Breaking News

Kuanjai Life Stlye

ອ່ານ ແລະ ແຊຣ໌ໃຫ້ຄົນທີ່ເຮົາຮັກ!! ຄູ່ມືປ້ອງກັນ ພະຍາດໂຄວິດ-19 ຈາກຄະນະກໍາມະການສາທາລະນະສຸກ ແຂວງຢຸນນານ (ສະບັບພາສາລາວ)

ຖືວ່າເປັນຄວາມຮູ້ທີ່ດີຫຼາຍ ສໍາລັບຄູ່ມືປ້ອງກັນ ພະຍາດໂຄວິດ-19 ຈາກແຂວງ ຢຸນນານ ປະເທດຈີນ ທີ່ໄດ້ຖືກສົ່ງຕໍ່ມາຍັງ ສປປ ລາວ ພ້ອມທັງແປເປັນພາສາລາວໃຫ້ຄົນລາວໄດ້ອ່ານ ແລະ ປ້ອງກັນຕົວເອງຈາກພະຍາດດັ່ງກ່າວໄດ້… ຂວັນໃຈ ກໍຂໍເປັນສ່ວນໜຶ່ງໃນການສົ່ງຕໍ່ຄວາມຮູ້ດີໆນີ້ ໄປຍັງແຟນເພຈຂວັນໃຈເອງ ທີ່ມີທັງຄົນລາວ ແລະ ຕ່າງປະເທດ ຫວັງຢ່າງຍິ່ງທີ່ວ່າບົດດ້ານລຸ່ມນີ້ຈະເປັນປະໂຫຍດແກ່ຜູ້ອ່ານໝົດທຸກຄົນ!!! ຂອບໃຈຂໍ້ມູນຈາກ: Nalonglith Norasing

Read More »

ອັບເດດຕົວເລກຫຼ້າສຸດ! ສປປ ລາວ ມີຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ… (ມື້ນີ້ ວັນທີ 26 ມີນາ ເພີ່ມຂຶ້ນອີກ 3 ຄົນ)

ຈາກສະຖານະການລະບາດຂອງພະຍາດ Covid-19 ທີ່ຜ່ານມາ ປະເທດລາວເຮົາຍັງຄົງມີຍອດຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ຫຼ້າສຸດໃນຕອນບ່າຍຂອງວັນທີ 26 ມີນາ 2020 ຖະແຫຼງການຈາກ ກະຊວງສາທາລະນະສຸກ  ສ ປປ ລາວເຮົາມີຜູ້ຕິດເຊື້ອເພີ່ມຂຶ້ນ ອີກ 3 ກໍລະນີ ປັດຈຸບັນລວມມີ 6 ຄົນທີ່ຕິດເຊື້ອພະຍາດດັ່ງກ່າວ… ຈາກການກວດວິເຄາະ ຫາເຊື້ອ 33 ກໍລະນີ ແລະ ພົບວ່າຕິດເຊື້ອ 3 ກໍລະນີ : 2 ກໍລະນີ ແມ່ນມາຈາກ ແຂວງຫຼວງພະບາງ ແລະ ສໍາພັດໃຫກ້ຊິດ ກັບ ກໍລະນີຜູ້ນໍາທ່ຽວ ກໍລະນີທີ 1 ເພດຊາຍ ອາຍຸ 42 ປີ ຢູ່ບ້ານ ປ່ອງຄໍາ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປັນຄົນຂັບລົດໃຫ້ແກ່ ກຸ່ມທົວ ກໍລະນີທີ  2 …

Read More »

ຂໍຄວາມຮ່ວມມືນໍາທຸກຄົນ!! ປະຕິບັດຕາມຄໍາສັ່ງຂອງລັດຖະບານ ເອົາໃຈໃສ່ກັກຕົວ14 ວັນປ້ອງກັນ Covid-19 ໄດ້…

