Breaking News

Magazine

ຈະກະຕຸ້ນໃຫ້ຄົນຮຸ່ນໃໝ່ ໃຫ້ເຮັດວຽກຢ່າງມີປະສິດທິພາບແນວໃດ?

ຄົນຮຸ່ນໃໝ່ຄືບຸກຄະລາກອນໜຶ່ງທີ່ສຳຄັນ ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ຜ່ານປະສົບການຫຼາຍຮ້ອຍພັນເທົ່າຄືກັບຄົນທີ່ເຮັດວຽກມາດົນແລ້ວ ແຕ່ພວກເຂົາກໍມີໄຟ ແລະ ມີຄວາມຕັ້ງໃຈບໍ່ນ້ອຍ. ສະນັ້ນ, ເຮົາຈະກະຕຸ້ນແນວໃດໃຫ້ການເຮັດວຽກຂອງພວກເຂົາມີປະສິດທິພາບ ມາເບິ່ງນຳກັນ! 1. ຮຽນຮູ້ຈາກຄວາມຜິດພາດ ພະນັກງານໃໝ່ສ່ວນຫຼາຍ ບໍ່ໄດ້ຖືກກະຕຸ້ນໃຫ້ກ້າຄິດ, ກ້າຕັດສິນໃຈເລື່ອງສຳຄັນພໍປານໃດ ເພາະການເລືອກທີ່ຈະເຮັດຫຍັງອີງຕາມຜູ້ໃຫຍ່ໃນອົງກອນຈະປອດໄພກວ່າ ເຊິ່ງເຮົາຄວນເປີດໂອກາດໃຫ້ເຂົາເຈົ້າໄດ້ລອງຜິດລອງຖືກ ເພາະພວກເຂົາຈະຮຽນຮູ້ຈາກຄວາມຜິດພາດນັ້ນ ເຊິ່ງຈະເປັນປະສົບການທີ່ໃຊ້ໄດ້ໃນໄລຍະຍາວ ໂດຍທີ່ເຮົາເອງກໍຕ້ອງເບິ່ງ ແລະ ແນະນຳວ່າໂຕໃດຖືກໂຕໃດຜິດ ເພື່ອທີ່ພວກເຂົາຈະໄດ້ປັບປຸງໃຫ້ດີຂຶ້ນ. 2. ເຮັດໃຫ້ເຫັນເປັນຕົວຢ່າງ ຕົວຢ່າງຄືສິ່ງທີ່ໃຫ້ຄົນເຫັນແລ້ວເຮັດຕາມ ຖ້າຫາກວ່າເຮົາເຮັດຕົວຢ່າງທີ່ດີໃຫ້ພວກເຂົາເບິ່ງ ພວກເຂົາກໍຈະສາມາດເຮັດມັນໄດ້ເຖິງຈະບໍ່ 100% ກໍຕາມ ເພາະພຽງແຕ່ຄຳເວົ້າຢ່າງດຽວພວກເຂົາອາດຈະບໍ່ເຂົ້າໃຈ. 3. ໃຫ້ຄວາມຊ່ວຍເຫຼືອ ເພື່ອຍົກລະດັບຜົນງານ ຄົນເຮັດວຽກມັກຈະພົບກັບອຸປະສັກຕ່າງໆ ບໍ່ວ່າຈະເປັນ ອຸປະກອນການເຮັດວຽກເກົ່າ, ການເດີນທາງມາເຮັດວຽກມີຄວາມຍາກລຳບາກ ແລະ ອື່ນໆ ເຊິ່ງເຮັດໃຫ້ພະນັກງານສ່ວນໃຫຍ່ມີຜົນງານຢູ່ໃນລະດັບປານກາງທີ່ບໍ່ໂດດເດັ່ນ, ສິ່ງທີ່ສຳຄັນຄື ຕ້ອງຄົ້ນໃຫ້ພົບວ່າພະນັກງານຕ້ອງການຄວາມຊ່ວຍເຫຼືອໃນເລື່ອງໃດ ຖ້າເຮົາຕອບໂຈດສິ່ງເຫຼົ່ານັ້ນໄດ້ ຈະເຮັດໃຫ້ພວກເຂົາບໍ່ຕ້ອງກັງວົນ ແລະ ເຮັດວຽກໄດ້ຢ່າງເຕັມທີ່ຫຼາຍຂຶ້ນ. 4. ການແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ໄລຍະທຳອິດ ພະນັກງານໃໝ່ອາດຈະຍັງບໍ່ຮູ້ວ່າຕ້ອງສະແດງຄວາມຄິດເຫັນແນວໃດ ເຊິ່ງໜ້າທີ່ຂອງຜູ້ເປັນຫົວໜ້າກໍຄືການພະຍາຍາມສອບຖາມຄວາມຕ້ອງການ …

