Breaking News

Magazine

ຊຶ້ງກ່ອນນີ້ມີອີກບໍ່? ແຈ໋ກ ໜຸ່ມລາວທີ່ໄປອອກລາຍການ The Voice Thailand ໂຄເວີ້ເພງ “ຖອຍ” (ມີຄລິບ)

ມ່ວນຫຼາຍ…ຊຶ້ງກ່ອນນີ້ມີອີກບໍ່? ຟັງກັນລະຫວ໋າ ແຈ໋ກ ໄຊປະເສີດ ພົມມະວົງໄຊ ໜຸ່ມລາວທີ່ໄປອອກລາຍການ The Voice Thailand Season 6, ຫຼ້າສຸດປ່ອຍຄລິບໂຄເວີ້ (Cover) ເພງ “ຖອຍ” ຂອງວົງ GLISS  ເຊິ່ງເປັນເພງດັງຈາກປະເທດເພື່ອນບ້ານໃຫ້ໄດ້ຟັງ, ບອກເລີຍວ່າມ່ວນຫຼາຍໆ… ถอย – GLISS cover…….ຝາກຕິດຕາມແນາເດີ້ฝากติดตาม ด้วยนะคับบCr: Bill Vongsengthong Jack Phommavongsayさんの投稿 2018年2月1日(木)   ສຳລັບ ແຈ໋ກ ໄຊປະເສີດ ພົມມະວົງໄຊ  ເປັນໜຸ່ມລາວຄົນທຳອິດທີ່ໄປແຂ່ງຂັນຮ້ອງເພງໃນລາຍການ The Voice Thailand ແລະ ກໍສາມາດໂຊພະລັງສຽງຈົນຜ່ານເຂົ້າໄປໃນຮອບ ສະແດງສົດ ໃນຊ່ວງອາທິດທີ່ຜ່ານມາ… ຂໍບອກເດີ້ວ່າສຸດຍອດອີ່ຫລີ, ຢ່າງໃດກໍຢ່າລືມຕິດຕາມ ແລະ ເປັນກຳລັງໃຈໃຫ້ກັບໜຸ່ມຄົນນີ້ແດ່ເດີ້ແຟນໆ. #ເດັກລາວເກັ່ງປານນິຖ້າຫຍັງຢູ່ແຊຣໄປໆ ຄລິບ ແລະ ຮູບພາບ: Jack Phommavongsay

Read More »

ເອົາແລ້ວໆ! ແຈ໋ກກີ້ ຜ່ານເຂົ້າຮອບສະແດງສົດໃນ “The Voice Thailand 6” ແຟນໆຊາວລາວເຊຍສຸດໃຈ!

ສະແດງຄວາມຍິນດີ…ກັບ ແຈັກກີ້ ໄຊປະເສີດ ພົມມະວົງໄຊ ນັກຮ້ອງໜຸ່ມຈາກປະເທດລາວທີ່ໄປສ້າງສຽງຮຶຮາ ໂດຍໄດ້ມີໂອກາດໄປແຂ່ງຂັນຮ້ອງເພງໃນລາຍການດັງຂອງປະເທດເພື່ອນບ້ານ The Voice Thailand Season 6 ເຊິ່ງກ່ອນໜ້ານີ້ກໍສ້າງສຽງຮຶຮາໄປເພາະ ແຈ໋ກກີ້ ໄດ້ສ້າງປະກົດການຜ່ານເຂົ້າໃນຮອບ  Blind Auditions ແລະ ຮອບ Knock Out ມາແລ້ວ ແລະ ຫຼ້າສຸດ ວັນທີ 28 ມັງກອນ 2018 ກໍສ້າງປະກົດການໃຫ້ແຟນໆທັງ ລາວ ແລະ ໄທ ໄດ້ກຣີດໆໆໆ… ກັນສະໜັ່ນນັ້ນກໍຄື ແຈັກກີ້ ໄດ້ແຂ່ງຂັນໃນຮອບ Battle ແລະ ກໍສາມາດເອົາຊະນະຄູ່ຕໍ່ສູ້ໄປໄດ້ ໂດຍການໂຊພະລັງສຽງຂັ້ນເທບ ແລະ ເອົາຊະນະຜ່ານເຂົ້າໄປໃນຮອບສະແດງສົດໄດ້ຢ່າງງົດງາມ. #ຢ່າລືມແຊຣເປັນກຳລັງໃຈໃຫ້ເດັກລາວ ຮູບພາບ: Jack Phommavongsay ຄລິບ: The Voice Thailand

