Breaking News

Magazine

ມາຮູ້ຈັກ! ເທເລີ້ ໜຸ່ມສຸດເຈົ້າຊູ້ ຄວາມສາມາດແໜ້ນ Degree ປະລິນຍາໂທ 2 ສາຂາ

  ອຸ້ຍຕາຍຍຍ ວ້າຍ…ກຣີດໆໆໆ ອາກາດເຢັນໆແບບນີ້ ຊະນີIndy ເອົາໃຈໝູ່ເພື່ອນເປັນພິເສດແດ່ ຈະພາເພື່ອນໆມາຮູ້ຈັກ ກັບໜຸ່ມມາດເຂັ້ມ ຜູ້ທີ່ມີຄວາມສາມາດຫຼາກຫຼາຍ ແຖມຍັງຮຽນດີຮຽນເກັ່ງນຳອີກ ທຸກໆຄົນອາດຈະຮູ້ຈັກດີກັບ 4 ໜຸ່ມເຈົ້າຊູ້ ວົງເອັມແມັກ (MMAQ) ເພງ “ບໍ່ຕ້ອງບອກໃຫ້ລືມ” ທີ່ເຄີຍເປັນກະແສໂດ່ງດັງ 2-3 ປີກ່ອນມານີ້ ແລະ ຕໍ່ມາກໍໄດ້ແຍກມາເປັນ ຄູ່ຫູດູໂອ ເທເລີ້ & ບອຍ ຜົນງານເພງ ເວດມົນ (MAGIC) ສັງກັດຄ້າຍເພງ ກ້າວໜ້າ Entertainment. ປັດຈຸບັນ, ໜຸ່ມຄົນນີ້ ຫາກໍຈົບການສຶກສາປະລິນຍາໂທ 2 ໃບ ມາໃໝ່ໆໝາດໆຈາກ ນະຄອນຫຼວງປັກກິ່ງ (ປະເທດຈີນ) ແລະ ພ້ອມແລ້ວທີ່ຈະກັບມາສ້າງຜົນງານດ້ານວົງການບັນເທີງລາວແບບເຕັມທີ່. ຊ່ວຍແນະນຳໂຕເອງໃຫ້ຮູ້ຈັກແນ່? ສະບາຍດີ! ສາວໆຂວັນໃຈຊື່ ວັນນະເສີມ ສີສົມບັດ ຊື່ຫຼິ້ນ ເທ່ເລີີ້ ອາຍຸ …

Read More »

“Dynamic” ວົງດົນຕີນ້ອງໃໝ່ ປະກວດຊະນະມາໄດ້ຍ້ອນຄວາມສາມາດລ້ວນໆ!!!

ສະດຸດຫູສະດຸດຕາ… ມີຄວາມຢາກນຳສະເໜີໃຫ້ຮູ້ຈັກກັບ 5 ໜຸ່ມສຸດເຈົ້າຊູ້ ຈາກວົງດົນຕີ “ໄດນາມິກ” (Dynamic Band) ເປັນວົງດົນຕີທີ່ໄດ້ຮັບລາງວັນຊະນະເລີດຈາກໂຄງການປະກວດວົງດົນຕີເບຍລາວ ຄັ້ງທີ 2 (Beerlao Band Challenge Season 2) ທີ່ໄດ້ຈັດຂຶ້ນໃນເດືອນກໍລະກົດ 2017 ທີ່ຜ່ານມາ ແລະ ນີ້ແມ່ນຄັ້ງທໍາອິດທີ່ໜຸ່ມໆທັງ 5 ຄົນ ໄດ້ແກ່: ທ້າວສິດທິພອນ ແກ່ນບັນດິດ (ອ້າຍ) ມືເບດ, ​ທ້າວສິດທິເດດ ປະໄພຊາດ (ຕ້າ) ນັກຮ້ອງນຳ, ທ້າວຖະໜອມສັກ ພູວົງຄຳຈັນ (ຕ່າ) ມືກີຕ້າຂອດ, ທ້າວສຸວິໄຂ ແສງອາລຸນ (ອ໊ອດ) ມືກອງ ແລະ ທ້າວປັນຍາ ດວງບຸດດີ (ເອັ້ນ) ມືກີຕ້າໂຊໂລ້ ຈະມາເປີດໃຈເລົ່າຄວາມເປັນມາ ໃຫ້ສາວໆຂວັນໃຈໄດ້ຮູ້ກ່ອນໃຜ ຖ້າບໍ່ຢາກຕົກຂ່າວ ຕົກກະແສບັນເທີງບ້ານເຮົາ ກໍໄປຮູ້ຈັກພວກເຂົາພ້ອມໆກັນເລີຍ …

