Breaking News

Magazine

ເມື່ອເກີດມາຕົ້ນທຶນຊີວິດບໍ່ເທົ່າຄົນອື່ນ ຢ່າໄປນ້ອຍໃຈໃຫ້ກັບໂຊກຊະຕາ ແຕ່ຈົ່ງລຸກຂຶ້ນມາສ້າງຄວາມປ່ຽນແປງໃຫ້ໄດ້ດ້ວຍຕົນເອງ… ວັນລີ ລັດຕະນະ (ບີ່)

ຄໍລໍາ: Chic Working Women ສາວໆ! ຄົນເຮົາທຸກເກີດມາບໍ່ຈໍາເປັນຕ້ອງເກັ່ງ ແລະ Perfect ໃນທຸກເລື່ອງກໍໄດ້ ຂໍພຽງແຕ່ເລືອກຢ່າງໃດຢ່າງໜຶ່ງ ທີ່ຄິດວ່າມັກແລ້ວພະຍາຍາມເຮັດມັນອອກມາໃຫ້ດີທີ່ສຸດກໍພໍແລ້ວ! ເມື່ອຕົ້ນທຶນຂອງຊີວິດບໍ່ເທົ່າກັບຄົນອື່ນ ຢ່າຟ້າວໄປນ້ອຍໃຈໃຫ້ກັບໂຊກຊະຕາ ແຕ່ຈົ່ງລຸກຂຶ້ນມາສ້າງຄວາມປ່ຽນແປງໃຫ້ໄດ້ດ້ວຍຕົນເອງ ນີ້ຄືສິ່ງທີ່ສາວຄົນໜຶ່ງຢາກບອກທຸກຄົນ ວັນລີ ລັດຕະນະ (ບີ່) ເຮັດວຽກເປັນ ທີ່ປຶກສາ ດ້ານການພັດທະນາ ແລະ ສາທາລະນະສຸກ (International Development and Public Health Consultant) ອົງການ: Oxfam ເຊິ່ງກ່ອນທີ່ ບີ່ ຈະມາຢືນຢູ່ຈຸດນີ້ໄດ້ ມັນບໍ່ແມ່ນເລື່ອງງ່າຍເລີຍ ກໍຍ້ອນຕົ້ນທຶນຂອງຊີວິດຂອງນາງບໍ່ເທົ່າກັບຄົນອື່ນ ເລີຍຕ້ອງຊອກຫາທຸກຢ່າງ ແລະ ທຸກວິທີທາງເພື່ອໄປຫາຝັນດ້ວຍຕົນເອງ. ສໍາລັບໃຜທີ່ຢາກອ່ານເລື່ອງລາວຂອງແມ່ຍິງຄົນເກັ່ງທີ່ຊື່ວ່າ ບີ່ ແບບເຕັມຮູບແບບ ສາມາດຊອກອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ສິງຫາ 2017 ນີ້ ຕາມ U …

Read More »

ມາແລ້ວ!!! ແຮງບັນດານໃຈສໍາລັບຄົນມີຝັນ (Designer your Dream Designer your Life)

ຄໍລໍາ Special Scoop ໃນເດືອນ ກໍລະກົດ ສະບັບເລກທີ 120 ນີ້ເຮົາມາເພີ່ມແຮງບັນດານໃຈໃຫ້ສາວໆ ທີ່ມີຄວາມໃຝ່ຝັນ ຢາກເປັນ Designer ຫຼື ນັກອອກແບບເສື້ອຜ້າ ແຕ່ຖ້າຍັງບໍ່ຮູ້ວ່າຈະເລີ່ມຕົ້ນແນວໃດ ມື້ນີ້ເຮົາໄດ້ນໍາເອົາ ແຮງບັນດານໃຈ ຈາກເລື່ອງລາວຂອງ 3 ສາວເຈົ້າຂອງຫ້ອງເສື້ອທີ່ທຸກຄົນຮູ້ຈັກດີ ຢ່າງ Vina Brand, Chic & Trendy ແລະ TYNA Brand. ເລື່ອງແຮງບັນດານໃຈ, ຄວາມຮູ້ດີໆແບບນີ້ຊອກອ່ານຢູ່ໃສບໍ່ໄດ້ອີກແລ້ວ. ວີນາ ຈັນພະນາ ( ສາວມິ້ມ ) ເຈົ້າຂອງ Vina Brand ( ເມື່ອເຫັນລົມພັດປິວມັນເຮັດໃຫ້ຮູ້ເລີຍວ່າ ຊຸດທີ່ອອກມາຕ້ອງປິວໄປຕາມລົມແບບໃດ ). ດາລຸນີ ພິລາວັນ ( ເອື້ອຍດາ ) ເຈົ້າຂອງຫ້ອງເສື້ອ Chic & …

