Breaking News

Kuanjai Life Stlye

ເອເລັນ ຈອນສັນ ເຊີລິຟ (Ellen Johnson-Sirleaf)

ເອເລັນ ຈອນສັນ ເຊີລິຟ (Ellen Johnson-Sirleaf) ໜຶ່ງໃນແມ່ຍິິງປະຫວັດສາດທີ່ປ່ຽນໂລກດ້ວຍຄວາມສາມາດຕົນເອງ, ລາວເປັນຄົນທຳອິດທີ່ໄດ້ຮັບການເລືອກຕັ້ງໃຫ້ເປັນປະມຸກແຫ່ງລັດໃນ ອາຟຣິກາ ເມື່ອລາວໄດ້ເຂົ້າຮັບຕຳແໜ່ງປະທານາທິບໍດີໄລບີເລຍ ໃນເດືອນ ມັງກອນ 2006 ລາວໄດ້ລົງນາມເສລີພາບການຮຽກເກັບເງິນ (ເປັນຄັ້ງທຳອິດໃນອາຟຣິກາ) ແລະ ລົດລະດັບຊາດ. Secretary of Defense Ash Carter hosts an honor cordon for Liberian President Ellen Johnson Sirleaf at the Pentagon Feb. 25, 2015. (DoD photo by Petty Officer 2nd Class Sean Hurt/Released) ໜີ້ເປັນຮາກຖານທີ່ສຳຄັນຂອງຕຳແໜ່ງປະທານນາທິບໍດີຂອງລາວ ໃນການສືບສວນຄະດີອາດຊະຍາກຳລະຫວ່າງສົງຄາມກາງເມືອງໃນໄລບີເລຍ, ລາວໄດ້ຈັດຕັ້ງຄະນະກຳມະການສືບສວນຄວາມຈິງ ແລະ …

Read More »

ແອນ ທອງປະສົມ ເຈົ້າຫຍິງແຫ່ງວົງການບັນເທີງ

ແອນ ທອງປະສົມ ນັກສະແດງ ແລະ ນາງແບບ ຂອງປະເທດໄທ ເປັນນັກສະແດງຊ່ອງ 3 ທີ່ຫຼາຍຄົນຮູ້ຈັກ. ນອກຈາກນັ້ນ, ​ແອນ ທອງປະສົມ ຍັງມີໜ້າທີ່ເປັນຜູ້ກຳກັບລະຄອນອີກດ້ວຍ, ແອນ ທອງປຣະສົມ ເປັນແມ່ຍິງຄົນທຳອິດທີ່ໄດ້ຮັບລາງວັນນັກສະແດງຍິງດີທີ່ສຸດ (รางวัลนักแสดงหญิงยอดเยี่ยม) ຈາກທຸກສະຖາບັນຢ່າງເປັນເອກະສັນຈາກຮູບເງົາເລື່ອງດຽວກັນ. ແອນ ທອງປະສົມ ເປັນນາງເອກ ທີ່ເປັນຕຳນານໃນວົງການບັນເທີງ ແລະ ປະພຶດຕົນດີຕະຫຼອດມາ, ຈົນຫຼາຍໆສື່ຍົກໃຫ້ນາງເປັນ “ເຈົ້າຫຍິງແຫ່ງວົງການບັນເທີງ” ເພາະທັງຄວາມສາມາດ,​ ກິລິຍາ ມາລະຍາດ ແລະ ການວາງໂຕ ເປັນນາງເອກທັງໃນຈໍ ແລະ ນອກຈໍ. ແອນ ທອງປະສົມ ໄດ້ເວົ້າໃນຕອນສຳພາດລາຍການໜຶ່ງວ່າ:​ “ຊື່ສຽງແອນໃນວົງການບັນເທີງບໍ່ໄດ້ມາແຕ່ເກີດ ແຕ່ແອນສ້າງຂຶ້ນມາດ້ວຍຄວາມມັກ” ແລະ ແອນຍັງເວົ້າອີກວ່າ: “ຈົ່ງສ້າງຄຸນຄ່າຂອງຕົນເອງໃຫ້ຄົນຮູ້ວ່າເຮົາເຮັດຫຍັງໄດ້ແດ່?” ສຳຫຼັບຄວາມສຳເລັດໃນວົງການບັນເທີງ, ນອກຈາກລາງວັນທາງການສະແດງທີ່ໄດ້ຮັບມາຫຼາຍປີຕິດຕໍ່ກັນ ລວມເຖິງລາງວັນ Popular Vote ທີ່ຈັດຂຶ້ນໂດຍອົງກອນ ແລະ ວາລະສານບັນເທີງຕ່າງໆອີກຫຼວງຫຼາຍ …