Read More »

ຮູ້ຈັກກັບ!!! ຈູລ່າ ສາວໝັ້ນຄົນເກັ່ງ… “ຕົ້ນທຶນຊີວິດທີ່ດີກໍມີສ່ວນຊຸກຍູ້ໃຫ້ເຮົາກ້າວໜ້າໄດ້ໄວກວ່າຄົນອື່ນ ແຕ່ການຮຽນຮູ້ ແລະຄວາມພະຍາຍາມຕ່າງຫາກທີ່ຊຸກຍູ້ໃຫ້ເຮົາກ້າວໄປຂ້າງໜ້າ”

ຄໍລໍາ: Chic Working Women “ຕົ້ນທຶນຊີວິດທີ່ດີກໍມີສ່ວນຊຸກຍູ້ໃຫ້ເຮົາກ້າວໜ້າໄດ້ໄວກວ່າຄົນອື່ນ ແຕ່ການຮຽນຮູ້ ແລະຄວາມພະຍາຍາມຕ່າງຫາກທີ່ຊຸກຍູ້ໃຫ້ເຮົາກ້າວໄປຂ້າງໜ້າ” ສາວ Chic Working Women ຄົນສຸດທ້າຍຂອງປີ 2017 ໄດ້ບອກໄວ້… ສໍາລັບສາວໆຄົນໃດທີ່ກໍາລັງທໍ້ກັບບັນຫາຕ່າງໆທີ່ພົບຢູ່ບໍ່ວ່າຈະເປັນເລື່ອງຂອງການໃຊ້ຊີວິດ, ເລື່ອງວຽກ ຫຼືເລື່ອງຄວາມຮັກຕ່າງໆກໍຕາມແຕ່… ຢາກບອກສາວໆວ່າເມື່ອທໍ້ຢ່າຟ້າວຖອຍພະຍາຍາມຊອກຫາຫົນທາງລຸກຂຶ້ນມາຕໍ່ສູ້ກັບມັນໃຫ້ໄດ້ ແຕ່ຖ້າຍັງຊອກບໍ່ເຫັນຢາກໃຫ້ມາຟັງຂໍ້ຄິດຈາກສາວໝັ້ນຄົນເກັ່ງຄົນນີ້ ຈູລ່າ ວັນເພັງ ນໍຣະສິງ ຜູ້ບໍລິຫານ, ຜູ້ຈັດການ ບໍລິສັດ ອີຊຸຊຸລາວ ວີເອສເອ ເຊິ່ງກ່ອນຈະມາເປັນລະດັບຜູ້ບໍລິຫານແບບນີ້ ຈູລ່າເອງກໍຕ້ອງໄດ້ເລີ່ມຕົ້ນເຮັດວຽກຈາກສູນ ເລີ່ມຈາກການເປັນພະນັກງານຫ້ອງການທົ່ວໄປມາກ່ອນ ເຖິງວ່າມີ Degree ເປັນລູກສາວຫຼ້າເຈົ້າຂອງບໍລິສັດກໍຕາມ ເພາະຈູລ່າເຊື່ອສະເໝີວ່າ “ກ່ອນຈະເປັນຫົວໜ້າຄົນໄດ້ ເຮົາຕ້ອງຮຽນຮູ້ການເປັນລູກນ້ອງກ່ອນ” ສະນັ້ນແລ້ວສາວໆ ບໍ່ມີໃຜທີ່ຈະປະສົບຄວາມສໍາເລັດຖ້າບໍ່ຮູ້ຈັກການເລີ່ມຕົ້ນ ທຸກຢ່າງລ້ວນແຕ່ຕ້ອງມາການລອງຜິດລອງຖືກທັງໝົດ ຄົນທີ່ບໍ່ຮູ້ຈັກກັນການນັບສູນ ຫຼືບໍ່ຮູ້ຈັກການເລີ່ມຕົ້ນຈະບໍ່ສາມາດປະສົບຄວາມສໍາເລັດໄດ້ເລີຍ… ສໍາລັບແຮງໃຈດີໆສະບັບເຕັມຈາກ ຈູລ່າ ແມ່ນສາມາດຊອກອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ທັນວາ 2017 (125) ຕາມ …

