Breaking News

Sport

ມາສ່ອງ! ເທນເນີ້ສາວໜ້າຫວານ ຫຸ່ນສຸດເຊັກຊີ່ (ອິດສາຫຸ່ນ)

ໂອ້ວ້າວວວວ! ຢາກຈະບອກວ່າມື້ນີ້ ຊະນີIndy ຈະພາມາລັດເລາະແຖວໆຟິດເນັດ ພໍດີໄປເຈິສາວຄົນໜຶ່ງສະດຸດຫູສະດຸດຕາ ໜ້າຕາຫວານໆ ແຕ່ຫຸ່ນນາງນັ້ນຟິດແອນເຟີມ ກ້າມແໜ້ນໆ ເປັນມັດໆ ເຊັກຊີ່ຮ້າຍຍຍ (ເຫັນຫຸ່ນແລ້ວອິດສາຄ່ອຍໆ 555)… ເລີຍໄດ້ໄປສ່ອງໂປຟາຍຂອງນາງມາຝາກແຟນໆນຳເດີ້!!! ສາວໜ້າຫວານຄົນນີ້ນາງມີຊື່ວ່າ ທິບພະພອນ ເພັງສະຫວັນ (ເຟື້ອງ) ອາຍຸ 30 ປີ ປະຈຸບັນນາງເປັນຄູເຝິກສອນອອກກຳລັງກາຍ (Trainer) ຢູ່ທີ່ Up2U Fitness ແລະ ນາງມີດີຼກຼີເປັນເຖິງອາດີດນັກກິລາບານບ້ວງທີມຊາດລາວ (Basketball) ແລະ ນາງຍັງເຄີຍເຂົ້າຮ່ວມປະກວດກິລາເພາະກາຍປະເພດ ໂມເດວ ທີ່ປະເທດໄທ ໃນງານ “Thailand International Expo 2017″ແລະ ໄດ້ລາງວັນອັນດັບທີ 7 ພຸ້ນໄດ໋ (ກໍ່ບໍ່ໜ້າແປກທີ່ໄດ້ ເພາະນາງກໍ່ເລີດດດ) ຕໍ່ຈາກນັ້ນນາງກໍ່ໄດ້ເຂົ້າແຂ່ງຂັນໃນງານ “Fitness Angel Modle” ທີ່ປະເທດໄທ ແລະ ຍັງຮ່ວມແຂ່ງຂັນໃນເວທີ “Mr. …

Read More »

ຖະແຫຼງຂ່າວຖ່າຍທອດສົດບານໂລກ 2018 ທີ່ ປະເທດ ຣັດເຊຍ

ໃນຕອນບ່າຍ ວັນທີ 19 ມີນາ 2018 ທີ່ຜ່ານມາ ຢູ່ທີ່ສະຖານນີໂທລະພາບ ທີວີລາວ ໄດ້ມີການຖະແຫຼງຂ່າວຖ່າຍທອດສົດບານໂລກ 2018 , ເປັນປະທານໂດຍ ທ່ານ ດຣ. ຫົງຄຳ ສຸວັນນະວົງ ປະທານສະຖານນີໂທລະພາບທີວີລາວ ພ້ອມດ້່ວຍສື່ມວນຊົນຈາກທຸກພາກສ່ວນ. ໝູນວຽນມາຮອດອີກແລ້ວສຳລັບການແຂ່ງຂັນເຕະບານໂລກ 2018 ໃນປີນີ້ຈັດຂຶ້ນທີ່ ປະເທດ ຣັດເຊຍ ເຊິ່ງ 4 ປີຈະມີການຈັດຂຶ້ນເທື່ອໜຶ່ງ ແລະ ສະຖານນີໂທລະພາບ ທີວີລາວ ກໍໄດ້ມີການຊື້ລິຂະສິດເພື່ອມາຖ່າຍທອດສົດໃຫ້ແຟນບານຊາວລາວໄດ້ເບິ່ງໄດ້ຊົມກັນແບບສະດວກສະບາຍ, ການຖ່າຍທອດສົດຈະເລີ່ມຕັ້ງແຕ່ ວັນທີ 14 ມິຖຸນາ-15 ກໍລະກົດ ເຊິ່ງຈະຖ່າຍທອດຄົບ 64 ນັດ ລວມມີການຖ່າຍທອດສົດ, ເທັບບັນທຶກພາບ ແລະ ການວິເຄາະເກມການແຂ່ງຂັນ. ນອກຈາກການຖ່າຍທອດສົດຜ່ານທາງໂທລະພາບໃນປີນີ້ ຍັງຈະມີກິດຈະກຳຫຼາຍຂຶ້ນກວ່າບານໂລກໃນປີ 2014 ທີ່ຜ່ານມາ ເພື່ອໃຫ້ແຟນບານໄດ້ຮ່ວມມ່ວນຊື່ນ ໂດຍສະເພາະແມ່ນການຖ່າຍທອດສົດຜ່ານຈໍໃຫ່ຍ ເກືອບທົ່ວປະເທດຕາມຄວາມເໝາະສົມ, ພ້ອມນັ້ນຍັງຈະມີກິດຈະກຳ …

Read More »

“Bike for her 2018” ການແຂ່ງຂັນປັ່ນລົດຖີບເພື່ອການກຸສົນ ລະດົມທຶນບໍລິຈາກໃຫ້ກັບສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ແລະ ການຄ້າມະນຸດ

