Breaking News

Kuanjai Life Stlye

ເລດີ້ ກາກ້າ ອອກມາໃຫ້ກໍາລັງໃຈຄົນຜິວສີ ແລະ ກ່າວໂຈມຕີ ທຣັ້ມ ທ່າມກາງສະຖານະການປະທ້ວງໜັກໃນ ສ.ອາເມຣິກາ… “ເຖິງເວລາທີ່ເຮົາຕ້ອງສະແດງຄວາມຮັກຕໍ່ຄົນຜິວສີ”

ໃນຕອນບ່າຍຂອງ ວັນອາທິດທີ່ຜ່ານມາ ນັກຮ້ອງສາວ ເລດີ້ ກາກ້າ ໄດ້ອອກມາໂພສຂໍ້ຄວາມຜ່ານ Social Media ຂອງຕົວເອງກ່ຽວກັບສະຖານະການ ຕໍ່ຕ້ານການຢຽດຫຍາມສີຜິວໃນ ສ.ອາເມຣິກາ ທີ່ສົ່ງຜົນໃຫ້ມີການປະທ້ວງເຖິງ 25 ເມືອງ ໃນ 16 ລັດ ເຫດການດັ່ງກ່າວແມ່ນເກີດຂຶ້ນຈາກ ເຫດການທີ່ ຈອສ ຟລອຍ ຊາຍໜຸ່ມຜິວສີທີ່ຖືກອະດີດເຈົ້າໜ້າທີ່ຕໍາຫຼວດຄົນຜິວຂາວ ໃນເມືອງ ມິນນີແອໂປລີສ ໃຊ້ກໍາລັງຈົນເຮັດໃຫ້ລາວເສຍຊີວິດ… ໂດຍໃນໂພສຂອງ ສາວກາກ້າ ໄດ້ລະບຸຍາວ ເຊິ່ງແປເປັນພາສາລາວວ່າ “ຂ້ອຍມີຫຼາຍຢ່າງທີ່ຢາກຈະເວົ້າກ່ຽວກັບປະເດັນນີ້ ແຕ່ກໍຢ້ານວ່າຈະໄປສ້າງຄວາມໂກດແຄ້ນຫຼາຍຂຶ້ນ ຂ້ອຍບໍ່ຢາກເພີ່ມຄວາມຮຸນແຮງ ແຕ່ຢາກຊ່ວຍຫາທາງອອກ ຂ້ອຍເຈັບແຄ້ນກັບການເສຍຊີວິດຂອງ ຈອສ ຟລອຍ ຄືກັນກັບທີ່ເກີດຂຶ້ນກັບຄົນຜິວສີອີກຫຼາຍຄົນໃນຊ່ວງ 100 ກວ່າປີທີ່ຜ່ານມາ ເຊິ່ງສິ່ງນີ້ເກີດຂຶ້ນມາຍ້ອນການຢຽດຫຍາມສີຜິວແບບ Systemic Racism ແລະ ລະບົບຄໍຣັບຊັ່ນ ທີ່ສະໜັບສະໜູນໃຫ້ເກີດຂຶ້ນ” “ສຽງຂອງກຸ່ມຄົນຜິວສີຖືກປົກປິດມາດົນຫຼາຍ ເຊິ່ງຄວາມມິດນີ້ກໍມີຜົນລັບທີ່ຮ້າຍແຮງສະເໝີ ແລະ ເຖິງວ່າພວກເຂົາຈະປະທ້ວງຈັກເທື່ອ ພວກເຂົາກໍຍັງບໍ່ໄດ້ຮັບການສະໜັບສະໜູນຈາກຜູ້ນໍາເທົ່າທີ່ຄວນ …

Read More »

ຕ້ອນຮັບວັນເດັກນ້ອຍສາກົນ 1 ມີຖຸນາ!! ພາສ່ອງ… ຄວາມສົດໄສໃນໄວລະອ່ອນຂອງຄົນບັນເທີງລາວ ແຕ່ລະຄົນມາໄກຂະໜາດໃດ???

ສະບາຍດີວັນເດັກນ້ອຍສາກົນ 1 ມີຖຸນາ 2020 ສາວໆໂພສຮູບລໍາລຶກຄວາມຫຼັງໃນໄວເດັກກັນແລ້ວບໍ່?? ຖ້າຍັງກໍເອົາມາໂຊໃນຄອມເມັ້ນໃຫ້ເບິ່ງກັນແດ່ເດີ້… ແຕ່ກ່ອນທີ່ຈະເອົາຮູບໄວເດັກມາອວດກັນ ແອັດກໍມີຮູບພາບໃນໄວເດັກຂອງບັນດາຄົນບັນເທີງລາວມາໃຫ້ເບິ່ງກ່ອນ ຈະມີໃຜແດ່ ແລະ ແຕ່ລະຄົນຈະປ່ຽນໄປຂະໜາດໃດເຮົາມາເບິ່ງນໍາກັນເລີຍ… ເລີ່ມຕົ້ນດ້ວຍ ຄຣິສຕີນ່າ ລາດສະສິມມາ ເມື່ອ 10 ປີກ່ອນ… ໜ້າງາມຕັ້ງແຕ່ນ້ອຍ… ຕ້ອງຍົກໃຫ້ນາງ ປັດຈຸບັນໜ້າເປະ ຫຸ່ນເປະ ປັງແຮງງງ ຕໍ່ດ້ວຍສາວງາມໃຈບຸນ ທີ່ຫຼາກຫຼາຍຄວາມສາມາດຄື: ໝໍແນ່ງ ຈັນດາລີ ສິດພະໄຊ… ງາມ-ສົດໄສ ສົມໄວ… ແລ້ວປັດຈຸບັນຊິບໍ່ໃຫ້ງາມ ໃຫ້ເປະໄດ້ແນວໃດ??? ເບິ່ງແວບແລກຫຼາຍຄົນອາດຈະບໍ່ຮູ້ວ່ານີ້ຄື ສາວນຸ້ຍ ສຸພາພອນ ນາງເອກສາວທີ່ກໍາລັງມາແຮງທັງລາວ-ໄທ ຢູ່ຕອນນີ້… ຍອມແລ້ວ… ປັດຈຸບັນຫັນຕົວເອງມາເປັນນັກສະແດງ ແລະ ເປັນນາງເອກທີ່ຕີບົດແຕກທຸກບົດ!! ປັງແຮງເດີ້ ມີໃຜເຄີຍເຫັນແດ່ ແມ່ໄກ່ ນາງພະຍາແຫ່ງວົງການບັນເທີງລາວເຮົາເອງ ຮູບເມື່ອ 10 ກວ່າປີກ່ອນ. ແລະ ຕອນນີ້ ບໍ່ເວົ້າຫຍັງຫຼາຍ… …

Read More »

ເຕືອນເປັນອຸທານຫອນ ສໍາລັບຄົນທີ່ມັກຫຼິ້ນຫວຍ Online… ລູກມືແຈ້ງຈັບແມ່ຫວຍ Online ຕົ້ມຕຸ໋ນເງິນຫຼາຍກວ່າ 1.5 ຕື້ກີບ!!!

ໃນວັນທີ 28 ພຶດສະພາ 2020 ນີ້ ພັທ ສອນເພັດ ວິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວ່າ: ພາຍຫຼັງໄດ້ຮັບຄໍາຮ້ອງຟ້ອງຈາກປະຊາຊົນຈໍານວນໜຶ່ງ ເລື່ອງການສໍ້ໂກງຊັບຂອງພົນລະເມືອງ ຈາກນັ້ນ ເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ກວດກາ ແລະ ເກັບກໍາຂໍ້ມູນຫຼັກຖານ ເຊິ່ງເຫັນວ່າຄົບອົງປະກອບໃນການດຳເນີນຄະດີ ຈຶ່ງໄດ້ກັກຕົວນາງ ລັດສະນິພອນ ຫຼື ເຈີ້ນ, ອາຍຸ 30 ປີ, ອາຊີບຄ້າຂາຍ ຢູ່ບ້ານ ໂພນຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມາດໍາເນີນການສືບສວນ. ນາງ ລັດສະນີພອນ ໄດ້ໃຫ້ການຍອມຮັບສາລະພາບວ່າ: ໄດ້ສໍ້ໂກງຊັບຂອງພົນລະເມືອງແທ້ ໂດຍໄດ້ເລີ່ມໂຄສະນາໂພດການຫຼິ້ນຫວຍທາງອອນລາຍລົງເຟດບຸກມາແຕ່ຕົ້ນເດືອນ ພະຈິກ 2019; ເຊິ່ງຂໍ້ຄວາມທີ່ໂພດລົງນັ້ນແມ່ນໄດ້ບອກກ່ຽວກັບການເຂົ້າຫຼິ້ນຫວຍ ແລະ ໃຫ້ດອກເບ້ຍສູງເພື່ອ ດຶງດູດຈິດໃຈຄົນມາຫຼີ້ນ ນັບແຕ່ 25 ລ້ານກີບ, 50 ລ້ານກີບ ແລະ …

Read More »

ຢາກໃຫ້ອ່ານ!! ເຕັກນິກບໍລິຫານເວລາແບບງ່າຍໆ ເພື່ອຈັດລະບຽບໃນການເຮັດວຽກໃຫ້ງ່າຍຂຶ້ນ…

ປະສິດທິພາບຂອງການບໍລິຫານເວລາໃນແຕ່ລະອົງກອນນັ້ນ ຖືວ່າເປັນເລື່ອງສຳຄັນທີ່ສຸດ ທີ່ຈະສາມາດຕັດສິນຄວາມສຳເລັດຂອງທຸລະກິດໄດ້… ຖ້າໃຜທີ່ຍັງສັບສົນຢາກໃຫ້ລອງມາອ່ານ ວິທີບໍລິຫານເວລາງ່າຍໆ ເພື່ອໃຫ້ຊີວິດການເຮັດວຽກງ່າຍຂຶ້ນ!! ເລືອກເປົ້າໝາຍທີ່ສຳຄັນທີ່ສຸດໃນອາທິດ: ຖ້າມີເວລາຈຳກັດກໍຄວນເລືອກເປົ້າໝາຍທີ່ມີຄວາມສຳຄັນ ແລະ ເປົ້າໝາຍນັ້ນຕ້ອງເກີດປະໂຫຍດ ຫຼາຍທີ່ສຸດກ່ອນ ແລ້ວຈຶ່ງໃຊ້ເວລາໃນສ່ວນທີ່ເຫຼືອເອົາໄປຈັດການກັບວຽກອື່ນໆຕາມລຳດັບຕໍ່ໄປ. ໃຊ້ເວລາໃຫ້ເປັນປະໂຫຍດ: ທຳອິດທີ່ຕ້ອງເຮັດໃນຕອນເຊົ້າຄື ກວດເບິ່ງຂໍ້ຄວາມຂາເຂົ້າ-ຂາອອກແບບຜ່ານໆ ແລະເບິ່ງສະເພາະລາຍຊື່ກັບຫົວຂໍ້ທີ່ສຳຄັນ ພ້ອມທັງຈັດການກັບວຽກສ່ວນນັ້ນໃຫ້ຮຽບຮ້ອຍເປັນອັນດັບທຳອິດ. ຫຼີກລ້ຽງການນັດພົບ: ຖ້າວ່າບໍ່ມີປະເດັນທີ່ຕ້ອງຊອກ ຫຼືສໍາຄັນຫຼາຍ ການປະຕິເສດນັດພົບກໍອາດຈະຊ່ວຍໃຫ້ເຮົາມີເວລາໃນການເຮັດວຽກທີ່ສຳຄັນຫຼາຍກວ່າ. ຮູ້ຂີດຈຳກັດຂອງຕົນເອງ: ການກຳນົດໄລຍະເວລາໃນການເຮັດວຽກ ແຍກອອກຈາກເວລາພັກຜ່ອນແບບຊັດເຈນ ຈຶ່ງເປັນສິ່ງສຳຄັນຫຼາຍ ເພື່ອໃຫ້ສາມາດເຮັດວຽກເຕັມທີ່ໄດ້ໃນເວລາເຮັດວຽກ ແລະ ໄດ້ພັກຜ່ອນເຕັມທີ່ເພື່ອຟື້ນຟູພະລັງງານຂຶ້ນອີກ. ບົດຄວາມ: ຂວັນໃຈ

