Breaking News

Sport

5 ວິທີອອກກໍາລັງກາຍຫຼຸດໜ້າທ້ອງ

5 ວິທີອອກກໍາລັງກາຍຫຼຸດໜ້າທ້ອງ ສະລາຍໄຂມັນໃຫ້ໝົດໄປເພື່ອໜ້າທ້າທີ່ແບນລຽບ ສາວໆທ່ານໃດທີ່ຢາກຫຼຸດໜ້າທ້ອງໃຫ້ອ່ານທາງນີ້ ເພາະມື້ນີ້ ວາລະສານຂັວນໃຈ ໄດ້ນໍາເອົາວິທີໃນການອອກກໍາລັງມາແນະນໍາ ເພື່ອໃຫ້ສາວໆທ່ານໃດທີ່ມີບັນຫາໜ້າທ້ອງລອງໄປນໍາໃຊ້. ເຕັ້ນລະບໍາໜ້າທ້ອງ. ການເຕັ້ນລະບໍາໜ້າທ້ອງບໍ່ໄດ້ໃຫ້ພຽງແຕ່ເຕັ້ນເພື່ອຄວາມມ່ວນຊື່ນ ແຕ່ຍັງສາມາດຊ່ວຍເຜົາຜານໄຂມັນບໍລິເວນໜ້າທ້ອງ ແລະ ຊ່ວຍເຮັດໃຫ້ກ້າມຊີ້ນບໍລິເວນໜ້າທ້ອງສວຍງາມ, ເຮັດໃຫ້ໄດ້ຜົນດີຕໍ່ທັງຮ່າງກາຍ ແລະ ຈິດໃຈ, ຍັງຊ່ວຍເສີມສ້າງຄວາມໝັ້ນໃຈໃນຕົນເອງອີກດ້ວຍ. ແລ່ນ ຫຼື ຍ່າງອອກກໍາລັງກາຍ. ບໍ່ວ່າຈະເປັນການແລ່ນ, ການແລ່ນຈ໋ອກກິ້ງ ຫຼື ການຍ່າງອອກກໍາລັງກາຍລ້ວນແຕ່ເປັນວິທີການອອກກໍາລັງກາຍທີ່ຊ່ວຍເຜົາຜານໄຂມັນສ່ວນເກີນໃນຮ່າງກາຍໄດ້ ແລະ ຍັງເປັນການອອກກໍາລັງກາຍທີ່ບໍ່ຕ້ອງໃຊ້ອຸປະກອນຫຼາຍ ພຽງແຕ່ມີເກີບດີໆຈັກຄູ່, ອົບອຸ່ນຮ່າງກາຍໜ້ອຍໜຶ່ງແລ້ວເລິ່ມແລ່ນ ເຮັດຕິດຕໍ່ກັນເປັນປະຈໍາຈະເຫັນວ່າໜ້າທ້ອງນັ້ນຄ່ອຍໆນ້ອຍລົງ. ທ່າແພຣງ(Down Downtown features). ທ່າແພຣງ(Down Downtown features) ເປັນການອອກກໍາລັງກາຍທີ່ສາມາດຫຼຸດໜ້າທ້ອງທີ່ໃຫ້ຜົນດີກັບທຸກພາກສ່ວນຂອງຮ່າງກາຍ ເນື່ອງຈາກເປັນການອອກກໍາລັງກາຍແບບທັງຮ່າງກາຍ ເຊິ່ງນອກຈາກຈະຊ່ວຍໃຫ້ໄຂມັນບໍລິເວນໜ້າທ້ອງໜ້ອຍລົງໄດ້ແລ້ວ ກໍ່ຍັງເພິ່ມຄວາມແຂງແຮງໃຫ້ກ້າມຊີ້ນອີກດ້ວຍ ແຕ່ກໍ່ຄວນຮູ້ວິທີການເຮັດນີ້ຢ່າງຖືກຕ້ອງ ຖ້າບໍ່ດັ່ງນັ້ນອາດຈະເຮັດໃຫ້ເກີດການບາດເຈັບໄດ້ໂດຍວິທີເຝິກທ່ານີ້ງ່າຍດັ່ງນີ້: ນອນຄວໍ່າກັບພື້ນ ແຂນແນບໄວ້ຂ້າງລໍາຕົວ. ຕັ້ງແຂນສອກຂຶ້ນໃນແນວຕັ້ງສາກ ຢຽດຕີນໃຫ້ຊື່. ຄ່ອຍໆຢັນຮ່າງກາຍພາກສ່ວນລຸ່ມຂຶ້ນຈາກພື້ນ ໂດຍຫຼັງ ແລະ ເຄົ່າຕ້ອງຢືດຊື່. ຄ້າງທ່ານີ້ໄວ້ຢ່າງນ້ອຍ …

