Breaking News

Sport

ຊົມເຊີຍ! ນັກກິລາລາວສາມາດຄວ້າຫຼຽນເງິນທຳອິດ ໃນມະຫະກຳ​ກິລາ​ນັກ​ຮຽນ​ອາ​ຊຽນຄັ້ງທີ11 ທີ່ອິ​​ນ​ໂດ​ເນ​ເຊຍ 

ຂ່າວດີສົ່ງທ້າຍເດືອນ ກໍລະກົດ  2019 ຫຼ້າສຸດ ທ້າວ ​ແຟ້ງ ວົງ​ພັກດີ ນັກ​ກິລາ​ປັນ​ຈັກ​ສີ​ລັດລາວ ​ສາມາດ​ສ້າງ​ຜົນງານ ໄດ້​ຢ່າງ​ໂດດ​​ເດັ່ນ​ ໂດຍ​​ຍາດ​ໄດ້ 1 ຫຼຽນ​ເງິນ​ ໃຫ້​ແກ່ ສປປ ລາວ ​ໃນ​ວັນ​ທີ 23 ກໍລະກົດ ທີ່ຜ່ານມາ ​​ເຊິ່ງເປັນຫຼຽນທຳອິດຂອງທັບນັກກິລາລາວໃນ​ກິລາ​ນັກ​ຮຽນ​ອາ​ຊຽນຄັ້ງ 11 ຢູ່ປະ​ເທດ​ອິນ​ໂດ​ເນ​ເຊຍ​.(ຂໍສະແດງຄວາມຍິນດີ) ທ້າວ ​ແຟ້ງ ວົງ​ພັກດີ ນັກ​ກິລາ​ປັນ​ຈັກ​ສີ​ລັດ​ລາວ ສາມາດ​ຜ່ານ​ເຂົ້າ​ຮອບ​ຊີງ​ຫຼຽນ​ຄໍາ​ກັບ​ເຈົ້າພາບ ​ໃນ​ວັນ​ທີ 23 ກໍລະກົດ​ນີ້ ​​ແລະ ຫຼັງ​ແຂ່ງຂັນ​ 1 ຊົ່ວ​ໂມງ ​ປາກົດ​ວ່າ​ບໍ່​ສາມາດ​ຕ້ານຄວາມ​ແຂ່ງ​ແກ່ນ​ຂອງນັກ​ກິລາ​ເຈົ້າ​ພາບ ​ຈຶ່ງໄດ້​ພຽງ​ແຕ່​ຫຼຽນ​ເງິນ​, ຂະນະ​ທີ່​ຫຼຽນ​ທອງ​ເປັນ​ຂອງນັກກິລາ​ຟີ​ລິບ​ປິນ ​ແລະ ​ມາ​ເລ​ເຊຍ ແລະ ສະຫລຸ​ບຫຼຽນ,ທັບ​ນັກ​ກິລາ​ລາວ​​ໄດ້ແລ້ວ 1 ຫຼຽນ​ເງິນ ແລະ 7 ຫຼຽນ​ທອງ. ມະຫະກຳ​ກິລາ​ນັກ​ຮຽນ​ອາ​ຊຽນຄັ້ງ​ທີ 11 ຢູ່ ​ປະ​ເທດ …

Read More »

ຊົມເຊີຍ! ຕົວແທນເຍົາວະຊົນຈາກລາວ ຊະນະການແຂ່ງຂັນບານເຕະໄດ້ຮັບຂັນລາງວັນໃນງານ “BSS” ທີ່ພັດທະຍາ ປະເທດໄທ

ໃນວັນທີ 1 ມິຖຸນາ 2019 ທີ່ຜ່ານມາ ໄດ້ມີການແຂ່ງຂັນບານເຕະລະດັບໂຮງຮຽນນານາຊາດໃນງານ Bangkok Soccer Schools International Tournament (BSS) ຢູ່ທີ່ພັດທະຍາ ປະເທດໄທ ເຊິ່ງປະເທດລາວເຮົາກໍໄດ້ມີການສົ່ງທີມ ນັກກິລາບານເຕະຊາຍ ລຸ້ນອາຍຸ 11ປີ (U11) ແລະ 10ປີ (U10) ລົງແຂ່ງຂັນໃນງານນີ້ອີກດ້ວຍ. ການເດີນທາງໄປຮ່ວມແຂ່ງຂັນໃນເທື່ອນີ້ນຳພາໂດຍຄູເຝິກຊາວຕ່າງຊາດກໍຄື ຄູເຝິກ Diogo ແລະ ຄູເຝິກ Hakan ໄດ້ນຳພາທີມນັກເຕະເຍົາວະຊົນຈາກລາວທີ່ສຶກສາຢູ່ໃນກຸ່ມໂຮງຮຽນນານາຊາດໄປຮ່ວມແຂ່ງຂັນ, ໃນການແຂ່ງຂັນມີທັງໝົດ 30 ທີມ ຫຼາຍກວ່າ 200 ຊີວິດ ມີຕັ້ງແຕ່ລຸ້ນອາຍຸ 7 ປີ ໄປຈົນຮອດ 12 ປີ ການແຂ່ງຂັນຖືວ່າມີຄວາມດຸເດືອດ ແລະ ທ້າທາຍຫຼາຍສຳລັບທີມນັກເຕະບານຈາກປະເທດລາວເຮົາ ແຕ່ເຖິງຢ່າງໃດກໍຕາມທີມຕົວແທນຈາກລາວເຮົາກໍຄືລຸ້ນອາຍຸ 11 ປີ ແລະ 10 …

Read More »

ມາແບບເໜືອຊັ້ນ! ນັກເຕະຍິງທີມຊາດລາວ ສາມາດເອົາຊະນະ ທີມຊາດສິງກະໂປ ໄປເຖິງ “7-0” (ຊົມເຊີຍ! ເກັ່ງຫຼາຍໆ)

ເປັນຂ່າວສານທີ່ກຳລັງມາແຮງທີ່ສຸດໃນເວລານີ້ ນັບວ່າເປັນຂ່າວດີເລີຍກໍວ່າໄດ້ ເພາະຫຼ້າສຸດໃນ ວັນທີ 13 ພຶດສະພາ 2019 ທີ່ຜ່ານມາ ຢູ່ທີ່ສະໜາມ “Institute of Physical Education Chonburi Campus Stadium 1” ແຂວງຊົນບູຣີ ປະເທດໄທ ໄດ້ມີການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື “AFF U15 GIRLS’ CHAMPIONSHIP 2019” ເຊິ່ງ ທີມຊາດລາວ ລົງສະຫນາມນັດທີ 2 ພົບກັບ ທີມຊາດສິງກະໂປ. ຜ່ານການແຂ່ງຂັນຜົນປາກົດວ່າ ທີມຊາດລາວ ສາມາດເອົາຊະນະ ທີມຊາດສິງກະໂປ ໄປເຖິງ “7-0″ ໂດຍ ທີມຊາດລາວ ໄດ້ 3 ປະຕູ ຈາກ ເບີ 8 ເປ້ …

Read More »

12 ນ້ອງນັກຮຽນດີເດັ່ນ ເດີນທາງແລກປ່ຽນທີ່ປະເທດ ຍີ່ປຸ່ນ ຄັດເລືອກໂດຍກະຊວງສຶກສາທິການ ແລະ ກິລາ.