Read More »

“ນໍ້າເພັດ” Smart Working Mommy “ແມ່ຍິງເຮົາຢ່າອ້າງການມີຄອບຄົວ ແລະ ລູກ ວ່າເປັນອຸປະສັກໃນການເຮັດວຽກ”

Chic Working Women for October 2017 Profile: ຊື່: ນ ມະນີພອນ ສີຫາລາດ (ນໍ້າເພັດ) ອາຍຸ 35 ປີ ສະຖານະພາບ ແຕ່ງງານແລ້ວ ອາຊີບ ຮອງຜູ້ອໍານວຍການ ບໍລິສັດ ລານທອງ ສໍາຫຼວດ-ອອກແບບ ກໍ່ສ້າງ ຈໍາກັດ ແລະ ເປັນຕົວແທນ ຄຼີນິກເສີມຄວາມງາມ ເດີລາຍ ປະຈໍາລາວ Smart Working Mommy “ແມ່ຍິງເຮົາຢ່າອ້າງການມີຄອບຄົວ ແລະ ລູກ ວ່າເປັນອຸປະສັກໃນການເຮັດວຽກ”         “ຄວາມສໍາເລັດ” ຄືສິ່ງທີ່ທຸກຄົນປາຖະໜາຫາ ແລະ ຕ້ອງການຢາກຈະພົບໃນຊີວິດບໍ່ວ່າຈະເປັນ ຄວາມສໍາເລັດໃນການເຮັດວຽກ ຫຼືຄວາມສໍາເລັດໃນຊີວິດ. ຫຼາຍຄົນນັ້ນເຝົ້າຝັນມາທັງຊີວິດທີ່ວ່າຢາກຈະເປັນຄົນທີ່ປະສົບຄວາມສໍາເລັດ ແຕ່ບໍ່ຕັ້ງໃຈລົງມືເຮັດແບບຈິງຈັງຈັກເທື່ອ ມົວແຕ່ໂທດນີ້ໂທດນັ້ນ ຈົນເຮັດໃຫ້ພາດໂອກາດທີ່ຈະພາຕົວເອງໄປຮອດເປົ້າໝາຍໄດ້. ໂດຍສະເພາະແມ່ຍິງຄືເຮົາ ສໍາລັບຄົນທີ່ຍັງໂສດກໍສາມາດເຮັດວຽກໄດ້ເຕັມທີ່ແດ່ ແຕ່ຄົນທີ່ແຕ່ງດອງມີລູກແລ້ວ …

Read More »

ໂອະ ໂອ້ຍ! ເຈົ້າຊູ້ສົມກັບຕຳແໜ່ງ ເປ່ເລ້ ອະດີດນັກກິລາເທຄວັນໂດ້ທີມຊາດ ໄດ້ຮັບຕຳແໜ່ງ “100 Mr & Ms SUPER MODEL 2018”

