Breaking News

Kuanjai Life Stlye

 ຢາກກ້າວໜ້າໃນອາຊີບ!!! ຕ້ອງປະຕິບັດຕົນເອງໃຫ້ມີຄຸນຄ່າຕໍ່ບໍລິສັດ ເພື່ອສ້າງປະໂຫຍດໃຫ້ໄດ້ສູງສຸດ ແລະ ຢ່າເບິ່ງຂ້າມເລື່ອງເລັກນ້ອຍເຫຼົ່ານີ້…

 ຢາກກ້າວໜ້າໃນອາຊີບ!!! ຕ້ອງປະຕິບັດຕົນເອງໃຫ້ມີຄຸນຄ່າຕໍ່ບໍລິສັດ ເພື່ອສ້າງປະໂຫຍດໃຫ້ໄດ້ສູງສຸດ ແລະ ຢ່າເບິ່ງຂ້າມເລື່ອງເລັກນ້ອຍເຫຼົ່ານີ້… ປັດຈຸບັນເສດຖະກິດນັບມື້ຂະຫຍາຍຕົວ ເຮັດໃຫ້ມີການແຂ່ງຂັນກັນຫຼາຍຂຶ້ນ ສະນັ້ນ, ຄວນປະຕິບັດຕົນເອງໃຫ້ເປັນຄົນທີ່ມີຄຸນຄ່າຕໍ່ບໍລິສັດ ເພື່ອໃຫ້ສາມາດສ້າງປະໂຫຍດໄດ້ສູງສຸດ. ຢ່າເບິ່ງຂ້າມເລື່ອງເລັກໆນ້ອຍໆດັ່ງຕໍ່ໄປນີ້… ຂໍຄຳແນະນຳຈາກຄົນທີ່ປະສົບການມາກ່ອນ: ຖ້າທ່ານມີບຸກຄົນທີ່ເປັນແບບຢ່າງ ທັງຮູ້ສຶກປະທັບໃຈໃນການເປັນນັກທຸລະກິດ ກໍຄືພະນັກງານທີ່ດີເດັ່ນ ທ່ານບໍ່ຕ້ອງເກງໃຈທີ່ຈະເຂົ້າໄປຂໍຄຳແນະນຳຈາກຄົນໆນັ້ນ ຫລື ບາງທີກໍໃຊ້ຮູບການຂຽນຈົດໝາຍຂໍຄຳແນະນຳທີ່ເປັນປະໂຫຍດກໍໄດ້. ຮຽນຮູ້ການເຮັດວຽກຂອງຫົວໜ້າ: ພະຍາຍາມເບິ່ງຜົນງານທີ່ດີຂອງຫົວໜ້າ ເພື່ອຮຽນຮູ້ທີ່ຈະເຮັດວຽກໄດ້ຢ່າງມີປະສິດທິພາບແບບຫົວໜ້າຂອງທ່ານ ເມື່ອໃດທີ່ຫົວໜ້າທ່ານບໍ່ສະບາຍ ຫຼື ລາພັກ ທ່ານກໍສາມາດເຮັດວຽກແທນເພິ່ນໄດ້ ຖືວ່າໄດ້ຊ່ວຍຫົວໜ້າຂອງທ່ານ ແລະ ຍັງເຮັດໃຫ້ທ່ານມີຄວາມແຕກຕ່າງກວ່າເພື່ອນຮ່ວມງານຄົນອື່ນໆອີກ. ໝັ່ນຊ່ວຍວຽກຕ່າງໆບໍ່ວ່າວຽກນ້ອຍ ຫຼື ໃຫຍ່: ການທີ່ຈະເຂົ້າໄປມີບົດບາດໃນເລື່ອງວຽກງານ ຫຼື ກິດຈະກຳຕ່າງໆ ເຖິງວ່າຈະເປັນພຽງເລື່ອງນ້ອຍໆກໍຕາມ ທ່ານຄວນເຄື່ອນໄຫວຢູ່ໃນສາຍຕາຂອງຜູ້ບໍລິຫານຫຼາຍຂຶ້ນ ຈຶ່ງຈະຖືກຈົດຈໍາໂດຍອັດຕະໂນມັດ ເມື່ອມີເລື່ອງໃຫ້ຊ່ວຍເຫຼືອ ຊື່ຂອງທ່ານກໍຈະຂຶ້ນມາຢູ່ໃນຄວາມຄິດຂອງຫົວໜ້າທັນທີ. ຮັກສາສໍາພັນທະພາບກັບລູກຄ້າ ຫຼື ແຂກທຸກຄົນ: ບໍ່ວ່າຈະເປັນແຂກຜູ້ນ້ອຍ ຫຼື ແຂກຜູ້ໃຫຍ່ກໍຕາມ ທ່ານບໍ່ຄວນຂາດການຕິດຕໍ່ກັບເຂົາເຈົ້າ ແຕ່ທ່ານບໍ່ມີທາງຮູ້ດອກວ່າ ມື້ໜຶ່ງພວກເຂົາອາດມີຄວາມສຳຄັນຕໍ່ທ່ານໃນອະນາຄົດ. ພັດທະນາທັກສະໃນການເວົ້າຢູ່ສະຖານທີ່ສາທາລະນະ ແລະ …