ສະບາຍດີ ໝູ່ເພື່ອນທຸກໆຄົນ ໃນມື້ນີ້ ຂວັນໃຈ ເຮົາມີເລື່ອງລາວ ຂ່າວສານ ແວດວົງ ການສຶກສາ ແລະ ກິດສະກຳຕ່າງໆມາຕ້ອນມາຝາກກັນເຊັ່ນເຄີຍ ເຊິ່ງໃນມື້ນີ້ເຮົາຈະມາອັບເດດຂ່າວສານກິດຈະກຳດີໆທີ່ບັນດາ ນ້ອງໆ ແລະ ໝູ່ເພື່ອນໄດ້ໄປແລກປ່ຽນການຫຼິ້ນກິລາຣັກບີ້ຍີ່ປຸ່ນ-ອາຊຽນ… ໃນວັນທີ 17 ກັນຍາ 2018 ທີ່ຜ່ານມາ, ນັກຮຽນມັດທະຍົມຕອນປາຍ 12 ຄົນ, ລັດຖະກອນ 2 ທ່ານ ແລະ ພະນັກງານຈາກສະຫະພັນຣັກບີ້ລາວ 1 ທ່ານໄດ້ເດີນທາງໄປຍັງປະເທດຍີ່ປຸ່ນເພື່ອເຂົ້າຮ່ວມການແລກປ່ຽນຣັກບີ້ໄວໜຸ່ມຍີ່ປຸ່ນ-ອາຊຽນໃພໃຕ້ໂຄງການ JENESYS 2018, ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ. ພວກເຂົາຈະໄດ້ໄປພັກຢູ່ທີ່ຍີ່ປຸ່ນໃນລະຫວ່າງວັນທີ 18 ຫາ 25 ກັນຍາ 2018. ການແລກປ່ຽນຫຼິ້ນກິລາຣັກບີ້ຍີ່ປຸ່ນ-ອາຊຽນແມ່ນເພື່ອແນ່ໃສ່ການເພີ່ມຄວາມສົນໃຈໃນກິລາຣັກບີ້ລະຫວ່າງປະເທດອາຊຽນທີ່ຄາດຫວັງຈະເຂົ້າຮ່ວມໃນການແຂ່ງຂັນກິລາຣັກບີ້ໂລກ 2019 ທີ່ຈະຖືກຈັດຂຶ້ນຢູ່ປະເທດຍີ່ປຸ່ນ. ບັນດານັກຮຽນທີ່ມີຄວາມກະຕືລືລົ້ນໃນການຫຼິ້ນກິລາແມ່ນໄດ້ຖືກເຊື້ອເຊີນ ແລະ ຈະໄດ້ຮຽນການທູດໃນອະນາຄົດໂດຍຜ່ານກິດຈະກໍາກິລາ ແລະ ຫຼິ້ນກິລາແທ໋ກຣັກບີ້ກັບບັນດານັກຮຽນລຸ້ນດຽວກັນຈາກຍີ່ປຸ່ນ ແລະ ປະເທດອື່ນໆໃນອາຊຽນ. ນັກຮຽນລາວທັງ 12 …

Read More »

Digital Art Museum ແລນມາກແຫ່ງໃໝ່ຂອງໂຕກຽວ…

Digital Art Museum ແລນມາກແຫ່ງໃໝ່ຂອງໂຕກຽວ… ເປີດປະສົບການໃໝ່ຂອງການທ່ອງທ່ຽວແນວສິລະປະ ທີ່ບໍ່ໄດ້ຈໍາກັດພຽງຢູ່ໃນຮູບແຕ້ມ ຫຼື ປະຕິມະກໍາຊີ້ນເອກເທົ່ານັ້ນ ສໍາລັບ “Mori Building Digital Art Museum” ເຊິ່ງຕັ້ງຢູ່ໃນອາຄານ Palette Town ກຸງໂຕກຽວ ປະເທດຍີ່ປຸ່ນ ເປັນການຮ່ວມທາງລະຫວ່າງ Technology ກັບສິລະປະໄດ້ຢ່າງລົງຕົວ ເປີດໃຫ້ເຂົ້າຊົມຄັ້ງທໍາອິດເມື່ອວັນທີ 21 ມິຖຸນາ 2018 ທີ່ຜ່ານມາ… “Team Lab” ທີມຜູ້ສ້າງສັນຜົນງານ Digital Art ສຸດລໍ້າ ສັນຊາດຍີ່ປຸ່ນ ໂດຍເປັນການຮ່ວມມືກັນຂອງຜູ້ຊ່ຽວຊານດ້ານຕ່າງໆ ທັງສີລະປະ, ໂປຼແກຼມເມີ່, ວິສະວະກອນ, ສະຖາປະນິກ ແລະ ກຼາບຟິກດີຊາຍເນີ່ ແລະ ຜົນງານຄັ້ງຫຼ້າສຸດຂອງພວກເຂົາກໍຄື Mori Building Digital Art Museum ຫໍພິພີດຕະພັນ ດີຈີຕອລອາດ …

Read More »