Breaking News

Kuanjai Life Stlye

ສຸດຍອດຫຼາຍ!!! ສປປ ລາວ ຕິດ TOP 20 ປະເທດທີ່ພັດທະນາການທ່ອງທ່ຽວໄວທີ່ສຸດໃນໂລກ…

ໜັງສືພິມ ນິວຢອກໂພສ (New York Post) ລາຍງານກ່ຽວກັບ ອົງການທ່ອງທ່ຽວໂລກ (United National World Tourism Organization, UNWTO) ວ່າຫຼ້າສຸດ ໄດ້ມີປະກາດລາຍຊື່ 20 ປະເທດ ພັດທະນາ ການທ່ອງທ່ຽວໄວທີ່ສຸດ ໃນໂລກ ປະຈໍາປີ 2019 ໂດຍໃນນັ້ນ ສປປ ລາວ ເຮົາແມ່ນຕິດອັນດັບທີ 16 ຂອງ Top 20 ປະເທດທີ່ມີລາຍຊື່.​.. ອີງຕາມການລາຍງານທາງສະຖິຕິ ຂອງ UNWTO ໃນປີ 2019 ມີນັກທ່ອງທ່ຽວ ເດີນທາງໄປຕ່າງປະເທດ ລວມທັງໝົດ 1.5 ຕື້ ຖ້ຽວ, ໂດຍເພີ່ມ ຂຶ້ນ 4% ເມື່ອທຽບໃສ່ ສະຖິຕິ ການເດີນທາງ ໃນປີ 2018. …

Read More »

ການສ້າງຄວາມສຸກ!!! ໃນການເຮັດວຽກ…

ຄວາມສຸກ ເປັນສິ່ງທຸກຄົນປາຖະໜາ ບໍ່ວ່າຈະເປັນໃນແງ່ມຸມຂອງຊີວິດສ່ວນຕົວ ຄອບຄົວ ຫຼືການເຮັດວຽກ ຄົນທີ່ມີຄວາມສຸກ ຄືຄົນທີ່ມີທັດສະນະຄະຕິທີ່ດີ ຄິດບວກ ຢູ່ສະເໝີ  ເຊິ່ງໂດຍທົ່ວໄປແລ້ວຄົນໄປເຮັດວຽກໃຊ້ເວລາບໍ່ຕໍ່າກວ່າໜື່ງສ່ວນສາມຂອງແຕ່ລະມື້ ໃຊ້ຊີວິດ ຢູ່ບ່ອນເຮັດວຽກ ແລະ ປຽບສະເໝືອນບ້ານຫຼັງທີ່ສອງ ດັ່ງນັ້ນ, ຖ້າບ່ອນເຮັດວຽກນ່າຢູ່ ຄົນທີ່ເຮັດວຽກກໍຢາກໄປເຮັດວຽກ ແລະ ຢາກສະແດງຜົນງານໃຫ້ດີທຸກມື້ ສະນັ້ນ, ຈະເຫັນໄດ້ວ່າບ່ອນເຮັດວຽກມີບົດບາດສໍາຄັນຕໍ່ຄວາມສຸກຂອງບຸກຄົນຫຼາຍ ຖ້າບ່ອນເຮັດວຽກນ່າຢູ່ ຄົນກໍຈະແຂງແຮງ ແລະ ມີຄວາມສຸກ ພະນັກງານກໍຈະມີປະສິດທິຜົນໃນໄລຍະຍາວ ການສ້າງຄວາມສຸກໃນການເຮັດວຽກຈື່ງເປັນສິ່ງຈໍາເປັນຫຼາຍໃນການປະຕິບັດວຽກງານໃນອົງກອນ ເຮົາມາດສ້າງຄວາມສຸກໃນການເຮັດວຽກໄດ້ດ້ວຍວິທີນີ້: 1. ການແກ້ໄຂບັນຫາຢ່າງຖືກວິທີ:  ການເຮັດວຽກລ້ວນແຕ່ມີບັນຫາເປັນເລື່ອງທໍາມະດາ  ຢ່າແກ້ໄຂບັນຫາໂດຍການໃຊ້ອາລົມ ຈະເຮັດໃຫ້ເຮົາຄຽດຂຶ້ນ ທຸກບັນຫາລ້ວນແຕ່ມີທາງອອກ ຈົ່ງຫາຄົນຊ່ວຍ ເຝິກການຖາມ ແກ້ໄຂບັນຫາໄດ້ ກໍຈະສະບາຍໃຈ ຫາຍຄຽດ 2. ພັດທະນາທັກສະໃນການເຮັດວຽກ:  ບາງຄົນເຮັດວຽກບໍ່ຖະນັດ ວຽກທີ່ຍາກ ບໍ່ກົງກັບຄວາມສາມາດຂອງຕົນເອງ ຈົນເຮັດໃຫ້ວຽກອອກມາບໍ່ດີ ໝົດກຳລັງໃຈໃນການເຮັດວຽກ ການພັດທະນາຕົວເອງຈະປະສົບຜົນສໍາເລັດກັບວຽກຫຼາຍຂຶ້ນ  ໄດ້ຮັບການຍອມຮັບຈາກຫມູ່ຮ່ວມງານ ແລະ ຫົວໜ້າ …

