Breaking News

ຂ່າວບັນເທີງນອກປະເທດ

ສະແດງຄວາມຍິນດີນໍາ!!! ເຈົ້າສາວປ້າຍແດງ ຈັກຈັ່ນ ອະຄໍາສິຣິ ນັກສະແດງຊື່ດັງ (ປະເທດໄທ) ຫຼັງນັກທຸລະກິດໜຸ່ມທີ່ຄົບກັນ 2 ປີ ຂໍແຕ່ງງານ…

ຖືວ່າເປັນອີກນັກສະແດງສາວງາມທີ່ຝືມືການສະແດງບໍ່ເປັນສອງຮອງໃຜເລີຍ ສໍາລັບສາວ ຈັກຈັ່ນ ອະຄໍາສິຣິ ສຸວັນນະຄຸດ ດາຣາສາວຊື່ດັງປະເທດໄທ ທີ່ເຖິງວ່າຊ່ວງນີ້ຫຼາຍຄົນອາດຈະບໍ່ຄ່ອຍເຫັນຜົນງານການສະແດງຜ່ານໜ້າຈໍພໍເທົ່າໃດ ແຕ່ຊີວິດຂອງສາວຈັກຈັ່ນກໍຢູ່ໃນຊ່ວງທີ່ແຮັບປີ່ທີ່ສຸດ!!! ໂດຍຫຼ້າສຸດ ສາວຈັກຈັ່ນ ກໍຫາກະໂພສຮູບ ເຄ ວັດທະນາ ແຟນໜຸ່ມນອກວົງການທີ່ຫາກໍຄົບກັນມາ 2 ປີ ສວມແຫວນແຕ່ງງານໄປແລ້ວເປັນທີ່ຮຽບຮ້ອຍ ເຊິ່ງຈັກຈັ່ນ ໄດ້ເຜີຍຮູບສຸດຫວານຜ່ານທາງ IG ພ້ອມລະບຸແຄັບຊັ່ນວ່າ “I do 21.08.2020 #jjkstories” ແລະ ງານນີ້ກໍມີບັນດາໝູ່ເພື່ອນພີ່ນ້ອງທັງໃນ ແລະ ນອກວົງການ ລວມເຖິງແຟນໆ ຕ່າງກໍເຂົ້າມາຮ່ວມສະແດງຄວາມຍິນດີກັບສາວຈັກຈັ່ນຢ່າງຫຼວງຫຼາຍ ສໍາລັບວ່າທີ່ເຈົ້າບ່າວສຸດຫຼໍ່ຂອງສາວຈັກຈັ່ນນັ້ນ ຖ້າໄດ້ຮູ້ເຖິງໂປຣຟາຍເປັນຕ້ອງຮ້ອງ ວ້າວ ກັນຢ່າງແນ່ນອນ ເຊິ່ງ ເຄ ວັດທະນາ ຈະເລີນສັກວັດທະນາ ເປັນທາຍາດລຸ່ນທີ່ 2 ຂອງທຸລະກິດອະສັງຫລິມມະຊັບຊື່ດັງປະເທດໄທ ຕອນນີ້ກໍຮັກສາຕໍາແໜ່ງເປັນເຖິງ ຮອງກໍາມາທິການຜູ້ຈັດການຂອງບໍລິສັດ… ເທົ່ານັ້ນຍັງບໍ່ພໍ ໜຸ່ມເຄ ຍັງມີທຸລະກິດສ່ວນຕົວຄື ໝູ່ບ້ານທະເລຣີສອດທີ່ເກາະສະເມັດ ແລະ Blanc Patisserie ເຊິ່ງເປັນບໍລິການຜະລິດເຂົ້າໜົມສໍາລັບຄາເຝ່ …

Read More »