Read More »

ໄປນໍາກັນບໍ່? ໄປໃຊ້ຊີວິດຢູ່ກັບທໍາມະຊາດ, ໄປເປັນ Tarzan ກາງປ່າ ແລ້ວລອງຕັດຂາດຈາກໂລກພາຍນອກຊົ່ວຄາວ!

ຈັດກະເປົ໋າ ກຽມຊຸດລຸຍໆໄວ້ໃຫ້ພ້ອມ ເພາະເຮົາຈະພາໄປພະຈົນໄພ ໄປໃຊ້ຊີວິດຢູ່ກາງປ່າ ຮ້ອງ ໂຫ່ ຮີ້ວ ໂຫ້ ແບບທາຊານ ຫ້ອຍໂຫນຜ່ານປ່າໄມ້ ບໍ່ຕ້ອງຍ່າງໃຫ້ເມື່ອຍ ນອນຟັງສຽງນ້ຳຕົກເທິງເຮືອນຕົ້ນໄມ້ ໃຊ້ຊີວິດແບບບໍ່ມີສັນຍານໂທລະສັບ ຕັດຂາດຈາກໂລກພາຍນອກ ຫ່າງໄກຈາກ Comfort Zone ແບບສຸດໆ.  ສະບັບນີ້  ອິນດີ້ພາທ່ຽວ ຈະພາສາວໆຂວັນໃຈ ຜູ້ທີ່ຮັກມັກໃນການທ່ອງທ່ຽວ ໂດຍສະເພາະແມ່ນສາວຂາເລາະແນວພະຈົນໄພໄປຮູ້ຈັກກັບກິດຈະກຳໂຫນຊິບລາຍ (Zipline) ທີ່ ປ່າສະຫງວນດົງຫົວສາວ ເມືອງປາກຊ່ອງ ແຂວງຈຳປາສັກ ກັບ Tree top explorer ເຊິ່ງບ່ອນໂຫນສະລິງທີ່ດີທີ່ສຸດ ລຳດັບຕົ້ນໆຂອງເອເຊຍເລີຍກໍ່ວ່າໄດ້ ເວົ້າສ່ຳນີ້ກໍ່ໜ້າສົນໃຈແລ້ວແມ່ນບໍ່? ພ້ອມແລ້ວກໍ່ໄປລຸຍກັບພວກເຮົາເລີຍ! ກ່ອນອື່ນພວກເຮົາຈອງ Trip ນີ້ຜ່ານ website ຂອງ Tree Top Explorer ກ່ອນ ໂດຍພາຍໃນເວັບກໍ່ຈະມີໂປຼແກຼມພະຈົນໄພຫຼາຍແບບຫຼາຍລາຄາໃຫ້ເລືອກ ແລ້ວແຕ່ກຳລັງຊັບ 5555 ສຳຫຼັບທຼິບນີ້ພວກເຮົາເລືອກ Packet …

Read More »

ເປີດໃຈສາວ “ຕ໋ອດ ວີລູນາ” ແບບເຈາະເລຶກເປັນຄັ້ງທໍາອິດ! ເຖິງບົດບາດໃໝ່ໃນຮູບເງົາເລື່ອງ “ນ້ອງຮັກ”