Read More »

ການປັບໂຕໃຫ້ເຂົ້າກັບບ່ອນເຮັດວຽກໃໝ່

ການເຮັດວຽກໃໝ່ ເປັນສິ່ງທີ່ທ້າທາຍສຳຫຼັບຫຼາຍໆຄົນ ເພາະເຮົາບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນແດ່ ຈະສະດວກສະບາຍເປັນຄືທີ່ເຮົາຄິດໄວ້ບໍ, ແຕ່ເຮົາຈະຢ້ານຫຼາຍກໍບໍ່ມີປະໂຫຍດຫຍັງ.​ ມາຮູ້ 7 ວິທີ ທຳອິດທີ່ຈະເຮັດໃຫ້ເຮົາສາມາດປັບໂຕເຂົ້າກັບບ່ອນເຮັດວຽກໃໝ່ໄດ້ແບບຖືກຕ້ອງ. 1 ມິດຕະພາບສຳຄັນ ການຍ້າຍສະຖານທີ່ເຮັດວຽກໃໝ່ ຖືໄດ້ວ່າເຮົາເປັນສະມາຊິກໃໝ່ ທຳອິດເລີຍເຮົາຕ້ອງເປັນມິດ. ດັ່ງນັ້ນ, ໃຜຈະເປັນມິດກັບເຮົາ ຫຼືບໍ່ໍ? ເຮົາກໍຍັງບໍ່ຮູ້, ແຕ່ເຮົາຕ້ອງເປັນມິດກັບທຸກຄົນໄວ້ກ່ອນກໍບໍ່ເສຍຫາຍ. ເຂົ້າໄປມື້ທຳອິດຢ່າລືມຍີ້ມທັກທາຍ, ພຽງເທົ່ານີ້ຄວາມກົດດັນຂອງການບໍ່ຮູ້ຈັກໃຜກໍບັນເທົາໄປຫຼາຍແລ້ວ, ການວາງໂຕເປັນມິດກັບທຸກຄົນ ດ້ວຍການສົນທະນາເລື່ອງທົ່ວໄປ ຫຼືແນະນຳຕົນເອງວ່າເປັນໃຜ? ມາຈາກໃສ? ພ້ອມທັງຝາກເນື້ອຝາກໂຕກັບເພື່ອນຮ່ວມງານໄວ້ກ່ອນເລີຍ. 2 ສຸພາບອ່ອນໂຍນ ບໍ່ມີໃຜບໍ່ມັກຄວາມສຸພາບນຸ່ມນວນ ຈຶ່ງເປັນການດີ ທີ່ເຮົາຈະໃຊ້ຄວາມສຸພາບເພື່ອສະແດງອອກເຖິງຄວາມຈິງໃຈກັບຄົນໃນຫ້ອງການໃໝ່ ຫາກເຮົາສຸພາບກັບເພື່ອນຮ່ວມງານຕັ້ງແຕ່ຕົ້ນ ເຮົາກໍຈະໄດ້ຮັບການຕອບຮັບຢ່າງສຸພາບກັບຄືນມາເຊ່ັ່ນກັນ.​ ການເຮັດວຽກ ກໍເຮັດຢ່າງສຸພາບ ເພື່ອໃຫ້ທຸກຄົນເຫັນວ່າເຮົາໃຫ້ກຽດ ແລະ ຈິງໃຈກັບວຽກ ບໍ່ແມ່ນວ່າເຫັນຫຍັງຜິດໄປຈາກທີ່ຄິດກໍຊັກສີໜ້າສີຕາ, ຈົ່ມພຶມພຳ ຫຼືສະແດງຄວາມບໍ່ພໍໃຈເກີນໄປ ແບບນີ້ບໍ່ມີຢາກເຂົ້າໃກ້ນ້ອງໃໝ່ຄືເຮົາແນ່ນອນ. 3 ໝັ່ນຮຽນຮູ້ ແມ່ນຢູ່ວ່າເຮົາອາດຈະມີປະສົບການການເຮັດວຽກມາແລ້ວຫຼາຍປີ ແຕ່ການໄປເຮັດວຽກບ່ອນໃໝ່ກໍຄືກັບການເລີ່ມນັບໜຶ່ງໃໝ່ ເພາະວັດທະນະທຳຂອງອົງກອນໃນແຕ່ລະບ່ອນນັ້ນບໍ່ຄືກັນ. ດັ່ງນັ້ນ, ບໍ່ວ່າເຮົາຈະມີປະສົບການຫຼາຍພຽງໃດ ຫຼືມີປະສົບການມາແຕ່ໃສ …

