Breaking News

Kuanjai Life Stlye

ຊົມເຊີຍ!!! ASEAN ໃຫ້ຄວາມສໍາຄັນ ຍົກລະດັບ ສົ່ງເສີມປົກ​ປ້ອງ​ສິດທິເດັກນ້ອຍຜູ້​ດ້ອຍ​ໂອກາດໃນ ສປປ ລາວ…

ຊົມເຊີຍ!!! ASEAN ໃຫ້ຄວາມສໍາຄັນ ຍົກລະດັບ ສົ່ງເສີມປົກ​ປ້ອງ​ສິດທິເດັກນ້ອຍຜູ້​ດ້ອຍ​ໂອກາດ… ກອງ​ປະຊຸມ​ປຶກສາ​ຫາລື ລະຫວ່າງ ລັດຖະບານ ​ແລະ ​ອົງການຈັດ​ຕັ້ງ​ບໍ່​ສັງກັດ​ລັດຖະບານ ໃນ​ວຽກ​ງານ​ສະ​ຫວັດ​ດີ​ການ​ສັງ​ຄົມ ແລະ ການ​ພັດ​ທະ​ນາ ອາ​ຊຽນ ຄັ້ງ​ທີ 14 (14th ASEAN GO-NGO) ພາຍ​ໃຕ້​ຫົວ​ຂໍ້​ສ້າງ​ຄວາມ​ເຂັ້ມ​ແຂງ​ວຽກ​ງານ​ປົກ​ປ້ອງ​ທາງ​ສັງຄົມ​ສຳ​ລັບ​ເດັກ​ດ້ອຍ​​ໂອກາດ​ໃນ​ອາ​ຊຽນ ຈັດ​ຂຶ້ນ​ໃນ​ວັນ​ທີ 18 ພະຈິກ 2019, ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ວົງ​ຄຳ ພັນທາ​ນຸວົງ ຮອງ​ຫົວໜ້າ​ກົມ​ສັງຄົມ​ສົງ​ເຄາະ, ກະຊວງ​ແຮງ​ງານ ​ແລະ​ສະຫວັດດີ​ການ​ສັງຄົມ ທັງ​ເປັນຕາ​ງໜ້າ​ເຈົ້າໜ້າທີ່ອາວຸ​ໂສ​ຝ່າຍ​ລາວ ​ແລະ​ທ່ານ​ນາງ ນິນ​ປະ​ເສີດ ​ໄຊ​ຍະ​ພອນ​ສີ ຫົວໜ້າ​ກົມ​ພັດທະນາ​ແມ່ຍິງ​ລາວ ສູນ​ກາງສະຫະພັນ​ແມ່ຍິງ​ລາວ ຕາງໜ້າ​ອົງ​ການຈັດຕັ້ງ​ທີ່​ບໍ່​ສັງກັດ​ລັດຖະບານ, ພ້ອມ​ດ້ວຍ​ບັນດາ​ຜູ້ຕາງໜ້າ​ຈາກ​ພາກລັດ ​ແລະ​ອົງການ​ຈັດ​ຕັ້ງ​ທີ່​ບໍ່​ສັງກັດ​ລັດຖະບານ​ເຂົ້າຮ່ວມ. ທ່ານ ວົງ​ຄຳ ພັນ​ທາ​ນຸວົງ ກ່າວ​ວ່າ: ​ເພື່ອ​ເປັນ​ການ​ກະກຽມ​ເນື້ອ​ໃນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ເຈົ້າໜ້າ​ທີ່​ອາວຸ​ໂສສ້າງ​ຄວາມ​ເຂັ້ມ​ແຂງ​ວຽກ​ງານ​ປົກ​ປ້ອງ​ທາງ​ສັງຄົມ​ສຳ​ລັບ​ເດັກ​ດ້ອຍ​​ໂອກາດ​ໃນ​ອາ​ຊຽນ ກໍ​ຄື ​ກອງ​ປະ​ຊຸມ​ລັດ ຖະມົນຕີ​ສະຫວັດດີ​ການ​ສັງຄົມ ​ແລະ​ການ​ພັດທະນາ​ອາ​ຊຽນ ຄັ້ງ​ທີ 10 …

Read More »