Read More »

ຢາກໃຫ້ນ້ອງໆໄດ້ອ່ານ! ເລີ່ມຕົ້ນສູ່ໄວເຮັດວຽກແນວໃດ? ໃຫ້ກາຍເປັນ Working Women ໃນອະນາຄົດ…

ຢາກໃຫ້ນ້ອງໆໄດ້ອ່ານ! ເລີ່ມຕົ້ນສູ່ໄວເຮັດວຽກແນວໃດ? ໃຫ້ກາຍເປັນ Working Women ໃນອະນາຄົດ… ຖ້າຫາກສາວໆຫາກໍກ້າວເຂົ້າສູ່ການເລີ່ມຕົ້ນທີ່ຈະເຮັດວຽກໃໝ່ ຖືເປັນສິ່ງທີ່ຍາກ ແລະ ທ້າທາຍຫຼາຍ ເພາະຕະຫຼອດເວລາ 10 ກວ່າປີ ສາວໆຈະໃຊ້ຊີວິດໃນການເປັນ ນັກຮຽນ-ນັກສຶກສາ ມາໂດຍຕະຫຼອດ. ການທີ່ຈະມາເລີ່ມຕົ້ນເຮັດວຽກໃໝ່ແມ່ນແນ່ນອນວ່າ ຈະເຮັດໃຫ້ສາວໆເກີດຄວາມກັງວົນໃຈ, ຢ້ານວ່າຈະເຮັດບໍ່ໄດ້ດີ, ເຮັດວຽກບໍ່ລອດ ແລະ ອື່ນໆ ແຕ່ບັນຫາເຫຼົ່ານີ້ຈະໝົດໄປ ເພາະເຄັດລັບຕໍ່ໄປນີ້ຈະສາມາດຊ່ວຍສາວໆໃຫ້ເຮັດວຽກໄດ້ດ້ວຍຄວາມໝັ້ນໃຈ ແລະ ກາຍເປັນ Working Women ໃນອະນາຄົດໄດ້ອີກດ້ວຍ!!! ປ່ຽນແປງຕົນເອງ: ການປ່ຽນແປງຈາກຊ່ວງຊີວິດໜຶ່ງໄປຫາອີກການໃຊ້ຊີວິດຮູບແບບໜຶ່ງ ເພື່ອໃຫ້ ເໝາະສົມໃນສະຖານະການ. ສໍາລັບການເລີ່ມຕົ້ນທີ່ຈະເຮັດວຽກຄັ້ງທຳອິດນັ້ນ ຄວນເຮັດໃຫ້ຕົນເອງເບິ່ງດູດີທີ່ສຸດ ບໍ່ວ່າຈະເປັນຊົງຜົມ, ລົງທຶນຊື້ເຄື່ອງນຸ່ງໃໝ່ດີໆສຳລັບການໄປສຳພາດວຽກ ສວມໃສ່ແລ້ວສະບາຍເບິ່ງຄືມືອາຊີບ, ຮູບແບບໃໝ່ອັນສົດໃສຈະເພີ່ມຄວາມໝັ້ນໃຈໃຫ້ທ່ານເຊັ່ນດຽວກັບຄວາມໝັ້ນໃຈຂອງນາຍຈ້າງທີ່ເບິ່ງທ່ານພະຍາຍາມເຮັດຕົວໃຫ້ດູດີທີ່ສຸດ ແລະ ກໍຄິດວ່າທ່ານຈະຍິນດີເຮັດທຸກຢ່າງໃນການເຮັດວຽກຄືກັນ.ກຽມຕົວໃຫ້ພ້ອມສະເໝີ: ເພາະບໍ່ຮູ້ວ່າຈະຖືກເອີ້ນໄປສຳພາດວຽກເມືອໃດ ຖ້າທ່ານໄດ້ຮັບເຊີນໄປສຳພາດ ທ່ານຈຳເປັນຕ້ອງໄດ້ກະກຽມຊີວະປະຫວັດຫຍໍ້ແນະນຳຕົວເອງໃຫ້ດີ. ຊີວະປະຫວັດເປັນສິ່ງສຳຄັນເພາະມັນຄືທາງເລືອກການຕະຫຼາດສ່ວນຕົວຂອງທ່ານທີ່ຈະນຳສະເໜີໄປນັ້ນມັນໜ້າສົນໃຈຊ້ຳໃດ. ສະນັ້ນເລີ່ມຕົ້ນການຂຽນແນະນຳຕົນເອງໄວ້ຈະເປັນການດີກວ່າຫຼາຍ ແລະ ເບິ່ງຄືງ່າຍຂຶ້ນ ທີ່ຈະຕ້ອງເລີ່ມຕົ້ນຈາກສູນເມືອຖືກເອີ້ນສຳພາດວຽກເປັນຄັ້ງທຳອິດ.ບໍ່ຈຳເປັນເຮັດທຸກຢ່າງພຽງລຳພັງ: ປັດຈຸບັນນີ້ມີຂໍ້ມູນ, ໜັງສື …

Read More »

ແນວຄວາມຄິດ ການເປັນແມ່ລ້ຽງດ່ຽວ ຂອງ ແອັບ ທັກສະອອນ

ແອັບ ທັກສະອອນ ດາລາ-ນັກສະແດງ ຂອງໄທ ຜູ້ງາມທັງຮູບຮ່າງໜ້າຕາ ແລະ ກິລິຍາມາລະຍາດ ເຊິ່ງແມ່ແອັບ ຖືກຍົກໃຫ້ເປັນແມ່ລ້ຽງດ່ຽວສຸດ Strong ທີ່ປະຕິບັດໜ້າທີ່ໄດ້ດີຫຼາຍ. ເນື່ອງຈາກວ່າ ແມ່ແອັບ ທັກສະອອນ ເຄີຍແຕ່ງງານ ກັບ ສົງການ ເຕຊະນະຣົງ ຖານະຕະກູນເຈົ້າຂອງກິດຈະການພັນລ້ານ ເຂົາໃຫຍ່ໂບນັນຊ່າ ທັງສອງມີລູກສາວຄົນໜຶ່ງ ຊື່ນ້ອງປີໃໝ່ ແຕ່ເມື່ອປີຜ່ານມາຄວາມຮັກຢຸດສະງັກ ເນື່ອງຈາກຫຼາຍສາເຫດ ທັງສອງເລີຍຕັດສິນໃຈແຍກທາງກັນ ຈຶ່່ງເຮັດໃຫ້ແມ່ແອັບຕັັດສິນໃຈເປັນແມ່ລ້ຽງດ່ຽວ. ແມ່ແອັບ ໄດ້ເວົ້າເຖິງການເປັນລ້ຽງດ່ຽວໃນລາຍການໜຶ່ງວ່າ: ແມ່ລ້ຽງດ່ຽວໝາຍເຖິງຄົນທີ່ລ້ຽງລູກຄົນດຽວ ໂດຍທີ່ບໍ່ມີຄູ່ຄິດ ບໍ່ວ່າຈະຊ່ວຍຄິດ, ຊ່ວຍລ້ຽງ ຫຼືຊ່ວຍເລື່ອງການເງິນ, ການລ້ຽງລູກປະກອບດ້ວຍຫຼາຍຢ່າງບໍ່ສະເພາະແຕ່ເງິນທອງ ແຕ່ເປັນກາງວາງແຜນໃຫ້ລູກນຳອີກ ທັງກາຍທັງຈິດໃຈທັງການເງິນປະກອບນຳກັນ ລູກຕ້ອງຢູ່ໃນຄວາມຮັບຜິດຊອບຂອງເຮົາຄົນດຽວ”. ແມ່ແອັບຍັງເວົ້າອີກວ່າ: “ການເປັນແມ່ລ້ຽງດ່ຽວມັນເປັນຄວາມສຸກທີ່ຢູ່ພາຍໃຕ້ຄວາມກົດດັນເຊັ່ນດຽວກັນ ສິ່ງໃດທີ່ເປັນປະໂຫຍດກັບລູກກໍຈະເຮັດ, ສິ່ງໃດທີ່ລູກມີຄວາມສຸກກໍຈະເຮັດ ແມ່ນຫຍັງທີ່ບໍ່ເປັນປະໂຫຍດ ເສຍເວລາ ເສຍສຸຂະພາບຈິດກໍບໍ່ເຮັດ” ເຊິ່ງນອກຈາກນັ້ນ, ແມ່ແອັບຍັງໄດ້ເວົ້າອີກປະໂຫຍກທີ່ສະແດງເຖິງແມ່ລ້ຽງດ່ຽວທີ່ແທ້ຈິງ ຈົນຫຼາຍຄົນແຫ່ສະແດງຄວາມຄິດເຫັນຄື: “ລູກອາດຈະບໍ່ແມ່ນທັງໝົດໃນຊີວິດແມ່ ແຕ່ຄືສ່ວນທີ່ສຳຄັນທີ່ສຸດມາເປັນອັນດັບໜຶ່ງ”. ຂໍ້ມູນ:​ …

