ນຈົນເຮັດໃຫ້ແຟນໆຫຼາຍຄົນນັ້ນຕິດຕາມ ແລະ ເຊຍສາວຄົນນີ້ຈົນກາຍເປັນໂຕເກັງທີ່ສຸດໃນຕອນນີ້ກໍວ່າໄດ້. ເກດມະນີ ອາຍຸ 20 ປີ ເປັນຄົນແຂວງບໍ່ແກ້ວ ເຊິ່ງການປະກວດ Miss Laos 2020 ແມ່ນເປັນເວທີທໍາອິດ ແລະ ແຮງບັນດານໃຈໃນການເຂົ້າປະກວດດເທື່ອນີ້ ສາວເກດມະນີໄດ້ໃຫ້ສໍາພາດກັບທີມຂ່າວຂອງ Muan.la ວ່າ “ເຂົ້າປະກວດເວລທີນີ້ເພາະເປັນເວທີຊົງກຽດ ແລະ ເປັນເວທີທີ່ສະແດງໃຫ້ຄົນລາວທຸກຄົນໄດ້ເຫັນວ່າ ແມ່ຍິງລາວກໍມີຄວາມສາມາດ ແລະ ມີຄວາມງາມບໍ່ແພ້ຊາດໃດໃນໂລກ ແລະ ຕົນເອງກໍເປັນຄົນທີ່ມັກໃນເສັ້ນທາງສາຍນີ້ຢູ່ແລ້ວ ຈຶ່ງເລືອກທີ່ຈະສະໝັກ ແລະ ເດີນຕາມຝັນ ພ້ອມທັງຖືວ່າເວທີນີ້ເປັນເວທີເປິດປະສົບການໃນຫຼາຍໆດ້ານໃຫ້ເຮົານໍາ” ເຫດຜົນທີ່ເລືອກເອົາເຄື່ອງດົນຕີພື້ນເມືອງລາວມາໂຊ ເຊັ່ນ ການເປົ່າແຄນ ກໍເພາະວ່າ ສຽງແຄນລາວໄດ້ຮັບຮ້ອງເປັນມໍລະດົກໂລກທາງວັດທະນະທໍາ ແລະ ກໍຍັງມີສຽງທີ່ມ່ວນອ່ອນຊ້ອຍ ເຊິ່ງຕາມບູຮານໄດ້ບອກເລົ່າກັນວ່າ …
Read More »Kuanjai Life Stlye
ຖືກໃຈແຮງ!! ມາເບິ່ງຂໍ້ຄວາມ ແລະ ຄໍາຄົມເດັດໆສໍາຫຼັບສາວໆ ຈາກ “ຢຸ້ຍ ສັນທະນີ Miss Supranational Laos 2018”
ຢຸ້ຍ ຫຼື ຢຸ້ຍ ສັນທະນີ Miss Supranational Laos 2018 ນາງງາມທີ່ມີຄວາມ strong ລະດັບ 10 ເຕັມ 10 ແທ້ໆ ບໍ່ວ່າຈະເປັນວຽກງານດ້ານວົງການບັນເທິງ ຫຼືການສ້າງແຮງຈຸງໃຈ ລວມໄປເຖິ່ງເລື່ອງລາວຕ່າງໆມາອັບເດດໃຫ້ແຟນໆໄດ້ຕິດຕາມກົດໄລກົດໃຈໃຫ້ຕະຫຼອດ ເຊິ່ງຫລ້າສຸດຢຸ້ຍກໍອອກມາໂພສ໌ຂໍ້ຄວາມທາງເຟສ໌ບຸກສ່ວນຕົວ ເພື່ອເປັນການໃຫ້ກໍາລັງໃຈ ແລະ ປຸກພະລັງໃຫ້ກັບຄົນທີ່ມີເປົ້າໝາຍໃນຊີວິດໄດ້ລຸກສູ້ເພື່ອໄປໃຫ້ຮອດຝັງຝັນ ແຖມຍັງຖີ້ມທ້າຍດ້ວຍຄໍາຄົມເດັດໆອີກດ້ວຍ ບອກເລີຍວ່າຖ້າສາວໆຄົນໃດບໍ່ໄດ້ອ່ານຖືວ່າພາດ…..ມີຫຍັງແດ່ນັ້ນໄປອ່ານໄດ້ເລີຍ…. “ໂພດນີ້ບໍ່ໄດ້ໂພດອວດລວຍ ວ່າໂຊເກັ່ງສິຊື້ລົດໃຫມ່!!! ແຕ່ເປັນການໂພດເພື່ອໃຫ້ກຳລັງໃຈ ປຸກພະລັງໃນໂຕເອງຕ້ອງມີເປົ້າຫມາຍ ຕ້ອງສູ້ຊົນ ຕ້ອງຜ່ານມັນໄປໃຫ້ໄດ້ ສິທຸກສິຍາກສິເມື່ອຍກະຕ້ອງຜ່ານ. ກ່ອນຈະສຸກສະບາຍກະຕ້ອງໄດ້ທຸກ ກ່ອນຈະເປັນນາຍຄົນທີ່ສົມໃຫ້ຄົນນັບຖືກະຕ້ອງເປັນຕົວຢ່າງພາເຮັດພາສ້າງ, ບໍ່ແມ່ນມືບໍ່ພາຍເອົາຕີນລານຳ້ໃຫ້ເພິ່ນພາຍເຮືອເມື່ອຍຜູ້ດຽວໂຕເອງກິນແຮງສະເຫວີຍສຸກ, ໃຊ້ແຕ່ປາກສັ່ງງານເຂົາບໍ່ຈັບບໍ່ບາຍບໍ່ເຮັດບໍ່ສ້າງຍັງມາຫາແຕ່ແນວຕິ.ລົງມືເອງທຸກຢ່າງຈັ່ງຮູ້ໄດ້ບັນຫາຂໍ້ຫຍຸ້ງຍາກຂໍ້ສະດວກ(ປະຫຍັດເງິນພ້ອມເຂົ້າໃຈເນາະ)ຢຸ້ຍ ສູ້ເດີອີ່ຂີ້ດື້ ທ້າຍປີ2020-ຕົ້ນປີ2021 ບໍ່ໄດ້ກະບະ ກະສິເອົາຮຸ່ນໃດ ບໍ່ໄຫວອີ່ໂຕນລົດ ແມ່ເສືອສາວດາວຢົ້ວ Jaguar ປານຕຸກໆກະບໍ່ປານ ແຕ່ກະສົມຊື້ມາລາຄາແພງໃຊ້ໃຫ້ມັນຄຸ້ມ ບໍ່ແມ່ນສິເອົາມາຂີ່ຂັບອວດຄົນເຮັດໂຕໂກ້ຫຼູ ໄຮໂຊກະໂປ໊ະແຕກ ຫາປະໂຫຍດບໍ່ໄດ້.(ໃຫ້ສົມກູຊື້ມາ89,###$ ປານນັ້ນໄດ້ລາຄາພິເສດ ຈາກ98,000$ ສົງໃສແພງພິເສດ555555 …
Read More »ບອກລາຂອບຕາດໍາດ້ວຍ 6 ວິທີງ່າຍໆດັ່ງນີ້….