ແມ່ຍິງລາວເກັ່ງບໍ່ແພ້ຊາດໃດໃນໂລກ!!! ຊົມເຊີຍສາວນ້ອຍຄົນເກັ່ງ ນ້ອງປານີພອນ ຕົວແທນເດັກນ້ອຍຈາກທົ່ວໂລກ ໃນກອງປະຊຸມລະດັບໂລກ ທີ່ນິວຢອກ…

ແມ່ຍິງລາວເກັ່ງບໍ່ແພ້ຊາດໃດໃນໂລກ!!! ຊົມເຊີຍສາວນ້ອຍຄົນເກັ່ງ ນ້ອງປານີພອນ ຕົວແທນເດັກນ້ອຍຈາກທົ່ວໂລກ ໃນກອງປະຊຸມລະດັບໂລກ ທີ່ນິວຢອກ… ເຫັນພາບແລ້ວພາກພູມໃຈຫຼາຍ ສໍາລັບ  ພາບຂອງສາວນ້ອຍ ນ້ອງ ປານີພອນ ວົງມາລາ ອາຍຸ 15 ປີ ນັກຮຽນຈາກ ໂຮງຮຽນ ມັດທະຍົມສົມບູນ ວຽງຈັນ ເປັນຕົວແທນເດັກນ້ອຍ ຈາກ ສປປ ລາວ ແລະ ເປັນຕົວແທນເດັກນ້ອຍຈາກທົ່ວໂລກ ຂຶ້ນນຳສະເໜີກ່ຽວກັບ ການສຶກສາ-ສິ່ງແວດລ້ອມ ແລະ ເປັນຜູ້ນຳທີມ ໃນການນຳສະເໜີ ໃນກອງປະຊຸມຂັ້ນສູງ Lao Generation 2030 ໃນກອງປະຊຸມໃຫຍ່ ໃນວັນເດັກໂລກ ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນິວຢອກ ສະຫະລັດອາເມລິກາ ໃນວັນທີ 20 ພະຈິກ ທີ່ຜ່ານມາ. ໂດຍ ນາງ ປານີພອນ ກ່າວວ່າ: ກ່ອນທີ່ຈະໄປເຂົ້າຮ່ວມກອງປະຊຸມຄັ້ງສຳຄັນນີ້ ຕ້ອງກຽມຕົວສົມຄວນທັງໃນເລື່ອງຂໍ້ມູນ, ຄວາມຮູ້ ແລະ …

Read More »

ເໝາະສົມແລ້ວ!!! ລູກນໍ້າ ທິລາລັດ ກັບສາຍາໃໝ່ “ດາລາໃຈບຸນ” ຫຼັງລະດົມເງິນທຶນສ້າງໂຮງຮຽນໃຫ້ເດັກນ້ອຍເຂດຫ່າງໄກ…

