Breaking News

Magazine

ວ້າວໆໆໆໆ! ມາແລ້ວ! ວາລະສານຂວັນໃຈສະບັບໃໝ່ຫຼ້າສຸດ ປະຈຳເດືອນ ເມສາ ສາວໆຈະໄດ້ພົບກັບ fashion Cover ຈາກ Net Idol ທີ່ເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມ

ວ້າວ! ວ້າວ! ວ້າວໆໆໆໆ ມາແລ້ວ! ມາແລ້ວ! ວາລະສານຂວັນໃຈສະບັບໃໝ່ຫຼ້າສຸດ ປະຈຳເດືອນ ເມສາ ເດືອນຂອງປີໃໝ່ລາວເຮົານີ້ ທີ່ມາພ້ອມກັບເລື່ອງລາວທີ່ໜ້າສົນໃຈຕ່າງໆ ໃນແຕ່ລະຄໍລໍ່າ (Colum) ທີ່ອັດແໜ້ນມາພ້ອມກັບສາລະໜ້າຮູ້່ດີໆ ທີ່ຄັດມາເພື່ອສາວໆແຟນຂວັນໃຈໂດຍສະເພາະ ພິເສດໃນສະບັບນີ້ ສາວໆຈະໄດ້ພົບກັບ fashion Cover ຈາກ Net Idol ທີ່ເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມກັບສາວ ຝົນພະນາ ໄຕມະນີ (ແພນດ້າ) ທີ່ຈະມາເຜີຍຄວາມລັບວ່າ ການເປັນເປັນ Net Idol ນັ້ນຕ້ອງງາມ, ຫຸ່ນດີ, ນ້າຕາດີແທ້ ຫຼືບໍ່? ສາວໆຮີບໄປຊອກມາອ່ານດວ່ນເລີຍ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »

ຮ້ານອາຫານ ໂກດັງ (Go-Dunk Restaurant)

Delicious Guide Keep Your Happiness Moment Keep @ Go-Dunk ມາອີກແລ້ວສາວໆ ຄໍລຳແນະນຳຮ້ານອາຫານເດັດໆ ຖ້າມາວຽງຈັນແລ້ວຫ້າມພາດ,  ເຮົາຂໍນຳສະເໜີ ຮ້ານແນວສັງສັນປາຕີ້ເລີຍ ຊື່ວ່າ  “ໂກດັງ” ຟັງແຕ່ຊື່ກໍຮູ້ສຶກວ່າແຕກຕ່າງແລ້ວແມ່ນບໍ່ສາວໆ. ຮ້ານນີ້ຕັ້ງຢູ່ແຖວຕະຫຼາດວັງທອງ 450 ປີ ສູນລວມອາຫານແຊບໆ ລົດຊາດເດັດໆ ຫຼາກຫຼາຍຮ້ານ ໃຈກາງນະຄອນຫຼວງວຽງຈັນ ໄວ້ໃຫ້ສາວໆໄປແວ່ຫັ້ນເດ້ ບັນຍາກາດຂອງຮ້ານຈະອອກແນວ Loft Vintage ການຕົບແຕ່ງ Furniture ທຸກຢ່າງເປັນເຄື່ອງຂອງເກົ່າໆ ກໍຄື ຊື່ຂອງຮ້ານ “ໂກດັງ” ທີ່ເປັນສາງເກັບເຄື່ອງເກົ່າແກ່ຫັ້ນແຫຼະ ຕາມຝາຂອງຮ້ານ ຍັງໄດ້ເນັ້ນຮູບແຕ້ມແບບເທ້ໆ Art Art ໃນຫຼາຍໆຈຸດອີກ ເຮັດໃຫ້ບັນຍາກາດຂອງຮ້ານຊ່າງແຕກຕ່າງ ບໍ່ຄືໃຜເລີຍ ໃນນະຄອນຫຼວງວຽງຈັນນີ້. ເອື້ອຍຈຽບ ເຈົ້າຂອງຮ້ານ ໄດ້ເລົ່າໃຫ້ຟັງວ່າ: ຈຸດລິເລີ່ມ ແລະ ແຮງບັນດານໃຈໃນການຕົບແຕ່ງຮ້ານ Style …

Read More »

ຜູ້ຊາຍທີ່ຫຼົງໄຫຼໃນການເຮັດ Bakery ເປັນຊີວິດຈິດໃຈເຖິງ 10 ປີ

His Mind ສະບາຍດີສາວໆຂວັນໃຈ ອາກາດຮ້ອນໆແບບນີ້! ເຮົາກໍຕ້ອງມີສິ່ງທີ່ດີໆໄວ້ເພື່ອອ່ານໃຫ້ຄາຍຮ້ອນກັນແດ່ເນາະ ໂດຍສະເພາະເລື່ອງລາວຂອງໜຸ່ມໆທີ່ຮູ້ຈັກເລື່ອງ ແລະ ນິໄສແມ່ຍິງດີໆແລ້ວ ຍິ່ງເຮັດໃຫ້ສາວໆເຮົາຊື່ນຕາຊື່ນໃຈດີ.  ເຮົາມາຮູ້ຈັກ ໜຸ່ມຄົນນີ້ ຊື່ ກາລຸນ ຫຼວງໂຄດ (ໂບຣີສ) ເຈົ້າຂອງຮ້ານ Bakery by Boris  ທີ່ເປັນໜຸ່ມສຸດຮ໋ອດ ມາດເຂັ້ມ, ສຸຂຸມ ແລະ ໃຈເຢັນໆ ທີ່ບໍ່ຄືໃຜຄືການມັກເຮັດ Bakery ເປັນຊີວິດຈິດໃຈ ມາເຖິງ 10 ປີ.  ຍັງບໍ່ພໍ , ໂບຣີສ ເປັນຜູ້ຊາຍທີ່ອົບອຸ່ນ ທີ່ສຸດ ທີ່ມັກສັງເກດ ແລະ ເຂົ້າໃຈທຳມະຊາດຂອງແມ່ຍິງໄດ້ດີ ໂດຍສະເພາະເລື່ອງພະຍາດໃຈນ້ອຍ ນ້ອຍໃຈ ທີ່ ໂບຣີສ ບອກວ່າ: ແມ່ຍິງ ມັກນ້ອຍໃຈໄດ້ທຸກເວລາ….. ສ່ວນວ່າ ໂບຣີສ ຈະມີວິທີ ກຳຈັດສາວໆທີ່ມັກນ້ອຍໃຈໄດ້ແນວໄດ້ນັ້ນ  (ຕິດຕາມລາຍລະອຽດ …

