Breaking News

Kuanjai Life Stlye

ແຊຣ໌ໄວ້ອ່ານ!!! ສິ່ງທີ່ບໍ່ຄວນເບິ່ງຂ້າມ ຖ້າຢາກມີຄວາມກ້າວໜ້າໃນອາຊິບ ແລະຊີວິດ…

ຄຳແນະນຳຈາກຄົນທີ່ປະສົບການມາກ່ອນ: ຖ້າໝູ່ເພື່ອນມີບຸກຄົນທີ່ເປັນແບບຢ່າງ ທັງຮູ້ສຶກປະທັບໃຈໃນການເປັນນັກທຸລະກິດ ກໍຄືພະນັກງານທີ່ດີເດັ່ນ ດັ້ງນັ້ນບໍ່ຕ້ອງເກງໃຈທີ່ຈະເຂົ້າໄປຂໍຄຳແນະນຳຈາກຄົນໆນັ້ນເດີ້ ຮຽນຮູ້ການເຮັດວຽກຂອງຫົວໜ້າ: ພະຍາຍາມເບິ່ງຜົນງານທີ່ດີຂອງຫົວໜ້າ ເພື່ອໃຫ້ຮຽນຮູ້ດວຽກໄດ້ຢ່າງມີປະສິດທິພາບ ແບບຫົວໜ້າຂອງເຮົາ ເມື່ອໃດທີ່ຫົວໜ້າທ່ານບໍ່ສະບາຍ ຫຼື ລາພັກ ກໍເປັນໂອກາດທີ່ເຮົາຈະໄດ້ສະແດງສີມື ວ່າສາມາດເຮັດວຽກແທນເພິ່ນໄດ້ ຖືວ່າໄດ້ຊ່ວຍຫົວໜ້າຂອງເຮົາ ແລະ ຍັງເຮັດໃຫ້ມີຄວາມແຕກຕ່າງກວ່າເພື່ອນຮ່ວມງານຄົນອື່ນໆອີກ. ໝັ່ນຊ່ວຍວຽກຕ່າງໆບໍ່ວ່າວຽກນ້ອຍ ຫຼື ໃຫຍ່: ການທີ່ຈະເຂົ້າໄປມີບົດບາດໃນເລື່ອງວຽກງານ ຫຼື ກິດຈະກຳຕ່າງໆ ເຖິງວ່າຈະເປັນພຽງເລື່ອງນ້ອຍໆກໍຕາມ ຄວນເຄື່ອນໄຫວຢູ່ໃນສາຍຕາຂອງຜູ້ບໍລິຫານຫຼາຍຂຶ້ນ ຈຶ່ງຈະຖືກຈົດຈໍາໂດຍອັດຕະໂນມັດ ເມື່ອມີເລື່ອງໃຫ້ຊ່ວຍເຫຼືອ ຊື່ຂອງເຮົາກໍຈະຂຶ້ນມາຢູ່ໃນຄວາມຄິດຂອງຫົວໜ້າທັນທີ. ຮັກສາສາຍພົວພັນທີ່ດີກັບລູກຄ້າ ຫຼື ແຂກທຸກຄົນ: ບໍ່ວ່າຈະເປັນແຂກຜູ້ນ້ອຍ ຫຼື ແຂກຜູ້ໃຫຍ່ກໍຕາມ ບໍ່ຄວນຂາດການຕິດຕໍ່ກັບເຂົາເຈົ້າ ເພາະບໍ່ມີທາງຮູ້ດອກວ່າ ມື້ໜຶ່ງພວກເຂົາອາດມີຄວາມສຳຄັນຕໍ່ຊີວິດ ຫຼືໂອກາດທາງວຽກງານໃນອະນາຄົດ. ພັດທະນາທັກສະໃນການເວົ້າຢູ່ສະຖານທີ່ສາທາລະນະ ແລະ ທັກສະການນຳສະເໜີວຽກ: ຄົນສ່ວນຫຼາຍມັກຢ້ານເວລາເວົ້າຢູ່ຕໍ່ໜ້າຄົນອື່ນ ເຊິ່ງມີຄົນທີ່ເຮົາບໍ່ຮູ້ຈັກເປັນຈຳນວນຫຼາຍ ດັ່ງນັ້ນຄວນຄິດວ່າໂອກາດທີ່ຢູ່ບ່ອນຄົນຫຼາຍ ເປັນໂອກາດດີທີ່ຈະເຮັດໃຫ້ໝັ້ນໃຈ ແບບເຮົາເປັນຕົວແທນໃນການສະແດງອອກ ເພື່ອພັດທະນາໃນທາງທີ່ດີຂອງຕົວເຮົາເອງ. ເປັນມິດທີ່ດີກັບທຸກຄົນ: ຄວນເປັນມິດກັບທຸກຄົນ ບໍ່ວ່າຈະໃນເວລາອາລົມກຳລັງເຄັ່ງຕຶງກັບວຽກງານກໍຕາມ ຄວາມກົດດັນ, ຄວາມຫງຸດຫງິດ ຄວນເກັບເອົາໄວ້ໃນໃຈ ຢ່າສະແດງອອກເດັດຂາດ ເພາະການຄວບຄຸມອາລົມໄດ້ດີ ຍິ້ມແຍ້ມແຈ່ມໃສຢູ່ຕະຫຼອດ …

Read More »

ສະແດງຄວາມຍິນດີນໍາ!! ນ້ອງ ມະຍຸລີ ຊູຕັນນຸວົງ ຮອງອັນດັບ 1 Miss Teen Laos 2019 ຈະໄດ້ມາຮັບຕໍາແໜ່ງ Miss Teen Laos 2020…

ເນື່ອງຈາກເຫດການ ການລະບາດພະຍາດໂຄວິດ-19 ເຮັດໃຫ້ຫຼາຍໆຢ່າງມີການປ່ຽນແປງໄປ ບໍ່ສາມາດດໍາເນີນການໄດ້ເປັນປົກກະຕິ ລວມໄປເຖິງວົງການ ນາງງາມ ເອງກໍໄດ້ຮັບຜົນກະທົບ ຫຼາຍໆເວທີທັງລະດັບສາກົນ ແລະ ພາກພື້ນຕ້ອງຍຸຕິການປະກວດລົງ ແລ້ວລົງນາມກັນແຕ່ງຕັ້ງສາວງາມຂຶ້ນມາຮັບຕໍາແໜ່ງ ບາງເວທີກໍໃຫ້ຜູ້ເກົ່າຮັບຕໍາແໜ່ງໄປແບບ 2 ປີຊ້ອນກັນເລີຍ… ຫຼ້າສຸດ ເວທີນາງງາມລາວທີ່ຫາກໍຈັດຂຶ້ນເປັນປີທໍາອິດໃນປີກາຍຄື ເວທີ Miss Teen Laos ມີສທີນລາວ ກໍໄດ້ອອກມາແຈ້ງຢ່າງເປັນທາງການແລ້ວວ່າ ບໍ່ສາມາດຈັດການປະກວດໃນປີ 2020 ນີ້ໄດ້ ດັ່ງນັ້ນ ຈຶ່ງໄດ້ອອກມາແຈ້ງການຢ່າງເປັນທາງການວ່າ ທາງກອງປະກວດ ຈະແຕ່ງຕັ້ງໃຫ້ ນາງ ມະຍຸລີ ຊູຕັນນຸວົງ ຮອງອັນດັບ 1 Miss Teen Laos 2019 ເປັນ Miss Teen Laos 2020 ແທນ ໂດຍມີລາຍລະອຽດດັ່ງນີ້: ຮູບພາບຈາກ: Angie Soutannouvong Angie Soutannouvong

Read More »

ໃກ້ຈະສິ້ນສຸດໜ້າທີ່!! ໂສລະຍາ Miss Teen Laos 2019 ໂພສຂອບໃຈກອງປະກວດ ພ້ອມຝາກເຖິງນ້ອງໆທີ່ຈະມາເປັນ Miss Teen ຄົນຕໍ່ໄປ…