Read More »

ມາຮູ້ຈັກກັບ!!! ນັກກິລາເພາະກາຍຍິງລຸ້ນບຸກເບີກ ທີ່ໄປສ້າງຊື່ສຽງໃຫ້ກັບປະເທດເຮົາ!!!

ຄໍລໍາ: Specail Scoop ມາຮູ້ຈັກກັບ!!! ນັກກິລາເພາະກາຍຍິງລຸ້ນບຸກເບີກ ທີ່ໄປສ້າງຊື່ສຽງໃຫ້ກັບປະເທດເຮົາ!!! ກິລາເພາະກາຍ ເປັນກິລາຊະນິດໜຶ່ງທີ່ນັກກິລາຕ້ອງແຂ່ງຂັນກັນພັດທະນາກ້າມເນື້ອ ດ້ວຍການອອກກຳລັງກາຍ ເພີ່ມປະລິມານອາຫານ ແລະການພັກຜ່ອນ ເຊິ່ງກວ່າຈະໄດ້ກ້າມເນື້ອງາມໆ ໄປຢືນອວດຄະນະກຳມະການເທິງເວທີໄດ້ນັ້ນ ຕ້ອງອາໄສວິໄນ ຄວາມອົດທົນ ແລະພະຍາຍາມຢ່າງໜັກໜ່ວງ ໂດຍສະເພາະ ເມື່ອນັກເພາະກາຍນັ້ນ ແມ່ນແມ່ຍິງລາວແລ້ວ ໂອ້ ຍິ່ງບໍ່ທຳມະດາເລີຍແມ່ນບໍ່?? ສະນັ້ນ ສໍາລັບຄໍລໍ່າພິເສດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ເຮົາກໍຈະມາແນະນຳສາວໆຂວັນໃຈໃຫ້ຮູ້ຈັກກັບ 3 ສາວນັກກິລາເພາະກາຍຍິງລຸ້ນທຳອິດຂອງລາວ ທີ່ໄປສອຍລາງວັນເພາະກາຍຢູ່ເວທີຕ່າງຊາດມາແລ້ວ!!! ທິບພາວັນ ເພັງສະຫວັນ (Trainer Feuang) ສາວໜ້າຫວານ ທີ່ມາພ້ອມກັບຫຸ່ນແໜ້ນໆ ທີ່ສາມາດເອົາຊະນະໃຈຕົວເອງຍ້ອນຄວາມບໍ່ມັກການປະກວດ ຫັນມາປະກວດຍ້ອນຄວາມມັກໃນການອອກກໍາລັງກາຍ ຈົນກ້າທີ່ຈະກ້າວຂຶ້ນເວທີການປະກວດມາແລ້ວຫຼາຍເວທີ ຍ້ອນຄະຕິປະຈໍາໃຈທີ່ວ່າ “ຖ້າເຈົ້າກ້າອອກຈາກຄວາມຢ້ານ … ເຈົ້າຈະພົບກັບໂລກໃໝ່ທີ່ດີກວ່າ” ກິນນາລອນ ນັນທິລາດ (Trainer Tom) ສາວຮ່າງນ້ອຍແຕ່ບໍ່ທໍາມະດາ ເພາະນາງເປັນແມ່ຍິງຄົນທຳອິດ ທີ່ຄວ້າຕຳແໜ່ງຊະນະເລີດ ໃນງານມິສເຕີລາວ 2017 (Mr. …

