Breaking News

Magazine

ຍິນດີນໍາ!!! ນາງເອກຊື່ດັງຂອງປະເທດໄທປະກາດມີທາຍາດຄົນທໍາອິດແລ້ວ…

ຍິນດີນໍາ!!! ວ່າທີ່ ເຈົ້າສາວປ້າຍແເດງ ແລະ ແມ່ມືໃໝ່ ສາວ ຍາດທິບ ນາງເອກຊື່ດັງຂອງປະເທດໄທ ສາຍາສາວເຊັກຊີ ທີ່ມີຜົນງານການສະແດງຫຼາກຫຼາຍຜົນງານບໍ່ວ່າຈະເປັນຮູບເງົາເລື່ອງ: แรงเทียน, ไฟสิ้นเชื้อ, เรือนสายสวาด, เขาวานให้หนูเปันสายลับ ແລະ ອີກຫຼາຍໆຜົນງານ… ຫຼັງຈາກທີ່ທັງສອງຄົນໄດ້ອອກເດດ ແລະ ແຟນໝຸ່ມກໍໄດ້ຂໍແຕ່ງງານ ສ່ວນງານແຕ່ງແມ່ນຈະຈັດຂຶ້ນໃນເດືອນ ເມສານີ້ ຫຼ້າສຸດສາວຍາດທິບໄດ້ປະກາດຜ່ານສື່ອອນລາຍໄອຈີຂອງຕົວເອງວ່າ ຈະໄດ້ເປັນແມ່ຄົນແລ້ວ!!! ຈັງໃດແອັດກໍຂໍສະແດງຄວາມຍິນດີນໍາເດີ

Read More »

8 ອຸປະສັກໃນການເຮັດວຽກ ຂອງນັກສຶກສາຈົບໃໝ່ທີ່ເຮັດໃຫ້ບໍ່ກ້າວໜ້າໃນອາຊີບ!!!

ເມື່ອຮຽນຈົບແລ້ວ ເຂົ້າສູ່ໂໝດເຮັດວຽກ ຫຼາຍຄົນໂຊກດີພົບສິ່ງແວດລ້ອມດີໆ ໃຫ້ພ້ອມຮຽນຮູ້ ແລະ ພັດທະນາຕົນເອງ ແຕ່ກໍມີຫຼາຍຄົນເຊັ່ນກັນທີ່ໜ້າຕາໝົ່ນໝອງເປັນທຸກ ເຊິ່ງກໍຖືວ່າເປັນເລື່ອງປົກກະຕິທີ່ຈະຕ້ອງພົບບັນຫາ ແລະ ອຸປະສັກຢູ່ແດ່ ທັງນີ້ ຄົນທີ່ຮູ້ສຶກຕົວເອງບໍ່ມີຄວາມສຸກໃນການເຮັດວຽກ ລອງພິຈາກລະນາປັດໃຈເຫຼົ່ານີ້ເບິ່ງ!!! ປັນຫາ ຫຼືອຸປະສັກທີ່ຈະເຮັດໃຫ້ພະນັກງານໃໝ່ ນັກສຶກສາຈົບໃໝ່ບໍ່ມີຄວາມກ້າວໜ້າ ຈະມີຫຍັງແດ່ ແລ້ວຈະແກ້ໄຂບັນຫາແນວໃດແດ່? ຂາດຄວາມພ້ອມໃນການເຮັດວຽກ ເດັກຈົບໃໝ່ບາງຄົນ ບໍ່ເຄີຍເຮັດວຽກໃນອົງກອນມາກ່ອນ ເຖິງວ່າຈະເຄີຍເຝິກງານໃນໄລຍະເວລາສັ້ນໆ ແຕ່ກໍຍັງບໍ່ທັນໄດ້ຮຽນຮູ້ຢ່າງດີພໍ ແລະ ອົງກອນທີ່ໄປເຝິກງານ ອາດຈະມີຄວາມແຕກຕ່າງຈາກອົງກອນທີ່ເຮັດວຽກແທ້ ໃນມື້ທີ່ເຈົ້າເລີ່ມເປັນພະນັກງານເງິນເດືອນ ຫຼືກ້າວເຂົ້າສູ່ໂລກຂອງການເຮັດວຽກແລ້ວ ເຈົ້າຕ້ອງບອກຕົວເອງວ່າ ເຮົາເປັນຜູ້ໃຫຍ່ໄປອີກຂັ້ນໜຶ່ງ ບໍ່ແມ່ນເດັກນ້ອຍແລ້ວ ທີ່ຈະບໍ່ມີຄວາມຮັບຜິດຊອບວຽກທີ່ໄດ້ຮັບມອບໝາຍ ຕ້ອງເຮັດໃຫ້ເຕັມຄວາມສາມາດ ພິສູດໃຫ້ຫົວໜ້າເຫັນວ່າ ເຈົ້າມີຄວາມສາມາດ ແລະ ຈະຜ່ານການທົດລອງວຽກນີ້ໄດ້ ບໍ່ມີຄວາມສາມາດ ເຖິງວ່າຈະຜ່ານການຄັດເລືອກມາຫຼາຍດ່ານ ແຕ່ເມື່ອເຖິງເວລາເຮັດວຽກແທ້ ຫຼາຍຄົນບໍ່ມີຄວາມສາມາດຕາມທີ່ບອກໃນໃບສະໝັກ ວຽກທຸກຢ່າງມີການປັບປ່ຽນໄປ ຫຼາຍຄົນບໍ່ເຄີຍພົບໂຈດແບບນັ້ນ ບໍ່ຄືກັບທີ່ຮຽນມາ ວຽກບາງຢ່າງຕ້ອງການຄວາມຊໍານານ ຄວາມເຂົ້າໃຈ ເມື່ອຂາດຄວາມສາມາດທີ່ຕ້ອງການເບື້ອງຕົ້ນໄປແລ້ວ ຍິ່ງເຮັດໃຫ້ຊີວິດການເຮັດວຽກນັ້ນໜັກເຂົ້າໄປອີກ ບໍ່ມີຄວາມຊໍານານໃນວຽກທີ່ເຮັດ ເນື່ອງຈາກເຈົ້າຫາກໍຮຽນຈົບມາ ແລະ …