Read More »

ເຮົາມາຮູ້ຈັກກັບ!! ຄວາມໝາຍທີ່ແທ້ຈິງຂອງຄໍາວ່າ “LGBT” ຫຼືຄວາມຫຼາກຫຼາຍທາງເພດ…

ສິດທິມະນຸດ ຄວາມເທົ່າທຽມ ການໃຫ້ຄວາມເຄົາລົບເຊິ່ງກັນ ແລະ ກັນ ຖືວ່າເປັນເລື່ອງສໍາຄັນໃນສັງຄົມຂອງເຮົາໃນປັດຈຸບັນ ທຸກຄົນຕ່າງກໍຊອກຫາຄວາມເທົ່າທຽມກັນໃນສັງຄົມຕະຫລອດເວລາ ບໍ່ວ່າຈະເປັນຄວາມເທົ່າທຽມທາງດ້ານ ການເງິນ, ສັງຄົມ ທີ່ຢູ່ອາໄສ ແຕ່ເຈົ້າຮູ້ ຫຼືບໍວ່າຍັງມີອີກກຸ່ມຄົນໜື່ງທີ່ຍັງລໍຖ້າໃຫ້ສັງຄົມຍອມຮັບ ເຄົາລົບ ແລະ ເຂົ້າໃຈໃນສິ່ງທີ່ເຂົາເຈົ້າເປັນ ນັ້ນກໍຄື ກຸ່ມຂອງ LGBT ຫຼື ກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ ມື້ນີ້ຂັວນໃຈ ຈຶ່ງຢາກໃຫ້ທຸກຄົນມາຮູ້ຈັກ ແລະ ເຂົ້າໃຈກັບຄົນກຸ່ມນີ້ຫຼາຍຂຶ້ນ… LGBT ເປັນບຸກຄົນທີ່ມີອະໄວຍະວະສືບພັນທັງສອງເພດ (Intersex); ຫຼືເອີ້ນເປັນຄໍາສັບລວມແມ່ນ: ກຸ່ມຄົນຫຼາກຫຼາຍທາງເພດ (LGBT) ເຊິ່ງມາຈາກຕົວອັກສອນຂອງຄໍາຕ່າງໆດັ່ງນີ້: L – ຫຍໍ້ມາຈາກຄໍາວ່າ (Lesbian) : ຄືຄວາມຮັກຂອງເພດຍິງທີ່ມີໃຫ້ກັບເພດຍິງຢ່າງດຽວ ຫຼືໃນອີກແງ່ມຸມໜື່ງຄື ເພດຍິງທີ່ຮັກເພດດຽວກັນ  (ຍິງຮັກຍິງ) G – ຫຍໍ້ມາຈາກຄໍາວ່າ (Gay): ຄືຄວາມຮັກຂອງເພດຊາຍທີ່ມີໃຫ້ກັນນັ້ນເອງ  (ຊາຍຮັກຊາຍ) B – ຫຍໍ້ມາຈາກຄໍາວ່າ  (Bisexual):  ແມ່ນຄວາມຮັກລະຫວ່າງເພດຍິງ ຫຼືເພດຊາຍ ທີ່ໃຫ້ກັບເພດດຽວກັນ …

Read More »

10 ປະເທດ! ທີ່ນ່າທ່ອງທ່ຽວທີ່ສຸດໃນປີ 2020….ໃຜມີແຜນຈະໄປທ່ຽວປະເທດໃດແດ່ແລ້ວ?