Read More »

9 ສິ່ງສຳຄັນ ທີ່ເຮົາບໍ່ເຄີຍສັງເກດກ່ຽວກັບຮ່າງກາຍພິເສດຂອງແມ່ຍິງ…

1 ຜົມຂອງຜູ້ຍິງຍາວໄວກວ່າຜູ້ຊາຍ ຜົມຜູ້ຍິງຈະຍາວປະມານ 0,02 mm ຕໍ່່ມື້ ແລະ ລວມຈຳນວນເສັ້ນຜົມຜູ້ຍິງຈະຫຼາຍກວ່າຜູ້ຊາຍ. 2 ສັນຊາດຕະຍານໄວກວ່າຜູ້ຊາຍ ສະໝອງບໍລິເວນທີ່ກ່ຽວກັບສັນຊາດຕະຍານ ຫຼືລາງສັງຫອນຜູ້ຍິງມີຂະໜາດໃຫຍ່ກວ່າ ແລະ ຕອບສະໜອງໄວກວ່າ. 3 ຜູ້ຍິງຄວນນອນຫຼັບຫຼາຍກວ່າຜູ້ຊາຍ ລະເລ່ຍຜູ້ຍິງຄວນນອນຫຼາຍກວ່າຜູ້ຊາຍ 20​ ນາທີ ເພື່ອຟື້ນຟູ ແລະ ຊ້ອມແຊມໂຕເອງ, ເນື່ອງຈາກຜູ້ຍິງໃຊ້ສະໝອງສ່ວນທີ່ຄວບຄຸມການເຮັດວຽກຫຼາຍຢ່າງໃນເວລາດຽວກັນ. 4 ຜູ້ຍິງໄຫ້ໄວກວ່າຜູ້ຊາຍ ຜູ້ຍິງຖືວ່າເປັນເພດທີ່ມີຈິດໃຈອ່ອນ ໂດຍມັກສະແດງອາການເສຍໃຈອອກມາເລີຍ ເຊັ່ນ: ເມື່ອບໍ່ພໍໃຈ ຫຼືເສຍໃຈ ຈະຮ້ອງໄຫ້ອອກມາທັນທີ ເຊິ່ງອັດຕາການໄຫ້ຂອງຜູ້ຍິງສະເລ່ຍແບ້ວ ປະມານ 30-64 ເທື່ອຕໍ່ປີ. 5 ຜູ້ຍິງຫູດີກ່ອນຜູ້ຊາຍ 2 ເທົ່າ ເຊວປະສາດຂອງສະໜອງທັງສອງຊີກ ຈະກະຕຸ້ນໝົດໃນເວລາກຳລັງຟັງ ໂດຍທີ່ຜູ້ຊາຍກະຕຸ້ນພຽງແຕ່ຂ້າງດຽວ. 6 ມີຕ່ອມຮັບຣົດຊາດຄວາມຫວານຫຼາຍ ຜູ້ຍິງມີຕ່ອມຮັບຣົດຊາດຫວານຢູ່ໃນລີ້ນຫຼາຍກວ່າຜູ້ຊາຍ ເຊິ່ງເຮົາຈະເຫັນວ່າຜູ້ຍິງມັກກິນຂອງຫວານຫຼາຍກວ່າຜູ້ຊາຍ 7 ຫົວໃຈຂອງຜູ້ຍິງເຕັ້ນໄປກວ່າຜູ້ຊາຍ ຫົວໃຈຂອງຜູ້ຍິງເຕັ້ນໄວກວ່າຜູ້ຊາຍ ສະເລ່ຍຢູ່ທີ່ …

Read More »

8 ຢ່າງ ທີ່ແມ່ຍິງເກັ່ງບໍ່ຄວນເຮັດມີຫຍັງແດ່?

