Breaking News

Magazine

Eighteen Again with “Eighteen Collagen” ພາທ່ານຍ້ອນມາເປັນເດັກ 18 ອີກຄັ້ງ…

Eighteen Again with “Eighteen Collagen” ພາທ່ານຍ້ອນມາເປັນເດັກ 18 ອີກຄັ້ງ ວ້າວ! ວ້າວ! ວ້າວໆໆໆໆ ມາແລ້ວ! ມາແລ້ວ! ວາລະສານຂວັນໃຈສະບັບໃໝ່ຫຼ້າສຸດ ປະຈຳເດືອນ ທັນວາ ສະບັບສົ່ງທ້າຍປິເກົ່າ 2017 ຕ້ອນຮັບປີໃໝ່ 2018 ເດືອນຂອງປີໃໝ່ລາວເຮົານີ້ ທີ່ມາພ້ອມກັບເລື່ອງລາວທີ່ໜ້າສົນໃຈຕ່າງໆ ໃນແຕ່ລະຄໍລໍ່າ (Colum) ທີ່ອັດແໜ້ນມາພ້ອມກັບສາລະໜ້າຮູ້ດີໆ ແລະຄວາມພິເສດຕ່າງໆໃນເດືອນແຫ່ງຄວາມພິເສດນີ້ ທີ່ຄັດມາເພື່ອສາວໆແຟນຂວັນໃຈໂດຍສະເພາະ ພິເສດໃນສະບັບນີ້ ສາວໆຈະໄດ້ພົບກັບ fashion Cover ຈາກ 4 ໜຸ່ມ ແລະ 2 ສາວ ຈາກ talent Agency by A-list talent Agency ນໍາທີມໂດຍ ອາເລັກສັນ ສິດທິໂສ ນັກຮ້ອງ, ດີເຈ, ພິທີກອນ …

Read More »

ຄວາມຮູ້ທີ່ຄວນອ່ານ!!! ສາເຫດການຂໍຢ່າຮ້າງ ຕາມກົດໝາຍລາວມີຫຍັງແດ່?

“ຄອບຄົວ ກາຍເປັນບ່ອນທີ່ມີແຕ່ຄວາມທຸກ ມີແຕ່ນ້ຳຕາ ຂາດຄວາມເຂົ້າໃຈ ດູດກືນພະລັງໃຈ ຂອງສະມາຊິກໃນຄອບຄົວ ການຢ່າຮ້າງ ອາດເປັນທາງເລືອກສຸດທ້າຍ” ແນ່ນອນວ່າແມ່ຍິງທຸຸກຄົນ ເມື່ອເກີດມາແລ້ວ ຕ້ອງໃຝ່ຝັນຢາກມີຄອບຄົວທີ່ອົບອຸ່ນ ພຽບພ້ອມ ດ້ວຍພໍ່ແມ່ແລະລູກໆ ແຕ່ຄືວ່າຫັ້ນແຫຼະ ບໍ່ມີໃຜຄາດເດົາອະນາຄົດໄດ້ ເພາະການແຕ່ງດອງ ຄືການທີ່ຄົນສອງຄົນ ເຕີບໃຫຍ່ມາຈາກຕ່າງສະຖານທີ່ ຖືກອົບຮົມສັ່ງສອນຄົນລະແບບ ນິດໃສແຕກຕ່າງກັນ ມາມັກຮັກກັນຈົນເຖິງຂັ້ນ ຈູງມືກັນເຂົ້າປະຕູວິວາ ບາງຄົນອາດຈະຄິດວ່າ ຈຸດນີ້ແຫຼະຄືຄວາມສຳເລັດຂອງຊີວິດ ເຊິ່ງທີ່ຈິງອາດບໍ່ແມ່ນສະເໝີໄປ ເພາະເມື່ອລົງເຮືອຊີວິດລຳດຽວກັນແລ້ວ ມັນເປັນຈຸດເລີ່ມຕົ້ນຂອງ ໜ້າທີ່ ພັນທະ ພາລະ ທີ່ຕ້ອງຮັບຜິດຊອບຮ່ວມກັນ ການແບ່ງປັນພື້ນທີ່ສ່ວນຕົວໃຫ້ກັນ ຄົນສອງຄົນຕ້ອງປັບຕົວເຂົ້າຫາກັນ ເຮັດແນວໃດໃຫ້ສະມາຊິກຄອບຄົວມີຄວາມສຸກ ແລະນຳພາເຮືອລຳນ້ອຍ ທີ່ເອີ້ນວ່າ “ຄອບຄົວ” ຜ່ານຜ່າອຸປະສັກທີ່ເຂົ້າມາທ້າທາຍຄວາມເຂັ້ມແຂງ ທຸ່ນທ່ຽງ ຂອງຄົນທັງສອງຢູ່ຕະຫຼອດເວລາ ຍິ່ງເມື່ອທັງສອງມີລູກ ຫຼືພະຍານຮັກ ຄວາມຮັບຜິດຊອບຕ່າງໆກໍຍິ່ງເພີ່ມພູນຂຶ້ນໄປ ເປັນເງົາຕາມຕົວ ຫຼາຍໆຄູ່ສາມາດຝ່າຟັນສິ່ງກີດຂວາງຕ່າງໆໄປໄດ້ງ່າຍດາຍ ຢູ່ນຳກັນຈົນແກ່ເຖົ້າ ດ້ວຍພະລັງແຫ່ງຄວາມຮັກ ຄວາມເຂົ້າໃຈ ແລະນຳພາຄອບຄົວໄປຮອດຈຸດໝາຍປາຍທາງໄດ້ຢ່າງມີຄວາມສຸກ ໃນຂະນະດຽວກັນ …