Read More »

ເຈາະເລິກ!!! ຊີວິດ ນັດ (ບົວສີ) ນາງເອກສາວຂວັນໃຈໄວລຸ້ນ “ເພາະການສະແດງຄືການຮຽນແບບທໍາມະຊາດ ເມື່ອເຮົາເອົາມາທຽບກັບຊີວິດຈິງ ເຮົາຈະສະແດງອອກມາໄດ້ເປັນທໍາມະຊາດທີ່ສຸດ”

ເຈາະເລິກ!!! ຊີວິດ ກຸນລະນັດ ຟອງສະຫວັນ (ນັດ) ນາງເອກສາວຂວັນໃຈໄວລຸ້ນ ຄໍລໍາ: Entertainment Lao ສໍາພາດ ກຸນລະນັດ ຟອງສະຫວັນ (ນັດ)  ອາຊີບ ນັກຮຽນ ນັກສະແດງ ທີ່ຖືກຍົກໃຫ້ເປັນ ນາງເອກສາວຂວັນໃຈໄວລຸ້ນ ທີ່ຫຼາຍຄົນຮູ້ຈັກກັນດີໃນຊື່ຂອງ “ບົວສີ” ນາງເອກສາວນ້ອຍຈາກຮູບເງົາເລື່ອງ “ຮັກນີ້ສີບົວ” ນັ້ນເອງ! ເຊິ່ງນ້ອງນັດກໍໄດ້ມາເປີດໃຈເຖິງເລື່ອງລາວຊີວິດທີ່ແສນເສົ້າ ເພາະພໍ່ແມ່ແຍກທາງກັນຕັ້ງແຕ່ນັດຍັງນ້ອຍ ເຮັດໃຫ້ນັດຕ້ອງສູ້ຊີວິດຫາເງິນສົ່ງຕົວເອງມາແຕ່ຈື່ຄວາມໄດ້ ຈົນປັດຈຸບັນກໍໃກ້ຈະຈົບຊັ້ນມັດທະຍົມແລ້ວ!!! ໃນເລື່ອງຂອງການສະແດງນ້ອງນັດກໍໄດ້ມີຂໍ້ຄິດດີໆມາຕ້ອນສໍາລັບຄົນທີ່ຢາກຈະເປັນນັກສະແດງເກັ່ງໆແບບນ້ອງເພາະດ້ວຍຄວາມສາມາດທີ່ຕີບົດ “ບົວສີ” ໃນຮູບເງົາ “ຮັກນີ້ສີບົວ” ແບບແຕກກະຈຸຍກໍຍ້ອນວ່ານ້ອງນັດຄິດສະເໝີວ່າ “ການສະແດງຄືການຮຽນແບບທໍາມະຊາດ ເມື່ອເຮົາເອົາມາທຽບກັບຊີວິດຈິງ ເຮົາຈະສະແດງອອກມາໄດ້ເປັນທໍາມະຊາດທີ່ສຸດ” ວ້າວໆໆໆ ໜ້າສົນໃຈຫຼາຍສໍາລັບສາວນ້ອຍຄົນນີ້! ແຕ່ເອົາເປັນວ່າພໍສໍ່ານີ້ສາກ່ອນເນາະ! ແຕ່ຖ້າໃຜທີ່ຢາກຈະຮູ້ຈັກກັບສາວນ້ອຍຄົນນີ້ແບບເຈາະເລິກກວ່ານີ້ ກໍສາມາດໄປທໍາຄວາມຮູ້ຈັກກັນໄດ້ໃນ ວາລະສານຂວັນໃຈ ສະບັບທີ 125 ປະຈໍາເດືອນ ທັນວາ 2017 ຕາມ U Express M Point Mart …

Read More »