Read More »

5 ທ່າອອກກໍາລັງກາຍຜູ້ຍິງ ເຮັດແລ້ວ Fit and Firm ທັງຮ່າງກາຍ

5 ທ່າອອກກໍາລັງກາຍຜູ້ຍິງ ເຮັດແລ້ວ Fit and Firm ທັງຮ່າງ ສໍາລັບສາວໆທ່ານໃດຢາກມີຫຸ່ນທີ່ດີ ມື້ນີ້ ວາລະສານຂັວນໃຈ ຈະອົາທ່າອອກກໍາລັງກາຍມາແນະນໍາເພື່ອໃຫ້ສາວໆໄດ້ມີຫຸ່ນດີ. ທ່າ Plank. ຫາກສາວໆຄົນໄດ້ທີ່ຮູ້ສຶກບໍ່ຄ່ອຍແຮັບປີກັບບໍລິເວນໜ້າເອິກ, ໜ້າທ້ອງຂອງຕົນເອງກໍ່ລອງອອກກໍາລັງກາຍດ້ວຍທ່າPlank ນີ້ລອງເບິ່ງ ແລະ ຍັງຊ່ວຍຫຼຸດອາການບາດເຈັບຈາກການອອກກໍາລັງໄດ້ອີກດ້ວຍ. ທ່າ Jumping Jacks. ທ່ານີ້ສາວໆຮູ້ຈັກກັນດີຢູ່ແລ້ວ ແລະ ເປັນທ່າທີ່ນິຍົມກັນໃນການອອກກໍາລັງກາຍ ເພາະມັນຈະຊ່ວຍໃຫ້ອັດຕາການເຕັ້ນຂອງຫົວໃຈເພິ່ມຂຶ້ນ ແລະ ກະຕຸ້ນການເຜົາຜານອາຫານໄດ້ດີ. ທ່າ Jackknifes. ຍຸກນີ້ວຽກໜ້າທ້ອງງາມຕ້ອງມາກ່ອນ ສະນັ້ນ ສາວໆກໍ່ຕ້ອງອອກກໍາລັງກາຍດ້ວຍທ່າ Jackknifes ພຽງແຕ່ເຮັດຢ່າງສະໝໍ່າສະເໝີແລ້ວທ່ານຈະເຫັນກ້າມຊີ້ນທີ່ໜ້າທ້ອງຢ່າງຊັດເຈນເລີຍ. ທ່າ Pushup. ສາວໆຮູ້ຈັກທ່ານີ້ກັນໃນຊື່ທ່າ “ ໂປມດິນ ” ເຊິ່ງມັນບໍ່ແມ່ນທ່າອອກກໍາລັງກາຍສະເພາະຂອງຜູ້ຊາຍເທົ່ານັ້ນ ແຕ່ທ່ານີ້ດີຕໍ່ຮູບຮ່າງຂອງຜູ້ຍິງເຮົາ ແລະ ຄວນເຮັດທ່ານີ້ເປັນ ເພາະທ່ານີ້ຈະຊ່ວຍບໍລິຫານບໍລິເວນໜ້າເອິກ, ຫຼັງ ແລະ ແຂນນັ້ນເອງ. ທ່າ Step …