ວາລະສານ ຂວັນໃຈ ຮ່ວມກັບ ສະຫະພັນ ລົດຖີບ ນະຄອນຫຼວງວຽງຈັນ ແລະ ສະມາຄົມ ນັກທຸລະກິດຍິງ ຂໍເຊີນບັນດານັກປັ່ນເຂົ້າຮ່ວມການແຂ່ງຂັນປັ່ນລົດຖີບ “Bike for her 2018” ເພື່ອຊິງຄວາມເປັນໜຶ່ງ ພ້ອມທັງຮ່ວມປະກາດຈຸດຢືນເພື່ອລົນນະລົງຢຸດການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ທັງລະດົມທຶນບໍລິຈາກໃຫ້ກັບສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ແລະ ການຄ້າມະນຸດ ເຊິ່ງເງິນບໍລິຈາກດັ່ງກ່າວນີ້ພວກເຮົາຈະມອບໃຫ້ກັບສູນໃຫ້ຄຳປຶກສາ 100% ເຊິ່ງຈະຈັດຂຶ້ນ ໃນວັນທີ 03 ມີນາ 2018  ສະຖານທີ່ ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ. ເປີດຮັບສະໝັກແລ້ວເລີ່ມຕັ້ງແຕ່ວັນທີ 18 ມັງກອນ-13 ກຸມພາ 2018 ນີ້ເທົ່ານັ້ນ:  ສະຖານທີ່ຮັບສະໝັກ: ຕຶກເຄແອນຊີ ຊັ້ນ4 ຫຼັງໂຮງຮຽນ ມສ ວຽງຈັນ ຂ້າງສຳນັກງານນາຍົກ, ໂທ: …

Read More »

ພິທີຖະແຫຼງຂ່າວ ກິລາກ໊ອຟ ແດນສະຫວັນ ອາເມເຈີ້ ໂອເພັ້ນ 2018 ຊິງຂັນກຽດຕິຍົດຂອງທ່ານລັດຖະມົນຕີກະຊວງສຶກສາ ແລະ ກິລາ

ນະຄອນຫຼວງວຽງຈັນ, ວັນທີ 28 ທັນວາ 2017 ທີ່ຜ່ານມາ, ໄດ້ມີພິທີຖະແຫຼງຂ່າວການຈັດແຂ່ງຂັນ ກິລາກ໊ອຟ ແດນສະຫວັນ ອາເມເຈີ້ ໂອເພັ້ນ 2018 ໂດຍຕາງໜ້າກະຊວງສຶກສາທິການ ແລະ ກິລາ ຮ່ວມກັບສະຫະພັນ ກິລາກ໊ອຟແຫ່ງຊາດລາວ, ສະໝາມກ໊ອຟແດນສະຫວັນ ພ້ອມດ້ວຍແຂກທີ່ມີກຽດ ແລະ ສື່ມວນຊົນພາຍໃນງານຈຳນວນຫຼວງຫຼາຍ, ກິລາກ໊ອຟ ແດນສະຫວັນ ອາເມເຈີ້ ໂອເພັ້ນ 2018 ຈະຈັດຂຶ້ນໃນວັນທີ 13-14 ມັງກອນ 2018 ຢູ່ທີ່ ສະໝາມກ໊ອຟແດນສະຫວັນ ພູເຂົາຄວາຍ ແຂວງ ວຽງຈັນ ເພື່ອຊິງຂັນກຽດຕິຍົດຂອງທ່ານລັດຖະມົນຕີກະຊວງສຶກສາ ແລະ ກິລາ ແລະ ຍັງມີຂອງລາງວັນອື່ນໆຢ່າງຫຼວງຫຼາຍ ດັ່ງນັ້ນ ຈຶ່ງຂໍເຊີນຊວນ ນັກກິລາກ໊ອຟສະໝັກຫຼິ້ນ ບໍ່ຈຳກັດເພດ ບໍ່ຈຳກັດສັນຊາດ ເຂົ້າແຂ່ງຂັນພາຍໃນການແຂ່ງຂັນ ກິລາກ໊ອຟ ແດນສະຫວັນ ອາເມເຈີ້ ໂອເພັ້ນ …

Read More »

ຊາຍໃນຝັນຂອງສາວ…

ໜຸ່ມຫຼໍ່ໜ້າຕາດີ ຈາກແດນມັງກອນ ທີ່ສາວໆຫຼາຍໆຄົນໄດ້ເຫັນແລ້ວຈະຕ້ອງ ກຣີດໆໆໆໆ ກັນຢ່າງແນ່ນອນ ແລະ ຍັງເປັນຊາຍໃນຝັນຂອງສາວໆທັງຫຼາຍ ໝຸ່ມຫຼໍ່ໜ້າຕາດີຄົນນີ້ມີຊື່ວ່າ Dong Dali ທີ່ເປັນນັກກິລາຟັນດາບຂອງທີມຊາດຈີນ ໜຸ່ມໜ້າຕາດີຄົນນີ້ອາຍຸ 23 ປີ ທີ່ມາພ້ອມສ່ວນສູງ 192 ຊັງຕີແມັດ ນອກຈາກຫຼໍ່ແລ້ວ ຍັງບໍ່ທໍາມະດາກັບສີມືໃນການຟັນດາບ ໃນປີ 2014 Dong Dali ເຄີຍລົງແຂງໃນລາຍການ  National Fencing Championship ເຊິ່ງສາມາດຄວ້າເອົາລາງວັນທີ 3 ປະເພດຊາຍດຽວມາຄອງ ແລະ ມື້ນີ້ GossipSport ໄດ້ລວມເອົາຮູບພາບຂອງ Dong Dali ທີ່ຈະມາເຮັດໃຫ້ຫົວໃຈຂອງສາວໆທັງຫຼາຍສົດຊື່ນຂຶ້ນ ໂອຍໆໆໆ ບໍ່ຕ້ອງລໍຊ້າເວົ້າແລ້ວເຮົາໄປເບິ່ງພ້ອມໆກັນເລີຍ By: GossipSport ຂອບໃຈຮູບພາບຈາກ: Dong Dali

Read More »