Read More »

ເມື່ອເຮັດວຽກໃນຂະນະທີ່ຈິດຕົກ ຕ້ອງເຮັດແນວໃດ?

ເມື່ອເຮົາພົບບັນຫາ ໃນການເຮັດວຽກຈົນເຖິງຂັ້ນຈິດຕົກ ຈະເຮັດໃຫ້ວຽກງານຂອງເຮົາບໍ່ຄ່ອຍມີປະສິດທິພາບ ແລະ ສົ່ງຜົນເສຍມາເຖິງຜົນງານລວມຂອງເຮົາໃນທີ່ສຸດ. ດັ່ງນັ້ນ,​ ເຮົາຄວນມີວິທີ ທີ່ຈະຮັບມືກັບວຽກ ໃນຂະນະທີ່ສະພາບຈິດໃຈບໍ່ພ້ອມ ນັ້ນກໍຄື: 1. ສຳຫຼວດຕົ້ນຕໍຂອງບັນຫາ ການສຳຫຼວດຕົ້ນຕໍຂອງບັນຫາ ເປັນສິ່ງຈຳເປັນ ເພາະເມື່ອເຮົາຮູ້ວ່າບັນຫາເກີດຈາກຫຍັງ ແມ່ນຫຍັງທີ່ເປັນຕົ້ນຕໍເຊັ່ນ: ບຸກຄົນໃດ ຫຼືສິ່ງໃດ ເປັນຕົ້ນ. 2. ຊອກຫາທາງແກ້ໄຂ ເມື່ອເຮົາຮູ້ວ່າສາເຫດເກີດຈາກຫຍັງ ຕໍ່ມາເຮົາກໍຕ້ອງຊອກຫາວິທີແກ້ໄຂ ປັບປ່ຽນ ໃຫ້ຖືກຕ້ອງ. 3. ປ່ຽນຸມຸມມອງມອງຈາກບ່ອນໃໝ່ ແນ່ນອນວ່າເມື່ອເຮົາຢູ່ແຕ່ບ່ອນເກົ່າ ເຮັດແຕ່ສິ່ງເກົ່າ ຊີວິດຈະເມື່ອຍຄືກັບວ່າບໍ່ມີຫຍັງຕື່ນເຕັ້ນ. ສະນັ້ນ, ຄວນຊອກຫາບ່ອນໃໝ່ເພື່ອພັກຜ່ອນ ຫຼືເພື່ອສ້າງແຮງບັນດານໃຈອີກຄັ້ງກ່ອນຈະເລີ່ມເຮັດວຽກ. 4. ຈັດໂຕະເຮັດວຽກ ຢ່າລືມວ່າເລື່ອງເລັກນ້ອຍກໍເປັນສິ່ງສຳຄັນ ເພາະການຈັັດໂຕະເຮັດວຽກເປັນການຈັດແຈງຄວາມເປັນລະບຽບ ເມື່ອໃດທີ່ທຸກຢ່າງເປັນລະບຽບ ເບິ່ງແລ້ວສະບາຍຕາ ເຮົາກໍຈະສະບາຍໃຈຫຼາຍຂຶ້ນ ແລະ ພ້ອມລຸຍວຽກ. 5. ເພີ່ມຄວາມຮູ້ໃໝ່ ການເພີ່ມຄວາມຮູ້ໃໝ່ ເປັນສິ່ງທີ່ດີຫຼາຍ ເພາະຖ້າເຮົາເມື່ອຍ, ອ່ອນເພຍ ແຕ່ເຮົາພະຍາຍາມຮຽນຮູ້ສິ່ງໃໝ່ ເຮົາກໍຈະຮູ້ສຶກວ່າມັນທ້າທາຍຫຼາຍຂຶ້ນ …