1. ຢ່າປຽບທຽບຕົນເອງກັບຄົນອື່ນ (Don”t compare yourselves to other people) ການປຽບທຽບຄົນອື່ນຈະເຮັດໃຫ້ຕົນເອງບໍ່ມີຄວວາມໝັ້ນໃຈ, ເມື່ອເຮົາເຫັນແຕ່ຈຸດດີຂອງຄົນອື່ນ ແລະ ຫວັງຢາກເປັນແບບເຂົາ ໃນຂະນະທີ່ຄວາມຈິງແລ້ວແຕ່ລະຄົນກໍມີຂໍ້ດີຂໍ້ເສຍຄືກັນ. ສະນັ້ນ, ແມ່ຍິງທີ່ເກັ່ງບໍ່ຄວນເອົາຄົນອື່ນມາປຽບທຽບໃຫ້ເບິ່ງຄືວ່າຕົນເອງຕໍ່່າຕ້ອຍ, ແຕ່ກົງກັນຂ້າມກັບນຳເອົາມາຜັກດັນໃຫ້ເກັ່ງໃນແບບຂອງຕົນເອງ. 2. ຢ່າເຮັດໂຕຄືຄົນສົມບູນແບບ (Don”t insist on perfection) ຊີິວິດທຸກຄົນບໍ່ມີຫຍັງສົມບູນແບບໄປໝົດ, ບໍ່ມີໃຜດີຈົນບໍ່ມີຂໍ້ເສຍ ແລະ ກໍບໍ່ມີໃຜມີແຕ່ຂໍ້ເສຍຈົນບໍ່ມີຂໍ້ດີ. ສະນັ້ນ, ຢ່າເປັນຄົນບໍ່ພໍໃຈກັບທຸກເລື່ອງທີ່ບໍ່ໄດ້ດັ່ງໃຈ ເພາະສຸດທ້າຍຕົນເອງຈະໃຈຮ້າຍ ແລະ ໂວຍວາຍໃສ່ຄົນອື່ນນຳອີກ. 3. ຢ່າໃຫ້ຄວາມບໍ່ໝັ້ນໃຈ ດຶງເປົ້າໝາຍເຮົາໄວ້ (Don”t let self-doubt stop you from reaching your goals) ເມື່ອເຮົາເປັນຄົນລັງເລ, ກັງວົນ ແລະ ບໍ່ມີຄວາມໝັ້ນໃຈ ເຮັດໃຫ້ເຮົາບໍ່ກ້າທີ່ຈະຕັດສິນໃຈ ເຖິງຈະເປັນເລື່ອງງ່າຍໆໃນຊີວິດປະຈຳວັນເຊັ່ນ: ກິນເຂົ້າກັບຫຍັງ?, …

Read More »

ມາເບິ່ງ 5 ວິທີ ທີ່ຈະເຮັດໃຫ້ສາວໆງາມ ແລະ ແພງ!!! ໃນສາຍຕາໜຸ່ມໆ

ເຊື່ອວ່າສາວໆທຸກຄົນມີຄວາມງາມ ແລະ ສະເໜ່ທີ່ບໍ່ຄືກັນ ແຕ່ໃນນີ້ແອັດບໍ່ໄດ້ໝາຍເຖິງໜ້າຕາແຕ່ພຽງຢ່າງດຽວ ເພາະຄວາມງາມຕ້ອງມາຈາກພາຍໃນ ແລະ ພາຍນອກ.​ ມື້ນີ້ເຮົາມາເບິ່ງ 7 ວິທີ ທີ່ຈະເອົາຄວາມງາມມາມັດໃຈໜຸ່ມໆ ພ້ອມທັງເຮັດໃຫ້ສາວໆງາມແບບມີຄຸນຄ່າ. 1 ມີຄວາມໝັ້ນໃຈໃນຕົນເອງ ໂຈດນີ້ບໍ່ຍາກ ແລະ ກໍບໍ່ງ່າຍ ເພາະກ່ອນທີ່ເຮົາຈະເຮັດຫຍັງກໍຕາມ ຕ້ອງມີຄວາມໝັ້ນໃຈ ເຊິ່ງສາວໆ ສາມາດສ້າງຄວາມໝັ້ນໃຈທັງຮູບຮ່າງໜ້າຕາ (ແຕ່ງໜ້າ, ທາປາກ, ​ແຕ່ງໂຕຕາມ Style ຕົນເອງ…) ແລະ ການວາງໂຕ ( ການຍິ້ມ​, ການຫົວ, ການເວົ້າ…) ເພາະຢາກເບິ່ງຄືແພງ! ຕ້ອງເຮັດຕົນເອງໃຫ້ສະຫງ່າ ແລະ ໜັ້ນໃຈຢູ່ສະເໝີ. 2 ຮູ້ຈັກຄຸນຄ່າໃນຕົນເອງ ກ່ອນທີ່ເຮົາຈະຮູ້ຄຸນຄ່າຂອງຄົນອື່ນ ຫຼືຄົນອື່ນຈະຮູ້ຄຸນຄ່າຂອງເຮົາ ເຮົາຕ້ອງຮູ້ຈັກຄຸນຄ່າຂອງຕົນເອງສາກ່ອນ ເພາະສິ່ງນີ້ເປັນສິ່ງທີ່ສຳຄັນທີ່ສຸດ. ພ້ອມກັນນັ້ນ, ຫ້າມຄິດວ່າເຮົາບໍ່ດີ,​ ຫ້າມຄິດວ່າເຮົາດ້ອຍ ເພາະເຮົາກໍມີຄຸນຄ່າ ແລະ ມີຢຸດຢືນຄືກັບຄົນອື່ນ. ເມື່ອເຮົາຮູ້ຄຸນຄ່າຂອງຕົນເອງ ເຮົາຈະພົບຜູ້ຊາຍທີ່ມີຄຸນຄ່າພໍທີ່ເຮົາຈະແບ່ງຫົວໃຈດວງນ້ອຍໆໃຫ້ເຂົາເຈົ້າ. …