ການລະບາດຂອງເຊື້ຶອພະຍາດຈຸລາໂລກສາຍພັນໃໝ່ Covid-19 ຖືເປັນວິກິດລະດັບໂລກ ລວມທັງປະເທດລາວເຮົາເອງ ເພາະປັດຈຸບັນປະເທດລາວເຮົາແມ່ນພົບຜູ້ຕິດເຊື້ອແລ້ວ 3 ຄົນ ລວມທັງກໍລະກໍສົງໄສອີກ 100 ກວ່າກໍລະນີ. ແຕ່ທັງໝົດນີ້ກໍບໍ່ໜ້າເປັນຫ່ວງເທົ່າໃດເພາະ ທຸກຄົນຢູ່ໃນການດູແລຂອງເຈົ້າໜ້າທີ່ໝົດແລ້ວ ແລະ ທີ່ໜ້າເປັນຫ່ວງກໍຄືບັນດາແຮງງານທີ່ໄປເຮັດວຽກຢູ່ບັນດາປະເທດສ່ຽງ ແລ້ວຫາກໍເດີນທາງເຂົ້າມາບ້ານເກີດເມື່ອ 3-4 ມື້ທີ່ຜ່ານມາ ເຊິ່ງຖືວ່າເປັນຈໍານວນຫຼາຍພໍສົມຄວນ… ຈາກເຫດການນີ້ກໍໄດ້ສ້າງຄວາມຢ້ານກົວໃຫ້ກັບປະຊາຊົນຄົນລາວຢູ່ບໍ່ໜ້ອຍ ເພາະບໍ່ມີໃຜຮູ້ໄດ້ວ່າ ການເດີນທາງມາຂອງຜູ້ຄົນຈໍານວນຫຼາຍນັ້ນປອດໄພຂະໜາດໃດ? ແຕ່ທາງພາກສ່ວນລັດຖະບານກໍໄດ້ອອກມາດຕະການເດັດຂາດວ່າ ໃຫ້ທຸກຄົນທີ່ຫາກໍເດີນທາງມາຈາກປະເທດສ່ຽງກັກຕົວເອງ 14 ວັນ ເມື່ອແນ່ໃຈວ່າບໍ່ຕິດເຊື້ອແລ້ວ ຈຶ່ງກັບອອກມາສູ່ສັງຄົມ ແຕ່ເຖິງຢ່າງໃດກໍຕາມກໍຍັງກຸ່ມຄົນຈໍານວນໜຶ່ງທີ່ບໍ່ປະຕິບັດຕາມຄໍາສັ່ງຂອງລັດຖະບານ ແລະ ຖືຍັງຖືເບົາຕໍ່ກັບການປ້ອງກັນເຊື້ອພະຍາດດັ່ງກ່າວ… ມື້ນີ້ ຂວັນໃຈກໍມີບົດຄວາມດີໆມາໃຫ້ທຸກຄົນໄດ້ອ່ານ ເຖິງຄວາມປອດໄພຂອງທຸກຄົນຈາກ Covid-19 ບົດຄວາມໂດຍຜູ້ທີ່ເຄີຍກັກໂຕເອງ 14 ວັນມາແລ້ວ… #ເອົາໃຈໃສ່ກັກຕົວ14ວັນປ້ອງກັນໂຄວິດ-19ໄດ້ 1. ກ່ອນອື່ນຂໍໃຫ້ເຂົ້າໃຈວ່າຈຸດປະສົງຂອງການຂຽນໃນມື້ນີ້ ບໍ່ແມ່ນການຊໍ້າເຕີ່ມ ຫລື ຕ້ອງການກະທົບທ່ານໃດ ຫາກແຕ່ຕ້ອງການລະດົມ ໃຫ້ຜູ້ຢູ່ໃນສະພາບສ່ຽງຕໍ່ການຕິດເຊື້ອພະຍາດປອດອັກເສບໂຄວິດ-19 ໄດ້ໃຫ້ຄວາມຮ່ວມມືກັບລັດ ໃນການກັກຕົວຕິດຕາມຕົນເອງ-ຈຳກັດບໍລິເວນໂຕເອງ14 ວັນ ເພື່ອຕິດຕາມອາການຂອງຕົນເອງ. 2. …

Read More »

ຈີນແຕກຕື່ນອີກຄັ້ງ!!! ເມື່ອຊາຍໜຸ່ມເສຍຊີວິດຄາທີ່ອາການຄ້າຍຕິດເຊື້ອ Covid-19 ແຕ່ກວດພົບວ່າຕິດເຊື້ອ “ໄວຣັສຮັນທາ”

ເມື່ອວັນທີ 25 ມີນາ (ມື້ວານນີ້) เดลีเมล์ ລາຍງານວ່າ ເກີດກະແສຄວາມຄວາມແຕກຕື່ນໃນເຄືອຂ່າຍສັງຄົມ Online ປະເທດຈີນອີກຄັ້ງ ເມື່ອເກີດເຫດພົບຜູ້ໂດຍສານເທິງລົດຂົນສົ່ງມວນຊົນເສຍຊີວິດຄາທີ່ ໃນຂະນະທີ່ກໍາລັງເດີນທາງໄປເຮັດວຽກທີ່ ມົນທົນຊານຕົງ ພາກຕາເວັນອອກຂອງ ຈີນ ເຊິ່ງມີອາການຄ້າຍຄືກັບ ຜູ້ຕິດເຊື້ອ ໂຄວິດ-19. ຜົນຈາກການຊັນນະສູດສົບພົບວ່າ ຜູ້ເສຍຊີວິດບໍ່ໄດ້ຕິດເຊື້ອ ໂຄວິດ-19 ແຕ່ພົບເຊື້ອໄວຣັສ ຮັນທາ ແຕ່ມີອາການຄ້າຍຄືກັບ ໄວຣັສໂຄໂຣນ່າປີ 2019 ແຕ່ມີຄວາມຮຸນແຮງຫຼາຍກວ່າ… ຈາກເຫດການດັ່ງກ່າວ ກໍໄດ້ສ້າງຄວາມແຕກຕື່ນໄປທົ່ວໂລກ Online ຈີນ ແລະ #hantavirus ໄດ້ມີຜູ້ຄົນໃຫ້ຄວາມສົນໃຈເປັນຈໍານວນຫຼວງຫຼາຍ; ແຕ່ຈາກການຢືນຢັນຂອງຜູ້ຊ່ຽວຊານວ່າ ໄວຣັສຮັນທາ ບໍ່ແມ່ນໄວຣັສຊະນິດໃໝ່ ແຕ່ເປັນໄວຣັສທີ່ມີ ໂຕໜູ ເປັນພາຫະນະນໍາເຊື້ອ ແລະ ມີໂອກາດຕິດຕໍ່ສູ່ມະນຸດຕໍ່າຫຼາຍ ແຕ່ມີອັດຕາການເສຍຊີວິດສູງຖ້າຕິດເຊື້ອ ເຖິງ 100 ລະ 38. ແພດຍິງ ສຸໄມຍາ ໄຊຄ໌ ຜູ້ຊ່ຽວຊານຈາກ …

