Breaking News

Kuanjai Life Stlye

ຮູ້ເອົາໄວ້ເລີຍວ່າ ເປັນແມ່ຍິງຢ່າຢຸດເຮັດວຽກ ຢ່າຢຸດຫາເງິນເອງ

ແຕ່ກ່ອນ ເຮົາຈະເຫັນໄດ້ວ່າການມີຄອບຄົວນັ້ນ ຜູ້ຊາຍຈະຕ້ອງເປັນຄົນເບິ່ງແຍງຄອບຄົວ ເຮັດໜ້າທີ່ເປັນຜູ້ນໍາຄອບຄົວ ເຮັດວຽກ – ຫາເງິນເພື່ອນໍາເອົາມາໃຊ້ຈ່າຍພາຍໃນຄອບຄົວ ເພາະຄິດວ່າຜູ້ຊາຍເກັ່ງກວ່າ ສ່ວນແມ່ຍິງນັ້ນກໍລ້ຽງລູກ – ເຮັດວຽກຢູ່ເຮືອນ ແຕ່ໃນປັດຈຸບັນນີ້ຫຼາຍໆຢ່າງໄດ້ປ່ຽນແປງໄປແລ້ວ ການທີ່ເກີດມາເປັນແມ່ຍິງບໍ່ແມ່ນວ່າຈະເຮັດວຽກບໍ່ໄດ້ ບໍ່ແມ່ນວ່າຈະສະຫຼາດໜ້ອຍກວ່າຜູ້ຊາຍ ແມ່ຍິງສະໄໝນີ້ຫຼາຍໆຄົນຍັງເຮັດວຽກເກັ່ງກວ່າຜູ້ຊາຍ ທັງວຽກນອກບ້ານ ແລະ ວຽກໃນພາຍໃນບ້ານ ແມ່ຍິງບໍ່ວ່າຈະໂສດ ຫຼືຈະມີແຟນແລ້ວກໍຕາມ ຈື່ເອົາໄວ້ເລີຍວ່າຢ່າຢຸດເຮັດວຽກ ຢ່າຢຸດຫາເງິນເອງ ເພາະບໍ່ມີຜູ້ຊາຍຄົນໃດທີ່ຈະມັກຜູ້ຍິງທີ່ບໍ່ເຮັດວຽກ ນັ່ງໆ ນອນໆ ໄປແຕ່ລະມື້ ໂດຍບໍ່ເຮັດຫຍັງເລີຍ ບໍ່ວ່າເຈົ້າຈະໂສດ, ​ມີແຟນ ຫຼືແຕ່ງງານແລ້ວ ບໍ່ວ່າແຟນຂອງເຮົາຈະສາມາດເບິ່ງແຍງເຮົາໄດ້ ຫຼືສະໜັບສະໜູນເຮົາໄດ້ດີພຽງໃດກໍຕາມ ສິ່ງທີ່ສໍາຄັນທີ່ສຸດນັ້ນຄື ຢ່າຢຸດຫາເງິນເອງ ແມ່ຍິງທີ່ຫາເງິນເອງໄດ້ ເປັນຄົນທີ່ມີກຽດ ແລະ ສັງຄົມຄົນອ້ອມຂ້າງຈະຍອມຮັບ. ການທີ່ເຮົາເປັນແມ່ຍິງທີ່ບໍ່ຕ້ອງເພິ່ງພາຄົນອື່ນນັ້ນມັນເທ່ຫຼາຍ, ຄລູກວ່າ, ດູດີກວ່າ, ສະບາຍໃຈກວ່າ ສິ່ງໃດທັງໝົດ ການທີ່ເຮົາໃຊ້ເງິນທີ່ເຮົາຫາມາດ້ວຍຕົນເອງເຮົາຈະຈ່າຍເທົ່າໃດກໍໄດ້ ແລະ ຊື້ຫຍັງກໍໄດ້ໂດຍບໍ່ຕ້ອງມານັ່ງຄິດກັງວົນຫຍັງເລີຍ ແລະ ການທີ່ມີຊີວິດຢູ່ດ້ວຍການໃຊ້ຈ່າຍເງິນຂອງຄົນອື່ນນັ້ນ  ຈະເຮັດໃຫ້ເຮົາເຄົາລົບຕົນເອງໜ້ອຍລົງ ດົນໆໄປເຮົາກໍຈະບໍ່ຮູ້ເຖິງຄວາມພູມໃຈຂອງເຮົາ …