Read More »

Mattie Do ຜູ້ກຳກັບຍິງ ຜູ້ພາຮູບເງົາລາວສູ່ເວທີໂລກ

ຖ້າໃຜຢູ່ໃນວົງການ ຫຼືຕິດຕາມຮູບເງົາລາວ ກໍອາດເຄີຍໄດ້ຍິນຊື່ຮູບເງົາເລື່ອງ “ຈັນທະລີ” ເຊິ່ງເປັນຮູບເງົາແນວຜີໆ ໃນສັງກັດຂອງບໍລິສັດ Lao Art Media ທີ່ອອກສາຍເມື່ອປະມານປີ 2013 ເປັນຮູບເງົາທີ່ໄວໜຸ່ມລາວບອກວ່າເບິ່ງແລ້ວບໍ່ຄ່ອຍເຂົ້າໃຈ ແຕ່ພັດເປັນທີ່ສົນໃຈຢ່າງລົ້ນເຫຼືອໃນເວທີສາກົນ ເພາະໄດ້ຮັບກຽດເຂົ້າສາຍໃນເທສະການຮູບເງົາກວ່າ 30 ງານ ທົ່ວໂລກເລີຍ ບໍ່ວ່າຈະເປັນ ເກົາຫຼີ, ອາເມລິກາ, ສະວີເດັນ ແລະອື່ນໆ ພິເສດແມ່ນໄດ້ຊັກນຳໃຫ້ທີມງານຄົນລາວຊຸດທຳອິດໄປຢຽບຍ່າງເທິງພົມແດງໃນ “ງານເທສະການຮູບເງົາເມືອງຄານ” (Cannes Film Festival) ອັນໂດ່ງດັງນໍາອີກ Wow!!! ຕົບມືດ່ວນເລີຍສາວໆ!!! ກ່າວໄດ້ວ່າ “ຈັນທະລີ” ເປັນຮູບເງົາລາວເລື່ອງທຳອິດຂອງລາວ ທີ່ໄດ້ໂກອິນເຕີ (Go inter) ໄປສ້າງຄວາມຕື່ນຕາຕື່ນໃຈໃຫ້ແກ່ຊາວໂລກຢ່າງຫຼວງຫຼາຍ ເພາະພວກເຂົາບໍ່ເຄີຍເຫັນຮູບເງົາລາວ ບໍ່ເຄີຍໄດ້ຍິນພາສາລາວ ບໍ່ເຄີຍຮູ້ຈັກວັດທະນະທຳລາວ ແລະທີ່ສຳຄັນທີ່ສຸດແມ່ນ ຮູບເງົາເລື່ອງນີ້ ຖືກກຳກັບໂດຍ “ແມ່ຍິງລາວ” ຕື່ນເຕັ້ນແລ້ວແມ່ນບໍ່ສາວໆຂວັນໃຈ ກັບຄວາມສາມາດຂອງແມ່ຍິງລາວ ທີ່ເກັ່ງບໍ່ແພ້ຊາດໃດໃນໂລກ ເຮົາມາຮູ້ຈັກຜູ້ກຳກັບຄົນເກັ່ງກັນເລີຍເນາະ ນາງຊື່ວ່າ ມາລາວັນ …