ທັງງາມ ແລະ ໃຈບຸນ! ລູກນໍ້າ ທິລາລັດ ກັບສາຍາໃໝ່ “ດາລາໃຈບຸນ” ຫຼັງລະດົມເງິນທຶນສ້າງໂຮງຮຽນໃຫ້ເດັກນ້ອຍເຂດຫ່າງໄກ… ມີຂ່າວຄາວມາໃຫ້ອັບເດດບໍ່ເຄີຍຂາດສໍາລັບ ຊຸບເປີສະຕາລະດັບແຖວໜ້າຂອງລາວ ລູກນໍ້າ ທິດາລັດ ວົງສິລິ ທີ່ປັດຈຸບັນໄດ້ຮັບສາຍາໃໝ່ໄປເປັນທີ່ຮຽບຮ້ອຍ ນັ້ນກໍຄື “ດາລາໃຈບຸນ” ນັ້ນກໍເນື່ອງຈາກວ່າ ສາວລູກນໍ້າ ໄດ້ໂພສລົງເພຈ ເຟສບຸກສ່ວນຕົວ Louknum Thidalat Vongsili ວ່າເຈົ້າຕົວນັ້ນຕ້ອງການຄວາມຊ່ວຍເຫຼືອຈາກສັງຄົມ ແຕ່ບໍ່ແມ່ນເພື່ອໃຫ້ມາຊ່ວຍເຫຼືອຕົນເອງແຕ່ຢ່າງໃດ ແຕ່ເປັນການຮຽກຮ້ອງໃຫ້ສັງຄົມຮ່ວມກັນຄົນລະໄມ້ລະມື ເພື່ອລະດົມທືນສ້າງໂຮງຮຽນຫຼັງໃໝ່ໃຫ້ກັບເດັກນ້ອຍທີ່ຢູ່ເຂດຫ່າງໄກສອກຫຼີກ (ບ້ານ ໂພນຂາມ ເມືອງປາກງື່ມ ແຂວງວຽງຈັນ) ເຊິ່ງງານນີ້ສາວລູກນໍ້າກໍໄດ້ລົງພື້ນທີ່ໄດ້ເບິ່ງດ້ວຍຕົນເອງ ພ້ອມທັງໄດ້ເກັບກໍາລາຍລະອຽດທັງໝົດໄດ້ແລ້ວກ່ຽວກັບຄ່າໃຊ້ຈ່າຍ ແລະ ແຜນຜັງໂຮງຮຽນຫຼັງໃໝ່ຂອງນ້ອງໆ ແຕ່ເນື່ອງຈາກປັດຈຸບັນທຶນໃນການສ້າງໂຮງຮຽນຍັງບໍ່ພໍຈຶ່ງຮຽກຮ້ອງມາຍັງສັງຄົມເພື່ອໃຫ້ຊ່ວຍເຫຼືອໃນຈຸດນີ້… ຫຼັງຈາກໂພສດັ່ງກ່າວຖືກເຜີຍແຜ່ອອກມາກໍມີຊາວເນັດ ແລະ ແຟນຄຣັບຂອງ ສາວລູກນໍ້າ ເຂົ້າໄປໄລ້ນ໌, ແຊຣ ແລະ ຄອມເມັ້ນເປັນຈໍານວນຫຼວງຫຼາຍ ເຊິ່ງຄອມເມັ້ນສ່ວນຫຼາຍກໍຈະເປັນການຍົກຍ້ອງຊື່ນຊົມໃນຄວາມໃຈບຸນ ທີ່ຢາກຊ່ວຍເຫຼືອນ້ອງໆຂອງສາວລູກນໍ້າ ຈົນປັດຈຸບັນ ລູກນໍ້າ ໄດ້ສາຍາໃໝ່ຄືຶ ດາລາໃຈບຸນ ໄປເປັນທີ່ຮຽບຮ້ອຍແລ້ວ!!! ນອກຈາກການຊ່ວຍເຫຼືອນ້ອງໆໃນຄັ້ງນີ້ແລ້ວ ຜ່ານມາບໍ່ວ່າຈະເປັນໂຄງການຊ່ວຍເຫຼືອສັງຄົມໃດໆ ລູກນໍ້າກໍບໍ່ພາດທີ່ຈະເຂົ້າໄປຊ່ວຍເຫຼືອ …

Read More »

ເຊຍລາວ!!! ຮ່ວມສົ່ງກໍາລັງໃຈໃຫ້ ປຸກກີ່ ຕົວແທນນັກກິລາປັນສີລັກທີມຊາດລາວ ໃນຊີເກມ ຄັ້ງທີ 30 (ປະເທດ ຟີລິບປິນ)