Read More »

ກຳນົດທິດທາງໃນການເຮັດວຽກ ເພື່ອຄວາມສຳເລັດຂອງທ່ານ

ໃນໂລກຂອງການເຮັດວຽກ ເຮົາຄວນຕັ້ງເປົ້າໝາຍ ກຳນົດທິດທາງໃນການເຮັດວຽກ ເພື່ອໃຫ້ໄປເຖິງຈຸດໝາຍໄດ້ໃນເວລາທີ່ກຳນົດ ຜູ້ທີ່ປະສົບຄວາມສຳເລັດໃນການເຮັດວຽກນັ້ນ ມີວິທີການປະຕິບັດຕົວດັ່ງຕໍ່ໄປນີ້: ທ່ານຈະເຮັດວຽກໄດ້ດີຄື ຕ້ອງມ່ວນຊື່ນໄປກັບວຽກທີ່ເຮັດ ເມື່ອທ່ານເຮັດວຽກດ້ວຍຄວາມມ່ວນຊື່ນ ທ່ານຈະມີແຮງຂັບເຄື່ອນ ໃນຄວາມພະຍາຍາມ. ຕ້ອງໃສ່ຄວາມຈິງຈັງມຸ່ງໝັ້ນສູ່ຄວາມສຳເລັດລົງໄປດ້ວຍຄວາມພາກພຽນພະຍາຍາມ ຈະນຳພາທ່ານໄປພົບກັບຄວາມສຳເລັດໃນທີ່ສຸດ. ຄວາມເຊື່ອໝັ້ນໃນຕົນເອງຕ້ອງມີຢູ່ສະເໝີ ເພາະນັ້ນຈະເຮັດໃຫ້ທ່ານກ້າຄິດກ້າທຳ ແລະ ກ້າຮັບຜິດຊອບ ເຊິ່ງຈະເຮັດໃຫ້ທ່ານໄດປຽບກວ່າຄົນອື່ນໆ. ມີຄວາມຄິດສ້າງສັນ ປະດິດ ຫຼື ສ້າງນະວັດຕະກຳໃໝ່ໆຂຶ້ນ ຖ້າທ່ານເປັນນັກຄິດຮັບຮອງໄດ້ວ່າຈະສຳເລັດ. ການປັບຕົວໄດ້ໄວວາ ເພາະຄົນຈາກຫຼາກຫຼາຍສັງຄົມມາຢູ່ລວມກັນໃນສັງຄົມໃໝ່. ເປັນຄົນທີ່ຄິດບວກ ແລະ ສະແດງທ່າທີໃນທາງບວກ ບໍ່ຫຍໍ້ທໍ້ຕໍ່ອຸປະສັກ ມີມະນຸດສຳພັນດີ ເປັນທີ່ຮັກ ແລະ ຊື່ນຊົມຂອງຄົນອ້ອມຂ້າງ. ມີລະບຽບວິໄນເຊັ່ນ: ຕ້ອງມາເຮັດວຽກໃຫ້ກົງເວລາ, ສົ່ງວຽກກົງເວລາ, ປະຕິບັດຕາມກົດບໍລິສັດຢ່າງເຄັ່ງຄັດ. ມີຄວາມຊື່ສັດ ແລະ ຊ່ວຍເຫຼືອຜູ້ອື່ນໃຫ້ປະສົບຄວາມສຳເລັດ ຄົນດີມີນ້ຳໃຈ ຢູ່ໃສກະມີແຕ່ຄົນຮັກເອັນດູ ແລະ ຄອຍສະໜັບສະໜູນ. ກ້າຫານທີ່ຈະສ່ຽງ ແນ່ນອນວ່າບໍ່ມີວຽກໃດຈະລຽບງ່າຍໄປໝົດທຸກວຽກ ເມື່ອພົບພໍ້ກັບອຸປະສັກ ທ່ານຕ້ອງກ້າພໍທີ່ຈະສ່ຽງ. ທ່ານຄວນພັດທະນາການຕໍ່ການສື່ສານກັບຜູ້ອື່ນຢູ່ສະເໝີ ເພື່ອໃຫ້ທ່ານສາມາດຖ່າຍທອດແນວຄິດຕ່າງໆເຂົ້າເຖິງທຸກຄົນໄດ້ຢ່າງຖືກຕ້ອງ.