ສາວໆຫຼາຍໆຄົນເຄີຍເປັນບໍ່ ຕື່ນຂຶ້ນມາຂອບຕາດໍາ? ແຕ່ງໜ້າບໍ່ງາມ ແຍງແວ່ນຍາມໃດປານເປັນໝີແພນດ້າເອົາໂລດ!! ເສຍຄວາມໝັ້ນໃຈຍາມແຕ່ງໜ້າອອກໄປນອກ ຖ້າສາວໆຄົນໃດກໍາລັງພົບບັນຫານີ້ ບໍ່ຟ້າວນ້ອຍໃຈ, ຢ່າຟ້າວຜິດຫວັງ!! ລຸກຂຶ້ນມາເບິ່ງແຍງຕົວເອງ ໂດຍການຮັກສາຂອບຕາໃຫ້ເຊົາເປັນຫມີແພນດ້າໄດ້ແລ້ວ ດ້ວຍ 6 ວິທີງ່າຍໆແຕ່ເຫັນຜົນແທ້ ແລະ ສາວໆສາມາດເຮັດເອງໄດ້ທີ່ເຮືອນແບບສະບາຍ ມາປ່ຽນຂອບຕາດໍາໃຫ້ກາຍເປັນຕາງາມເດັ່ນ ດ້ວຍວິທີຕໍ່ໄປນີ້…. ພອກເປືອກຕາດ້ວຍໝາກແອັບເປີ້ນ: ເອົາແອັບເປີ້ນສົດມາຟານບາງ ແລ້ວເອົາມາພອກເປືອກຕາຖີ້ມໄວ້ປະມານ 15 ນາທີ ເຮັດມື້ລະເທື່ອ ປະມານອາທິດໜຶ່ງຮັບຮອງວ່າເຫັນຜົນແທ້ ເຊິ່ງຮອຍດໍາມັນຈະຄ່ອຍໆຈາງລົງໄປຢ່າງເຫັນໄດ້ຊັດເຈນ!! ໄຂ່ຕົ້ມ: ໄຂ່ຕົ້ມສຸກປອກເປືອກອອກໃນຂະນະທີ່ໄຂ່ຍັງອຸ່ນໆຢູ່ ແມ່ນໃຫ້ເອົາຜ້າມົນນ້ອຍໆທີ່ສະອາດມາຫໍ່ໄຂ່ ແລ້ວນໍາໄປນວດບໍລິເວນໃຕ້ດວງຕາຄ່ອຍໆ ການເຮັດແບບນີ້ແມ່ນຈະຊ່ວຍໃຫ້ເລືອດມີການໄຫຼວຽນດີ ຖ້າເຮັດເປັນຈໍາຂອບຕາດໍາກໍຈະໝົດໄປ.ໝາກແຕ່ງກວາ: ວິທີນີ້ເປັນວິທີທີ່ໄດ້ຮັບຄວາມນິຍົມທີ່ສຸດ ເອົາໝາກແຕງກວາມາຊອຍເປັນອັນນ້ອຍໆບາງໆ ແລ້ວເອົາໄປແຊ່ຕູ້ເຢັນໄວ້ປະມານ 30 ນາທີ ຈາກນັ້ນເອົາມາວາງໃສ່ເປືອກຕາທັງສອງຂ້າງ ແລ້ວປະໄວ້ປະມານ 10-15 ນາທີ ພຽງເທົ່ານີ້ຂອບຕາເຮົາກໍຈະເປັ່ງປັ່ງ ແລະ ສົດຊື່ນຂຶ້ນ.ຖົງຊາ: ສາວໆຄົນໃດທີ່ມັກດື່ມນໍາຊາຢູ່ແລ້ວກໍສາມາດໃຊ້ປະໂຫຍດຕໍ່ໄດ້ເລີຍ ໂດຍນໍາເອົາຖົງຊາທີ່ຊົງແລ້ວ ໄປແຊ່ຕູ້ເຢັນບໍ່ມານ 30 ນາທີ ຈາກນັ້ນໃຫ້ເອົາມາປົກໄວ້ທີ່ເປືອກຕາ ແລະ …
Read More »ດີໃຈນໍາ ນ້ອງ ນູນູ່ ຄ້ວາລາງວັນຊະນະເລີດ ເວທີ Kids & Young Model Contest 2020
