Breaking News

Kuanjai Life Stlye

ແມ່ຍິງຍຸກໃຫມ່ພຽງແຕ່ Strong ແລະ ໝັ່ນໃຈກໍປະສົບຜົນສໍາເລັດໄດ້…

ສັງຄົມເຮົາໃນປັດຈຸບັນໃຫ້ຄວາມສໍາຄັນກັບ “ຄວາມສະເໝີພາບທາງເພດ” ເຮັດໃຫ້ແມ່ຍິງທົ່ວໂລກມີບົດບາດສໍາຄັນ ແລະ ມີຄວາມຮັບຜິດຊອບຫຼາຍຂຶ້ນໃນທຸກແວດວົງ ບໍ່ວ່າຈະເປັນທາງດ້ານການເມືອງ ວິຊາການ ທຸລະກິດ ຫຼືວິທະຍາສາດ ແມ່ຍິງກໍມີອິດທິພົນຫຼາຍຂຶ້ນ. ທຸກຄົນເຄີຍ ສົງໄສບໍວ່າ “ແມ່ຍິງ” ຄວນມີບຸກຄະລິກແບບໃດຈື່ງຈະກ້າວໄປສູ່ຄວາມສໍາເລັດໄດ້? ມື້ນີ້ຂວັນໃຈມີສິ່ງດີໆມີແນະນໍາວ່າ ແມ່ຍິງທີ່ຈະປະສົບຄວາມສໍາເລັດໄດ້ຄວນເປັນແນວໃດ… 1. ແມ່ຍິງທີ່ພັດທະນາຄວາມສາມາດຂອງຕົນເອງຢູ່ຕະຫລອດເວລາ ຢູ່ໃນໂລກທີ່ເຕັມໄປດ້ວຍການແຂ່ງຂັນໃນປັດຈຸບັນ ແມ່ຍິງບໍ່ສາມາດປ່ອຍເວລາໃຫ້ສູນເສີຍອີກຕໍ່ໄປ ບໍ່ແມ່ນວ່າທຸກຄົນເກີດມາພ້ອມກັບຄວາມສາໍເລັດ ການທີ່ຈະປະສົບຜົນສໍາເລັດໄດ້ນັ້ນຕ້ອງອາໄສເວລາ ແລະ ຄວາມມຸ່ງໝັ່ນ ແມ່ຍິງທີ່ຈະປະສົບຜົນສໍາເລັດຕ້ອງມີຄວາມພ້ອມທັງຮ່າງກາບຍ ແລະ ຈິດໃຈ ໃນການພັດທະນາທັກສະ ແລະ ຄວາມສາມາດຂອງຕົນເອງໃຫ້ມີປະສິດທິພາບຫຼາຍຂຶ້ນ ເພື່ອໃຫ້ໝັ່ນໃຈໄດ້ວ່າ ທັກສະທີ່ມີນັ້ນເປັນສິ່ງຈໍາເປັນ ແລະ ບໍ່ສາມາດທົດແທນໄດ້ 2. ແມ່ຍິງທີ່ສາມາດບໍລິຫານຈັດການເລື່ອງການເງິນໄດ້ເປັນຢ່າງດີ ໃຜແດ່ທີ່ຈະບໍ່ມັກແມ່ຍິງສະຫຼາດ? ແມ່ນຍິງທີ່ປະສົບຜົນສໍາເລັດສ່ວນໃຫຍ່ນັ້ນມີຄວາມສາມາດໃນການບໍລິຫານຈັດການເລື່ອງການເງິນໄດ້ເປັນຢ່າງດີ ແລະ ແມ່ຍິງເຫຼົ່ານັ້ນ ກໍຈະສາມາດຄວບຄຸມ ບໍລິຫານຈັດການຊີວິດໄດ້ 3. ແມ່ຍິງທີ່ມີຄວາມໝັ່ນໃຈ ບໍ່ຍອມແພ້ ການມີຄວາມໝັ່ນໃຈ ແລະ ຄວາມພະຍາຍາມເປັນຄຸນລັກສະນະທີ່ສໍາຄັນສໍາລັບແມ່ຍິງທີ່ປະສົບຜົນສໍາເລັດ ທຸກມື້ນີ້ມີແມ່ຍິງບາງຄົນທີ່ປະເມີນຄ່າຕໍ່າເກີນໄປໃນຫຼາຍໆດ້ານ ໂດຍສະເພາະແມ່ນເລື່ອງຂອງການເຮັດວຽກ …

Read More »

ຊົມເຊີຍ!! ນັກຮຽນລາວຄວ້າລາງວັນ 2 ຫຼຽນຄຳ 2 ຫຼຽນເງິນ ແລະ 2 ຫຼຽນທອງແດງ ຈາກການແຂ່ງຂັນສິ່ງປະດິດ 21 ປະເທດທົ່ວໂລກ…