Read More »

ຢາກກ້າວໜ້າໃນອາຊີບ!!! ຕ້ອງປະຕິບັດຕົນເອງໃຫ້ມີຄຸນຄ່າຕໍ່ບໍລິສັດ ເພື່ອສ້າງປະໂຫຍດ ແລະ ຢ່າເບິ່ງຂ້າມເລື່ອງເລັກນ້ອຍເຫຼົ່ານີ້…

ຢາກກ້າວໜ້າໃນອາຊີບ!!! ປັດຈຸບັນເສດຖະກິດນັບມື້ຂະຫຍາຍຕົວ ເຮັດໃຫ້ມີການແຂ່ງຂັນກັນຫຼາຍຂຶ້ນ ສະນັ້ນ, ຄວນປະຕິບັດຕົນເອງໃຫ້ເປັນຄົນທີ່ມີຄຸນຄ່າຕໍ່ບໍລິສັດ ເພື່ອໃຫ້ສາມາດສ້າງປະໂຫຍດໄດ້ສູງສຸດ. ຢ່າເບິ່ງຂ້າມເລື່ອງເລັກໆນ້ອຍໆດັ່ງຕໍ່ໄປນີ້… ຂໍຄຳແນະນຳຈາກຄົນທີ່ປະສົບການມາກ່ອນ: ຖ້າທ່ານມີບຸກຄົນທີ່ເປັນແບບຢ່າງ ທັງຮູ້ສຶກປະທັບໃຈໃນການເປັນນັກທຸລະກິດ ກໍຄືພະນັກງານທີ່ດີເດັ່ນ ທ່ານບໍ່ຕ້ອງເກງໃຈທີ່ຈະເຂົ້າໄປຂໍຄຳແນະນຳຈາກຄົນໆນັ້ນ ຫລື ບາງທີກໍໃຊ້ຮູບການຂຽນຈົດໝາຍຂໍຄຳແນະນຳທີ່ເປັນປະໂຫຍດກໍໄດ້. ຮຽນຮູ້ການເຮັດວຽກຂອງຫົວໜ້າ: ພະຍາຍາມເບິ່ງຜົນງານທີ່ດີຂອງຫົວໜ້າ ເພື່ອຮຽນຮູ້ທີ່ຈະເຮັດວຽກໄດ້ຢ່າງມີປະສິດທິພາບແບບຫົວໜ້າຂອງທ່ານ ເມື່ອໃດທີ່ຫົວໜ້າທ່ານບໍ່ສະບາຍ ຫຼື ລາພັກ ທ່ານກໍສາມາດເຮັດວຽກແທນເພິ່ນໄດ້ ຖືວ່າໄດ້ຊ່ວຍຫົວໜ້າຂອງທ່ານ ແລະ ຍັງເຮັດໃຫ້ທ່ານມີຄວາມແຕກຕ່າງກວ່າເພື່ອນຮ່ວມງານຄົນອື່ນໆອີກ. ໝັ່ນຊ່ວຍວຽກຕ່າງໆບໍ່ວ່າວຽກນ້ອຍ ຫຼື ໃຫຍ່: ການທີ່ຈະເຂົ້າໄປມີບົດບາດໃນເລື່ອງວຽກງານ ຫຼື ກິດຈະກຳຕ່າງໆ ເຖິງວ່າຈະເປັນພຽງເລື່ອງນ້ອຍໆກໍຕາມ ທ່ານຄວນເຄື່ອນໄຫວຢູ່ໃນສາຍຕາຂອງຜູ້ບໍລິຫານຫຼາຍຂຶ້ນ ຈຶ່ງຈະຖືກຈົດຈໍາໂດຍອັດຕະໂນມັດ ເມື່ອມີເລື່ອງໃຫ້ຊ່ວຍເຫຼືອ ຊື່ຂອງທ່ານກໍຈະຂຶ້ນມາຢູ່ໃນຄວາມຄິດຂອງຫົວໜ້າທັນທີ. ຮັກສາສໍາພັນທະພາບກັບລູກຄ້າ ຫຼື ແຂກທຸກຄົນ: ບໍ່ວ່າຈະເປັນແຂກຜູ້ນ້ອຍ ຫຼື ແຂກຜູ້ໃຫຍ່ກໍຕາມ ທ່ານບໍ່ຄວນຂາດການຕິດຕໍ່ກັບເຂົາເຈົ້າ ແຕ່ທ່ານບໍ່ມີທາງຮູ້ດອກວ່າ ມື້ໜຶ່ງພວກເຂົາອາດມີຄວາມສຳຄັນຕໍ່ທ່ານໃນອະນາຄົດ. ພັດທະນາທັກສະໃນການເວົ້າຢູ່ສະຖານທີ່ສາທາລະນະ ແລະ ທັກສະການນຳສະເໜີວຽກ: ຄົນສ່ວນຫຼາຍມັກຢ້ານເວລາເວົ້າຢູ່ຕໍ່ໜ້າຄົນອື່ນ ເຊິ່ງມີຄົນທີ່ເຮົາບໍ່ຮູ້ຈັກເປັນຈຳນວນຫຼາຍ ທ່ານຄວນຄິດວ່າ ໂອກາດທີ່ຢູ່ບ່ອນຄົນຫຼາຍເປັນໂອກາດດີທີ່ຈະເຮັດໃຫ້ທ່ານເປັນຕົວແທນໃນການສະແດງອອກ ເພື່ອພັດທະນາໃນທາງທີ່ດີຂອງຕົວທ່ານເອງ. ເປັນມິດທີ່ດີກັບທຸກຄົນ: ຄວນເປັນມິດກັບທຸກຄົນ ບໍ່ວ່າຈະໃນເວລາອາລົມຂອງທ່ານກຳລັງຕຶງຄຽດກັບວຽກງານກໍຕາມ ຄວາມກົດດັນ, …

Read More »

6 ຂັ້ນຕອນ ສ້າງແຮງຈູງໃຈໃນອົງກອນສູ່ການປ່ຽນແປງໃນຍຸກດີຈີຕອລ

ການສ້າງແຮງຈູງໃຈໃນອົງກອນເປັນສິ່ງສຳຄັນ ເພາະເມື່ອຄົນເຮົາມີແຮງຈູງໃຈທີ່ຈະເຮັດຫຍັງ, ເພື່ອໃຜແລ້ວ ມັນມັກທີ່ຈະອອກມາດີ ແລະ ມີປະສິດທິພາບສະເໝີ ເຊິ່ງປັດຈຸບັນມີການປ່ຽນແປງ ຫຼາຍອົງກອນມີການປ່ຽນແປງຈາກເຄື່ອງມືດີຈີຕອລເຮົາຍິ່ງຕ້ອງເຂົ້າໃຈ, ໃສ່ໃຈ ເພື່ອໃຫ້ໄດ້ເຂົ້າໃຈມັນ ເຊິ່ງມື້ນີ້ການສ້າງແຮງຈູງໃຈໃນອົງກອນສູ່ການປ່ຽນແປງໃນຍຸກດີຈີຕອລໃນ 6 ຂັ້ນຕອນຄື: 8 tips for how to work from home, from NPR’s Life Kit. 1 ສ້າງພາບອົງກອນທີ່ຕ້ອງການ ພາຍຫຼັງການປ່ຽນແປງ ການສ້າງພາບອົງກອນທີ່ຕ້ອງການ ເປັນສິ່ງທີ່ຈະເຮັດໃຫ້ເຮົາສາມາດເບິ່ງເຫັນພາບລວມຕ່າງທີ່ເຮົາຈະປັບປຸງ ແລະ ປ່ຽນແປງຕົນເອງໄປເຖິງຈຸດນັ້ນໄດ້. 2 ຮ່ວມກັນສ້າງວິໄສທັດທີ່ຊັດເຈນໃນການສ້າງຄວາມປ່ຽນແປງ ທຸກຄົນຕ້ອງຮ່ວມກັນສ້າງວິໄສທັດທີ່ຊັດເຈນ ມີເປົ້າໝາຍທີ່ຊັດເຈນ ແລະ ເຮັດຕາມນັ້ນ ເພື່ອສ້າງຄວາມປ່ຽນແປງ. 3 ສ້າງສະພາບແວດລ້ອມໃນການເຮັດວຽກ ທີ່ນຳໄປສູ່ວິໄສທັດທີ່ວາງໄວ້ ສະພາບແວດລ້ອມເປັນສິ່ງສຳຄັນ ເພາະຖ້າສະພາບແວດລ້ອມດີ ຈິດໃຈຈະດີ ເພື່ອນຮ່ວມງານດີຍ່ອມມີຜົນຕໍ່ການປ່ຽນແປງຄັ້ງໃໝ່ ແລະ ຈະສາມາດພາກັນໄປສູ່ເປົ້າໝາຍທີ່ວາງໄວ້ສຳເລັດ. 4 ສ້າງແນວທາງການປັບໂຕໃຫ້ພະນັກງານມີສ່ວນຮ່ວມ ສ້າງແນວທາງໃຫ້ພະນັກງານ …