Read More »

ມາພົບກັບ… ແຮງບັນດານໃຈໃນການລ້ຽງລູກຄົນດຽວ ທີ່ຊອກໃສບໍ່ໄດ້ ກັບ 4 ສາວ Single Mom

ຄໍລໍາ: Specail Scoop ມາພົບກັບແຮງບັນດານໃຈທີ່ຊອກໃສບໍ່ໄດ້ ໃນການເປັນ Single Mom ໃຜວ່າການເປັນ Single Mom ເປັນເລື່ອງທີ່ໜ້າອາຍໃນສັງຄົມ ຖ້າໃຜທີ່ກໍາລັງຢູ່ໃນສະຖານະການແບບນີ້ ລອງມາອ່ານ ຄໍລໍານີ້ເລີຍ ໃນນັ້ນຈະມີ 4 ສາວ Single Mom ທີ່ຈະມາໃຫ້ຂໍ້ຄິດດີໆ ໃນການສ້າງແຮງບັນດານໃຈ ໃຫ້ກັບແມ່ທີ່ຕ້ອງລ້ຽງລູກຄົນດຽວ ບໍ່ວ່າຈະດ້ວຍບັນຫາໃດກໍຕາມ ຮັບຮອງວ່າ ສາມາດສ້າງແຮງບັນດານໃຈໃຫ້ກັບສາວ Single Mom ບໍ່ຫຼາຍກໍໜ້ອຍ ແລະ ທີ່ສໍາຄັນຢາກໃຫ້ສັງຄົມໄດ້ຮັບຮູ້ ພ້ອມທັງປ່ຽນມຸມມອງການເບີ່ງ Single Mom ແລະ ໃຫ້ໂອກາດເຂົາເຈົ້າພ້ອມ. ສຸຂະຣະພອນ ພິມມະສອນ (ປູເປ້) ບອກວ່າ “ເອົາຜົວຜິດຄິດຮອດມື້ປະກໍພໍ, ຢ່າໃຫ້ລູກຕົກຢູ່ໃນສະພາບການຂັດແຍ່ງເຫັນພໍ່ແມ່ປະທະກັນ ຕ້ອງຮອງຮັບອາລົມຂອງພໍ່ແມ່ ເຊິ່ງກະທົບຕໍ່ຈິດໃຈຢ່າງແຮງ” ຟ້າລຸ້ງທິບ ໄຊສະຫວັດ (ຟ້າ) ແມ່ຟ້າ ນາງຟ້າຕົວຈີງຂອງລູກ ນາງອຸ້ມລູກຕິດເອິກ ມືໜຶ່ງຂັບລົດໄປເຮັດວຽກ …

Read More »

ແມ່ຍິງທີ່ບໍ່ຮູ້ຈັກຄໍາວ່າ “ຍາກ” (ມະລາວັນ ແມັດຕີ້ໂດ) ຜູ້ກໍາກັບຍິງ ຜູ້ພາຮູບເງົາລາວສູ່ເວທີລະດັບໂລກ

ຄໍລໍາ: Entertainment Lao ສໍາລັບຄົນມີຝັນຫ້າມພາດກັບຄໍລໍານີ້ ກັບການສໍາພາດ ມະລາວັນ ແມັດຕີ້ໂດ ຜູ້ກໍາກັບຍິງ ຜູ້ພາຮູບເງົາລາວສູ່ເວທີລະດັບໂລກ ຈາກຮູບເງົາເລື່ອງ “ຈັນທະລີ” ແມ່ຍິງຄົນນີ້ທີ່ບອກເຮົາວ່າ ໃຜກໍເປັນຜູ້ກໍາກັບໄດ້ ຂໍພຽງກ້າລົງມືເຮັດ, ບໍ່ຮຽນສ້າງຮູບເງົາແຕ່ເປັນຜູ້ກໍາກັບໄດ້ ເພາະຄວາມຮູ້ບໍ່ໄດ້ຢູ່ໃນໂຮງຮຽນ ແລະ ແມ່ຍິງຄົນນີ້ກໍຄືຄົນທີ່ບໍ່ຮູ້ຈັກຄໍາວ່າ “ຍາກ” ໃນການເຮັດວຽກນີ້ເລີຍ ຍ້ອນແນວນີ້ ຈຶ່ງເຮັດໃຫ້ນາງປະສົບຄວາມສໍາເລັດໄດ້ຄືທຸກມື້ນີ້ ກັັບຜົນງານຫຼ້າສຸດທີ່ກໍາລັງຈະອອກສາຍ ໃນຮູບເງົາເລື່ອງ “ນ້ອງຮັກ” (Dearest Sister) ສໍາລັບຂໍ້ມູນເຕັມ ສາມາດອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ມີນາ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »