Breaking News

Magazine

ເປີດໃຈເປັນຄັ້ງທໍາອິດຂອງ Jojo Miracle ກ່ຽວກັບການສ້າງຮູບເງົາ “ວັນຄົບຮອບ” ແລະ ຄໍາແນະນໍາສໍາລັບຄົນທີ່ຢາກສ້າງຮູບເງົາ!

ຄໍລໍາ: Entertainment Lao ມາພົບກັບບົດບາດໃໝ່ຂອງ ຈີລະສັກ ສາຍສະໜິດ (ໂຈໂຈ້) ຫຼື Jojo Miracle ທີ່ທຸກຄົນຮູ້ຈັກກັນດີກັບບົດບາດການເປັນນັກຮ້ອງ, ນັກທຸລະກິດທີ່ມີຄວາມສາມາດຫຼາກຫຼາຍ ແລະ ຄວາມໝັ້ນໃຈສູງ ກັບການສ້າງຮູບເງົາເປັນຄັ້ງທໍາອິດທີ່ສ້າງຄວາມປະທັບໃຈໃຫ້ກັບແຟນໆ ໃນຮູບເງົາເລື່ອງ “ວັນຄົບຮອບ” ທີ່ສໍາຄັນ ໂຈໂຈ້ ຍັງມາເປີດໃຈໃນການຫັນມາສ້າງຮູບເງົາເລື່ອງນີ້ ເປັນຄັ້ງທໍາອິດ ໃນວາລະສານ ຂັວນໃຈ ຂອງພວກເຮົາ ແລະ ທີ່ສໍາຄັນ ໂຈໂຈ້ ຍັງໃຫ້ຄໍາແນະນໍາດີໆສໍາລັບຄົນທີ່ຢາກສ້າງຮູບເງົາ ຫຼືເປັນຜູ້ກໍາກັບນໍາອີກ. ສໍາລັບລາຍລະອຽດ ສາມາດອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ພຶດສະພາ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »

ເປັນຜູ້ນຳຍຸກໃໝ່ ຕ້ອງຮູ້ຈັກເຄົາລົບ ແລະ ນັບຖືເພື່ອນຮ່ວມງານ.

 “Poee” Director of Micro Finance Institute, with his Fit & Firm Body!! ສຸພົນສາ ນິຍົມ (ໂປ້) ອາຍຸ 29 ຜູ້ອຳນວຍການມືໃໝ່ ສະຖາບັນການເງິນຈຸລະພາກ ຈະເລີນຊັບ ການເປັນຜູ້ບໍລິຫານມືໃໝ່ ໃນຍຸກປັດຈຸບັນ ບໍ່ຈໍາເປັນວ່າຈະມີອາຍຸເທົ່າໃດ ກໍສາມາດເປັນຜູ້ນໍາໄດ້ ເພາະມັນຂຶ້ນກັບວຸດທິພາວະ ທັດສະນະຄະຕິ ວິໄສທັດທີ່ກ້າວໜ້າ ໝັ່ນສຶກສາຮຽນຮູ້ ຊອກຫາປະສົບການ ມີຄວາມຕັ້ງໃຈແທ້ ແລະ ສິ່ງສຳຄັນທຸລະກິດນັ້ນຕ້ອງເປັນສິ່ງທີ່ເຮົາມັກຮັກ ເພື່ອການລົງທຶນທີ່ຄຸ້ມຄ່າ ແລະ ປະສົບຜົນສຳເລັດໄດ້ໄວ້ ແຕ່ຊິມີນັກທຸລະກິດໜຸ່ມໄຟແຮງຢູ່ໃສເດ້ ທີ່ມາພ້ອມກັບຫຸ່ນສຸດເຟີມ ພ້ອມ Six packs ໃຫ້ສາວໆນໍ້າລາຍໄຫຼ ແບບໜຸ່ມຄົນນີ້ ເຮົາໄປຮູ້ຈັກກັນເລີຍເນາະ.   (ຕິດຕາມລາຍລະອຽດ ການຖ່າຍແບບ ແລະ  ການສຳພາດແບບພິເສດເຈາະເລິກຄວາມຮູ້ສຶກເລື່ອງລາວຂອງ ໂປ້ ໄດ້ທີ່ວາລສານຂວັນໃຈ ສະບັບ …

Read More »

ວ້າວ! ວ້າວ! ວ້າວໆໆໆໆ ມາແລ້ວ! ມາແລ້ວ! ວາລະສານຂວັນໃຈສະບັບໃໝ່ຫຼ້າສຸດ ປະຈຳເດືອນ ພຶດສະພາ