Read More »

ງາມແບບ ຫຼິງຫຼິງ ຫຼືງາມແບບໂຕເຮົາເອງ ເນລະມິດໄດ້ທີ່ SK Clinic…

 ປິຍະດາ ອິນທະວົງ (ຫຼິງຫຼິງ), ອາຍຸ 25 ປີ, ນັກສະແດງ-ນາງແບບ  ແພດຍິງ ຢາອາພາ ນະສຸນີ (ໝໍ ບຸ້ງ), ອາຍຸ 32 ປີ, ປະທານ SK Clinic   ສະບາຍດີ ຫຼິງຫຼິງ ໄດ້ຍິນວ່າງາມຂຶ້ນຫຼາຍ ຫຼັງຈາກໄດ້ເປັນພຣີເຊັນເຕີຂອງ SK Clinic? ໂດຍ… ຫຼິງຫຼິງ ກໍເປັນຄົນລາວຄົນທຳອິດເລີຍ ທີ່ໄດ້ເປັນພຣີເຊັນເຕີ ຂອງ SK clinic ທັງໝົດ 7 ສາຂາ ທົ່ວປະເທດໄທ ກໍຮູ້ສຶກຍິນດີ ຂໍຂອບໃຈທີ່ຜູ້ໃຫຍ່ທີ່ໃຫ້ໂອກາດ ແລະຂອບໃຈ ໝໍບຸ້ງ ເຈົ້າຂອງຄລີນິກທີ່ເພິ່ນເຫັນວ່າ ຫຼິງຫຼິງ ມີຄວາມເໝາະສົມ (ຍິ້ມ) ເລື່ອງງາມຂຶ້ນນິ ຫຼິງຫຼິງ ບໍ່ຂໍປະຕິເສດ ເພາະມີປະສົບການດ້ວຍຕົນເອງມາແລ້ວ ຈຶ່ງເຊື່ອໝັ້ນໃນຝີມື ແລະນະວັດຕະກຳໃໝ່ໆຂອງເພິ່ນ …

Read More »

ຄຸ້ນກັນບໍ່ໜຸ່ມຄົນນີ້ ເທເລີ! ໜຸ່ມມາດເຂັ້ມທີ່ເປັນທັງນັກຮ້ອງ, ນາຍແບບ ແລະ ພິທີກອນ ເຈົ້າຂອງໃບປະກາດ 2 ໃບ ຈາກປັກກິ່ງ (ລະດັບປະລິນຍາໂທ)

ຄໍລໍາ: His Mind ສໍາພາດ ນາຍແບບ, ນັກຮ້ອງ ແລະ ນັກສະແດງ ແລະ ນັກສຶກສາ Degree ປະລິນຍາໂທ 2 ສາຂາ ຈາກປັກກິ່ງ (ປະເທດຈີນ) ວັນນະສິນ ສີສົມບັດ (ເທເລີ) ທີ່ມາພ້ອມມາດເຂັ້ມໆ, ຄວາມສາມາດຫຼາກຫຼາຍ ແລະ ຍັງຮຽນເກັ່ງນໍາອີກ. ທີ່ເຊື່ອວ່າຫຼາຍຄົນຄົງຈະຄຸ້ນໜ້າຄຸ້ນຕາກັນດີ ເພາະຜົນງານຫຼ້າສຸດທີ່ໜຸ່ມ ເທເລີ ໄດ້ຮັບກໍຄືເປັນ ພິທີກອນ ໃນລາຍການຊື່ດັງຄື: The Featuring ນັ້ນເອງ ແລະ ຜົນງານເກົ່າທີ່ຫຼາຍຄົນອາດຈະຍັງບໍ່ລືມກັບບົດບາດການເປັນນັກຮ້ອງໃນຖານະ 4 ໜຸ່ມເຈົ້າຊູ້ ວົງເອັມແມັກ (MMAQ) ເພງ “ບໍ່ຕ້ອງບອກໃຫ້ລືມ” ທີ່ເຄີຍໂດ່ງດັງເມື່ອ 2-3​ ປີກ່ອນ ແລະ ມາແຍກເປັນຄູ່ຫູດູໂອ ເທເລີ & ບອຍ ຜົນງານເພງ “ເວດມົນ” …

Read More »