Breaking News

ຂ່າວບັນເທີງນອກປະເທດ

ບອຍ ພີຊເມກເກີຣ໌ ອັບເດດອາການຫຼັງເຂົ້າໂຮງໝໍ

ບອຍ ພີຊເມກເກີຣ໌ ອາຊີບ ນັກຮ້ອງ ຈາກປະເທດເພື່ອນບ້ານ ທີ່ໄດ້ມີຜົນງານຫຼາກຫຼາຍໃນຜ່ານມາ ເຊັ່ນຜົນງານເພງ: “ไม่ไหว บอกไหว” ທີ່ໄດ້ກັບການຕອບຮັບຈາກແຟນເພງເປັນຢ່າງດີ. ແຕ່ ວັນທີ 4 ກັນຍາ ໜຸ່ມບອຍ ໄດ້ ໂພສຮູບລົງໃນ IG ສ່ວນຕົວ ທີ່ກຳລັງນຸ່ງເຄື່ອງຄົນເຈັບ ພ້ອມສາຍນໍ້າທະເລ ໂດຍໄດ້ຂຽນແຄັບຊັ່ນຢອກພັນລະຍາ ປະມານວ່າ: ລັກມາທ່ຽວໂຮງໝໍແປັບໜຶ່ງ ບໍ່ດົນກໍກັບ ຢ່າບອກລາວເດີ ຕອນນີ້ລາວຍັງບໍ່ຮູ້ ໄລຍະນີ້ຖ່າຍລະຄອນໜັກ ໃຫ້ລາວພັກຜ່ອນໄປ “แอบภรรยามาเที่ยวโรงพยาบาลแพร้บนึง เดี๋ยวกลับ อย่าบอกเธอนะครับ ตอนนี้เธอยังไม่รู้ ช่วงนี้ถ่ายละครหนัก ให้เธอพักผ่อนไป” ເຊິ່ງເຮັດໃຫ້ແຟນຄຣັບຫຼາຍຄົນຕົກໃຈ ແລະ ສະແດງຄວາມຄິດເຫັນໃຫ້ກຳລັງໜຸ່ມບອຍຢ່າງລົ້ນເຫຼືອ. ຫຼ້າສຸດໃນວັນ ທີ 5 ກັນຍາ ໜຸ່ມບອຍໄດ້ໂພສຮູບຍົກສອງນີ້ວກັບໜ້າຕາທີ່ສົດໃສ ພ້ອມອັບເດດອາການເຈັບໃນ IG ວ່າ: ອາຫານເປັນພິດ ແລະ  ຕິດເຊື້ອໃນກະເພາະອາຫານ ແຕ່ຍັງໄຫວຢູ່ເດີ ຂອບໃຈທຸກຄວາມຫ່ວງໃຍທີ່ສົ່ງມາຫາກັນເດີ. ເຫັນແນວນີ້ແຟນຄຣັບຫຼາຍໆຄົນກໍໝົດຫ່ວງ …

Read More »

ຂ່າວຊັອກວົງການໜັງ ໂຣເບີດ ແພັດທິນສັນ ຕິດໂຄວິດ 19 ຖ່າຍ The Batman ຕ້ອງຢຸດ

ໂຣເບີດ ແພັດທິນສັນ ອາຊີບ ດາລາ-ນັກສະແດງ Hollywood ຜົນງານທີ່ເປັນທີ່ຮູ້ຈັກກັນດີ ກໍຄື ໜັງເລື່ອງ:​ “​Vampire Twilight” ທີ່ເຈົ້າໂຕໄດ້ຮັບບົດເປັນພະເອກ ເຊິ່ງໄດ້ຮັບການຕອບຮັບຈາກແຟນຄຣັບຢ່າງລົ້ນເຫຼືອ. ຫຼ້າສຸດພະເອກ ໂຣເບີດ ແພັດທິນສັນ ກຳລັງຖ່າຍທຳໜັງເລື່ອງ:​”The Batman” ທີ່ນຳມາສ້າງຄືນເປັນ Version ໃໝ່. ແຕ່ແລ້ວ ແຟນຄຣັບຂອງ ໂຣເບີດ ແພັດທິນສັນ ແລະ ແຟນໜັງ “The Batman” Version ຂອງຜູ້ກຳກັບ ແມັດ ຣີເວສ ໃໝ່ຕ້ອງຊັອກ ເມື່ອພົບວ່າພະເອກໜຸ່ມດັງ ຕິດໂຄວິດ-19 ເຮັດໃຫ້ກອງຖ່າຍຢຸດ, ເຊິ່ງກອງຖ່າຍທຳໜັງດັ່ງກ່າວ ຫາກໍກັບມາຖ່າຍທຳອີກຄັ້ງໃນປະເທດອັງກິດ. ທາງຄ່າຍ Warner Bros ໄດ້ອອກມາຖະແຫຼງວ່າ: “ມີໜຶ່ງໃນສະມາຊິກຂອງກອງໄດ້ກວດພົບໂຄວິດ-19 ແລະ ໃນຂະນະນີ້ ກຳລັງກັກຕົວຕາມກົດລະບຽບ ເຊິ່ງຈະຕ້ອງຢຸດການຖ່າຍທຳຊົ່ວຄາວ” ໂດຍທາງ ວາລະສານ Vanity …