ລະດູການ ນາງງາມ ກໍາລັງເລີ່ມຕົ້ນ… ທຸກໆປີຈະມີລະດູການ ນາງງາມ (ແອັດຕັ້ງເອງ 555+) ເພາະຫຼາຍເວທີຈະເລີ່ມເປີດຮັບສະໝັກໃຫ້ນ້ອງໆທີ່ມີຄວາມງາມ ແລະ ຄວາມສາມາດໄດ້ເຂົ້າຮ່ວມແຂ່ງຂັນ ລວມໄປເຖິງເວທີ Miss Teen Laos ທີ່ຈັດຂຶ້ນເປັນປີທໍາອິດໃນປີ 2019 ເຊິ່ງຜູ້ທີ່ໄດ້ຮັບຕໍາແໜ່ງເປັນ Miss Teen Laos ນັ້ນກໍຄື ນ້ອງ ໂສລະຍາ ຄອນດີ ພ້ອມທັງເປັນ​ສາວງາມຄົນ​ທຳ​ອິດ​ຂອງ​ປະ​ເທດ​ລາວ ທີ່ໄດ້ໄປປະກວດເວ​ທີນາງງາມລະດັບສາກົນຄື Miss Teen International 2019 ທີ່ປະເທດ ອິນເດຍ ໃນເດືອນ ທັນວາ 2019. ແລະ ກໍຕິດ​ທ໋ອບ Top 7 Miss Teen International 2019 ​ພ້ອມທັງໄດ້ຮັບລາງວັນ ​ຂວັນ​ໃຈ​ຊ່າງ​ພາບ​ ມາຄອງ ເປັນໜ້າຕາໃຫ້ກັບປະເທດລາວນັ້ນເອງ… ປັດ​ຈຸ​ບັນ ໂສລະຍາ ກໍ​ໄດ້​ຮັບບົດບາດຫຼາກຫຼາຍໃນວົງການບັນເທີງລາວ ທັງເປັນ​ນັກ​ສະ​ແດງ, ນາງ​ແບບ …

Read More »

ຄວນຮູ້!! ສິ່ງທີ່ບໍ່ຄວນເຮັດເວລາຖືກສໍາພາດເຂົ້າເຮັດວຽກ… ຖ້າບໍ່ຢາກພາດໂອກາດດີໆໄດ້ວຽກທີ່ມັກ

ສາວໆ ການໄປສະໝັກວຽກໃໝ່ນັ້ນເປັນສິ່ງທ້າທາຍຫຼາຍ ໂດຍສະເພາະຂັ້ນຕອນການຖືກສໍາພາດ (ເຄີຍຜ່ານຈຸດນັ້ນມາ) ເພາະເຖິງວ່າເຈົ້າຈະມີຄວາມສາມາດຫຼາຍປານໃດ ແຕ່ຖ້າຕອບບໍ່ໄດ້ຕາມປະເດັນທີ່ ບໍລິສັດ ຫຼືອົງກອນຕ້ອງການ ເຈົ້າກໍອາດຈະພາດໂອກາດດີໆ ໄດ້ນັ້ນເອງ… ແຕ່ຖ້າຫາກເຈົ້າຢາກໄດ້ວຽກທີ່ມັກ ມື້ນີ້ ຂວັນໃຈ ມີທຣິກດີໆມາແນະນໍາ!! 1 ບໍ່ຄວນນັດສຳພາດຫຼາຍບໍລິສັດໃນມື້ດຽວກັນ ຄວນນັດຕອນເຊົ້າ 1 ບໍລິສັດ ແລະ ຕອນບ່າຍ 1 ບໍລິສັດກໍພຽງພໍແລ້ວ 2 ບໍ່ຄວນຍາດເວົ້າ ຫຼື ຖາມຄຳຖາມກັບຜູ້ສຳພາດຫຼາຍເກີນໄປ 3 ບໍ່ຄວນຖາມກ່ຽວກັບມື້ພັກ, ການມາວຽກສວາຍ ຫຼື ການກັບກ່ອນ ເພາະເປັນການສ້າງພາບ ວ່າທ່ານອາດຈະບໍ່ມັກເຮັດວຽກຫຼາຍ 4 ບໍ່ຄວນຕື່ນເຕັ້ນຈົນເກີນໄປ ຫຼື ເຂົ້າໄປຕັ້ງຫຼັກຢູ່ຫ້ອງນ້ຳກ່ອນອອກມາໃຫ້ສຳພາດ 5 ບໍ່ຄວນເວົ້າສິ່ງທີ່ບໍ່ແມ່ນຄວາມຈິງ ຖ້າສິ່ງໃດບໍ່ໝັ້ນໃຈກໍບໍ່ຄວນເວົ້າຕໍ່ ເພາະຈະເຮັດໃຫ້ຂາດຄວາມໜ້າເຊື່ອຖື 6 ບໍ່ຄວນເວົ້າວ່າ ບໍ່ຮູ້ ! ຖ້າໝົດຫົນທາງທີ່ຈະຕອບແທ້ໆ ຄວນຕອບວ່າແລ້ວນ້ອງຈະໄປສຶກສາໃຫ້ລະອຽດຕື່ມ 7 ບໍ່ຄວນຖາມເລື່ອງເງິນ …