Read More »

4 ວິທີ ການເຮັດວຽກໃຫ້ແລ້ວໄວ ໃນແຕ່ລະມື້

ການເຮັດວຽກໃຫ້ໄວໃນແຕ່ລະມື້ມີຫຍັງແດ່ມາເບິ່ງນຳກັນເລີຍ!!! 1. ວາງແຜນກັບວຽກທີ່ໄດ້ຮັບມອບໝາຍ ກ່ອນອື່ນເມື່ອເຮົາໄດ້ຮັບວຽກມາແລ້ວ ລອງນຳໂຈດວຽກທີ່ໄດ້ຮັບມານັ່ງວິເຄາະ ແລ້ວວາງແຜນວ່າຈະຕ້ອງປະຕິບັດແນວໃດແດ່? ຫາກວຽກຍາກຕ້ອງຫາຂໍ້ມູນໃນການເຮັດວຽກຫຼາຍຂຶ້ນ ແລະ ກໍຕັ້ງໃຈຫາຂໍ້ມູນໂດຍລະອຽດ ມາອ່ານຢ່າງເຂົ້າໃຈ ແລະ ວາງແຜນການດຳເນີນໃນແຕ່ລະຂັ້ນຕອນ, ອາດຈະກຳນົດໄລຍະເວລາຂອງແຕ່ລະຂັ້ນຕອນວ່າໃຊ້ຈັກຊົ່ວໂມງ ເຊິ່ງຈະເຮັດໃຫ້ເຮົາມີສະຕິ ແລະ ເຮັດຕາມເປົ້າໝາຍໄດ້ໄວຂຶ້ນ. 2. ລົງມືເຮັດຕາມແຜນແຕ່ລະຂັ້ນຕອນ ຫຼັງຈາກທີ່ເຮົາໄດ້ກຳນົດການວາງແຜນການເຮັດວຽກຢ່າງເຄັ່ງຄັດເອົາໄວ້ແລ້ວ,​ ເຮົາຕ້ອງລົງມື້ເຮັດວຽກ ໃນແຕ່ລະແຜນທີ່ວາງໄວ້ທັນທີ ເລີ່ມຕັ້ງແຕ່ແຜນທີ 1, 2 ແລະ 3 ຈົນໝົດທຸກແຜນງານທີ່ວາງໄວ້.​ ຂໍ້ດີຂອງການເຮັດວຽກຕາມແຜນທີ່ວາງໄວ້ແບບນີ້ ຈະເຮັດໃຫ້ເຮົາສາມາດເຮັດວຽກໄດ້ໄວ ແລະ ປະສົບຜົນສຳເລັດກັບວຽກໃນແຕ່ລະມື້ໄດ້ຢ່າງໄວວາຂຶ້ນ. 3. ທຸ່ມເທກັບວຽກດ້ວຍຄວາມຕັ້ງໃຈ ໃນຕອນທີ່ເຮົານັ່ງເຮັດວຽກຢູ່ນັ້ນ ຈົ່ງຕັ້ງໃຈທຸ່ມເທກັບວຽກໃຫ້ຫຼາຍທີ່ສຸດ ຫາກເປັນວຽກທີ່ຕ້ອງໃຊ້ສະໝອງ ຈົ່ງປ່ອຍວາງໃຫ້ອາລົມ ແລະ ສະພາບຈິດເບົາສະບາຍ,​ ບໍ່ຕຶງຄຽດ ແລະ ບໍ່ຄິດເຖິງເລື່ອງອື່ນ ຈົນເສຍເວລາເຮັດວຽກ,​ ໃຫ້ອົດທົນໃຈຈົດໃຈຈໍ່ກັບວຽກຕົນເອງໃຫ້ດີທີ່ສຸດ,​ ຫາກມີຄົນຊວນລົມ ຫຼືມີສິ່ງໃດມາລົບກວນການເຮັດວຽກຂອງເຮົາໃຫ້ພະຍາຍາມຫຼີກລ້ຽງ, ປິດຈາກສື່ອິນເຕີເນັດທີ່ນອກເໜືອຈາກວຽກງານ ເພື່ອມຸ່ງໜ້າເຮັດວຽກຢ່າງດຽວ. 4. ຜ່ອນຄາຍໃນລະຫວ່າງເຮັດວຽກ …