Read More »

ຄອບຄົວ ພະເອກຊື່ດັງ Hollywood ຕິດໂຄວິດ-19 Mr Dwayne johnson

ເປັນທີ່ຮູ້ກັນດີຢູ່ແລ້ວວ່າ ໂຄວິດ-19 ກຳລັງລະບາດຢ່າງຮຸນແຮງໃນທົ່ວໂລກ ຫຼ້າສຸດ ເດວິດ ດັກລາສ ຈອນສັນ ອາຊີບ ດາລາ ແລະ ນັກສະແດງດັງ Hollywood ພ້ອມທັງເປັນນັກມວຍປໍ້າຂອງ WWE ມີເຊື້ອສາຍຊາມົວ ເຊິ່ງເປັນທີ່ຮູ້ຈັກດີໃນນາມ The Rock ສາຍາຫີນຍ່າງໄດ້. ເດວິດ ໄດ້ແຕ່ງງານກັບ ແດນນີ ກາເຊຍ(Dany Garcia) ແລະ ມີລູກ 2 ຄົນ. ແຕ່ສິ່ງທີ່ໜ້າຕົກໃຈກໍຄື ເຈົ້າຕົວໄດ້ເຜີຍແຜ່ຄຣິບວິດີໂອ ຜ່ານ IG ຂອງຕົວເອງວ່າເຄີຍຕິດເຊື້ອ ໂຄວິດ-19 ປັດຈຸບັນ ແມ່ນດີຂຶ້ນແລ້ວ, ແຕ່ວ່າພັນລະຍາ ແລະ ລູກສາວ 2 ຄົນ ໄດ້ຕິດເຊື້ອນັ້ນອີກຄັ້ງ ຕອນນີ້ພວກເຂົາກຳລັງຢູ່ໃນການປິ່ນປົວ ແລະ ເຮັດຕາມລະບຽບການວາງອອກຂອງເຈົ້າໜ້າທີ່ ແລະ ຂໍຂອບໃຈທຸກແຮງກຳລັງໃຈທີ່ສົ່ງກັນເຂົ້າມາ ຫວັງວ່າພວກເຮົາຈະຜ່ານພົ້ນວິກິດນີ້ໄປໂດຍໄວ. ແຟນຄຣັບແຫ່ກັນສະແດງຄວາມຄິດເຫັນຕໍ່ເລື່ອງດັ່ງກ່າວ ເພາະເປັນທີ່ຕົກໃຈຂອງຫຼາຍຄົນ, …

Read More »