Read More »

ສາວໆຄວນຮູ້!! ວິທີເພີ່ມສະເໜ່ໃຫ້ຕົວເອງ ດ້ວຍການເປັນຄົນມີ Passion… ແລ້ວ Passion ແມ່ນຫຍັງ??

Hello ເຫຼົ່າສາວທັນສະໄໝທັງຫຼາຍ ມື້ນີ້ເຮົາຈະມາວ່າກັນດ້ວຍເລື່ອງຂອງ Passion ຫຼືສິ່ງທີ່ເຮົາມັກຮັກ ຈົນເຖິງຂັ້ນຫຼົງໃຫຼນັ້ນເອງ ນະຈຸດນີ້ ຈຸດທີ່ສາວໆຕ້ອງຢູ່ໃນສັງຄົມທີ່ທຸກຢ່າງປ່ຽນແປງໄວ ເຮັດໃຫ້ຊີວິດເຮົາຕ້ອງແປປວນໄປນໍາ! ສະນັ້ນ ການຮັບມືກັບສະຖານະການແບບນີ້ ເຮົາຈຳເປັນຕ້ອງມີຈຸດຢືນ ເປັນຕົວຂອງຕົນເອງ ໂດຍອາໄສ Passion ປະຈຳຕົວໃຜມັນນັ້ນເອງ .. ສໍາລັບໃຜທີ່ກໍາລັງສົງໄສວ່າ Passion ແມ່ນຫຍັງ? ຂໍບອກວ່າ ມັນຄືສິ່ງທີ່ເຮັດໃຫ້ເຮົາສາມາດຈົມຢູ່ໄດ້ໝົດມື້ໂດຍບໍ່ເບື່ອ! ຕ່າງກັບງານອະດິເລກບ່ອນວ່າ ການເຮັດງານອະດິເລກເຮົາເຮັດແກ້ເຫງົາ ຫຼືເຮັດໃນຕອນທີ່ວ່າງ ແຕ່ Passion ຄືສິ່ງທີ່ເຮົາຮັກ ແລະ ສາມາດມີຄວາມສຸກກັບມັນຢ່າງແທ້ຈິງໄດ້ແນວໃດລະສາວໆ ນີ້ແຫຼະຄືສິ່ງທີ່ຈະເຮັດໃຫ້ສາວໆໂດດເດັ່ນ ໃຊ້ຊີວິດຢ່າງໝັ້ນໃຈ ແລະມີສະເໜ່ສຸດໆໃນຍຸກນີ້! ແຕ່ສໍາລັບໃຜທີ່ຍັງຊອກ Passion ຂອງຕົວເອງບໍ່ພົບ ກໍຢ່າຟ້າວກັງວົນໄປ ເພາະມື້ນີ້ ຂວັນໃຈ ກໍໄດ້ສັນຫາມາຕ້ອນແລ້ວເດີ້ ໄປເບິ່ງພ້ອມກັນເລີຍ! ຮູ້ກ່ອນມີສະເໜ່ກ່ອນເດີ້ສາວໆ!! ໃຫ້ຄວາມຮູ້ສຶກຊ່ວຍບອກ: ນະຈຸດໆນີ້ ຄວາມຮູ້ສຶກຂອງເຮົາເທົ່ານັ້ນ ທີ່ຈະຊ່ວຍບອກທຸກຢ່າງວ່າມັກຫຍັງ ຫຼືບໍ່ມັກຫຍັງ ເພາະຄວາມຮູ້ສຶກມັນບໍ່ເຄີຍຕົວະ ລອງສັງເກດ ແລະ ຖາມໃຈຕົວເອງເບິ່ງວ່າ …

Read More »