Breaking News

Kuanjai Life Stlye

ຢູມິ ອິຊິກາວະ ຜູ້ທີ່ທີ່ລຸກຂຶ້ນມາຮຽກຮ້ອງໃຫ້ຍົກເລີກການໃສ່ເກີບສົ້ນສູງ ໃນສະຖານທີ່ເຮັດວຽກ

ນັກສະແດງ ແລະ ນັກຂຽນ ອາຍຸ 32 ປີ ທີ່ລຸກຂຶ້ນມາຮຽກຮ້ອງໃຫ້ຍົກເລີກນະໂຍບາຍການໃສ່ເກີບສົ້ນສູງໃນສະຖານທີ່ເຮັດວຽກຕະຫຼອດເວລາ ພາຍໃຕ້ຫົວຂໍ້  #KUTOO. ໃນສັງຄົມຍີ່ປຸ່ນ ເຫັນວ່າການໃສ່ເກີບສົ້ນສູງ ເປັນທຳນຽບ, ມາລະຍາດ ແລະ ເປັນກົດທີ່ຄວນເຮັດ ເຊິ່ງສິ່ງດັ່ງກ່າວເຮັດໃຫ້ແມ່ຍິງເກືອບທຸກໆບໍລິສັດ ໃສ່ເກີບສົ້ນສູງໃນສະຖານທີ່ເຮັດວຽກ ຫຼືໃນຫ້ອງການ ຕະຫຼອດເວລາ. ຢູມິ ອິຊິກາວະ ເຫັນວ່າການໃສ່ເກີບສົ້ນສູງເປັນເວລາດົນນັ້ນ ອັນຕະລາຍຕໍ່ສຸຂະພາບຂອງແມ່ຍິງຫຼາຍ ເຊິ່ງມັນບໍ່ໄດ້ຕ່າງຈາກການຫັດຕີນຂອງແມ່ຍິງຈີນບູຮານ. ຈາກການຮຽກຮ້ອງພາຍໃຕ້ຫົວຂໍ້  #KUTOO ມີແມ່ຍິງຍີ່ປຸ່ນໄດ້ສະໜັບສະໜູນ ແລະ ລົງນາມທັງໝົດ 18,856 ເພື່ອຮຽກຮ້ອງໃຫ້ໜ່ວຍງານລັດ ແລະ ບໍລິສັດເອກະຊົນຍົກເລີກທຳນຽມນີ້.  ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ເກຣຕາ ທຸນເບີກ Greta Thunberg

ມາຮູ້ຈັກ ເດັກນ້ອຍຜູ້ເປັນສັນຍະລັກຂອງການຕໍ່່ສູ້ ໃນປະເດັນວາພະໂລກຮ້ອນ ປັດຈຸບັນ ເກຣຕາ ທຸນເບີກ ມີອາຍຸພຽງ 17 ປີ ສາມາດເຮັດໃຫ້ຄົນສ່ວນຫຼາຍຫັນມາໃສ່ໃຈກັບບັນຫາດ້ານສະພາບອາກາດທີ່ປ່ຽນແປງ ໂດຍການໂຕນໂຮງຮຽນ ເພື່ອມານັ່ງປະທ້ວງຢູ່ຕໍ່ໜ້າ ລັດສະພາ ສະວີເດັນ ທຸກໆວັນສຸກ ຈົນເຮັດໃຫ້ເຍົາວະຊົນທົ່ວໂລກ ເລີ່ມຫັນມາໃສ່ໃຈ ກັບບັນຫາສະພາບອາກາດ ຈົນການເປັນ “School Strike for the Climate Movement” ລາວໄດ້ກາຍເປັນແຮງບັນດານໃຈຂອງເດັກນ້ອຍຍຸກໃໝ່ໃນຫຼາຍໆປະເທດ ກ່ຽວກັບການລຸກຂຶ້ນມາຕໍ່ສູ້ກັບສິ່ງຕ່າງໆ ຈົນສື່ມວນຊົນຕັ້ງສາຍານາມໃຫ້ວ່າເປັນ: “Climate Icon” ຫຼືໄອຄອນ ພູມອາກາດ. ນອກຈາກນັ້ນ,​ ລັກສະນະສະເພາະທາງດ້ານ ແວຕາ ແລະ ໃບໜ້າຂອງເກຣຕາ ເບິ່ງຄືຄຽດແຄ້ນຕະຫຼອດເວລາ ຈົນມີຄົນເຢີ້ຍວ່າລາວເປັນເດັກນ້ອຍໃຈຮ້າຍ ແລະ ຫົວແຂງ, ແຕ່ເຖິງຢ່າງໃດກໍຕາມ ເກຣຕາ ໄດ້ຂຽນໄວ້ໃນ Twitter Profile ຂອງລາວຢ່າງຊັດເຈນວ່າ: “ລາວເປັນ ນັກກິດຈະກຳດ້ານສະພາບພູມອາກາດທີ່ເປັນ Asperger” …