ສໍາເລັດໄປແລ້ວສໍາລັບການປະກວດ Kids & Young Model Contest 2020 (ໄວໝຸ່ມ) ໃນວັນທີ 18 ຕຸລາ 2020 ທີ່ໄດ້ຈັດຂຶ້ນທີ່ສູນການຄ້າ ລາວ-ໄອເຕັກ ແລະ ຜູ້ຊະນະເລີດປີນີ້ກໍຄື ນ້ອງ ນູນູ່ ຈິນນາລີ ອິນທະປັນຍາ ພ້ອມກັບລາງວັນພິເສດ Best Model ເຊິ່ງບອກໄດ້ເລີຍວ່ານ້ອງນູນູ່ນັ້ນ ແມ່ນຄວາມສາມາດ ແລະ ບຸກຄະລິກກະພາບທີ່ໂດດເດັ່ນ ຈົນເປັນທີ່ຕ້ອງຕາ, ຖືກໃຈກໍາມະການ ແລະ ສື່ມວນຊົນທັງຫຼາຍນັ້ນເອງ ເອີ້ນນວ່າເປັນສາວນ້ອຍທີ່ມີຄວາມໝັ້ນ, ກ້າສະແດງອອກ ແລະ ຄູ່ຄວນກັບລາງວັນທີ່ໄດ້ຮັບອີ່ຫລີ. ສາວ ນູນູ່ ຈິນນາລີ ອາຍຸ 17 ປີ ຮຽນຢູ່ຊັ້ນ ມ 7 ໂຮງຮຽນ ທີ່ມໍປາຍ ໂນນສະຫວ່າງ. ເຊິ່ງນ້ອງນູນູ່ໄດ້ໃຫ້ສໍາພາດວ່າ ຮູ້ສຶກທັບປະໃຈ ແລະ …
Read More »ຫລ້ານ້ອຍ ພໍໃຈ ສົມທົບທຶນ 10 ລ້ານ ໃຫ້ເທິ ຢູ່ນາ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ
ຫລ້ານ້ອຍ ພໍໃຈ ເນັດໄອດໍ້ ຄົນດັ່ງຂອງລາວ ທັງງາມ-ເກັ່ງ-ມີນໍ້າໃຈ ບໍ່ລືມທີ່ຈະຊ່ວຍເຫຼືອພີ່ນ້ອງຊາວລາວທີ່ປະສົບໄພນໍ້າຖ້ວມ ສົມທົບທຶນ 10 ລ້ານກີບ ສົມທົບທຶນກັບ ເທິ ຢູນາ. ເຊິ່ງວ່າ ເທິຢູນາ ກໍໄດ້ໂພສ໌ເຟສ໌ບຸກສ່ວນຕົວຂອບໃຈ ຫລ້ານ້ອຍພໍໃນວ່າ “ຄົນໃຈ ຄົນຈິງ ອີ່ນີ້ມັນບ້າຂອບໃຈແທນພີ່ນ້ອງຊາວເຊໂປນ ຂໍໃຫ້ແມ່ອີ່ວຶ່ງ Larnoy PhorJai ລ້ຳຫຼວຍປັງໆຂຶ້ນໄປເລື້ອຍ ຢູ່ດີມີແຮງ ຢ່າເຈັບ ຢ່າຈົນ ຢ່າຕາຍກ່ອນໄວອັນຄວນ ພ້ຽງ !!! ເງິນຈຳນວນນີ້ຊິຊື້ເຄື່ອງກິນຂອງໃຊ້ທີ່ຈຳເປັນແລະຊ່ວຍແຈກຈ່າຍໃຫ້ເຖິງມື” ຊົມເຊີຍ ແລະ ສຸທານໍາທັງສອງ ແລະ ອີກຫຼາຍຄົນທີ່ຊ່ວຍເຫຼືອທັງວັດຖຸປັດໃຈ ແລະ ເຫື່ອແຮງ ນໍາເດີ. ຂວັນໃຈຂໍເປັນກໍາລັງໃຈ ແລະ ຂໍໃຫ້ພີ່ນ້ອງຜູ້ປະສົບໄພຜ່ານພົ້ນເຫດການນີ້ໄປໄດ້ໄວໆເດີ!! ຂ້ມູນຈາກ: Youlike ແລະ Ther Una
Read More »