Breaking News

Love & Sex

ຄວາມຮູ້ທີ່ຄວນອ່ານ!!! ສາເຫດການຂໍຢ່າຮ້າງ ຕາມກົດໝາຍລາວມີຫຍັງແດ່?

“ຄອບຄົວ ກາຍເປັນບ່ອນທີ່ມີແຕ່ຄວາມທຸກ ມີແຕ່ນ້ຳຕາ ຂາດຄວາມເຂົ້າໃຈ ດູດກືນພະລັງໃຈ ຂອງສະມາຊິກໃນຄອບຄົວ ການຢ່າຮ້າງ ອາດເປັນທາງເລືອກສຸດທ້າຍ” ແນ່ນອນວ່າແມ່ຍິງທຸຸກຄົນ ເມື່ອເກີດມາແລ້ວ ຕ້ອງໃຝ່ຝັນຢາກມີຄອບຄົວທີ່ອົບອຸ່ນ ພຽບພ້ອມ ດ້ວຍພໍ່ແມ່ແລະລູກໆ ແຕ່ຄືວ່າຫັ້ນແຫຼະ ບໍ່ມີໃຜຄາດເດົາອະນາຄົດໄດ້ ເພາະການແຕ່ງດອງ ຄືການທີ່ຄົນສອງຄົນ ເຕີບໃຫຍ່ມາຈາກຕ່າງສະຖານທີ່ ຖືກອົບຮົມສັ່ງສອນຄົນລະແບບ ນິດໃສແຕກຕ່າງກັນ ມາມັກຮັກກັນຈົນເຖິງຂັ້ນ ຈູງມືກັນເຂົ້າປະຕູວິວາ ບາງຄົນອາດຈະຄິດວ່າ ຈຸດນີ້ແຫຼະຄືຄວາມສຳເລັດຂອງຊີວິດ ເຊິ່ງທີ່ຈິງອາດບໍ່ແມ່ນສະເໝີໄປ ເພາະເມື່ອລົງເຮືອຊີວິດລຳດຽວກັນແລ້ວ ມັນເປັນຈຸດເລີ່ມຕົ້ນຂອງ ໜ້າທີ່ ພັນທະ ພາລະ ທີ່ຕ້ອງຮັບຜິດຊອບຮ່ວມກັນ ການແບ່ງປັນພື້ນທີ່ສ່ວນຕົວໃຫ້ກັນ ຄົນສອງຄົນຕ້ອງປັບຕົວເຂົ້າຫາກັນ ເຮັດແນວໃດໃຫ້ສະມາຊິກຄອບຄົວມີຄວາມສຸກ ແລະນຳພາເຮືອລຳນ້ອຍ ທີ່ເອີ້ນວ່າ “ຄອບຄົວ” ຜ່ານຜ່າອຸປະສັກທີ່ເຂົ້າມາທ້າທາຍຄວາມເຂັ້ມແຂງ ທຸ່ນທ່ຽງ ຂອງຄົນທັງສອງຢູ່ຕະຫຼອດເວລາ ຍິ່ງເມື່ອທັງສອງມີລູກ ຫຼືພະຍານຮັກ ຄວາມຮັບຜິດຊອບຕ່າງໆກໍຍິ່ງເພີ່ມພູນຂຶ້ນໄປ ເປັນເງົາຕາມຕົວ ຫຼາຍໆຄູ່ສາມາດຝ່າຟັນສິ່ງກີດຂວາງຕ່າງໆໄປໄດ້ງ່າຍດາຍ ຢູ່ນຳກັນຈົນແກ່ເຖົ້າ ດ້ວຍພະລັງແຫ່ງຄວາມຮັກ ຄວາມເຂົ້າໃຈ ແລະນຳພາຄອບຄົວໄປຮອດຈຸດໝາຍປາຍທາງໄດ້ຢ່າງມີຄວາມສຸກ ໃນຂະນະດຽວກັນ …

Read More »

ເຫັນຄົນອື່ນຕົກຢູ່ໃນອັນຕະລາຍ ແຕ່ບໍ່ຊ່ວຍເຫຼືອ ມີໂທດທາງອາຍາຮູ້ບໍ່?