ຂວັນໃຈ ຍັງເຊື່ອສະເໝີວ່າ ຄົນລາວເຮົາມີຄວາມສາມາດບໍ່ດ້ອຍໄປກວ່າປະເທດໃດໃນໂລກ ຂໍແຕ່ມີໂອກາດ ແລະ ບ່ອນສະແດງຝືມືເຮົາຈະໄດ້ເຫັນວ່າ ຄົນລາວເຮົາເຮັດໄດ້ ແລະ ເຮັດໄດ້ດີບໍ່ໄດ້ດ້ອຍໄປກວ່າຄົນຊາດໃດເລີຍ… ຄືດັ່ງຕົວຢ່າງທີ່ຈະມາຢັ້ງຢືນໃນມື້ນີ້ ກໍເປັນອີກສິ່ງກາລັນຕີອີກຢ່າງໜຶ່ງວ່າ ຄົນລາວເຮົາເກັ່ງສໍ່າໃດ!! ໂດຍເມື່ອວັນທີ 2 ຫາ 6 ກຸມພາ ປີ 2020. ໄດ້ມີກຸ່ມນັກຮຽນຈາກ ສປປ ລາວ ເຮົາເຂົ້າຮ່ວມແຂ່ງຂັນ Bangkok International, Intellectual, Property, Invention, Innovation, and Technology Exposition (IPITEX) ທີ່ປະເທດໄທ. ທີ່ຈັດໂດຍ the National Research Council of Thailand ຂອງປະເທດໄທ… ການແຂ່ງຂັນ ຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 1.200 ຄົນ (ມີ 514 ໂຄງການ …

Read More »

ຖ້າການໄປຮັກຄົນອື່ນເຮັດໃຫ້ທໍລະມານ ກໍຄວນຈະກັບມາຮັກຕົວເອງໄດ້ແລ້ວ…

ສາວໆເລື່ອງຂອງການອົກຫັກ, ຄວາມໝົດຫວັງ, ຄວາມຜິດພາດ ທຸກຄົນລ້ວນແລ້ວແຕ່ເຄີຍປະສົບພົບພໍ້ກັນມາໝົດ ເພາະຊີວິດຄົນເຮົາທຸກຄົນ ບໍ່ມີໃຜທີ່ຈະປະສົບກັບຄວາມສົມຫວັງໄດ້ 100% ແຕ່ເຮົາຈະສາມາດຮັບມືກັບສິ່ງເຫຼົ່ານັ້ນໄດ້ແບບໃດ ຖ້າສະໝອງຂອງເຮົາຍັງຈົດຈຳ ແຕ່ເລື່ອງທີ່ ເຂົາເຮັດໃຫ້ຈິດໃຈເຮົາມີແຕ່ຄວາມເຈັບປວດ. ເຖິງຢ່າງໃດກໍຕາມ, ເຮົາກໍຕ້ອງດຳເນີນຊີວິດຕໍ່ໄປໃຫ້ໄດ້ເພື່ອຄົນທີ່ຮັກເຮົາ ເຊັ່ນໝູ່ເພື່ອນ ແລະ ຄອບຄົວ ຈົ່ງໃຫ້ໂອກາດຕົວເອງ ປົດປ່ອຍເລື່ອງລາວ ແລະ ເລີ່ມຕົ້ນໃໝ່ອີກຄັ້ງ ໂດຍການອອກໄປທ່ອງທ່ຽວ ກັບຄອບຄົວ ແລະ ໝູ່ເພື່ອນ ເພື່ອຮຽນຮູ້ສິ່ງໃໝ່ໆ ເລືອກຫຼີ້ນກິດຈະກໍາ ທີ່ມີການເຄື່ອນໄຫວຕໍ່ຮ່າງກາຍ ເມື່ອໄດ້ມີໂອກາດອອກໄປທ່ອງທ່ຽວແລ້ວ ກໍຕ້ອງໄປບ່ອນທີ່ ບໍ່ເຄີຍໄປ ເພື່ອລອງໄປສໍາພັດຜູ້ຄົນທີ່ບໍ່ເຄີຍພົບມາກ່ອນ ເມື່ອຕ້ອງການລະບາຍ ກໍໄຫ້ອອກມາຫຼາຍເທົ່າທີ່ຈະຫຼາຍໄດ້ ເພາະການໄຫ້ອອກມານັ້ນ ສາມາດປົດປ່ອຍຄວາມທຸກໃຈອອກມາພ້ອມກັບນໍ້າຕາ ເພື່ອເຮັດໃຫ້ສະບາຍໃຈຂຶ້ນໄດ້ ໃນເວລາຕໍ່ໄປ ຫຼັງຈາກນັ້ນ, ກໍໃຫ້ອະໄພຕົນເອງ ທີ່ເຄີຍເສຍນໍ້າຕາ-ເສຍໃຈ ໃຫ້ກັບຄົນໆນັ້ນ ແລ້ວກັບມາຢູ່ກັບຕົວເອງ ເລືອກເຮັດວຽກທີ່ ເຮັດເພື່ອສັງຄົມດີກວ່າ ຫາກມີເວລາວາງກໍໃຫ້ນັ່ງສຳມາທິ ສູດມົນຂໍພອນ ພະລັງແຫ່ງສໍາມາທິ ຈະສາມາດຊ່ວຍໃຫ້ສະບາຍທັງກາຍ ແລະ ຈິດໃຈ …

Read More »

ໂອ່ຍຍຍ ເຫັນລະອິດສາຕາຮ້ອນ!! After Valentine… ມາເບິ່ງຄົນບັນເທີງລາວເຂົາໃຫ້ຫຍັງກັນເປັນຂອງຂວັນ ແລະ ແມ່ນໃຜໄດ້ຫຍັງແດ່???