Read More »

ຍອມແລ້ວແມ່!! ກາບໃນຄວາມງາມຂອງແມ່ລູກສາວຜິວສີແທນ… ຕັດຄໍາວ່າ ຕ້ອງຈ່ອຍຈຶ່ງຫຸ່ນດີ-ຕ້ອງຜິວຂາວຈຶ່ງງາມ ໄປໄດ້ເລີຍ!!

ສາວໆໃນແຖບອາຊີອາດຈະລື້ງເຄີຍກັບລົດສະນິຍົມທີ່ວ່າ ຮູບຮ່າງຕ້ອງຈ່ອຍຈຶ່ງເອີ້ນຫຸ່ນດີ ຜິວຕ້ອງຂາວຈຶ່ງງາມ ແລະອື່ນໆ ຈົນເຮັດໃຫ້ເທຣນສາວຜິວຂາວມາແຮງມາໂດຍຕະຫຼອດ ແລະ ໜັກໄປກວ່ານັ້ນຄື ເຮັດໃຫ້ຫຼາຍຄົນເບິ່ງຄົນທີ່ມີຜິວດໍາ-ແທນ ແລະ ຮູບຮ່າງຕຸ້ຍເປັນຄົນບໍ່ງາມ ຖືກເວົ້າໃສ່ຕ່າງໆນາ ຈົນເຮັດໃຫ້ພວກນາງຂາດຄວາມໝັ້ນໃຈ ບໍ່ກ້າເຮັດໃນຫຼາຍໆຢ່າງທີ່ເຂົາມັກ ຍ້ອນສັງຄົມທີ່ແບ່ງແຍກເຂົາເຈົ້າ!! ສາວໆໃຜທີ່ກໍາລັງພົບກັບບັນຫາ ຄິດວ່າຕົວເອງບໍ່ງາມ ຍ້ອນຕົວເອງຜິວດໍາ ຫຼືບໍ່ງາມຍ້ອນຕົວເອງບໍ່ຄືຄົນອື່ນທີ່ສັງຄົມເບິ່ງວ່າງາມ ຢາກໃຫ້ມາເບິ່ງສາວຜິວສີແທນກັບການຖ່າຍແບບສຸດໝັ້ນໃຈນີ້… ມີໃຜກ້າຖຽງບໍ່ ວ່ານາງບໍ່ງາມ ຫຼືຖ້າໃຜທີ່ບອກວ່ານາງບໍ່ງາມນັ້ນກໍເປັນຍ້ອນສະນິຍົມຂອງເຂົາເຈົ້າເອງ ສາວໆເອີຍແອັດຂໍຝາກເອົາໄວ້ວ່າ ຢຸດຍຶດຕິດກັບຄວາມຕ້ອງການຂອງສັງຄົມໄດ້ແລ້ວ ລຸກຂຶ້ນມາເປັນຕົວຂອງຕົວເອງຊະ ເພາະແອັດເຊື່ອສະເໝີວ່າ ແມ່ຍິງທຸກຄົນມີຄວາມງາມຢູ່ໃນຕົວ ຕ່າງແຕ່ໃຜຈະງາມແບບໃດນັ້ນເຈົ້າຕົວຈະເປັນຄົນເລືອກເອງ… #ກອດດດດ ບົດຄວາມ: ຂວັນໃຈ ຮູບພາບຈາກ: ຊຸບຊິບບັນເທີງ

Read More »