Read More »

ອອກກໍາລັງກາຍຫຼຸດໜ້າທ້ອງ 3 ທ່າງ່າຍໆ

  ອອກກໍາລັງກາຍຫຼຸດໜ້າທ້ອງ 3 ທ່າງ່າຍໆ ມື້ນີ້ ວາລະສານຂັວນໃຈ ໄດ້ນໍາເອົາວິທີການອອກກໍາລັງກາຍງ່າຍໆທີ່ສາມາດຫຼຸດໜ້າທ້ອງໄດ້ ສາວໆ ຫຼື ບ່າວໆທ່ານໃດທີ່ມີບັນຫາເລື່ອງໜ້າທ້ອງທີ່ເຮັດໃຫ້ສາວໆ ຫຼື ບາວໆບໍ່ໝັ້ນໃຈ ລອງເອົາວິທີງ່າຍໆນີ້ລອງໄປນໍາໃຊ້ ດັ່ງນີ້: ໄຊເບນ( Side Bends ). ເລິ່ມຕົ້ນດ້ວຍທ່າອອກກໍາລັງກາຍງ່າຍໆ ທີ່ສາມາດເຮັດໄດ້ແບບທີ່ມີອຸປະກອນ ຫຼື ບໍ່ມີກໍ່ໄດ້ ເປັນທ່າອອກກໍາລັງກາຍທີ່ເນັ້ນບໍລິເວນກ້າມຊີ້ນທ້ອງ ໃຜທີ່ຢາກຫຼຸດໜ້າທ້ອງທ່ານີ້ຖືວ່າເໝາະສົມຫຼາຍ ແລະ ຍັງສາມາດເຮັດຢູ່ໃສກໍ່ໄດ້ບໍ່ຈໍາເປັນຕ້ອງໃຊ້ພື້ນທີ່ຫຼາຍ. ວິທີເຝິກ: ຢືນອ້າຂາອອກໂດຍໃຫ້ຄວາມກ້ວາງລະຫວ່າງເທົ່າກັບບ່າໄຫຼ່ ມືຂ້າງໜຶ່ງຄໍ້າແອວ ມືອີກຂ້າງໜຶ່ງປ່ອຍວ່າງລົງ ຫຼື ຈະຖືDumbbell ກໍ່ໄດ້. ອຽງຕົວລົງໄປຫາຂ້າງທີ່ບໍ່ໄດ້ຄໍ້າແອວໄວ້ໃຫ້ໄດ້ຫຼາຍທີ່ສຸດ ໂດຍຕ້ອງໃຫ້ຕັ້ງແຕ່ພາກສ່ວນແອວລົງໄປຢູ່ບ່ອນເກົ່າ. ເຮັດສະລັບໄປມາທັງສອງຂ້າງຈົນຄົບ 100 ເທື່ອ. ສະແຕນດິ້ງທະວິດ( Standing Twist ). ທ່ານີ້ເປັນທ່າອອກກໍາລັງກາຍທີ່ສາມາດເວົ້າໄດ້ວ່າງ່າຍສຸດໆ ເພາະເປັນທ່າບິດແອວເທົ່ານັ້ນເອງ ແຕ່ຂໍບອກວ່າຖ້າເຮັດເປັນປະຈໍາໜ້າທ້ອງທີ່ມີຢູ່ກໍ່ສາມາດຫາຍໄປໄດ້ຄືກັນ ທ່ານີ້ສາມາດເຮັດໄດ້ທັງແບບທີ່ມີອຸປະກອນ ຫຼື ບໍ່ມີອຸປະກອນ. ວິທີເຝິກ: ຢືນອ້າຂາອອກໂດຍໃຫ້ຄວາມກ້ວາງລະຫວ່າງເທົ່າກັບບ່າໄຫຼ່ …

Read More »