ໜ້າຮັກຄູນສາມໄປເລີຍ!!! ເມື່ອ ສາວຢາຢ່າ-ນ້ອງສາຍຟ້າ-ພາຍຸ ມາຖ່າຍຮູບນໍາກັນ…

ໂອ່ຍ… ລາລາຍແລ້ວ!!! ກັບຄວາມໜ້າຮັກຂອງ ສາວຢາຢ່າ ນາງເອກອັນດັບຕົ້ນໆຂອງປະເທດໄທ ທີ່ຖ່າຍຮູບທໍາມະດາທົ່ວໄປກໍໜ້າຮັກຈົນອົດຫຼົງຮັກບໍ່ໄດ້ແລ້ວ ທີ່ຊ່ວງຫຼັງມາຍິ່ງມີກະແສທີ່ເປັນ ທ໊ອກອອຟເດິທາວ ກ່ຽວກັບເທຣນຕົ້ນໄມ້ ທີ່ລາຄາສູງຂຶ້ນຍ້ອນສາວຄົນນີ້… ເພາະເວລາຖ່າຍຮູບຄູ່ກັບຫຍັງກໍຈະເຮັດໃຫ້ເປັນລາໄປໝົດ!! ຈົນຊາວເນັດຕ້ອງອອກມາຂໍຮ້ອງໃຫ້ຢາຢ່າຢຸດຖ່າຍຮູບຄູ່ສິ່ງຂອງຕ່າງໆໄລຍະໜຶ່ງ ເພາະຊື້ບໍ່ໄຫວແລ້ວ 555+++ ແຕ່ຫຼ້າສຸດ ສາວຢາຢ່າ ກໍໄດ້ໂພສຮູບທີ່ເຮັດໃຫ້ຊາວເນັດລະລາຍອີກຄັ້ງ ເມື່ອໄປຮ່ວມລາຍການທີ່ສາວຊົມພູ່ ນາງເອກຊຸບຕາເບີ 1 ຂອງໄທເປັນພິທີກອນ ແລະ ຕອນນີ້ນາງກໍມີລູກຊາຍຝາແຝດທີ່ແສນຈະໜ້າຮັກຄື ນ້ອງສາຍຟ້າ-ນ້ອງພາຍຸ ຈົນຕອນນີ້ມີປ້າໆນ້າຫຼົງຮັກໄປແລ້ວຫຼວງຫຼາຍທັງພາຍໃນ ແລະ ຕ່າງປະເທດ… ງານນີ້ເມື່ອທັງ 3 ມາຖ່າຍຮູບຮ່ວມກັນ ບໍ່ຕ້ອງບັນຍາຍເຖິງຄວາມໜ້າຮັກເລີຍຈ່າ!!! ເພາະໜ້າຮັກຢ່າງດຽວບໍ່ພໍ ຕ້ອງບອກວ່າໜ້າຮັກຄູນສາມໄປເລີຍ… ຮຽບຮຽວໂດຍ: Kuanjai Magazine ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ຈື່ໄດ້ບໍ່?? ນ້ອງເນີຍ Live ຂາຍເຄື່ອງແຕ່ຖືກບູລີ່ໜ້າຕາບໍ່ງາມ ລຸກຂຶ້ນແຕ່ງໜ້າແຕ່ງຕົວ ງາມລະດັບດາຣາ…