Read More »

ຮູ້ແລ້ວບໍ? ສາເຫດຜົມມັນງ່າຍເກີດຈາກຫຍັງ

ເຊື່ອວ່າສາວໆຫຼາຍຄົນຈະເຄີຍພົບກັບບັນຫາ ຜົມມັນງ່າຍ ບາງຄົນສະຜົມທຸກມື້ແຕ່ກໍຍັງຮູ້ສຶກວ່າຜົມມັນ ແລະ ໜຽວ ເຊິ່ງອາການນີ້ ມັກເຮັດໃຫ້ສາວໆເສຍຄວາມໝັ້ນໃຈ ເພາະການທີ່ເຮົາມີຜົມມັນຈະເຮັດໃຫ້ໜ້າຕາບໍ່ສົດໃສ ແລະ ອື່ນໆ. ມື້ນີ້ ແອັດເລີຍມາບອກສາເຫດຫຼັກທີ່ເຮັດໃຫ້ຜົມຂອງເຮົາມັນງ່າຍ ເຊິ່ງລວມມີ 5 ສາເຫດດັ່ງນີ້: 1 ບາງທີການສະຜົມຕະຫຼອດ ກໍເຮັດໃຫ້ຜົມມັນໄວຂຶ້ນ ສ່ວນໃຫຍ່ເວລາຜົມມັນຈະມີຄົນມັກເຢີ້ຍວ່າ: “ບໍ່ສະຜົມແມ່ນບໍ?” ແຕ່ຄວາມຈິງການທີ່ຜົມມັນງ່າຍກວ່າປົກກະຕິຄືການໃຊ້ ຢ່າສະຜົມຫຼາຍເກີນໄປ ຫຼືສະຜົມຫຼາຍເກີນໄປ ເພາະການທີ່ເຮົາສະຜົມຕະຫຼອດ ທັງເຊົ້າ-ແລງ ມັນຍິ່ງເຮັດໃຫ້ໄປກະຕຸ້ນນໍ້າມັນທຳມະຊາດໃນໜັງຫົວ ໃຫ້ເຮັດວຽກໜັກຂຶ້ນກວ່າປົກກະຕິ. 2 ໃຊ້ເຈວ ຫຼືສະເປ ໃນການເຮັດຊົງຜົມຫຼາຍເກີນໄປ ຖ້າຫາກວ່າສາວໆມັກໃນການເຮັດຊົງຜົມ ເຊັ່ນ:​ ການລີດ,​ ລອນ, ດັດ… ໂດຍມີການໃຊ້ສະເປ,​ ຢາແວັກຜົມ ແລະ ຄຣີມ ເກືອບທຸກໆມື້ ນັ້ນກໍເປັນອີກສາເຫດໜຶ່ງຂອງການເຮັດໃຫ້ຜົມໜຽວ ໂດຍສະເພາະສາວໆທີ່ບໍ່ມັກສະຜົມ ແຕ່ມັກເຮັດຊົງຜົມ ຈະມີສານຕົກຄ້າງຈາກຜະລິດຕະພັນດັ່ງກ່າວເກາະຕິດຢູ່ຕາມເສັ້ນຜົມ ແລະ ໜັງຫົວ ເຮັດໃຫ້ຜົມມັນນັ້ນເອງ.​ ແຕ່ແອັດບໍ່ໄດ້ບອກໃຫ້ເຊົາເຮັດຊົງຜົມ ພຽງແຕ່ຫຼຸດປະລິມານການໃຊ້ພວກສານສະເປ …

Read More »