Breaking News

Magazine

ມາຮູ້ຈັກກັບ! 3 ສາວຜູ້ປະສົບຄວາມສໍາເລັດຈາກທຸລະກິດ Online (Trendy Online Business)

Trendy Online Business ຍອດຊີວັນ ວິລະວົງສາ (ຕ້າ), ອາຍຸ 26 ປີ, ອາຊີບ: ທຸລະກິດສ່ວນຕົວ   ພົບພໍ້ກັນອີກແລ້ວກັບຄໍລຳພິເສດໃນເດືອນ ກັນຍາ ສະບັບນີ້ກັບມາຕາມຄຳຮຽກຮ້ອງຂອງແຟນໆຂວັນໃຈ ທີ່ຕ້ອງການຢາກຮູ້ຂໍ້ມູນ ແລະເຕັກນິກ ໃນການເຮັດທຸລະກິດທາງສື່ອອນລາຍ ເຮັດແນວໃດໃຫ້ສ້າງລາຍໄດ້ ເຮັດແນວໃດໃຫ້ປະສົບຜົນສຳເລັດ ສະນັ້ນ ຂວັນໃຈ ເລີຍຈັດໃຫ້!!! ພິເສດສຸດໃນສະບັບນີ້ ເຮົາຂໍສະເໜີກະແສການສ້າງລາຍໄດ້ໃນໂລກອອນລາຍທີ່ຖືວ່າກຳລັງເປັນກະແສໃນບ້ານເຮົາ ແຕ່ວ່າ…ມັນຈະພິເສດຂຶ້ນເພາະໃນສະບັບນີ້ ຈະມີສາວໆ 3 ຄົນເຊິ່ງເປັນໝູ່ສະໜິດກັນ ຮ່ວມກັນເຮັດທຸລະກິດໃນໂລກອອນລາຍຈົນສ້າງລາຍໄດ້ມະຫາສານ ສ້າງຊື່ສຽງໃນຊົ່ວພິບຕາ ເວົ້າໄປບໍ່ມີໃຜຄົງຈະບໍ່ຮູ້ຈັກ ເອົາເປັນວ່າມາຮູ້ກັບສາວທັງເກັ່ງທັງງາມຄົນທຳອິດ ນາງຊື່ວ່າ ຍອດຊີວັນ ວິລະວົງສາ (ຕ້າ) ອາຍຸ 26 ປີ ສາວໝັ້ນ ເນັດໄອດໍ້ຄົນດັງ ຜູ້ປະສົບຜົນສຳເລັດໃນການເຮັດທຸລະກິດການຂາຍເຄື່ອງອອນລາຍ ເຈົ້າຂອງ Love Season Lao page. ແມ່ຄ້າຂາຍເສື້ອຜ້າ ຂາຍຈົນເປັນໜີ້ກ້ອນໃຫຍ່!! …

Read More »

“ມຽວ” ໄຟ່ຝັນຢາກຈະເປັນສາວທະນາຄານ ແຕ່ສະຖານະການບັງຄັບໃຫ້ມາເປັນນັກກວດສອບບັນຊີ! ແຕ່ນາງກໍເຮັດໄດ້ດີຍ້ອນສາມາດຊອກຫາຈຸດສົມດຸນໄດ້!!!