ໃນປີ 2020 ນີ້ ບໍ່ຮູ້ວ່າມີໃຜໄດ້ວາງແຜນໄປທ່ຽວ ພັກຜ່ອນຢູ່ໃສແດ່  ມື້ນີ້ຂວັນໃຈຊິພາມາສ່ອງເບິ່ງ 10 ປະເທດທີ່ນ່າທ່ອງທ່ຽວ ທີ່ດີທີ່ສຸດໃນໂລກ ທີ່ຈັດໂດຍ  Lonely Planet Website ທ່ອງທ່ຽວຊື່ດັງຂອງໂລກ!!!  ເຮົານໍາມາເບິ່ງກັນເລີຍວ່າ 10 ແຫຼ່ງນັ້ນມີຫຍັງແດ່ ຮັບຮອງວ່າການທ່ອງທ່ຽວໃນປີນີ້ເຈົ້າຕ້ອງໄດ້ປະສົບການໃຫມ່ຢ່າງແນ່ນອນ 1. ປະເທດບູຖານ (Bhutan) ບູຖານເປັນປະເທດທີ່ນ້ອຍຢູ່ໃກ້ບໍລິເວນເຂົາຫິມະໄລ ທີ່ມີລະບົບຈໍາກັດຈໍານວນນັກທ່ອງທ່ຽວຢ່າງເຂັ້ມງວດ ເພາະວ່າຢ້ານຈະສົ່ງຜົນກະທົບຕໍ່ສະພາບແວດລ້ອມຂອງປະເທດ ບໍ່ແມ່ນປະເທດທີ່ມາຈະໄປທ່ຽວເບິ່ງໄຟແສງສີ ຫຼືຄວາມສະນຸກຕື່ນເຕັ້ນທົ່ວໄປຄືກັບປະເທດອື່ນ ແຕ່ເປັນການທ່ອງທ່ຽວທີ່ຈະປ່ຽນປະສບການທາງຈິດວິນຍານຂອງເຮົາໄປຕະຫຼອດການ ມີວິຖີແບບຄົນຖືສາສະໜາພຸດ ລວມໄປເຖິງການເຄົາລົບຕໍ່ທໍາມະຊາດ ທາງປະເທດຍັງຕັ້ງເປົ້າໝາຍໄວ້ວ່າ ຈະເປັນປະເທດທໍ່ອິດທີ່ທຸກຢ່າງຈະຕ້ອງເປັນອໍແກນນິກພາຍໃນປີ 2020 2. ປະເທດອັງກິດ  England ເປັນອີກໜື່ງປະເທດທີ່ມີຄວາມປອດໄພສູງ ນັກທ່ອງທ່ຽວມັກພາກັນມາຍ່າງຫຼີ້ນຢູ່ແຄມແມ່ນໍ້າ ພ້ອມກັບຊອກຫາຮ້ານອາຫານແບບ fish and chips ນັ່ງຫຼີ້ນ ຕອນນີ້ເຂົາກຳລັງນິຍົມກັນຂັບລົດຫຼີ້ນຕາມແຄມທະເລ ເຊິ່ງໃນປີ 2020 ນີ້ກໍຈະມການເປີດເສັ້ນທາງໃຫມ່  England Coast Path ແລະ ເປັນເສັ້ນທາງຂອງການທ່ອງທ່ຽວໃຫມ່ຂອງປະເທດ ສໍາຫຼັບໃຜທີ່ມັກ Road …

Read More »

ເຫດຜົນທີ່ຄວນລາພັກວຽກ ເພື່ອໄປພັກຜ່ອນ!!!

ເມື່ອເຂົ້າສູ່ໄວເຮັດວຽກ ຄວາມຈໍາເປັນຫຼັກໆກໍຄື ຕ້ອງກໍຫາເງິນລ້ຽງຕົນເອງ ແລະ ຄອບຄົວ ທຸກມື້ນີ້ມີຫຼາຍໆຄົນທີ່ທຸ້ມເທກັບການເຮັດວຽກຫຼາຍເກີນໄປ ບາງຄົນເຮັດວຽກຈົນບໍ່ຫຼັບບໍ່ນອນ ກົດດັນກັບວຽກຈົນເຮັດໃຫ້ບໍ່ມີຄວາມສຸກໃນການເຮັດວຽກ ໃນຊ່ວງມື້ພັກວຽກທ້າຍອາທິດ ຫຼືມື້ພັກຍາວຂອງແຕ່ລະເດືອນຫຼາຍຄົນເລືອກທີ່ຈະນອນຢູ່ເຮືອນ ລອງປ່ຽນພຶດຕິກຳເຫຼົ່ານັ້ນ ແລ້ວອອກໄປທ່ອງທ່ຽວໃນສະຖານທີ່ແປກໃໝ່ ປ່ຽນບັນຍາກາດ ປ່ຽນບ່ອນນອນ ຫຼືໃຜທີ່ລາພັກກໍລອງໄປທ່ອງທ່ຽວຢູ່ຕ່າງປະເທດເບິ່ງ ຮັບຮອງວ່າເຈົ້າອາດຈະໄດ້ພົບກັບຂໍ້ດີຫຼາຍໆຢ່າງ ແລະ ມື້ນີ້ຂວັນໃຈຈະນໍາເອົາຄວາມຮູ້ມາໃຫ້ທຸກຄົນໄດ້ອ່ານວ່າ 7 ເຫດຜົນຂອງການທີ່ເຮົາຄວນລາພັກໄປທ່ອງທ່ຽວນັ້ນມີຂໍ້ດີຫຍັງແດ່ 1. ໄດ້ຜ່ອນຄາຍຈາກຄວາມກົດດັນໃນການເຮັດວຽກ ເຮົາຈະເຫັນໄດ້ວ່າການເຮັດວຽກເປັນສາເຫດຫຼັກທີ່ເຮັດໃຫ້ເຮົາມີຄວາມຄຽດໄດ້ສະເໝີ ແລະ ເມື່ອເກີດຄວາມຄຽດກໍຈະສົ່ງຜົນກະທົບຫຼາຍໆຢ່າງ ບາງຄົນກໍເຈັບຫົວ ເຈັບເສັ້ນ ບາງຄົນກໍຫງຸດຫງິດງ່າຍ ອາລົມເສີຍງ່າຍ ເຊິ່ງອາການເຫຼົ່ານີ້ລ້ວນແຕ່ເປັນສັນຍານເຕືອນໃຫ້ເຮົາຮູ້ວ່າ ເປັນອາການກົດດັນຈາກການເຮັດວຽກ ແລະ ອາດຈະເຮັດໃຫ້ການເຮັດວຽກນັ້ນປະສິດທິພາບຕໍ່າລົງ ສະນັ້ນ ໃຜທີ່ມີວັນລາພັກເຫຼືອ ຄວນປ່ອຍວາງຈາກເລື່ອງຄຽດໆທຸກຢ່າງແລ້ວອອກເດີນທາງໄປຫາປະສົບການໃຫມ່ໆໃຫ້ຊີວິດກັນດີບໍ 2. ຊ່ວຍພັດທະນາຄວາມຄິດ ການທີ່ໄດ້ອອກໄປທ່ຽວໃນສະຖານທີ່ຕ່າງໆເຮັດໃຫ້ເຮົາໄດ້ເປີດຫູເປີດຕາຫຼາຍຂຶ້ນ ໄດ້ເຫັນຫຼາຍໆຢ່າງທີ່ບໍ່ເຄີຍເຫັນ ໄດ້ເຝິກການສັງເກດສິ່ງທີ່ຢູ່ອ້ອມຕົວ ແລະ ໄດ້ຄວາມຄິດໃຫມ່ຈາກການເດີນທາງ ການທີ່ໄດ້ໄປທ່ອງທ່ຽວສະຖານທີ່ແປກໆທີ່ເຕັມໄປດ້ວຍສິ່ງໃຫມ່ໆນັ້ນຈະເຮັດໃຫ້ເຮົາເກີດມີແຮງບັນດານໃຈໃນການຄິດສ້າງສັນໄດ້ຫຼາຍກວ່າທີ່ເກົ່າໆ 3. ເຂົ້າໃຈ ແລະ ຍອມຮັບຄວາມແຕກຕ່າງຂອງຄົນອື່ນ ຄົນເຮົາທຸກຄົນເກີດມາແຕກຕ່າງກັນ ບໍ່ວ່າຈະເປັນເພດ …

Read More »