Read More »

ວີທີ ທີ່ຈະລືມແຟນເກົ່າໄດ້ໄວ ຄວນເຮັດແນວໃດ

ການ Move on ຫຼືການກ້າວຜ່ານເລື່ອງລາວຕ່າງໆ ບໍ່ແມ່ນເລື່ອງງ່າຍ ໂດຍສະເພາະເລື່ອງຄວາມຮັກ ເພາະທຸກສິ່ງເກີດຂຶຶ້ນມາຈາກທັງສອງຝ່າຍ ເມື່ອຝ່າຍໃດຝ່າຍໜຶ່ງຖອຍອອກຈາກທາງຮັກ ອີກຝ່າຍກໍຕ້ອງ Move on ຕໍ່ໄປ. ເຊິ່ງຫຼາຍຄົນທີ່ຍັງຄາໃຈ,​ ຍັງຮັກ ຫຼືຍັງຜູກພັນກັບຮັກເກົ່າທີ່ຢາກຈະລືມ ມື້ນີ້ ແອັດເລີຍນຳເອົາ 8 ວິທີ ການ Move on ທີ່ຈະລືມແຟນເກົ່າງ່າຍໆ ມາໃຫ້ທຸກຄົນລອງປະຕິບັດ. 1. ປ່ຽນໄປຄິດເລື່ອງອື່ນ ເມື່ອຄິດຮອດເຂົາ ຄວາມຄິດຮອດເປັນສິ່ງທີ່ຫ້າມບໍ່ໄດ້ ໂດຍສະເພາະຄົນທີ່ຍັງຮັກຫຼາຍ ຄວາມຄິດຮອດຍິ່ງຫຼາຍຢູ່ແລ້ວ ເພາະເວລາທີ່ຢູ່ນຳກັນມັນມີຄວາມຊົງຈຳຫຼວງຫຼາຍທີ່ດີ ເຊິ່ງເມື່ອເປັນແນວນັ້ນ ເຮົາຈະຕ້ອງບໍ່ຄິດເພາະຍິ່ງຄິດຮອດກໍຍິ່ງເຈັບ. ສະນັ້ນ, ເຮົາຄວນຄິດເລື່ອງອື່ນຕັດເມື່ອເວລາຄິດຮອດເຂົາ ບໍ່ດັ່ງນັ້ນ ເຮົາຈະບໍ່ມີມື້ລືມເຂົາເລີຍ. 2. ບໍ່ຄວນຢູ່ຄົນດຽວ ໃຜທີ່ຫາກໍເລີກກັບແຟນກໍຈະມີຄວາມຮູ້ສຶກເຫງົາໆເປັນປົກກະຕິ. ດັ່ງນັ້ນ, ການຢູ່ຄົນດຽວຈະເຮັດໃຫ້ເຮົາເສົ້າກວ່າເກົ່າ ຄວນຫາເວລາໄປຜັກຜ່ອນ ແລະ ໃຊ້ເວລາຢູ່ຮ່ວມກັບໝູ່ເພື່ອນ ຫຼືຄອບຄົວ ເຊັ່ນ: ການໄປເບິ່ງໜັງ, ຟັງເພງ, ໄປທ່ຽວ… …

Read More »