Read More »

ວີທີ ທີ່ຈະລືມແຟນເກົ່າໄດ້ໄວ ຄວນເຮັດແນວໃດ

ການ Move on ຫຼືການກ້າວຜ່ານເລື່ອງລາວຕ່າງໆ ບໍ່ແມ່ນເລື່ອງງ່າຍ ໂດຍສະເພາະເລື່ອງຄວາມຮັກ ເພາະທຸກສິ່ງເກີດຂຶຶ້ນມາຈາກທັງສອງຝ່າຍ ເມື່ອຝ່າຍໃດຝ່າຍໜຶ່ງຖອຍອອກຈາກທາງຮັກ ອີກຝ່າຍກໍຕ້ອງ Move on ຕໍ່ໄປ. ເຊິ່ງຫຼາຍຄົນທີ່ຍັງຄາໃຈ,​ ຍັງຮັກ ຫຼືຍັງຜູກພັນກັບຮັກເກົ່າທີ່ຢາກຈະລືມ ມື້ນີ້ ແອັດເລີຍນຳເອົາ 8 ວິທີ ການ Move on ທີ່ຈະລືມແຟນເກົ່າງ່າຍໆ ມາໃຫ້ທຸກຄົນລອງປະຕິບັດ. 1. ປ່ຽນໄປຄິດເລື່ອງອື່ນ ເມື່ອຄິດຮອດເຂົາ ຄວາມຄິດຮອດເປັນສິ່ງທີ່ຫ້າມບໍ່ໄດ້ ໂດຍສະເພາະຄົນທີ່ຍັງຮັກຫຼາຍ ຄວາມຄິດຮອດຍິ່ງຫຼາຍຢູ່ແລ້ວ ເພາະເວລາທີ່ຢູ່ນຳກັນມັນມີຄວາມຊົງຈຳຫຼວງຫຼາຍທີ່ດີ ເຊິ່ງເມື່ອເປັນແນວນັ້ນ ເຮົາຈະຕ້ອງບໍ່ຄິດເພາະຍິ່ງຄິດຮອດກໍຍິ່ງເຈັບ. ສະນັ້ນ, ເຮົາຄວນຄິດເລື່ອງອື່ນຕັດເມື່ອເວລາຄິດຮອດເຂົາ ບໍ່ດັ່ງນັ້ນ ເຮົາຈະບໍ່ມີມື້ລືມເຂົາເລີຍ. 2. ບໍ່ຄວນຢູ່ຄົນດຽວ ໃຜທີ່ຫາກໍເລີກກັບແຟນກໍຈະມີຄວາມຮູ້ສຶກເຫງົາໆເປັນປົກກະຕິ. ດັ່ງນັ້ນ, ການຢູ່ຄົນດຽວຈະເຮັດໃຫ້ເຮົາເສົ້າກວ່າເກົ່າ ຄວນຫາເວລາໄປຜັກຜ່ອນ ແລະ ໃຊ້ເວລາຢູ່ຮ່ວມກັບໝູ່ເພື່ອນ ຫຼືຄອບຄົວ ເຊັ່ນ: ການໄປເບິ່ງໜັງ, ຟັງເພງ, ໄປທ່ຽວ… …

Read More »