Read More »

ທັດສະນະຄະຕິ ຊານນາ ມາລິນ ນາຍົກລັດຖະມົນຕີຟິນແລນ ທີ່ອາຍຸນ້ອຍທີ່ສຸດໃນໂລກ

ຂໍ້ຄິດດີໆຈາກ ຊານນາ ມາລິນ ນາຍົກລັດຖະມົນຕີຟິນແລນ ທີ່ອາຍຸນ້ອຍທີ່ສຸດໃນໂລກ ໂດຍມີອາຍຸພຽງ 34 ປີ. ພໍ່ແມ່ຂອງມາລິນ ແຍກທາງກັນຕັ້ງແຕ່ຍັງນ້ອຍ ເຊິ່ງລາວອາໄສຢູ່ນຳແມ່ ໃນຕອນນັ້ນສະພາບການງານມີບັນຫາ ມາລິນ ເລີຍຕ້ອງເລີ່ມຊ່ວຍເຫຼືອຕົນເອງ ໂດຍການຊອກຫາວຽກເຮັດ. ລາວເຄີຍເຮັດວຽກຢູ່ຮ້ານເບີເກີຣີ ຕອນອາຍຸ 15 ປີ ແລະ ເລີ່ມຂາຍວາລະສານໄລຍະສຶກສາຢູ່ ມັດທະຍົມຕອນປາຍ. ໃນຂະນະນັ້ນ, ແມ່ຂອງລາວໄດ້ພົບຮັກໃໝ່ ເຊິ່ງເປັນເພດດຽວກັນ ແລະ ໄດ້ອາໄສຢູ່ນຳກັນໃນຫ້ອງເຊົ່າແຫ່ງໜຶ່ງ. ສິ່ງເຫຼົ່ານັ່້ນ, ເຮັດໃຫ້ ມາລິນ ເຂົ້າໃຈຄວາມຫຼາກຫຼາຍຂອງສັງຄົມ ແລະ ເພດສະພາບດີ. ເມື່ອ ມາລິນ ກາຍເປັນນັກການເມືອງ ລາວຈຶ່ງມີແນວຄິດຜັກດັນ “ຄວາມສະເໝີພາບ,​ຄວາມຍຸດຕິທຳ ແລະ ສິດທິມະນຸດ” ເຖິງແມ່ນວ່າໃນຕອນເປັນເດັກນ້ອຍ ຄອບຄົວຂອງມາລິນຈະມີບັນຫາດ້ານການເງິນ ແຕ່ແມ່ຂອງລາວກໍສະໜັໜູນມາໂດຍຕະຫຼອດ ພ້ອມທັງເວົ້າກັບລາວຕະຫຼອດວ່າ: ”ຢາກເປັນຫຍັງກໍໄດ້ທີ່ຕົນເອງຢາກເປັນ” ເຊິ່ງ ມາລິນ ກໍເປັນລູກຄົນດຽວທີ່ສາມາດຮຽນຈົບມັດຖະຍົມຕອນປາຍ ແລະ ເຂົ້າຮຽນຕໍ່ໃນມະຫາວິທະຍາໄລ. …

Read More »

Li Ying ເສດຖີເງິນລ້ານ ຜູ້ຍິງທີ່ລວຍທີ່ສຸດໃນປະເທດຈີນ…

Li Ying ມືຂວາຂອງ Jack Ma ກາຍເປັນໜຶ່ງໃນຜູ້ຍິງທີ່ຮັ່ງມີທີ່ສຸດຂອງຈີນ, ປັດຈຸບັນ ລາວເປັນທີ່ຮູ້ຈັກຫຼາຍຂື້ນໃນເວທີໂລກ. ຄັ້ງໜຶ່ງ ລາວເຄີຍແຂ່ງຂັນກັບນັກພັດທະນາຊັບສິນ Yang Huiyan ສຳລັບ ແມ່ຍິງທີ່ຮັ່ງມີທີ່ສຸດໃນປະເທດຈີນ ໂດຍມູນຄ່າຊັບສິນສຸດທິທີ່ແນ່ນອນຂອງລາວບໍ່ເຄີຍຖືກເປີດເຜີຍ, ແຕ່ມີລາຍງານຈາກສື່ຂອງຈີນຊີ້ໃຫ້ເຫັນວ່າ ຊັບສິນທັງໝົດຂອງລາວມີຫຼາຍກວ່າ 10 ຕື້ຢວນ (1,4 ຕື້ໂດລາສະຫະລັດ) ພ້ອມທັງເປັນເຈົ້າຂອງລົດລາຄາແພງເຊັ່ນ:​ Bentley, Mercedes-Maybach ແລະ ລົດປ້າຍແດງ Rolls-Royce Phantom. ນີ້ແມ່ນສິ່ງທີ່ເຮັດໃຫ້ລາວກາຍເປັນໜຶ່ງໃນຜູ້ຍິງທີ່ລວຍທີ່ສຸດໃນປະເທດຈີນ. ລາວອາໄສຢູ່ ເມືອງ Shenzhen, ປະເທດຈີນ, ຈົນຮອດ ມໍ 2 ພໍ່ແມ່ຂອງລາວສົ່ງລາວໄປຮຽນຕໍ່ຢູ່ສະຫະລັດອາເມລິກາ. ໃນເບື້ອງຕົ້ນລາວບໍ່ມັກແນວຄິດທີ່ຈະຍົກຍ້າຍຖິ່ນຖານ, ແຕ່ຫລັງຈາກໄດ້ຕົກລົງກັບພໍ່ແມ່ໃຫ້ຂ້າມຊັ້ນຮຽນ (ຮຽນມັດທະຍົມປາຍເລີຍ), ລາວຈຶ່ງຕົກລົງທີ່ຈະຍ້າຍໄປຮຽນຢູ່ສະຫະລັດອາເມລິກາ. ສິ່ງດັ່ງກ່າວເຮັດໃຫ້ລາວມີຄວາມກ້າວໜ້າ ຫຼາຍກ່ວາໝູ່ຂອງລາວ ແລະ ໄດ້ຮັບການຍອມຮັບຈາກ MIT, Yale ແລະ Stanford ຕອນລາວມີອາຍຸ …