ລອງຊຸດເຈົ້າສາວແລ້ວ ກ້ອຍ ລັດສະວິນ ກຽມໂຕເປັນເຈົ້າສາວປ້າຍແດງ

ກ້ອຍ ລັດຊະວິນ ອາຊີບນັກສະແດງ-ດາລາ ໂດຍມີຜົນງານຫຼາກຫຼາຍໃນວົງການບັນເທີງ ບໍ່ວ່າຈະເປັນການສະແດງລະຄອນ, ຮູບເງົາ, ສະແດງ MV ເພງ ແລະ ອື່ນໆ ເຊິ່ງເປັນແຟນສາວຂອງ ຕູນ ບໍດີສະແລັມ ອາຊີບນັກຮ້ອງ ທີ່ປ່ອຍຜົນງານເພງດັງຫຼາຍເພງ ເຊື່ອວ່າຫຼາຍຄົນຄົງຮູ້ຈັກ ເຊິ່ງກ່ອນໜ້ານີ້ ຕູນ ບໍດີສະແລັມ ໄດ້ມີການ surprise ຂໍກ້ອຍແຕ່ງງານ ເຊິ່ງໄດ້ມີການຖ່າຍຄຣິບວີດີໂອລົງ Social ເຮັດໃຫ້ແຟນຄຣັບ ຂອງທັງສອງຕ່າງກໍຮ່ວມສະແດງຄວາມຍິນດີ ຈົນເປັນກະແສດັງ ເພາະທັງຄູ່ຄົບຫາກັນເປັນເວລາ 10 ປີແລ້ວ ແລະ ເມື່ອບໍ່ດົນມານີ້ພວກເຂົາໄດ້ສະຫຼອງວັນຄົບຮອບ 10 ປີ ທີ່ຄົບກັນ ໃນວັນທີ 1 ກັນຍາ. ຫຼ້າສຸດ ມີຜູ້ໃຊ້ IG Polpatasava ຫຼືເປັນທີ່ຮູ້ຈັກກັນດີຄື ໝູ ວິຊາວາ ເປັນເຖິງ ນັກອອກແບບຊື່ດັງຂອງປະເທດໄທ ຜູ້ທີ່ມີຜົນງານຫຼາກຫຼາຍເຊັ່ນ: ການອອກແບບຊຸດປະຈຳຊາດໃຫ້ແກ່ການປະກວດເວທີນາງງາມ …

Read More »

ສຸດອາໄລ!!! ອ້ອຍ ການຈະນາ ອະດີດນາງເອກ ແລະ ດາຣາຊື່ດັງປະເທດໄທ ຈາກໄປຢ່າງກະທັນຫັນດ້ວຍໄວ 61 ປີ…

ຜູ້ສື່ຂາວ ປະເທດໄທ ອອກຂ່າວວ່າໄດ້ຮັບແຈ້ງການຈາກຄົນໃກ້ຊິດ ແມ່ອ້ອຍ ຫຼື ການຈະນາ ຈິນດາວັດ ອະດີດນາງເອກຊື່ດັງ ເສຍຊີວິດລົງຢ່າງກະທັນຫັນໃນໄວ 61 ປີ (ວັນທີ 27 ສິງຫາ 2020) ທີ່ໂຮງໝໍ ດ້ວຍພະຍາດ ຫົວໃຈ… ທາງດ້ານລູກສາວ ນ້ອງເພງ ຫຼື ກະວິດາ ຈິນດາວັດ ແລະ ຄອບຄົວແມ່ນຍັງບໍ່ພ້ອມເປີດເຜີຍເຖິງຂໍູ້ນໃດໆ ຕໍ່ສື່ມວນຊົນເຖິງກໍລະນີການຈາກໄປຂອງແມ່ ທັງນີ້ ຈະແຈ້ງລາຍລະອຽດພິທີການທາງສາລະໜາໃຫ້ຮູ້ພາຍຫຼັງ… ສໍາລັບ ແມ່ອ້ອຍ ການຈະນາ ອະດີດນາງເອກຊື່ດັງມີຜົນງານການສະແດງເລີ່ມຕົ້ນຕັ້ງແຕ່ປິ 1981 ໂດຍສະແດງຮູບເງົາມາແລ້ວຫຼາກຫຼາຍ ລວມທັງປັດຈຸບັນເຮົາກໍຍັງຄົງເຫັນຜົນງານຂອງແມ່ອ້ອຍຜ່ານໜ້າຈໍຢູ່ສະເໝີ!!! ແນວໃດ ແອັດມິ້ນ ຂວັນໃຈ ແລະ ແຟນຄຣັບຊາວລາວ ກໍຂໍສະແດງຄວາມເສຍໃຈກັບທາງຄອບຄົວ ແລະ ວົງການບັນເທີງໄທ ທີ່ໄດ້ສູນເສຍບຸກຄົນສໍາຄັນ ແລະ ມີຄວາມສາມາດໄປ!!! ຮຽບຮຽງໂດຍ: Kuanjai Magazine ສົນໃຈລົງໂຄສະນາ …

Read More »