ຮູ້ຜົນກັນໄປແບບສົດໆຮ້ອນໆ ສຳລັບການປະກວດ “100 Mr & Ms SUPER MODEL” ຮອບຊິງຊະນະເລີດ ໃນວັນອາທິດ ວັນທີ 14 ມັງກອນ 2018 ທີ່ຜ່ານມາທີ່ ວຽງຈັນເຊັນເຕີ ເຊິ່ງມີ ນາຍແບບ ນາງແບບ ໜ້າໃໝ່ເຂົ້າປະກວດກັນເຖິງ 100 ຄົນ ແລະ ສຳລັບລາງງວັນໜຸ່ມທີ່ຊະນະເລີດກໍແມ່ນ ດວງສິວິໄລ ພິມມະສອນ (ເປ່ເລ້) ອາຍຸ 23 ປີ ໝຸ່ມສຸດເຈົ້າຊູ້ ຜູ້ມີບຸກຂະລິກດີ ອະດີດນັກກິລາທີມຊາດ ປະເພດ ເທຂວັນໂດ້ ໄດ້ຮັບຕຳແໜ່ງ ແລະ ເງິນລາງວັນໄປເຖິງ 3 ລ້ານກີບ (ຂໍສະແດງຄວາມຍິນດີນຳຫຼາຍໆເດີ້) ສໍາລັບ ເປ່ເລ້ ດວງສີວິໄລ ຂໍຮັບປະກັນວ່າບໍ່ໄດ້ມີດີແຕ່ໜ້າຕາ ເພາະເປັນເຖິງອະດີດນັກກິລາເທຄວັນໂດ້ ທີມຊາດລາວ ກວາດລາງວັນໃນລະດັບສາກົນມາແລ້ວຫຼາຍລາງວັນ ບໍ່ວ່າຈະເປັນ ຫຼຽນເງິນ, ຫຼຽນຄໍາ, …

Read More »

ເປີດໃຈໜຸ່ມຫຼໍ່! ໂບຣີສ ຫຼວງໂຄດ Bakery Chef (ເປັນຫຍັງຫຼາຍຄົນມັກຄິດວ່າ ຜູ້ຊາຍທີ່ມັກເຮັດອາຫານອາດບໍ່ແມ່ນຜູ້ຊາຍແທ້?)

ກາລຸນ ຫຼວງໂຄດ ຫຼື ເອີ້ນງ່າຍໆວ່າ: ໂບຣີສ ໜຸ່ມມາດເຂັ້ມ, ສຸຂຸມ, ສຸດໃຈເຢັນໆ ແຕ່ມີຄວາມຮັກທີ່ສຸດແສນຈະ Romantic ເຊື່ອວ່າ ສາວໆ ຂວັນໃຈເຮົາ ຖ້າໄດ້ຮູ້ຈັກແລ້ວ ກໍຢາກຈະເປັນຄົນຮູ້ໃຈຂອງເພິ່ນແນ່ນອນ. ໃຫ້ໜຸ່ມຄົນນີ້ແນະນໍາຕົນເອງໃຫ້ພວກເຮົາຮູ້ຈັກກັນເລີຍ: ສະບາຍດີ! ຊື່ ກາລຸນ ຫຼວງໂຄດ ຫຼື ເອີ້ນງ່າຍໆວ່າ: ໂບຣີສ ເຈົ້າຂອງຮ້ານ Bakery by Boris ຊື່ຈະອອກແນວ Inter ໜ້ອຍໜຶ່ງເນາະ ເພາະເກີດຢູ່ປະເທດຝຣັ່ງແຕ່ພໍ່ກັບແມ່ ກະເປັນຄົນລາວນີ້ແຫຼະ! ເພິ່ນໄດ້ໄປເຮັດວຽກຢູ່ຫັ້ນ. ຫຼັງຈາກ ໂບຣີສ ໄດ້ອາຍຸ 3 ປີ ກໍໄດ້ກັບຄືນມາຢູ່ລາວ ຈົນຮອດອາຍຸ 17 ປີ ກໍເລີ່ມຮຽນເຮັດຂະໜົມ, ເຮັດເຄັກເອງຢູ່ບ້ານເບິ່ງຕາມປື້ມຄູ່ມື, Youtube ແລະ ໄລຍະພັກຮຽນກໍໄດ້ໄປຝຶກງານ ຢູ່ໂຮງແຮມລາວພລາຊາ ໄປຮຽນເຮັດອາຫານຈີນ, ຝຣັ່ງ ແລະ …

Read More »