ເຄີຍບໍ່ ເຫັນຜົວເມຍຕີກັນ ແລ້ວຄິດວ່າເປັນເລື່ອງສ່ວນຕົວ ຈຶ່ງບໍ່ເຂົ້າໄປຫ້າມ ຫຼືໃຫ້ຄວາມຊ່ວຍເຫຼືອ? ເຄີຍບໍ່ ເຫັນຄົນເຈັບ ຫຼືອຸບັດຕິເຫດຕາມທ້ອງຖະໜົນ ແຕ່ບໍ່ຊ່ວຍນຳສົ່ງໂຮງໝໍ ຍ້ອນຢ້ານເຂົາວ່າເຮົາເປັນຜູ້ກໍ່ເຫດ? ເຄີຍບໍ່ ເຫັນຄົນຕົກຢູ່ໃນອັນຕະລາຍ ແຕ່ເມີນເສີຍ ບໍ່ສົນໃຈ ເພາະຄິດວ່າບໍ່ແມ່ນເລື່ອງຂອງເຮົາ? ແລ້ວເຊື່ອບໍ່ວ່າ ພຶດຕິກຳແບບນີ້ ຜິດກົດໝາຍອາຍາ ມີໂທດຈຳຄຸກ? ບໍ່ຕ້ອງຕົກໃຈດອກ ແມ່ນແທ້ໆ ເພາະໄດ້ຖືກກ່າວໄວ້ໃນ ກົດໝາຍວ່າດ້ວຍອາຍາ (2005) ມາດຕາ 93 ການທີ່ບໍ່ໄດ້ໃຫ້ຄວາມຊ່ວຍເຫຼືອແກ່ຜູ້ອື່ນ ໃນເວລາຕົກຢູ່ໃນໄພອັນຕະລາຍ: “ບຸກຄົນຜູ້ໃດ ຫາກໄດ້ພົບເຫັນຜູ້ອື່ນຕົກຢູ່ໃນໄພອັນຕະລາຍແກ່ຊີວິດ ຫຼືສຸຂະພາບ ແຕ່ບໍ່ໄດ້ໃຫ້ຄວາມຊ່ວຍເຫຼືອ ທັງໆທີ່ຕົນເອງມີເງື່ອນໄຂພໍຊ່ວຍເຫຼືອໄດ້ ຫຼືບອກຄົນອື່ນໃຫ້ຊ່ວຍເຫຼືອ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະຈະຖືກປັບໃໝແຕ່ 100.000 ກີບ ຫາ 500.000 ກີບ ບຸກຄົນທີ່ມີໜ້າທີ່ຊ່ວຍເຫຼືອ ແຕ່ບໍ່ໄດ້ປະຕິບັດໜ້າທີ່ຂອງຕົນ ໃນການຊ່ວຍເຫຼືອຜູ້ທີ່ຕົກຢູ່ໃນໄພອັນຕະລາຍແກ່ຊີວິດ ຫຼືສຸຂະພາບ ຈະຖືກລົງໂທດຕັດອິດສະຫຼະພາບ …

Read More »

ມັນກໍຈະຮູ້ສຶກຢູ່ໜ້ອຍໜຶ່ງ! 7 ສັນຍານ ທີ່ໝັ້ນໃຈເລີຍວ່າໝູ່ຄົນນັ້ນກໍາລັງມັກເຮົາຢູ່

ເຫັນໝູ່ຕັ້ງ Status ແປກໆ ແລະ Post ເພງ ແລ້ວຍັງມັກແທັກ (Tag) ຫຍັງມາບໍ່ຮູ້ ເພາະບໍ່ເຄີຍສົນໃຈ ຈົນມີຄົນມາບອກວ່າ! “ເຮີ່ຍ…ເຮົາວ່າລາວຕ້ອງມັກໂຕຢູ່ແນ່ນອນ” ຫາກໍຮູ້ຄວາມໝາຍ! ຢູ່ນໍາກັນທຸກມື້ຈົນມີໃຜຄົນໜຶ່ງຫວັ່ນໄຫວ ຢາກຮູ້ບໍ່ວ່າໝູ່ຜູ້ຊາຍທີ່ເຂົາກໍາລັງລັກມັກເຮົາຢູ່ມີອາການແນວໃດ, ຕ້ອງເບິ່ງແນວໃດ? ມາ Check ກັນເລີຍ! ອອກປາກມາວ່າຈະລ້ຽງເຂົ້າ ບາງເທື່ອກໍຮູ້ຈັກກັນໄດ້ບໍ່ດົນ ແຕ່ກໍພໍຮູ້ຈັກກັນຢູ່ ເຮືອນເຮົາກໍບໍ່ໄດ້ອຶດຫິວ ແຕ່ທ້າວມາຂໍລ້ຽງເຂົ້າ, ລ້ຽງຂະໜົມເຮັດຫຍັງກໍບໍ່ຮູ້? ຮູ້ ຫຼືບໍ່ວ່າການທີ່ຜູ້ຊາຍບອກວ່າຈະລ້ຽງເຂົ້ານັ້ນໝາຍຄວາມວ່າ ລາວກໍາລັງຊອກໂອກາດຢູ່ນຳເຮົາສອງຕໍ່ສອງ ຕ້ອງການໃຊ້ເວລາຢູ່ກັບເຮົາພຽງລໍາພັງ ເພາະຖ້າຫາກໄປກັບໝູ່ຫຼາຍໆຄົນກໍໝົດໂອກາດໄດ້ລົມກັນເລີຍ! ອ້າວ! ຖ້າມີໝູ່ມາຊວນແບບນີ້ກໍບອກໄວ້ກ່ອນວ່າ ບໍ່ມີໃຈກໍຢ່າຕົວະກິນຟຣີເດີ້! ຊວນໄປໃສກໍໄປ ບໍ່ວ່າເຈົ້າຈະມີກິດຈະກຳທີ່ບໍ່ມີປະໂຫຍດປານໃດກໍຕາມ ແຖມຍັງຊອກເພື່ອນສາວໄປນໍາບໍ່ໄດ້ ສຳລັບໝູ່ຄົນນີ້ແລ້ວເມື່ອອອກປາກຊວນ ເຂົາຈະບໍ່ຍອມພາດ ຍິນດີໄປນໍາເຮົາທຸກແຫ່ງຫົນ ທຸກສະຖານະການ ພ້ອມຈະເປັນຄົນຂັບລົດ, ຂີ່ເຮືອໄປເປັນໝູ່ເຈົ້າ ເຖິງວ່າຈະຍັງບໍ່ຮູ້ວ່າເຈົ້າມີແຜນຈະໄປເຮັດຫຍັງຢູ່ໃສ ກໍມັນເປັນຄວາມສຸກຂອງລາວທີ່ໄດ້ຢູ່ກັບຄົນທີ່ມັກ! ເປັນຄົນທໍາອິດທີ່ທ້ວງໃນການປ່ຽນແປງຂອງເຈົ້າ ຖ້າເຈົ້າຫາກໍເຮັດສີຜົມ, ຕັດຜົມ, ທາເລັບມາໃໝ່! ເຊື່ອບໍ່ວ່າ ໝູ່ຄົນນັ້ນຂອງເຈົ້າຈະສັງເກດເຫັນການປ່ຽນແປງຂອງເຈົ້າກ່ອນໃຜ …