ຍັງຈື່ກັນບໍ່ກັບ ນ້ອງເນີຍ ສາວນ້ອຍ (ປະເທດໄທ) ທີ່ອອກມາ Live ຂາຍເຄື່ອງ ຫາເງິນຊ່ວຍພໍ່ແມ່ ແຕ່ຖືກຊາວເນັດຄອມເມັ້ນບູລີ່ດ້ວຍຖ້ອຍຄໍາບໍ່ສຸພາບປະມານວ່າ ໜ້າຕາບໍ່ງາມ ຜິວດໍາ ກ້າມາຂາຍເຄື່ອງສໍາອາງໄດ້ແນວໃດ? ຈົນນ້ອງກັ້ນນໍ້າຕາໄວ້ບໍ່ຢູ່ ແຕ່ກໍຍັງ Live ຕໍ່ຈົນຈົບ… ຈົນກາຍເປັນກະແສທີ່ໄດ້ຮັບຄວາມສົນໃຈໄປຫຼາຍພໍສົມຄວນໃນໄລຍະນັ້ນ… ແຕ່ຫຼ້າສຸດເຟສບຸກສ່ວນຕົວຂອງນ້ອງຊື່ວ່າ Kenika Siri(เนย) ໄດ້ໂພສພາບຫຼັງຊ່າງແຕ່ງໜ້າ Makeup ໃຫ້ແບບເປ໊ະແລ້ວ ເຊິ່ງຕ້ອງບອກເລີຍວ່າ ງາມບໍ່ທໍາມະດາ ລະດັບດາຣາ ເລີຍຈ່າ… ເຊິ່ງມື້ນີ້ ຂວັນໃຈກໍໄດ້ນໍາພາບດັ່ງກ່າວມາຕ້ອນນໍາ ໄປເບິ່ງກັນເລີຍ!!! ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: Kenika Siri(เนย) #KuanjaiMagazine#WorkingWomenສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

Happy Birthday!! ນ້ອງແປ໋ວແຫວ໋ວ ເດມີ່ ລູກສາວພໍ່ແມັດທິວ-ແມ່ລີເດຍ ຫຼັງຜ່ານເລື່ອງຮ້າຍໆ ຕອນນີ້ຄອບຄົວອົບອຸ່ນຫຼາຍ…

ແປັບດຽວຄົບຮອບໜຶ່ງປີແລ້ວສໍາລັບລູກສາວຫົວແກ້ວຫົວແຫວນຂອງພໍ່ແມັດທິວ ແລະ ແມ່ລີເດຍ ຄືນ້ອງເດມີ່ ຫຼືສາຍານ້ອງແປ໋ວແຫວ໋ວ ທີ່ສຸດແສນຈະໜ້າຮັກ ຈົນເຮັດໃຫ້ແມ່ໆ ປ້າໆ ຫຼົງຈົນໂງຫົວບໍ່ຂຶ້ນກັບຄວາມຂີ້ຫຼິ້ນ ລ້ຽງງ່າຍຂອງນ້ອງ ແລະ ມື້ວານນີ້ທັງສອງກໍໄດ້ພານ້ອງໄປຮ່ວມລາຍການ 3 ແຊ໋ບ ເຊິ່ງໃນລາຍການກໍໄດ້ມີການເຊີໄພ້ວັນເກີດໃຫ້ນ້ອງ ເຊິ່ງບອກໄດ້ເລີຍວ່າໜ້າຮັກສຸດໆເລີຍ!!! ເຊິ່ງກ່ອນໜ້າທີ່ຊ່ວງທີ່ໂຄວິດ-19 ລະບາດໃນໄທ ທັງແມັດທິວ-ລີເດຍ ຕ່າງກໍຕິດເຊື້ອ ໄດ້ໄປປິ່ນປົວຢູ່ໂຮງໝໍເປັນເວລາເກືອບ 3 ເດືືອນ ຕອນນັ້ນນ້ອງເດມີ່ ກໍມີອາຍຸພຽງ 6 ເດືອນປາຍ ເຊິ່ງຖ້າໃຜມີລູກກໍຈະເຂົ້າໃຈຄວາມຮູ້ສຶກທີ່ຕ້ອງປະລູກອ່ອນໄວ້ລໍາພັງກັບອ້າຍນ້ອງດີແລ່ນ ແຕ່ໃນທີ່ສຸດທັງສອງກໍສາມາດຜ່ານຜ່າເລື່ອງຮ້າຍແຮງດັ່ງກ່າວມາໄດ້ ແລະ ກາຍເປັນຄອບຄົວທີ່ອົບອຸ່ນໃນປັດຈຸບັນ… ແລະ ເນື່ອງໃນໂອກາດຄົບຮອບວັນເກີດນ້ອງ 1 ປີເຕັມ ແອັດກໍຂໍອວຍພອນໃຫ້ນ້ອງເປັນເດັກຄໍາຮູ້ ລ້ຽງງ່າຍ ແລະ ໜ້າຮັກແບບນີ້ຕະຫຼອດໄປເດີ້!!! Happy Birthday ນ້ອງເດມີ່… ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: น้องดีแลน พ่อแมทธิว แม่ลิเดีย Fc …