Read More »

ການທີ່ເຮັດວຽກຫຼາຍກວ່າຄົນອື່ນ ບໍ່ໄດ້ໝາຍຄວາມວ່າ ເຮັດວຽກໄດ້ຢ່າງມີປະສິດທິພາບ… ມາເບິ່ງວິທີເພີ່ມປະສິດທິພາບໃນການເຮັດວຽກ!!!

ເຄີຍສັງເກດບໍ່ວ່າ ເຖິງວ່າຄົນເຮົາທຸກຄົນມີເວລາ 24 ຊົ່ວໂມງເທົ່າກັນ ແຕ່ໝາກຜົນທີ່ແຕ່ລະຄົນບັນລຸໄດ້ກໍບໍ່ໄດ້ເທົ່າກັນໝົດທຸກຄົນ. ໜຶ່ງໃນຕົວປ່ຽນສຳຄັນ ທີ່ເຮັດໃຫ້ຄວາມສຳເລັດຂອງແຕ່ລະຄົນແຕກຕ່າງກັນແມ່ນ ປະສິດທິພາບໃນການເຮັດວຽກ ຂຶ້ນກັບວ່າແຕ່ລະຄົນຈະສາມາດບໍລິຫານຈັດການເວລາທີ່ມີຢູ່ ໃຫ້ເກີດປະໂຫຍດສູງສຸດ ໄດ້ດີພຽງໃດ. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຂໍນຳເອົາບາງເຕັກນິກການເພີ່ມປະສິດທິພາບໃນການເຮັດວຽກມາແບ່ງປັນນຳທ່ານຜູ້ອ່ານ ນັ້ນກໍຄື ການຈັດລຳດັບຄວາມສຳຄັນ ແລະ ການແບ່ງວຽກ. ການຈັດລຳດັບຄວາມສຳຄັນ: ວິທີການຈັດລຳດັບຄວາມສຳຄັນຂອງວຽກນັ້ນມີຫຼາຍແບບ ແຕ່ແບບຈຳລອງ (Model) ທີ່ນິຍົມໃຊ້ຄື Eisenhower Matrix ຊຶ່ງເປັນການແບ່ງວຽກອອກເປັນ 4 ກຸ່ມ ຕາມລຳດັບ ຄວາມສຳ ຄັນ ແລະ ຄວາມຮີບດ່ວນຂອງວຽກ ດັ່ງພາບ: ການເລີ່ມເຮັດວຽກໃນມື້ນີ້ເລີຍ (Do It Today): ເປັນວຽກທີ່ສຳຄັນ ແລະ ຮີບດ່ວນ ທີ່ທ່ານຈຳເປັນຕ້ອງ ເຮັດໃຫ້ແລ້ວທັນທີ ເຊັ່ນ ການເຮັດລາຍງານສົ່ງມອບພາສີອາກອນໃນມື້ຮອດກຳນົດສົ່ງ, ການຮັບມືກັບລູກຄ້າຄົນສຳຄັນທີ່ກຳລັງບໍ່ພໍໃຈຢ່າງແຮງ, ການນຳສະເໜີຜະລິດຕະພັນໃຫ້ແກ່ລູກຄ້າສຳຄັນ, ການເຮັດວຽກ ທີ່ໄດ້ຮັບມອບໝາຍຈາກຫົວໜ້າໃຫ້ສຳເລັດພາຍໃນມື້ ເປັນຕົ້ນ. ການວາງແຜນຈັດຕາຕາລາງເວລາເຮັດວຽກ …

Read More »