Read More »

ເມື່ອຄວາມຮັກໝົດອາຍຸ ແມ່ຍິງອາດກາຍເປັນ “ເຫຍື່ອ” ຄວາມຮຸນແຮງໂດຍບໍ່ຮູ້ຕົວ!

 “ຄວາມຮຸນແຮງຕໍ່ຈິດໃຈ ແມ່ນການກະທຳ, ການເມີນເສຍ ຫຼື ລະເລີຍ ທີ່ເຮັດໃຫ້ເກີດຜົນກະທົບຕໍ່ຈິດໃຈ ຂອງແມ່ຍິງແລະເດັກນ້ອຍ ເປັນຕົ້ນການມີເມຍຫຼາຍຄົນ, ການໝິ່ນປະໝາດ, ການນິນທາ, ການໃສ່ຮ້າຍ, ການປ້ອຍດ່າ, ການປະຈານ, ການບໍ່ໃຫ້ຄວາມສຳຄັນ, ການທຳມິດສະຈານ, ການປ່ອຍປະ, ການລໍາອຽງ, ການຈໍາແນກ, ການແຍກຈາກໝູ່ເພື່ອນ ຫຼື ຄອບຄົວ, ການບໍ່ໃຫ້ກຽດ, ບໍ່ນັບຖື, ການເຍາະເຍີ້ຍສຽດສີ, ການກີດກັ້ນ, ການບັງຄັບ ຫຼື ການຂົ່ມຂູ່ ຊິຶ່ງເຮັດໃຫ້ເສື່ອມເສຍຊື່ສຽງ, ກຽດສັກສີ, ອັບອາຍ, ຂາດຄວາມເຊື່ອໝັ້ນ, ເສຍສຸຂະພາບຈິດ, ຊືມເສົ້າ ຫຼື ຂ້າຕົວຕາຍ” ສະບາຍດີ ສາວໆຂວັນໃຈ ມາພົບກັບຄໍລຳ In Action ກັນອີກເປັນຄັ້ງທີ 2 ແລ້ວ ຄໍລຳນີ້ຈະຊ່ວຍໃຫ້ສາວໆຂວັນໃຈເຮົາ ໄດ້ອັບເດດ (update) ຄວາມຮູ້ກ່ຽວກັບ ສິດທິ ແລະ …

Read More »

5 ວິທີປ່ຽນຄວາມຢ້ານໃຫ້ເປັນຄວາມຮັກດີໆ!!!

ສາວໆທັງຫຼາຍທີ່ບໍ່ກ້າທີ່ຈະຮັກ ບໍ່ກ້າທີ່ຈະເອົາຄົນອື່ນເຂົ້າມາເປັນສ່ວນໜຶ່ງໃນຊີວິດ ຮີບຟ້າວມາອ່ານທາງນີ້ເລີຍ ເພາະທີມງານຂັວນໃຈ ໄດ້ນໍາເອົາວິທີປ່ຽນຄວາມຢ້ານໃຫ້ເປັນຄວາມຮັກທີດີໆໄດ້ ວ່າຊິປ່ຽນແນວໃດແດ່ນັ້ນລອງໄປອ່ານພ້ອມໆກັນເລີຍ...

Read More »