ຄໍລໍາ: Entertainment Lao ເມື່ອເວົ້າເຖິງ ນັກຮ້ອງ, ນັກສະແດງ, ນາງແບບ ແຖວໜ້າຂອງປະເທດລາວເຮົາ ເຊື່ອວ່າຫຼາຍຄົນກໍຄົງຈະຄິດຮອດນາງຄົນນີ້ແນ່ນອນ ສາວ ວິລູນາ ເພັດມະນີ (ຕ໋ອດ) ເພາະນອກຈາກຄວາມ Hot ໃນບົດບາດການເປັນນັກຮ້ອງ, ນາງແບບ ທີ່ມີເອກະລັກ ບໍ່ຄືໃຜຂອງນາງແລ້ວ ເມື່ອເວົ້າເຖິງການສະແດງຊຶ່ງເປັນບົດບາດໃໝ່ທີ່ນາງຫາກໍໄດ້ຮັບມາສົດໆຮ້ອນໆ ໃນຮູບເງົາເລື່ອງ ນ້ອງຮັກ Dearest Sister ຜົນງານການສ້າງຂອງແມ່ຍິງລາວ ທີ່ ສາວຕ໋ອດ ໄດ້ຮັບບົດເປັນ ເອື້ອຍຂອງນາງເອກ ແລະ ຕາໃກ້ຈະບອດ ເຊິ່ງຖືວ່າກໍາລັງເປັນກະແສຮ້ອນແຮງຫຼາຍໃນໄລຍະນີ້ ແຖມຮູບເງົາເລື່ອງທໍາອິດທີ່ຫຼິ້ນກໍໄດ້ Go inter ນໍາອີກ ເຊິ່ງມື້ນີ້ ສາວຕ໋ອດ ກໍຈະມາເປີດໃຈເຖິງບົດບາດໃໝ່ ໃນການເປັນນັກສະແດງ ແລະ ເວົ້າເຖິງຄວາມຮູ້ສຶກເມື່ອ ຕ້ອງເປັນຄົນຕາບອດ ຄືກັນກັບບົດບາດທີ່ໄດ້ຮັບໃນຮູບເງົາ. ສໍາລັບລາຍລະອຽດ ສາມາດອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ມີຖຸນາ 2017 …

Read More »

ວິທີຈັດການກັບ “ນັກເລງຄີບອດໃນສັງຄົມ Online” ທີ່ເຮັດໃຫ້ເຮົາເຊື່ອມເສຍກຽດສັກສີ!!!

ຈັດການກັບ “ນັກເລງ” ໃນສື່ສັງຄົມ online ດ້ວຍກົດໝາຍ #ຢ່າລືມແຊຣບົດຄວາມດີໆແບບນີ້ໃຫ້ໝູ່ຄົນອື່ນໄດ້ເຫັນນຳແດ່ “ຫາກນັກເລງໃນສື່ສັງຄົມ online ໄດ້ໃສ່ຮ້າຍປ້າຍສີ ຫຼືປ້ອຍດ່າ ດ້ວຍວາຈາ ການຂຽນ ຫຼືກະທໍາແນວຫຍາບຊ້າໃສ່ຜູ້ອື່ນ ເພື່ອໃຫ້ເຊື່ອມເສຍກຽດສັກສີຢ່າງຮ້າຍແຮງ ຖືວ່າຂັດຕໍ່ ມາດຕາ 94 & 95 ຂອງກົດໝາຍວ່າດ້ວຍອາຍາ ຈະຖືກລົງໂທດຕັດອິດສະຫຼະພາບ ຫຼືປັບໃໝ” ໃນຍຸກ Digital ທີ່ຜູ້ຄົນທົ່ວໂລກເສບຕິດສື່ອອນລາຍຢ່າງໜັກໜ່ວງ ໂດຍສະເພາະບັນດາສາວໆທັງຫຼາຍ ທີ່ກາຍເປັນເຈົ້າແມ່ update ວ່າງຍາມໃດ ນາງຕ້ອງຈັບມືຖືຂຶ້ນມາຖ່າຍຮູບຕົນເອງ ອາຫານ ສະຖານທີ່ ແລະກິດຈະກຳຕ່າງໆ post ລົງສື່ສັງຄົມ online ແບບເອີ້ນໄດ້ວ່າ update ທຸກລົມຫາຍໃຈກັນເລີຍ (ບາດຍາມເຮັດວຽກ ຄືບໍ່ໝັ່ນແບບນີ້ແດ່ນໍ້) ແນ່ນອນວ່າ ການທີ່ມີຍຸກນີ້ Internet ມີສື່ສັງຄົມ online ເກີດຂຶ້ນມາໂລກຂອງເຮົາ ມັນເຮັດໃຫ້ໂລກທີ່ເຄີຍກວ້າງໃຫຍ່ໄພສານ ແຄບລົງທັນທີ ຜູ້ຄົນກໍຮູ້ຈັກກັນງ່າຍຂຶ້ນ …

Read More »