Valentine ຜ່ານໄປ ແຕ່ຄວາມຮັກຍັງຄົງຢູ່ ໂດຍສະເພາະໜຸ່ມສາວຄົນບັນເທີງລາວທີ່ບໍ່ສະເພາະແຕ່ມື້ວັນທີ 14 ກຸມພາເທົ່ານັ້ນ ແຕ່ບາງຄົນກໍຍັງເຫັນໂພສວ່າຫາກໍໄດ້ຮັບຂອງຂວັນຍ້ອນຫຼັງ… ແຕ່ເຖິງຈະໄດ້ຊ້າ ຫຼືໄວ ສິ່ງຂອງທີ່ໄດ້ນັ້ນເຫັນແລ້ວຕ້ອງອິດສາຕາຮ້ອນຢ່າງແນ່ນອນ ບໍ່ວ່າຈະເປັນດອກໄມ້ຊໍ່ໃຫຍ່, ຊໍ່ເຄື່ອງສໍາອາງ, ຊໍ່ເງິນ… ແລະ ບາງຄົນກໍອາດຈະບໍ່ໄດ້ຊໍ່ໃຫຍ່ ແຕ່ບໍ່ຮູ້ເປັນຫຍັງເຫັນແລ້ວຕ້ອງຟີນ ຈິກໝອນ… ໂດຍສະເພາະຄູ່ຮັກຂ້າມປະເທດຄູ່ນີ້… ໜຸ່ມອ໊ອຟ-ສາວນູ່ນີ່ ຄູ່ຮັກໂຣແມນຕິກ ສາວມີ່ມີ່ ພູນຊັບ ແລະ ແຟນໜຸ່ມ ສາວນຸ້ຍ ສຸພາພອນ ກັບດອກໄມ້ຊໍ່ໃຫຍ່… ສາວມີ່ມີ່ ສຸທິດາ Miss Laos 2018 ເມ ເນລະມິດ Miss World Laos 2019 ໜຸ່ມຕຸ້ຍ ໂອເວີແດ້ນ  ສາວ ຄຣີສຕີນ່າ ກະມາ ສາວລູກນໍ້າ ກະບໍ່ນ້ອຍໜ້າ… ຊໍ່ໃຫຍ່ກວ່າໃຜ!! ຂອບໃຈຮູບພາບ

Read More »

ຊົມເຊີຍ! ສປປ ລາວ ໄດ້ຮັບລາງວັນຊະນະເລີດອັນດັບທີ 3 ປະເທດຍອດນິຍົມແຫ່ງການທ່ອງທ່ຽວ ປະຈຳປີ 2020…

ປະເທດລາວ ເປັນປະເທດໜື່ງທີ່ມີອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ເຊິ່ງເຕັມໄປດ້ວຍ ຕົ້ນໄມ້ ແມ່ນໍ້າ ສັດປ່ານາໆຊະນິດ ແລະ ປະເທດລາວຍັງມີສະຖານທີ່ແຫຼ່ງທ່ອງທ່ຽວຕ່າງໆທີ່ເປັນທັງປູຊະນີຍະສະຖານ ແລະ ອະລິຍະສະຖານ ທີ່ສວຍງາມ   ເປັນຈຸດທີ່ດຶງດູດຄົນທັງພາຍໃນ ແລະ ຕ່າງປະເທດເຂົ້າມາ ເມື່ອບໍ່ດົນຜ່ານມານີ້ ທ່ານ ພົງສະຫວັນ ສີສຸລາດ, ເອກອັກຄະລັດຖະທູດ ໄດ້ຕາງໜ້າ ສປປ ລາວ ເຂົ້າຮ່ວມງານປະກາດລາງວັນ  ວາລະສານການທ່ອງທ່ຽວ Wanderlust ຂອງປະເທດອັງກິດ ປະຈຳປີ 2020 (Wanderlust Reader Travel Award 2020). ຄັ້ງນີ້ ສປປ ລາວ ໄດ້ຮັບລາງວັນຊະນະເລີດອັນດັບທີ 3 ໂດຍໄດ້ຮັບຄະແນນສຽງ (96.25%) ປະເທດຍອດນິຍົມ ແຫ່ງການທ່ອງທ່ຽວຂອງໂລກ (Top Country) ຈາກຜົນການລົງຄະແນນສຽງຂອງຜູ້ອ່ານວາລະສານຜ່ານທາງອອນລາຍ 8,500 ກວ່າຄົນ. ສຳລັບຜົນການປະກາດລາງວັນອັນດັບທີ 1 ຂອງ …

Read More »