Read More »

ຕັ້ງສະຕິແລ້ວອ່ານໃຫ້ຈົບ!! ຜູ້ຕິດເຊື້ອ Covid-19 ເລົ່າເຖິງວິທີການປິ່ນປົວ ພ້ອມແນະນໍາ “ຢ່າແຕກຕື່ນຈົນສ້າງຄວາມເດືອດຮ້ອນໃຫ້ຄົນອື່ນ ພຽງແຕ່ດູແລຕົວເອງ ເປັນໄດ້ກະເຊົາໄດ້”

ໃນຕອນບ່າຍຂອງວັນທີ 24 ມີນາ 2020 (ມື້ວານນີ້) ທາງກະຊວງສາທາລະນະສຸກ ໄດ້ອອກມາຖະແຫຼງຂ່າວຢ່າງເປັນທາງການແລ້ວວ່າ ພົບຜູ້ຕິດເຊື້ອ Covid-19 2 ຄົນທໍາອິດໃນ ສປປ.ລາວ ເຊິ່ງໄດ້ສ້າງຄວາມກັງວົນ ແລະ ແຕກຕື່ນໃຫ້ກັບປະຊາຊົນລາວເປັນຈໍານວນຫຼວງຫຼາຍ ເພາະບໍ່ຮູ້ວ່າຕ້ອງປ້ອງກັນຕົວເອງດີຂະໜາດໃດຈຶ່ງບໍ່ເປັນຜູ້ຕີດເຊື້ອ ແລ້ວຖ້າຕິດເຊື້ອຈະໝັ້ນໃຈໄດ້ແນວໃດວ່າ ສາມາດປິ່ນປົວໃຫ້ເຊົາໄດ້??? ມື້ນີ້ ຂວັນໃຈ ຈຶ່ງຢາກຂໍໃຫ້ທຸກຄົນຕັ້ງສະຕິ ແລະ ມາອ່ານເລື່ອງລາວທີ່ແອັດມິ້ນນໍາມາຝາກໃນມື້ນີ້… ເລື່ອງລາວເຜີຍແຜ່ຈາກຜູ້ໃຊ້ Facebook ຊື່ Tong Muaythai ໜຶ່ງໃນຜູ້ຕິດເຊື້ອ Covid-19 (ປະເທດໄທ) ທີ່ກໍາລັງເຂົາປິ່ນປົວຕົນເອງຢູ່ໂຮງໝໍ ໂດຍໂພສດັ່ງກ່າວໄດ້ລະບຸວ່າ “ໃຜທີ່ກໍາລັງຕິດເຊື້ອ ໂຄວິດ ຂ້ອຍມີຄໍາແນະນໍາ” ສໍາຫຼວດຕົວເອງວ່າມີຄວາມສ່ຽງບໍ່ ໝາຍເຖິງຄົນທີ່ຢູ່ໃກ້ຊິດຕ້ອງຕິດເຊື້ອແລ້ວຈຶ່ງເອີ້ນວ່າຄວາມສ່ຽງແທ້ ຍໍ້າວ່າໃກ້ຊິດແທ້ໆ ປະເພດທີ່ວ່າຫາຍໃຈໃສ່ໜ້າກັນ, ກິນເຂົ້າຈານດຽວກັນ, ກິນນໍ້າຈອກດຽວກັນ, ກອດ, ຈູບກັນ… ສ່ວນການສໍາພັດແບບວ່າ ເຄີຍຍ່າງກາຍກັນ, ຢືນລົມກັນ, ກິນເຂົ້າຄົນລະຈານ, ນໍ້າຄົນລະຈອກ, ເຕະບານ, ແລ່ນຫຼິ້ນ, ໄປຫຼິ້ນກິລາ ບໍ່ໄດ້ສໍາພັດຮ່າງກາຍກັນ ແບບນີ້ບໍ່ນັບ. …

Read More »