Read More »

ເຮັດວຽກ Teamwork ແບບໃດໃຫ້ມີປະສິດທິພາບ

ການເຮັດວຽກເປັນທີມ ເປັນຮູບແບບການເຮັດວຽກໃນຝັນຂອງຫຼາຍຄົນ ເພາະຜົນລັບຂອງການເຮັດວຽກຮູບແບບນີ້ ມັກຈະພົບຄວາມສຳເລັດເປັນຢ່າງດີ ເຮັດໃຫ້ອົງກອນເຕີບໂຕຂຶ້ນຢ່າງໄວວາ ໂດຍການເຮັດວຽກແບບເປັນທີມທີ່ມີປະສິດທິພາບປະກອບດ້ວຍ 6 ຂໍ້ດັງນີ້: 1 ເຂົ້າໃຈການເຮັດວຽກຂອງຕົນເອງ ແລະ ຄົນອື່ນ ຈຸດເລີ່ມຕົ້ນຂອງການເຮັດວຽກຢ່າງມີປະສິດທິພາບກໍຄື ຜູ້ປະຕິບັດງານ ເຊິ່ງເປັນຜູ້ທີ່ສຳຄັນທີ່ສຸດ ເພາະການທີ່ມີບຸກຄະລາກອນມາຮວມໂຕກັນ ລວມທັງມີຄວາມເຂົ້າໃຈໃນການເຮັດວຽກຂອງຜູ້ອື່ນໃນທີມ ໂດຍອາໄສຂໍ້ດີເກື້ອກູນເຊິ່ງກັນ ແລະ ກັນ ຫາກມີຈຸດໃດທີ່ແຕກຕ່າງກັນຫຼາຍ ກໍຕ້ອງປັບຄວາມເຂົ້າໃຈກັນຄືນໃໝ່. 2 ສ້າງ ແລະ ໂຟກັດເປົ້າໝາຍຮ່ວມກັນ ເມື່ອເຮັດວຽກເປັນທີມກໍຄວນວາງແຜນໂດຍສ້າງເປົ້າໝາຍຮ່ວມກັນ ເພື່ອໂຟກັດໃນການເຮັດວຽກຮ່ວມກັນ ແລະ ເພື່ອໃຊ້ເປັນແນວທາງໃນການປະຕິບັດງານໃຫ້ບັນລຸຄວາມສຳເລັດຕາມພາລະກິດ ເຊິ່ງການກຳນົດ ວັດຖຸປະສົງທີ່ດີ ຄວນມີການກຳນົດຂອບເຂດໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະຄົນໃຫ້ຊັດເຈນ ແຕ່ໂຟກັດໃນສິ່ງດຽວກັນ ເພື່ອໃຫ້ເປັນການຮ່ວມມືຮ່ວມໃຈ ແລະ ວັດແທກຄວາມສຳເລັດຂອງທີມ ໂດຍອາດຈະຂຽນວັດຖຸປະສົງ ແລະ ໜ້າທີ່ຂອງແຕ່ລະຄົນເປັນລາຍລັກອັກສອນໃຫ້ເຂົ້າໃຈງ່າຍ ແລະ ເຮັດໄດ້ແທ້ ສະໜອງນໂຍບາຍຂອງອົງກອນ. 3 ສ້າງທີມດ້ວຍຄວາມສາມາດ ແລະ ຈຸດເດັ່ນຂອງແຕ່ລະຄົນ ເມື່ອກຳນົດໜ້າທີ່ ແລະ ຄວາມຮັບຜິດຊອບຂອງວຽກງານແຕ່ລະຄົນຕາມຄວາມສາມາດ, …

Read More »