ເຊຍລາວ!!! ຮ່ວມສົ່ງກໍາລັງໃຈໃຫ້ ປຸກກີ່ ຕົວແທນນັກກິລາປັນສີລັກທີມຊາດລາວ ໃນຊີເກມ ຄັ້ງທີ 30 (ປະເທດ ຟີລິບປິນ) ໄລຍະນີ້ຖືເປັນໄລຍະສໍາຄັນຂອງນັກກິລາລະດັບຊາດຂອງບັນດາປະເທດໃນອາຊຽນ ເພື່ອກະກຽມໃນການລົງຊິງຂັນໃນ ມະຫາກໍາກິລາຊີເກມ ຄັ້ງທີ່ 30 ທີ່ຈະຈັດຂຶ້ນໃນວັນທີ 30 ພະຈິກ ຫາ 12 ທັນວາ 2019 ໂດຍເຈົ້າພາບ ປະເທດ ຟີລິບປິນ… ສະນັ້ນ ມື້ນີ້ແອັດມີ້ນກໍເລີຍຈະມາຊວນແຟນໆ ຂວັນໃຈ ແລະ ແຟນຄຣັບນັກກິລາມາຮ່ວມສົ່ງກໍາລັງໃຈໄປເຖິງນັກກິລາທີມຊາດທຸກໆຄົນ. ແລະ ຢາກຈະມາແນະນໍາໃຫ້ຮູ້ຈັກກັບ ນັກກິລາສາວປັນຈັກສີລັດ ສາວງາມຄົນນີ້ ນັ້ນກໍຄື ນ້ອງ ປຸກກີ່ ສະເຫຼີມບຸນຕາ ທີ່ເປັນຕົວແທນນັກກິລາໄປຮ່ວມແຂ່ງຂັນໃນງານ ມະຫາກໍາກິລາຊີເກມໃນຄັ້ງນີ້ ໃນປະເພດຟ້ອນດ່ຽວຍິງ ຫຼືລາຍການ tuggal ເຊິ່ງມີຄວາມໝັ້ນໃຈຢ່າງເຕັມຮ້ອຍເປີເຊັນ ຫຼັງໄດ້ຝຶກຊ້ອມໜັກໃນໄລຍະ 1 ເດືອນເຕັມກັບຄູຝຶກທີ່ປະສົບການລະດັບຂັ້ນສູງ ທີ່ສສ ຫວຽດນາມ ພ້ອມຈະນໍາເອົາທ່າຟ້ອນ 100 ທ່າ …

Read More »

ຄັ້ງທໍາອິດ! “ເລີ ປາແດກ” ກັບກິດຈະກໍາສົ່ງເສີມໃຫ້ຄົນລາວສະໜັບສະໜູນຜະລິດຕະພັນ ແລະ ສີໄມ້ລາຍມືຂອງຄົນລາວເຮົາ!!!

ຄັ້ງທໍາອິດ! “ເລີ ປາແດກ” ກັບກິດຈະກໍາສົ່ງເສີມໃຫ້ຄົນລາວສະໜັບສະໜູນຜະລິດຕະພັນ ແລະ ສີໄມ້ລາຍມືຂອງຄົນລາວເຮົາ!!! ຮ້ານອາຫານ ເລີປາ ແດກ ຮ່ວມກັບບັນດານັກອອກແບບລາວ ໄດ້ຈັດງານຕະຫຼາດນັດ ສືບສານ ແລະ ສົ່ງເສີມຜະລິດຕະພັນ, ສິລະປະງານສີມື , ຄວາມຄິດສ້າງສັນ ໂດຍຄົນລາວ ເປັນຄັ້ງທຳອິດ ” HANDICRAFT MARKET” ໃນວັນເສົາ-ອາທິດ ວັນທີ 16 – 17 ພະຈິກ 2019 ທີ່ຜ່ານມາ. ທັງນີ້, ເພື່ອເປັນການຮັກສາວັດທະນະທຳ-ຮີດຄອງປະເພນີລາວ, ສົ່ງເສີມການນຳໃຊ້ສິນຄ້າຂອງຄົນລາວເອງ ແລະ ເຮັດໃຫ້ເປັນທີ່ຮູ້ຈັກຂອງຄົນລາວ ແລະ ຕ່າງປະເທດຢ່າງກວ້າງຂວາງຂຶ້ນຕື່ມ. ພາຍໃນງານ ແມ່ນສຳຜັດໄດ້ເຖິງບັນຍາກາດຄວາມເປັນລາວແບບຍຸກສະໄໝໃຫມ່, ໄດ້ມີຫ້າງຮ້ານຫຼາຍກວ່າ 23 ແບຣນຂອງຄົນລາວເຂົ້າຮ່ວມວາງສະແດງ ບໍ່ວ່າຈະເປັນ ຜ້າໃໝລາວ, ເຄື່ອງປະດັບ, ເຄື່ອງນຸ່ງຖື, ເຄື່ອງໃຊ້ຂອງສ້ອຍ, ອາຫານ, ເຄື່ອງດື່ມ ແລະ ອື່ນໆ. ເຊິ່ງປີນີ້, …

Read More »