ເມື່ອບໍ່ໄດ້ເຮັດຕາມຄວາມຝັນຂອງຕົນເອງບໍ່ວ່າຈະດ້ວຍເຫດຜົນໃດກໍຕາມ ຖ້າເຮົາເຮັດໄດ້ຈະເປັນສິ່ງທີ່ດີຫຼາຍ ເພາະມັນຈະເຮັດໃຫ້ເຮົາພາກພູມໃຈຫຼາຍກວ່າ ການທີ່ໄດ້ເຮັດຕາມຄວາມຝັນຂອງຕົວເອງດ້ວຍຊໍ້າ… ຄໍລໍາ: Chic Working Women ສໍາລັບໃຜທີ່ມີຄວາມຝັນແຕ່ບໍ່ໄດ້ເຮັດຕາມຄວາມຝັນຂອງຕົວເອງ ບໍ່ວ່າຈະດ້ວຍເຫດຜົນໃດກໍຕາມ ອາດຈະໄດ້ເຮັດໃນສິ່ງທີ່ຄອບຄົວຕ້ອງການ ຫຼືເຮັດວຽກທີ່ພໍ່ແມ່ຊອກໃຫ້ ຢາກບອກວ່າ ມັນບໍ່ແມ່ນເລື່ອງທີ່ບໍ່ດີຫຍັງເລີຍ ເພາະເຮົາບໍ່ໄດ້ຢູ່ຕົວຄົນດຽວ ເຮົາມີຄອບຄົວ ພໍ່ແມ່ ພວກເຂົາເຫຼົ່ານັ້ນລ້ວນແຕ່ເປັນຄົນທີ່ຮັກເຮົາຫຼາຍ! ສະນັ້ນ ຖ້າເຮົາຈະເອົາແຕ່ໃຈຕົວເອງຫຼາຍມັນກໍເປັນໄປບໍ່ໄດ້ ເພາະຢ່າງໜ້ອຍ ຖ້າເຮົາເຮັດໄດ້ກໍມີຄົນທີ່ພາກພູມໃຈໃນຕົວເຮົາທີ່ສຸດແລ້ວ ຄືດັ່ງສາວຄົນນີ້ ພຸດທະສອນ ສີສຸລາດ (ມຽວ) ເຮັດວຽກເປັນ ນັກກວດສອບບັນຊີ, ຢູ່ບໍລິສັດ Asia Pacific Accounting And Audit Services Sole Led. ທີ່ມີຄວາມໄຟ່ຝັນມາຕັ້ງແຕ່ນ້ອຍວ່າ ຢາກຈະເປັນສາວທະນາຄານ ແຕ່ສະຖານະການບັງຄັບໃຫ້ຕ້ອງມາເປັນນັກກວດສອບບັນຊີ ແຕ່ຕອນນີ້ນາງຊອກຫາຈຸດສົມດຸນຂອງໜ້າທີ່ ກັບສິ່ງທີ່ມັກໄດ້ແລ້ວ. ຢາກຮູ້ວ່ານາງເຮັດໄດ້ແນວໃດນັ້ນຫາ ຊອກອ່ານເລີຍ ໃນວາລະສານຂວັນໃຈ ສະບັບເດືອນ ກັນຍາ 2017 ນີ້ ຕາມ …

Read More »

ເມື່ອຄວາມຮັກໝົດອາຍຸ ແມ່ຍິງອາດກາຍເປັນ “ເຫຍື່ອ” ຄວາມຮຸນແຮງໂດຍບໍ່ຮູ້ຕົວ!

 “ຄວາມຮຸນແຮງຕໍ່ຈິດໃຈ ແມ່ນການກະທຳ, ການເມີນເສຍ ຫຼື ລະເລີຍ ທີ່ເຮັດໃຫ້ເກີດຜົນກະທົບຕໍ່ຈິດໃຈ ຂອງແມ່ຍິງແລະເດັກນ້ອຍ ເປັນຕົ້ນການມີເມຍຫຼາຍຄົນ, ການໝິ່ນປະໝາດ, ການນິນທາ, ການໃສ່ຮ້າຍ, ການປ້ອຍດ່າ, ການປະຈານ, ການບໍ່ໃຫ້ຄວາມສຳຄັນ, ການທຳມິດສະຈານ, ການປ່ອຍປະ, ການລໍາອຽງ, ການຈໍາແນກ, ການແຍກຈາກໝູ່ເພື່ອນ ຫຼື ຄອບຄົວ, ການບໍ່ໃຫ້ກຽດ, ບໍ່ນັບຖື, ການເຍາະເຍີ້ຍສຽດສີ, ການກີດກັ້ນ, ການບັງຄັບ ຫຼື ການຂົ່ມຂູ່ ຊິຶ່ງເຮັດໃຫ້ເສື່ອມເສຍຊື່ສຽງ, ກຽດສັກສີ, ອັບອາຍ, ຂາດຄວາມເຊື່ອໝັ້ນ, ເສຍສຸຂະພາບຈິດ, ຊືມເສົ້າ ຫຼື ຂ້າຕົວຕາຍ” ສະບາຍດີ ສາວໆຂວັນໃຈ ມາພົບກັບຄໍລຳ In Action ກັນອີກເປັນຄັ້ງທີ 2 ແລ້ວ ຄໍລຳນີ້ຈະຊ່ວຍໃຫ້ສາວໆຂວັນໃຈເຮົາ ໄດ້ອັບເດດ (update) ຄວາມຮູ້ກ່ຽວກັບ ສິດທິ ແລະ …

Read More »

ເຈາະເລິກ!!! ເຈ້ຍ ປາຊີຟິກ ຜູ້ກໍາກັບ 1.000 ລ້ານ (ຫົງຫາມເຕົ່າ)

ສະບາຍດີສາວໆຂວັນໃຈທີ່ໜ້າຮັກທັງຫຼາຍ!! ມື້ນີ້ ຄໍລຳ Entertainment Lao ຮູ້ສຶກຕື່ນເຕັ້ນຫຼາຍໆ ທີ່ໄດ້ມີໂອກາດສຳພາດຜູ້ກຳກັບ 1,000 ລ້ານ ທີ່ (ເກືອບ) ໜ້າຕາດີ ແຕ່ມີຄວາມໜ້າຮັກ ແຖມຄວາມສາມາດຍັງບໍ່ເປັນຮອງໃຜແນ່ນອນເດີ້ ຮູບເງົາທີ່ລາວສ້າງຜ່ານມາ ສ່ວນໃຫຍ່ກໍອອກແນວຕະຫຼົກມ່ວນຊື່ນ ສ້າງຮອຍຍິ້ມໃຫ້ກັບຜູ້ທີ່ໄດ້ຊົມ ປະສົມແນວຜີໆນຳອີກ ນັ້ນກໍຄືຮູບເງົາເລື່ອງ “ຮັກອີ່ຫຼີ 1 ແລະ 2” ທີ່ສ້າງລາຍຮັບລະດັບ 1,000 ລ້ານ ຕໍ່ເລື່ອງພຸ້ນແຫຼະ ຊິເປັນໃຜໄປບໍ່ໄດ້ນອກຈາກ ອ້າຍເຈ້ຍ ປາຊິຟິກ ຫຼ້າສຸດ ອ້າຍເຈ້ຍ ໄດ້ສ້າງ ແລະກໍາກັບຮູບເງົາເລື່ອງທີ 3 ຊື່ວ່າ “ຫົງຫາມເຕົ່າ” ທີ່ອອກສາຍໃນເດືອນມິຖຸນາຜ່ານມາ ແລະກວາດລາຍໄດ້ຢ່າງທະຫຼົ່ມທະລາຍອີກເຊັ່ນເຄີຍ ເພິ່ນເຮັດໄດ້ແນວໃດ ໄປເຈາະຈີ້ມເລື່ອງລາວພ້ອມໆກັນເລີຍ ເດັກຊາຍເຈ້ຍ ແຕ່ນ້ອຍງຽບໆ ບໍ່ຄ່ອຍມັກປາກ?? ພວກເຮົາສ່ວນຫຼາຍ ຕິດພາບຂອງ ອ້າຍເຈ້ຍ ທີ່ອາລົມດີ ຕະຫຼົກ ແຄ່ເຫັນໜ້າລາວກໍຍິ້ມອອກແລ້ວແມ່ນບໍ່? …

Read More »

“ສະຈວດ” ອາຊີບທີ່ຜູ້ຊາຍຫຼາຍຄົນຢາກເປັນ ແລ້ວເຮັດແນວໃດຈະໄດ້ເປັນ “ເບັນ” ມີຄໍາຕອບໃຫ້!!!

“ສະຈວດ” ອາຊີບທີ່ຜູ້ຊາຍຫຼາຍຄົນຢາກເປັນ ແລ້ວເຮັດແນວໃດຈະໄດ້ເປັນ “ເບັນ” ມີຄໍາຕອບ!!! ຄໍລໍາ: His Mind ສໍາພາດ ອານົນສິດ ຈຸນລະມຸນຕີ (ເບັນ) ພະນັກງານຕ້ອນຮັບເທິງເຮືອບິນ (Fight attendant) ຫຼືສະຈວດຂອງສາຍການບິນລາວ ອາຊີບທີ່ຜູ້ຊາຍຫຼາຍຄົນຢາກເປັນ ແລະ ອາຊີບທີ່ເຮັດໃຫ້ແມ່ຍິງຫຼາຍຄົນຮ້ອງວ້າວ (ບ່າວສະຈວດມັກຈະຫຸ່ນດີ ແລະ ມີ Six pack) ບ່າວຄົນນີ້ມາເຮັດຫຍັງນັ້ນຫວາ? ກໍມາຖ່າຍແບບໂຊ Six pack ໃຫ້ສາວໆໄດ້ເອົາໄປນອນຝັນຫຼິ້ນໆ ແລະ ມາແນະນໍາເທັກນິກໃນການເຮັດວຽກໃຫ້ໜຸ່ມໆໄດ້ຮູ້ວ່າ ຄົນທີ່ຈະເປັນສະຈວດໄດ້ຕ້ອງມີຄຸນນະສົມບັດຫຍັງແດ່? ນອກນັ້ນ ໜຸ່ມຄົນນີ້ຍັງມີທັກສະສໍາລັບນ້ອງໆ ຫຼືຄົນທີ່ຢາກເກັ່ງ ພາສາອັງກິດ ມາຕ້ອນນໍາອີກ! ວ້າວໆໆ ເລີດ!!! ເອີ້ນໄດ້ວ່າໄດ້ປະໂຫຍດທັງສາວໆ, ໜຸ່ມໆ ແລະ ນ້ອງໆຄົບກັນອີ່ຫຼີ. ແຕ່ຖ້າຈະອ່ານ ແລະ ເບິ່ງ ອ້າຍບ່າວຄົນນີ້ແບບເຕັມຮູບແບບ ແມ່ນອ່ານໄດ້ທີ່ດຽວຄື ວາລະສານຂວັນໃຈ ສະບັບເດຶອນສິງຫາ …

Read More »