Lifestyle ຂອງຜູ້ຍິງເກັ່ງ ທີ່ເຮັດໃຫ້ຕົນເອງເດັ່ນກວ່າຄົນອື່ນ…

ລອງສັງເກດຕົນເອງ  ແລະ  ຜູ້ຍິງທີ່ເກັ່ງ ຫຼາຍໆຄົນຢູ່ໃນບ່ອນເຮັດວຽກ ບາງຄົນກໍເຮຮາລ່າເລິງ  ບາງຄົນມີບຸກຄະລິກ ແບບຜູ້ນໍາ ໃນຂະນະທີ່ບາງຄົນອາດຈະນິ່ງ ເຊິ່ງເບື້ອງຫຼັງບຸກຄະລິກ ຂອງສາວໆ ເຫຼົ່ານີ້ ມີບາງສິ່ງທີ່ຄ້າຍຄືກັນນັ້ນກໍຄື Life Style ທີ່ສະແດງໃຫ້ເຫັນວ່າ ມີຄວາມ Cool ນ່າຫຼົງໄຫຼໃນສາຍຕາຂອງຫຼາຍໆຄົນ ລອງມາເບິ່ງແນວທາງການໃຊ້ຊີວິດຂອງຜູ້ຍິງທີ່ເກັ່ງ  ເຈົ້າອາດຈະຢາກລອງເອົາໄປໃຊ້ຕາມ!!! ເຮັດວຽກໜັກ ລາຍຈ່າຍຫຼາຍ ບໍ່ມີຫຍັງມາຢຸດພວກນາງໄດ້ ທັງວຽກຫຼັກ ແລະ ວຽກຮອງ ຜູ້ຍິງທີ່ເກັ່ງທັງຫຼາຍ ຈະຈິງຈັງກັບເລື່ອງວຽກ  ເຮັດຈົນກວ່າຈະສໍາເລັດ ແລະ ຫຼາຍເທື່ອທີ່ເຮັດຈະໄດ້ດີກວ່າຄົນອື່ນ ໃນຂະນະດຽວກັນພວກນາງກໍມີເລື່ອງທີ່ເຮັດແບບຫຼີ້ນໆທີ່ຢາກເຮັດເກັ່ງຄືກັນ! ເວົ້າໄດ້ວ່າຈິງຈັງໄປເກືອບທຸກເລື່ອງ ຮຽນຮູ້ສິ່ງໃໝ່ຕະຫຼອດເວລາ ຜູ້ຍິງປະເພດນີ້ ຈະເຕີມເຕັມຊີວິດຕົນເອງຕະຫຼອດເວລາ ຊອກຫາຮຽນຮູ້ສິ່ງໃໝ່ໆ ບໍ່ມີຄໍາວ່າ  “ນໍ້າເຕັມແກ້ວ” ສໍາຫຼັບ ສາວໆເຫຼົ່ານີ້ ຮຽນຮູ້ຢູ່ຕະຫຼອດເວລາ ຈະເຮັດໃຫ້ມີຄວາມກະຕືລືລົ້ນກັບຊີວິດ ແຖມຍັງໄດ້ຄົ້ນພົບມຸມມອງໃໝ່ໆ ທີ່ຈະຊ່ວຍພັດທະນາຂຶ້ນໄປອີກຂັ້ນໃນທຸກໆມື້ ບໍ່ເສີຍເວລາລໍຖ້າໃນສິ່ງທີີ່ບໍ່ເປັນໄປຕາມນັດໝາຍ ເຈົ້າຈະຖ້າເຮັດຫຍັງ ເວລາທີ່ເສຍໄປ ເອົາໄປເຮັດສິ່ງອື່ນດີກວ່າ ເພາະໃນຊີວິດຂອງຜູ້ຍິງແບບເຮົາ …

Read More »

ວິທີຊ່ວຍໃຫ້ໄວໜຸ່ມທ້ອນເງິນ…

ການທ້ອນເງິນສຳລັບໄວໜຸ່ມ ສ່ວນຫຼາຍແລ້ວເປັນເລື່ອງທີ່ບໍ່ງ່າຍປານໃດ ໃນການມີເງິນສະສົມໄວ້ ຫຼື ມີ ກໍອາດຈະມີໜ້ອຍວາລະສານຂວັນໃຈ ສະບັບນີ້ ຂໍແນະນຳວິທີງ່າຍໆ ໃຫ້ກັບໄວໜຸ່ມຫຼາຍທ່ານລອງປະຕິບັດເພື່ອທ້ອນເງິນດັ່ງນີ້: ເປີດບັນຊີທະນາຄານໃຫ້ເໝາະສົມ; ວິທີນີ້ຊ່ວຍໃຫ້ນ້ອງໆທີ່ມາຈາກຕ່າງແຂວງທີ່ເຂົ້າມາຮຽນໃນນະຄອນຫຼວງ ຫຼື ໄປຮຽນຢູ່ບ່ອນອື່ນທີ່ບໍ່ແມ່ນບ້ານເກີດຂອງຕົນເອງ. ເຮັດບັນຊີລາຍຮັບ-ລາຍຈ່າຍ; ບໍ່ວ່າຈະເປັນຄ່າປຶ້ມ, ຄ່າສະບູ່, ຢາຖູແຂ້ວ ຈະຊື້ຫຍັງ ກໍຄວນຈົດບັນທຶກໄວ້ ແລະ ເຮົາຈະຮູ້ວ່າເຮົາໃຊ້ຈ່າຍໝົດໜ້ອຍຫລາຍປານໃດ. ຢູ່ຫ່າງຈາກໝູ່ເພື່ອນທີ່ໃຊ້ຈ່າຍເງິນຟູມເຟືອຍ; ວິທີນີ້ບໍ່ໄດ້ໝາຍຄວາມວ່າ ບໍ່ໃຫ້ມີໝູ່ເພື່ອນ ຫຼື ປະຕິເສດສັງຄົມແຕ່ປະການໃດ ແຕ່ຢາກໃຫ້ເລືອກກຸ່ມພົບປະສັງສັນ ເພາະຖ້າຢູ່ໃນກຸ່ມທີ່ໃຊ້ເງິນແບບບໍ່ຄິດ ພໍຮອດຕອນແລງຕ້ອງໄປສັງຄົມສ້າງສັນກິນນັ້ນກິນນີ້ທຸກມື້ ເງິນເດືອນທີ່ໄດ້ມາເທົ່າໃດກໍຄົງບໍ່ພໍ. ເລືອກໃຊ້ມືຖືໃຫ້ເໝາະສົມ; ຄ່າໃຊ້ຈ່າຍທີ່ຫຼາຍທີ່ສຸດຂອງໄວໜຸ່ມກໍຄືຄ່າໂທລະສັບມືຖື ໄວໜຸ່ມຫຼາຍຄົນຖື ຄະຕິທີ່ວ່າ “ ບໍ່ມີກິນບໍ່ວ່າ ຂໍມີເງິນຈ່າຍຄ່າໂທລະສັບມືຖືກໍພໍ ” ຮູ້ຈັກໃຊ້ໃຫ້ເໝາະສົມຈຶ່ງເປັນການດີ. ປະຢັດເງິນເປັນລາຍເດືອນ; ເຮົາຈະຕ້ອງແບ່ງ ເງິນເປັນສ່ວນໆ 5, 10, 15 ຫຼື 20% ຈາກເງິນເດືອນທີ່ໄດ້ມາ ແລ້ວແຕ່ຄວາມສາມາດຂອງແຕ່ລະຄົນ ເຂົ້າບັນຊີຝາກປະຈຳໄວ້ເລີຍ ແລະ ສິ່ງສຳຄັນຕ້ອງເຮັດທຸກເດືອນ ຄົບປີເຮົາຈະພູມອົກພູມໃຈກັບຍອດເງິນທີ່ເພິ່ມຂຶ້ນ ເຖິງຈະແບ່ງຝາກບໍ່ຫຼາຍກໍຢ່ານ້ອຍໃຈ ຢ່າງໜ້ອຍເຮົາກໍມີເງິນທ້ອນໄວ້ໃນຍາມສຸກເສີນ.

Read More »