Read More »

ເຮັດແບບນີ້ຂໍແຕ່ງງານ ຫຼືບໍ່? ລຸ້ນງານແຕ່ງ ບ່າວລາວສາວໄທ!!! ທັນວາ-ກຣີນ ນັກສະແດງຊື່ດັງປະເທດໄທ….

ສຶກສາເບິ່ງໃຈກັນມາເກືອບ 5 ປີແລ້ວ ສໍາລັບຄວາມຮັກຂອງຄູ່ຫວານຂອງພະເອກໜຸ່ມ ທັນວາ ສຸລິຍະຈັກ (ໜຸ່ມສັນຊາດລາວ ເຊື້ອສາຍໄທ-ຫວຽດນາມ-ຈີນ ແລະ ຟຣັ່ງ ແຕ່ໄປໂດງດັງຢູ່ທີ່ປະເທດໄທ) ແລະ ນາງເອກສາວໄທ ກຣີນ ອັດສະຖາພອນ ທີ່ຈັບມືກັນຜ່ານເລື່ອງລາວຕ່າງໆ ທັງສຸກ ແລະ ທຸກ ລວມເຖິງການລົງທຶນຮ່ວມຫຸ້ນເປີດຮ້ານອາຫານຍີ່ປຸ່ນທີ່ ຈັງຫວັດຊຽງໃໝ່ ປະເທດໄທ ແລະ ອີກຫຼາຍທຸລະກິດ… ເຊິ່ງກ່ອນໜ້ານີ້ພະເອກໜຸ່ມຂອງເຮົາກໍເຄີຍເວົ້າວ່າ ຄິດເຖິງເລື່ອງແຕ່ງງານແດ່ແລ້ວ ແຕ່ຂໍເກັບເງິນສ້າງຮາກຖານໃຫ້ແນ່ນອນກ່ອນ!!! ຫຼາສຸດ (ວັນທີ 9​ ສິງຫາທີ່ຜ່ານມາ) ໃນ IG ຂອງສາວກຣີນ ໄດ້ລົງຮູບທີ່ຕົວເອງກັບແຟນໜຸ່ມຄວງກັນໄປດິນເນີ່ ແຕ່ງານນີ້ພັດພົບເຊີໄພຣ້ດ້ວຍການທີ່ ໜຸ່ມທັນວາກອບດອກໄມ້ຊໍ້ໃຫຍ່ມາມອບໃຫ້ ພ້ອມແຄັບຊັ່ນລຸ້ນອີກວ່າ ກຣີ໊ດ!! ມາແບບບໍ່ທັນຕັ້ງຕົວ ຂອບໃຈເດີ້ ໃນຂະນະທີ່ທາງຝ່າຍຊາຍກໍໄດ້ລົງຮູບທີ່ຕົວເອງກໍາລັງຄຸກເຄົ່າມອບຊໍ່ດອກໄມ້ພ້ອມລະບຸວ່າ Thank you for everything ເຫັນແບບນີ້ແລ້ວເຮັດໃຫ້ໝູ່ເພື່ອນໃນວົງການແຫ່ເຂົ້າມາຄອມເມັ້ນຮ່ວມນຍິນດີກັນຢ່າງລົ້ນຫຼາມ ແລະ ຍັງຖາມອີກວ່າ ໄດ້ເລິກງາມຍາມດີແຕ່ງມື້ໃດ? …

Read More »