Read More »

ເຄຕລິນ ໂອຮາຊິ

ນັກກາຍະກຳ (gymnastics) ເຈົ້າຂອງຄຣິບ ໄວຣັລ 100 ລ້ານວິວ ແລະ ເປັນນັກກາຍະກຳ ທີ່ມີອາຍຸຫຼາຍທີ່ສຸດຂອງ UCLA ຫຼືມະຫາວິທະຍາໄລຄາລິຟໍເນຍ ລອສແອນເຈີລິສ (California, Los Angeles) ທີ່ໄດ້ຮັບຄະແນນເຕັມ 10​ ຈາກການແຂ່ງຂັນ ​Collegeiate Challenge. ກ່ອນໜ້າທີ່ຈະເຂົ້າຮ່ວມກັບ UCLA ເຄຕລິນ ຖືກກົດດັນໃຫ້ຫຼຸດນໍ້າໜັກມາຕະຫຼອດ ເພື່ອໃຫ້ມີການເຄື່ອນໄຫວທີ່ດີ, ໃນປີ 2013 ລາວບາດເຈັບຢ່າງຮຸນແຮງ ແລະ ການຫຼຸດນໍ້າໜັກຢ່າງໂຫດຮ້າຍຂອງລາວຍິ່ງ​ເຮັດໃຫ້ອາການບາດເຈັບຂອງລາວຮຸນແຮງຂຶ້ນເລື້ອຍໆ. ອາການບາດເຈັບເຮັັດໃຫ້ ເຄຕລິນ ຕົກຈາກການເປັນ senior elite ແລະ ຄວາມຝັນຂອງການທີ່ຈະໄປໂອແລັມປິກກໍເສຍໄປ.​ ຫຼັງຈາກນັ້ນ,​ ລາວບໍ່ໄດ້ປາກົດຕົວໃນວົງການກາຍະກຳອີກ,​ ຈົນຕໍ່ມາ ລາວໄດ້ລົງແຂ່ງໃນລາຍການລະດັບວິທະຍາໄລອີກຄັ້ງໃນປີ 2018 ລາວໄດ້ຮັຄຳຍ້ອງຍໍ ພ້ອມທັງໄດ້ຮັບຄະແນນເຕັມ 10 ເຖິງ 3 ຄັ້ງ ແລະ ລາວກາຍເປັນຄົນດັງທັນທີທີ່ວີດີໂອ Floor …

Read More »