ວ້າວ! ວ້າວ! ວ້າວໆໆໆໆ ມາແລ້ວ! ມາແລ້ວ! ວາລະສານຂວັນໃຈສະບັບໃໝ່ຫຼ້າສຸດ ປະຈຳເດືອນ ພຶດສະພາ ທີ່ມາພ້ອມກັບເລື່ອງລາວທີ່ໜ້າສົນໃຈຕ່າງໆ ໃນແຕ່ລະຄໍລໍ່າ (Column) ທີ່ອັດແໜ້ນມາພ້ອມກັບສາລະໜ້າຮູ້່ດີໆ ທີ່ຄັດມາເພື່ອສາວໆແຟນຂວັນໃຈໂດຍສະເພາະ ພິເສດໃນສະບັບນີ້ ສາວໆຈະໄດ້ພົບກັບ fashion Cover ຈາກ ນັກທຸລະກິດສາວ ເປນີ ລາດພູມີ (ກຸ້ງ) ທີ່ຈະມາກະຕຸ້ນໃຫ້ສາວລາວ ເປັນຄົນກ້າຄິດກ້າສະແດງອອກ ເພື່ອມື້ຂ້າງໜ້າອາດຈະເປັນນັກທຸລະກິດຄືກັບສາວງາມຄົນນີ້ໃຜຈະຮູ້ ຟ້າວໄປຊອກມາອ່ານດວ່ນເລີຍສາວໆ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »

ໄປທ່ອງທ່ຽວ ເມືອງມໍລະດົກໂລກ ທັ້ງທີ ຕ້ອງໄປໃສແດ່? ໃຫ້ຄຸ້ມຄ່າ…

ຄໍລໍາ: Traval ພົບກັບສະຖານທີ່ທ່ອງທ່ຽວທີ່ງົດງາມຈົນຕ້ອງຕະລຶງຫຼາຍໆແຫ່ງ ຈາກເມືອງ ມໍລະດົກໂລກ ແຂວງຫຼວງພະບາງ, ເມື່ອທ່ານໄປຫຼວງພະບາງຫ້າມພາດສໍາລັບສະຖານທີ່ ທີ່ຂວັນໃຈເອົາມາແນະນໍາໃນສະບັບນີ້ ແລ້ວທ່ານຈະບໍ່ພາດຈາກການໄດ້ສໍາພັດກັບສະຖານທີ່ທ່ອງທ່ຽວທີ່ງົດງາມ ແລະ ໜ້າປະທັບໃຈທີ່ສຸດ ແລະ ທີ່ສໍາຄັນເປັນການເອົາໃຈເປັນພິເສດສໍາລັບນັກທ່ອງທ່ຽວສາຍປະຢັດກັບການແນະນໍາຮ້ານອາຫານບຸບເຟລາຄາຖືກ ພຽງແຕ່ 15,000 ກີບ ເທົ່ານັ້ນວ່າຊັ້ນ!!. ຫ້າມພາດເລີຍ ສໍາລັບຂໍ້ມູນດີໆແບບນີ້ຊອກອ່ານເລີຍ ວາລະສານຂວັນໃຈ ສະບັບເດືອນ ເມສາ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »

ຍາກບໍ່ຖ້າຢາກເປັນ ພິທີກອນມືອາຊີບ ຄືກັບ Touy Overdane ມາເບິ່ງຄໍາແນະນໍາດີໆຈາກໜຸ່ມຄົນນີ້ກັນ!

ຄໍລໍາ: Entertainment Lao ສໍາພາດ ອິນປັນ ບໍລິຫານ ຫຼື Touy Overdane ທີ່ຫຼາຍຄົນຄຸ້ນເຄີຍ ແລະ ຮູ້ຈັກກັນດີໃນຖານະຂອງ MC ຫຼືພິທີກອນ ຊື່ດັງລະດັບແຖວໜ້າຂອງປະເທດລາວເຮົານັ້ນເອງ. ຊຶ່ງໃນວາລະສານຂວັນໃຈຂອງເຮົາສະບັບນີ້ ຕຸ້ຍ ຈະມາໃຫ້ສາລະ ແລະ ຂໍ້ມູນດີໆສໍາລັບຄົນທີ່ມີພອນສະຫວັນ ແລະ ຄວາມຕັ້ງໃຈທີ່ຈະຢາກເປັນພິທີກອນ ຈະຕ້ອງມີການກຽມຕົວ ແລະ ເລີ່ມຕົ້ນແນວໃດແດ່? ຕ້ອງເຮັດແນວໃດຈຶ່ງຈະເປັນພິທີກອນມືອາຊີບແບບ ຕຸ້ຍ ໄດ້. ສໍາລັບຂໍ້ມູນເຕັມ ສາມາດອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ເມສາ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »